ພິທີນຳສະເໜີການໃຫ້ບໍລິການທຸລະກໍາເງິນຕາຂ້າມສະກຸນ

ນຳສະເໜີການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນແລະ ການຊໍາລະຍ່ອຍຂ້າມແດນລາວ-ຫວຽດນາມ

ນຳສະເໜີການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນແລະ  ການຊໍາລະຍ່ອຍຂ້າມແດນລາວ-ຫວຽດນາມ
ພິທີນຳສະເໜີການໃຫ້ບໍລິການທຸລະກໍາເງິນຕາຂ້າມສະກຸນແລະການເຊື່ອມຕໍ່ລະບົບການຊໍາລະຍ່ອຍຂ້າມແດນໃນຮູບແບບ QR Code ລະຫວ່າງສປປລາວແລະສສຫວຽດນາມໄດ້ຈັດຂຶ້ນໃນວັນທີ 9 ມັງກອນນີ້ ຊຶ່ງເປັນຂີດໝາຍສຳຄັນໃນການຮ່ວມມືໂດຍສະເພາະຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ,

 

ການຄ້າແລະການລົງທຶນລະຫວ່າງສອງປະເທດໃຫ້ກຽດເຂົ້າຮ່ວມມີທ່ານສອນໄຊສີພັນດອນນາຍົກລັດຖະມົນຕີແຫ່ງສປປລາວແລະທ່ານຟ້າມມິງຈິງນາຍົກລັດຖະມົນຕີແຫ່ງສສຫວຽດນາມພ້ອມດ້ວຍການນຳພັກ, ລັດແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງປະເທດເຂົ້າຮ່ວມເປັນສັກຂີພິຍານ.

ການໃຫ້ບໍລິການທຸລະກໍາເງິນຕາຂ້າມສະກຸນດັ່ງກ່າວ, ປະຕິບັດຕາມທິດຊີ້ນຳຂອງການນຳຂັ້ນສູງຂອງສອງປະເທດ, ທະນາຄານແຫ່ງ ສປປລາວແລະທະນາຄານແຫ່ງລັດຫວຽດນາມ ໄດ້ຮ່ວມກັນຄົ້ນຄວ້າກ່ຽວກັບການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນຫຼືສະກຸນເງິນຂອງສອງປະເທດແຕ່ທ້າຍປີ 2023 ເພື່ອສົ່ງເສີມການນໍາໃຊ້ເງິນກີບ-ເງິນດົງດ້ວຍການເພີ່ມທາງເລືອກໃຫ້ວິສາຫະກິດຂອງທັງສອງປະເທດມີທາງເລືອກໃນການນໍາໃຊ້ສະກຸນເງິນຂອງຕົນໃນການຊໍາລະລະຫວ່າງກັນເພີ່ມຂຶ້ນແລະທັງເປັນການຫຼຸດຜ່ອນຄວາມກົດດັນດ້ານຄວາມຕ້ອງການເງິນຕາຕ່າງປະເທດທີ່ກະທົບຕໍ່ຄັງສຳຮອງເງິນຕາຕ່າງປະເທດຂອງສອງປະເທດ.ການໃຫ້ບໍລິການໃນຄັ້ງນີ້ ໄດ້ຈັດຕັ້ງດຳເນີນງານຢູ່ 2 ໂຄງການຄື: ໂຄງການສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນເພື່ອຊຳລະການຄ້າ, ການລົງທຶນແລະການກູ້ຢືມໃຫ້ແກ່ພາກການຄ້າ-ການລົງທຶນລະຫວ່າງກັນແລະໂຄງການເຊື່ອມຕໍ່ການຊຳລະຍ່ອຍຂ້າມແດນໃນຮູບແບບ QR Code ເພື່ອຮອງຮັບການຊໍາລະຄ່າສິນຄ້າແລະບໍລິການໂດຍນໍາໃຊ້ສະກຸນເງິນທ້ອງຖິ່ນກີບ-ດົງໃນການຊຸກຍູ້ສົ່ງເສີມການທ່ອງທ່ຽວຂອງສອງປະເທດ. ການເປີດໃຫ້ບໍລິການໃນໄລຍະເບື້ອງຕົ້ນນີ້ແມ່ນມີພຽງສສຫວຽດນາມສາມາດມາຊຳລະຜ່ານ QR ສປປລາວໄດ້, ສ່ວນສປປລາວຈະນໍາໃຊ້ລະບົບຊໍາລະຜ່ານ QR ຢູ່ທີ່ ສສຫວຽດນາມໄດ້ນັ້ນແມ່ນຢູ່ໃນໄລຍະທີ່ສອງຄາດວ່າຈະຢູ່ໃນທ້າຍປີນີ້.

ໂອກາດນີ້, ທ່ານສຸລິສັກທໍານຸວົງຮອງຜູ້ວ່າການທະນາຄານແຫ່ງສປປລາວແລະທ່ານຟາມຕຽນຢຸງຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມໄດ້ມີຄຳເຫັນແລະສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ເຫັນໄດ້ເຖິງຄວາມສໍາຄັນຂອງການສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນກີບ-ດົງລະຫວ່າງສປປລາວ-ສສຫວຽດນາມແລະຈະສືບຕໍ່ຊຸກຍູ້ພັດທະນາວຽກງານດັ່ງກ່າວ, ໃຫ້ມີຄວາມຄືບໜ້າສໍາເລັດຕາມຄາດໝາຍທີ່ໄດ້ກຳນົດໄວ້.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ເມື່ອບໍ່ດົນມານີ້ ທີ່ສຳນັກງານປະທານາທິບໍດີແຫ່ງ ສາທາລະນະລັດ ອານບານີ ນະຄອນຫຼວງທີຣານາ(Tirana) ປະເທດ ສາທາລະນະລັດອານບານີ (ສອານບານີ), ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Bajram Begaj ປະທານາທິບໍດີແຫ່ງ ສ ອານບານີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ ອານບານີ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ບູດາແປສ ປະເທດຮົງກາຣີ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຈະເປີດຂຶ້ນ 19 -25ມັງກອນ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຈະເປີດຂຶ້ນ 19 -25ມັງກອນ

ໃນຕອນເຊົ້າທີ 16 ມັງກອນ ນີ້, ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ,ເປັນກຽດໃນພິທີ ໂດຍມີ ສະຫາຍ ຟາມ ມິງ ຈ້ຽນ (PHAN MINH CHIEN)ອຸປະທູດຊົ່ວຄາວຫວຽດນາມປະຈໍາລາວ, ສະຫາຍ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງ.
ເພີ່ມເຕີມ