ພິທີຖະແຫຼງຂ່າວ ຕໍ່ເຫດການນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ

ນໍ້າຖ້ວມຢູ່ແຂວງຫຼວງນໍ້າທາບໍ່ແມ່ນເກີດມາຈາກໂຄງການເຂື່ອນໄຟຟ້ານໍ້າທາ 3

ນໍ້າຖ້ວມຢູ່ແຂວງຫຼວງນໍ້າທາບໍ່ແມ່ນເກີດມາຈາກໂຄງການເຂື່ອນໄຟຟ້ານໍ້າທາ 3
ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີຖະແຫຼງຂ່າວ ຕໍ່ເຫດການນໍ້າຖ້ວມຢູ່ແຂວງຫຼວງນໍ້າທາໃນວັນທີ 12 ກັນຍານີ້ ທີ່ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານຂອງກະຊວງດັ່ງກ່າວ. ທ່ານ ບົວເທບ ມະໄລຄຳ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ກປພ)

ກະຊວງພະລັງງານແລະບໍ່ແຮ່ໄດ້ຖະແຫຼງຂ່າວກ່ຽວກັບສະພາບນໍ້າລົ້ນສັນເຂື່ອນໂຄງການເຂື່ອນໄຟຟ້ານໍ້າທາ 3ເມືອງຫຼວງນໍ້າທາແຂວງຫຼວງນໍ້າທາຄັ້ງວັນທີ9 ກັນຍາ 2024 ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະ ວິຊາການຈາກກົມກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບົວເທບ ມະໄລຄຳ ກ່າວວ່າ: ເຂື່ອນໄຟຟ້ານໍ້າຕົກນໍ້າທາ 3 ເປັນເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ,ໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 1999 ແລະ ສຳເລັດເດືອນມິຖຸນາ 2005 ທີ່ມີຈຸດປະສົງໃນການສະໜອງນໍ້າໃຫ້ຊົນລະປະທານ ແລະ ຜະລິດພະລັງງານໄຟຟ້າ, ມີກໍາລັງການຕິດຕັ້ງໄຟຟ້າ1,25 ເມກາວັດ ແລະ ມີບໍລິມາດກັກເກັບນໍ້າໃນອ່າງຂະໜາດນ້ອຍ. ພາຍຫຼັງສຳເລັດການກໍ່ສ້າງໂຄງການກໍໄດ້ດຳເນີນການຜະລິດພະລັງງານໄຟຟ້າ ແລະ ສະໜອງນໍ້າໃຫ້ຊົນລະປະທານຮັບໃຊ້ພື້ນທີ່ກະສິກຳໃນຂອບເຂດເມືອງຫຼວງນ້ຳທາ ແລະ ບໍລິເວນໃກ້ຄຽງເປັນປົກກະຕິໃນເດືອນເມສາ 2020, ກະຊວງພະລັງງານ ແລະບໍ່ແຮ່ສົມທົບກັບຊ່ຽວຊານສາກົນໄດ້ລົງໄປຕິດຕາມ, ກວດກາທາງດ້ານເຕັກນິກ ແລະ ຜົນຂອງການກວດກາເຫັນວ່າ ໂຄງສ້າງຕົວເຂື່ອນຍັງມີຄວາມແຂງແຮງ, ໝັ້ນຄົງ ແລະ ສາມາດນຳໃຊ້ໄດ້ເປັນປົກກະຕິ ກ່ອນເຂົ້າລະດູຝົນປີ 2024 ກປພ ໄດ້ອອກໜັງສືສະບັບລົງວັນທີ 7 ມິຖຸນາ 2024 ເພື່ອໃຫ້ບັນດາພະແນກພະລັງງານ ແລະ ບໍ່ແຮ່ແຂວງ ແລະ ບັນດາໂຄງການເຂື່ອນໄຟຟ້າໃນທົ່ວປະເທດ, ໃຫ້ເອົາໃຈໃສ່ຕິດຕາມກວດກາເຝົ້າລະວັງເຫດການນໍ້ານອງ ແລະ ສະພາບຂອງເຂື່ອນໃນໄລຍະລະດູຝົນ, ໃຫ້ຮັບປະກັນຄວາມປອດໄພຂອງເຂື່ອນໃຫ້ມີການກະກຽມຄວາມພ້ອມຮັບມື ແລະ ຮັບປະກັນການຕອບໂຕ້ເຫດສຸກເສີນທີ່ອາດຈະເກີດຂຶ້ນໄດ້ຢ່າງທັນການ, ກປພໄດ້ລົງຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດແຜນຮັບມືສຸກເສີນຂອງໂຄງການເຂື່ອນໄຟຟ້ານໍ້າທາ 3 ໃນວັນທີ 30 ພຶດສະພາ 2024 ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ແຂວງຫຼວງນ້ຳທາຢູ່ພາກສະໜາມເຂື່ອນໄຟຟ້ານໍ້າທາ 3ໃນຄັ້ງວັນທີ 26 ກໍລະກົດ 2024 ກປພ ໄດ້ອອກຖະແຫຼງຂ່າວກ່ຽວກັບການກະກຽມຄວາມພ້ອມຮັບມືສຸກເສີນຂອງເຂື່ອນໃນຂອບເຂດທົ່ວປະເທດໃນລະດູຝົນປີ 2024ກ່ອນພາຍຸໃຕ້ຝຸ່ນຢາກິຈະເຂົ້າມາລາວ, ໂດຍອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບລົງວັນທີ 7 ກັນຍາ 2024, ກປຟ ໄດ້ໄດ້ອອກໜັງສືສະບັບລົງວັນທີ 7 ກັນຍາ 2024 ເພື່ອໃຫ້ບັນດາໂຄງການເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດ ເຝົ້າລະວັງ ແລະ ກະກຽມຄວາມພ້ອມຮອງຮັບເຫດການສຸກເສີນ ແລະ ຄວາມປອດໄພຮອບດ້ານ.
ຍ້ອນອິດທິພົນຂອງພາຍຸຢາກິເຮັດໃຫ້ມີຝົນຕົກໜັກ ໂດຍສະເພາະຢູ່ເຂດພາກເໜືອຂອງລາວ, ເຮັດໃຫ້ມີປະລິມານນ້ຳຫຼາຍໄຫຼທະລຸລົງສູ່ສາຍນ້ຳຕ່າງໆຢູ່ແມ່ນໍ້າຂອງ ແລະ ສາຍນໍ້າສາຂາເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ວ່ອງໄວ, ໃນໄລຍະທີ່ນໍ້າຈະມາແຮງນັ້ນໂຄງການເຂື່ອນໄຟຟ້ານ້ຳທາ3 ໄດ້ປະຕິບັດແຜນຮັບມືສຸກເສີນມີການປະສານຫາການນໍາຂັ້ນທ້ອງຖິ່ນ ແລະ ບ້ານທີ່ຢູ່ທ້າຍເຂື່ອນ (ຜ່ານຊ່ອງທາງໂທລະສັບ WhatsAp ທີ່ມີ ແລະ ບ້ານທີ່ຢູ່ລຸ່ມເຂື່ອນໄດ້ມີການແຈ້ງເຕືອນຜ່ານໂທລະໂຄ່ງວິທະຍຸຊຸມຊົນ ເພື່ອຮັບຊາບ ແລະ ປະຕິບັດການຮັບມື ແລະ ໂຄງການໄດ້ປະຕິບັດຂັ້ນຕອນການບໍລິຫານຈັດການນ້ຳເພື່ອຄວາມປອດໄພຂອງເຂື່ອນ ໂດຍໄດ້ເປີດປະຕູລະບາຍນ້ຳ,ແຕ່ມາເຖິງຕອນເຊົ້າຂອງວັນທີ 9 ກັນຍາ 2024 ໄດ້ເກີດມີນໍ້ານອງ ພ້ອມທັງມີເສດໄມ້ຈຳນວນຫຼວງຫຼາຍໄຫຼມາເຮັດໃຫ້ປະຕູລະບາຍນໍ້າບໍ່ສາມາດລະບາຍນ້ຳ ແລະ ເສດໄມ້ອອກໄດ້ຖ່ວງທັນຈຶ່ງເຮັດໃຫ້ນໍ້າລົ້ນສັນເຂື່ອນ.
ລວມຄວາມວ່າ: ຍ້ອນອິດທິພົນຂອງພາຍຸຢາກິ ເຮັດໃຫ້ບັນດາປະເທດພາກພື້ນໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ແກ່: ລາວ, ຫວຽດນາມ, ມຽນມາ ແລະ ໄທ ລວມທັງຈີນ ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວຢ່າງຮ້າຍແຮງ ສຳລັບລາວແມ່ນຫຼາຍແຂວງທາງພາກເໜືອໄດ້ຮັບຜົນກະທົບເຮັດໃຫ້ລະດັບນໍ້າ ແລະ ມວນນໍ້າຢູ່ແມ່ນ້ຳຂອງ ແລະ ສາຂາມີມວນນ້ຳເພີ່ມຂຶ້ນຢ່າງວ່ອງໄວເປັນຕົ້ນ ແມ່ນໍ້າຂອງ, ນໍ້າອູ, ນໍ້າທາ, ນໍ້າຄານ, ນໍ້າແບ່ງ ແລະ ສາຍນ້ຳອື່ນໆ. ສະນັ້ນ ເຫດການທີ່ນໍ້າຖ້ວມຢູ່ແຂວງຫຼວງນໍ້າທາຈຶ່ງບໍ່ແມ່ນເກີດມາຈາກໂຄງການເຂື່ອນໄຟຟ້ານໍ້າທາ3 ແຕ່ແມ່ນເກີດມາຈາກອິດທິພົນຂອງພະຍຸຢາກິ.
(ຂ່າວ: ແສງຈັນ ຮຽບຮຽງ; ແຫຼ່ງຂໍ້ມູນ: ກະຊວງພະລັງງານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ