ໜັງສືພິມ ປະຊາຊົນ ອວຍພອນ ໜັງສືພິມ ເຍິນເຢິນ ໂອກາດປີໃໝ່ຫວຽດນາມ

ໜັງສືພິມ ປະຊາຊົນ ອວຍພອນ ໜັງສືພິມ ເຍິນເຢິນ ໂອກາດປີໃໝ່ຫວຽດນາມ
ເນື່ອງໃນໂອກາດ ບຸນປີໃໝ່ປະຈໍາຊາດຂອງຫວຽດນາມ (ບຸນເຕັດ) ໃນວັນທີ 2 ກຸມພາ ນີ້ ທີ່ນະຄອນຫຼວງວຽງຈັນ,  ຄະນະບັນນາທິການ ແລະ ພະນັກງານຂອງ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍ ທ່ານ ສີວັນ ຫອມໄຊຍະເດດ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ນໍາເອົາກະຕ່າຂະໜົມ ແລະ ນໍ້າໝາກໄມ້ ມາອວຍພອນ ໜັງສືພິມ ເຍິນເຢິນ ປະຈໍາລາວ.  ຮັບການອວຍພອນຄັ້ງນີ້, ໂດຍ ທ່ານ ຈິງ ກວັກ ຢຸງ ຫົວໜ້າ ສຳນັກງານ ໜັງສືພິມ ເຍິນເຢິນ ສຽງຂອງສູນກາງພັກ, ລັດ ແລະ ປະຊາຊົນຫວຽດນາມ ປະຈໍາ ລາວ.
ທ່ານ ສີວັນ ຫອມໄຊຍະເດດ ກໍໄດ້ນໍາເອົາຄໍາເວົ້າອັນຈົບງາມ ມາອວຍພອນໄຊໃຫ້ແກ່ໜັງສືພິມ ເຍິນເຢິນ ຊຶ່ງໄດ້ຝາກຄໍາອວຍພອນເຖິງຄະນະພັກ, ຄະນະນໍາ ກໍຄື ຄະນະບັນນາທິການ ແລະ ພະນັກງານທົ່ວໜັງສືພິມ ເຍິນເຢິນ ທັງຢູ່ຫວຽດນາມ ແລະ ປະຈໍາຢູ່ ຕ່າງປະເທດ ຂໍໃຫ້ທຸກໆທ່ານ, ທຸກສະຫາຍອ້າຍນ້ອງຫວຽດນາມ ມີສຸຂະພາບແຂງແຮງ ມີຜົນສຳເລັດໃນວຽກງານ ນັບມື້ນັບມີຜົນສຳເລັດອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ. ພ້ອມກັນນີ້, ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ໜັງສືພິມເຍິນເຢິນ ກໍຄື ສຳນັກງານທີ່ປະຈໍາຢູ່ ສປປ ລາວ ທີ່ໄດ້ປະສານງານ ໃຫ້ການຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ຕະຫຼອດໄລຍະຜ່ານມາ ແລະ ຫວັງວ່າການຮ່ວມມືຂອງສອງໜັງສືພິມພວກເຮົາ ຈະສືບຕໍ່ເສີມຂະຫຍາຍ ນັບມື້ນັບຮັດແໜ້ນ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ.
ໂອກາດດຽວກັນ, ທ່ານ ຈິງ ກວັກ ຢຸງ ກໍໄດ້ຕາງໜ້າຄະນະພັກ, ຄະນະນໍາ ກໍຄື ຄະນະບັນນາທິການ ແລະ ພະນັກງານຂອງໜັງສືພິມເຍິນເຢິນ ກ່າວຂອບໃຈຕໍ່ຄໍາອວຍພອນອັນຈົບງາມ ແລະ ຕີລາຄາສູງຕໍ່ການຮ່ວມມືຂອງສອງໜັງສືພິມພວກເຮົາ ໃນຕະຫຼອດໄລຍະຜ່ານມາ. ພວກເຮົາ, ຍັງຈະສືບຕໍ່ເຮັດໃຫ້ສາຍພົວພັນການຮ່ວມມືກັນ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ຈະສ້າງເງື່ອນໄຂໃນການສືບຕໍ່ຊ່ວຍເຫຼືອໜັງສືພິມປະຊາຊົນໃນດ້ານຕ່າງໆ ໂດຍສະເພາະໂຄງການພັດທະນາເວບໄຊ ແລະ ໄອຊີທີຂອງໜັງສືພິມປະຂາຊົນ ທີ່ກຳລັງດຳເນີນຢູ່ໃນປັດຈຸບັນ. (ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ ລະບົບບັດປະຈຳຕົວໄລຍະ 1

ມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ ລະບົບບັດປະຈຳຕົວໄລຍະ 1

ພິທີມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ (ລະບົບບັດປະຈໍາຕົວໄລຍະທີ 1) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ), ທ່ານ ລາດຊະໂລ ວາຣາດີ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຮົງກາລີ, ທ່ານ ລາສໂລ ໂກວາສ ປະທານກຸ່ມບໍລິສັດ ພອນຊີສເຕັມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີຂອງຣັດເຊຍ

ສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີຂອງຣັດເຊຍ

ໃນວັນທີ 9 ພຶດສະພາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ສປປ ລາວ ໄດ້ຈັດພິທີໂຮມຊຸມນຸມເພື່ອຮັບຊົມການຖ່າຍທອດສົດ ການເດີນສວນສະໜາມສະເຫຼີມສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີຂອງຣັດເຊຍ ພິທີດັ່ງກ່າວໄດ້ຈັດຢູ່ນະຄອນຫຼວງມົສກູ ສະຫະພັນຣັດເຊຍ,
ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ

ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ

ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພານີ້ ທີ່ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງທ່ານ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳສປປ ລາວ, ມີທ່ານ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາການນໍາກະຊວງປ້ອງກັນປະເທດ, ກົມ, ກອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່  ຣາຊະອານາຈັກ ກຳປູເຈຍ

ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກ ກຳປູເຈຍ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ChivKeng ປະທານສານສູງສຸດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ນຳໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກຳປູເຈຍ
ກິດ​ຈະ​ກຳ “ທ່ຽວ​ຊົມ​ປະ​ເທດ​ຈີນ” ປີ 2025 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຮັ້ນ

ກິດ​ຈະ​ກຳ “ທ່ຽວ​ຊົມ​ປະ​ເທດ​ຈີນ” ປີ 2025 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຮັ້ນ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ຄ່ຳ​ວັນ​ທີ 7 ພຶດ​ສະ​ພາ ຜ່ານມາ​ນີ້, ໂທ​ລະ​ພາບ​ສາ​ກົນ​ຈີນ ຫຼື CGTN ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMGແລະ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ນະ​ຄອນ​ອູ​ຮັ້ນ​ ໄດ້​ເຊື້ອ​ເຊີນ​ເຈົ້າ​ໜ້າ​ທີ່​ການ​ທູດ​​ຈາກ 5 ປະ​ເທດຄື:
ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ສະຫາຍຮອງເລຂາພັກນະຄອນຫຼວງຮ່າໂນ້ຍ

ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ສະຫາຍຮອງເລຂາພັກນະຄອນຫຼວງຮ່າໂນ້ຍ

ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ເຈິນ ສີ ແທັງ ກຳມະການສູນກາງພັກ ຮອງເລຂາພັກ ປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ທີ່ສຳນັກງານຄະນະກຳມະການປະຊາຊົນນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ເຂົ້າຢ້ຽມອໍາລາ

ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ເຂົ້າຢ້ຽມອໍາລາ

ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ບຽມບາຊູເຣນ ຈຳສຣັງ (Byambasuren JAMSRAN) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວໃນວັນທີ 8 ພຶດສະພານີ້ ທີ່ທໍານຽບປະທານປະເທດ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ແນະນໍາວິ​ທີ​ການ​ສະ​ໝັກ​ ​ໂຄງການລາງວັນຮອນ​​ດາຢູ່ ສປປ ລາວ

ແນະນໍາວິ​ທີ​ການ​ສະ​ໝັກ​ ​ໂຄງການລາງວັນຮອນ​​ດາຢູ່ ສປປ ລາວ

ເພື່ອເຮັດໃຫ້ນັກສຶກສາ ປີທີ 2, 3 ແລະ4 ຂອງຄະນະຊັບພະຍາກອນນ້ຳ (ຄຊນ)ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບວິທີການສະໝັກເຂົ້າຮ່ວມໂຄງການລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award) ຢູ່ ສປປ ລາວ ປະຈຳປີ 2025,ສະ​ຖາ​ບັນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ລາວ​-ຍີ່​ປຸ່ນ
ຄະນະນຳ ກອງບັນຊາການທະຫານແຂວງຫຼວງພະບາງ ຕ້ອນຮັບຄະນະຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ

ຄະນະນຳ ກອງບັນຊາການທະຫານແຂວງຫຼວງພະບາງ ຕ້ອນຮັບຄະນະຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ

ວັນທີ 6 ພຶດສະພາ 2025 ນີ້, ທ່ານ ພັນເອກ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາສາດ - ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ທ່ານ ພັນເອກ ຕັ້ງດຶງແຕ່ງ ຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານ ແຂວງຫຼວງພະບາງ, ມີທ່ານ ພັນເອກ ສິງທອງ ອິນທະວອງ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງຫຼວງ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ກະຊວງກະສິກຳ ແລະ ປ່າໄມ້ ມອບໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ

ກະຊວງກະສິກຳ ແລະ ປ່າໄມ້ ມອບໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ

ເມື່ອບໍ່ດົນມານີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມອບໃບຍ້ອງຍໍ ຂັ້ນກະຊວງ ໃຫ້ແກ່ໂຮງງານປຸງແຕ່ງປາສະຫວາຍ ທີ່ໄດ້ມີຜົນງານດີເດັ່ນ ໃນການປະກອບສ່ວນລົງທຶນລ້ຽງປາສະຫວາຍ ແບບອຸດສາຫະກໍາ ແລະ ໄດ້ສໍາເລັດການກໍ່ສ້າງໂຮງງານປຸງແຕ່ງ, ຕາງໜ້າມອບໂດຍ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ຮັບໂດຍ ທ່ານ ຊູ ຈັນມິນ
ເພີ່ມເຕີມ