ກິດຈະກຳໃນງານບຸນປະວໍລະນາອອກພັນສາ

ນະຄອນປາກເຊ ຈະຈັດຫຼາຍກິດຈະກຳ ໃນງານບຸນປະວໍລະນາອອກພັນສາ

ນະຄອນປາກເຊ ຈະຈັດຫຼາຍກິດຈະກຳ ໃນງານບຸນປະວໍລະນາອອກພັນສາ
ວັນທີ 9 ຕຸລາຜ່ານມາ, ທ່ານ ບົວລີ ເພັດສົງຄາມເຈົ້ານະຄອນປາກເຊ ໄດ້ຕາງໜ້າຄະນະຮັບຜິດຊອບຈັດກິດຈະກຳໃນງານບຸນປະວໍລະນາອອກພັນສາ ແລະ ຊ່ວງເຮືອປະເພນີ ທີ່ນະຄອນປາກເຊ ໃຫ້ສໍາພາດວ່າ: ງານບຸນປະວໍລະນາອອກພັນສາ
ແລະ ຊ່ວງເຮືອປະເພນີ ທີ່ນະຄອນປາກເຊ ປະຈໍາປີ ພສ 2567 ຄສ 2024 ຈະຈັດຂຶ້ນ ໃນມື້ຂຶ້ນ 15 ຄໍ່າ (ເດືອນ 11 ເພັງ) ແລະ ມື້ແຮມ 1 ຄໍ່າ ເດືອນ 11 ກົງກັບວັນພະຫັດ ແລະວັນສຸກ (ວັນທີ 17-18 ຕຸລາ 2024) ເພື່ອອະນຸລັກຮັກສາ - ສືບສານ ຮີດຄອງປະເພນີ ແລະ ມູນເຊື້ອອັນດີງາມຂອງຊາດ ແລະ ທ້ອງຖິ່ນ ຊຶ່ງຈະໄດ້ຈັດໃຫ້ມີຫຼາຍກິດຈະກຳ,ມີທັງກິດຈະກຳດ້ານສາສະໜາ, ກິດຈະກຳການຊ່ວງເຮືອ, ກິດຈະກໍາສົ່ງເສີມດ້ານການຄ້າ ແລະ ການທ່ອງທ່ຽວ.ໃນນັ້ນ, ກິດຈະຈໍາດ້ານສາສະໜາ, ໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ພສ 2567, ກົງກັບວັນພະຫັດ ວັນທີ 17 ຕຸລາ 2024, ຕອນເຊົ້າ, ເລີ່ມແຕ່ ເວລາ 7:30 ໂມງ ຈະມີພິທີທຳບຸນໃສ່ບາດ, ຖວາຍສັງຄະທານ ແດ່ພະສົງ ທີ່ວັດຫຼວງປາກເຊ; ເວລາ 18 ໂມງ ກໍຈະມີພິທີວຽນທຽນ, ຊຶ່ງປະກອບມີ13 ຂະບວນ, 50 ກ້ອນກໍາລັງ, (ແຫ່ເຮືອໄຟໂຄກ, ແຫ່ຜາສາດເຜິ້ງ, ແຫ່ຕົ້ນກາລະພຶກ) ໂດຍມີກໍາລັງພົນ, ພະສົງສາມະເນນ ແລະ ມວນຊົນເຂົ້າຮ່ວມຂະບວນແຫ່ ປະມານ 4,234 ທ່ານ ຊຶ່ງຈະແຫ່ຈາກວົງວຽນທ່າສາລາຄາ ຕາມເສັ້ນທາງ ເລກທີ 11 ຫາ ຫໍຫຼັກເມືອງປາກເຊ ແລ້ວເຂົ້າສູ່ວັດຫຼວງປາກເຊ, ຖວາຍແດ່ພະສົງ, ແລ້ວລົງໄຫຼເຮືອໄຟ ທີ່ທ່າວັດຫຼວງປາກເຊ ຕາມຮີດຄອງປະເພນີ ທີ່ໄດ້ສືບສານກັນມາ.
ທ່ານ ບົວລີ ເພັດສົງຄາມ ກ່າວຕື່ມວ່າ: ສໍາລັບກິດຈະກໍາການແຂ່ງຂັນເຮືອຊ່ວງ ປີນີ້ ມີການແຂ່ງຂັນ 6 ປະເພດ, ຄື: ເຮືອຊ່ວງກິລາ 12 ສີພາຍ (ຊາຍ); ເຮືອຊ່ວງປະເພນີ 24 ສີພາຍ (ຊາຍ - ຍິງ); ເຮືອຊ່ວງປະເພນີ 33 ສີພາຍ (ຊາຍ - ຍິງ); ເຮືອສູດ (ກິລາ) 33 ສີພາຍ (ຊາຍ).ປີນີ້, ຄາດວ່າຈະມີເຮືອຊ່ວງ ຈາກບັນດາບ້ານ ພາຍໃນນະຄອນປາກເຊ, ຈາກບັນດາບ້ານ ພາຍໃນແຂວງຈໍາປາສັກ ແລະ ແຂວງອ້ອມຂ້າງ ເຂົ້າຮ່ວມປະມານ 56 ຄະນະແລະ ມີຂອງຂວັນລາງວັນ ຫຼາຍກວ່າ 700 ລ້ານກວ່າກີບ. ສໍາລັບການແຂ່ງຂັນຈະໄດ້ຈັດຂຶ້ນ ໃນ 2 ວັນ ຄື: ວັນທີ 17-18 ຕຸລາ 2024.ນອກນີ້, ຍັງຈະໄດ້ຈັດກິດຈະກຳ ຕະຫຼາດນັດ, ວາງສະແດງ ແລະ ຈຳໜ່າຍສິນຄ້າ ໃນຂອບເຂດພື້ນທີ່ການຈັດງານ ບ້ານຫຼັກເມືອງ, ທ່າສາລາຄໍາ ແລະ ບ້ານປາກເຊ,ສະຖານທີ່ແຄມເຊ ແລະ ແຄມຂອງ ຢ່າງຫຼວງຫຼາຍ ໄວ້ບໍລິການ, ຄາດວ່າຈະມີຫຼາຍກວ່າ 300 ຮ້ານ, ຊຶ່ງງານຕະຫຼາດນັດດັ່ງກ່າວ ໄດ້ກຳນົດ 7 ວັນ ເລີ່ມແຕ່ວັນທີ 12 - 18 ຕຸລາ 2024. ພ້ອມນັ້ນ, ທາງສະພາການຄ້າ ແລະ ອຸດສາຫະກຳແຂວງ ຍັງຈະໄດ້ຈັດຕະຫຼາດກາງຄືນ ແລະ ຕະຫຼາດນັດ ວາງສະແດງສິນຄ້າ,ຜະລິດຕະພັນ (ODOP) ແລະ ສິນຄ້າ ທີ່ຜະລິດພາຍໃນແຂວງ ເປັນຕົ້ນຜະລິດຕະພັນກະສິກຳ, ອຸດສາຫະກຳ ແລະ ການທ່ອງທ່ຽວ ເພື່ອເປັນການສົ່ງເສີມການຜະລິດ ແລະ ການຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ພາຍໃນແຂວງ.
(ຂ່າວ-ພາບ: ທູນທອງໃຈ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ