ກອງປະຊຸມການສ້າງໂຮງງານໄຟຟ້ານິວເຄລຍ

ນາຍົກ ຫວຽດນາມ ເປັນປະທານກອງປະຊຸມການສ້າງໂຮງງານໄຟຟ້ານິວເຄລຍ

ນາຍົກ ຫວຽດນາມ ເປັນປະທານກອງປະຊຸມການສ້າງໂຮງງານໄຟຟ້ານິວເຄລຍ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ກຸມພາ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມຫົວໜ້າຄະນະຊີ້ນນຳການສ້າງໂຮງງານໄຟຟ້ານິວເຄລຍ ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຂອງຄະນະຊີ້ນຳ.

 

ທ່ານ ຟ້າມມິງຈິງ ກ່າວໃນກອງປະຊຸມວ່າ: ການພັດທະນາສີຂຽວ, ຍືນຍົງ ແມ່ນແຜນນະໂຍບາຍຂອງພັກ, ລັດ. ຫວຽດນາມ ສູ້ຊົນບັນລຸໄດ້ການເຕີບໂຕເສດຖະກິດ 8% ຂຶ້ນໄປ ໃນປີ 2025 ແລະ ເຕີບໂຕ 2 ໂຕເລກໃນໄລຍະຈະມາເຖິງ. ດັ່ງນັ້ນ, ຄວາມຕ້ອງການນຳໃຊ້ໄຟຟ້າຈະເພີ່ມຂຶ້ນແຕ່ 12 – 16% ຕໍ່ປີ. ຫວຽດນາມ ຊຸກຍູ້ການພັດທະນາເສດຖະກິດອີງໃສ່ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ໂດຍສະເພາະແມ່ນບັນດາຂະແໜງທີ່ຫາກໍພົ້ນເດັ່ນຄື: ປັນຍາປະດິດ, cloud computing, internet of thing, big data… ສະນັ້ນ ຄວາມຕ້ອງການດ້ານພະລັງງານໄຟຟ້າ ແມ່ນໃຫຍ່ຫຼວງທີ່ສຸດ.

ທ່ານ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາສະມາຊິກໃນຄະນະຊີ້ນຳຕ້ອງກຳນົດເປົ້າໝາຍ, ຂັ້ນຕອນຢ່າງຈະແຈ້ງ; ໜ້າທີ່ຂອງບັນດາສະມາຊິກຄະນະຊີ້ນຳ, ແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງປະຕິບັດການພັດທະນາພື້ນຖານໂຄງລ່າງ; ການຍົກຍ້າຍປະຊາຊົນສ້າງເຂດຊຸມຊົນຄືນໃໝ່; ບັນຫາຖ່າຍທອດເຕັກໂນໂລຊີ; ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ນັກລົງທຶນ; ກຳນົດແຫຼ່ງທຶນຮອນ; ບັນດາກົນໄກນະໂຍບາຍ; ບັນດາບັນຫາທີ່ຕິດຄັດ ແລະ ຄວາມຫຍຸ້ງຍາກທີ່ຕ້ອງແກ້ໄຂ.

ຄໍາເຫັນ

ຂ່າວຕ່າງປະເທດ

ເຂດ​ປະ​ສົບ​ໄພ​ດິນ​ພູ​ເຈື່ອນ​ຂອງ​ເນ​ປານ ​ຕ້ອງ​ການຄວາມ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ຮີບ​ດ່ວນ

ເຂດ​ປະ​ສົບ​ໄພ​ດິນ​ພູ​ເຈື່ອນ​ຂອງ​ເນ​ປານ ​ຕ້ອງ​ການຄວາມ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ຮີບ​ດ່ວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຜູ້​ປະ​ສານ​ງານດ້ານ​ມະ​ນຸດ​ສະ​ທຳ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ປະ​ຈຳ​ເນ​ປານ​ ກ່າວ​ວ່າ: ຢູ່​ເຂດ​ປະ​ສົບ​ໄພນ້ຳຊຸທັ່ງ​ດິນ​ພູ​ເຈື່ອນ​ຂອງ​ເນ​ປານ ມີ​ເສັ້ນ​ທາງ​ປະ​ມານ 40 ກິ​ໂລ​ແມັດ​ຖືກ​ທຳ​ລາຍ. ຕາມ​ການ​ປະ​ເມີນ​ຜົນ​ເບື້ອງ​ຕົ້ນ​, ​ມີ​ປະ​ຊາ​ຊົນປະສົບໄພຢ່າງ​ໜ້ອຍ 93,000 ຄົນ​ ແລະ ຕ້ອງ​ການ​ຄວາມຊ່ວຍ​ເຫຼື​ອ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ຮີບ​ດ່ວນ​.
ໄວໜຸ່ມເກືອບ 1 ລ້ານຄົນໃນສະຫະລາຊະອານາຈັກ ບໍ່ມີວຽກເຮັດງານທຳ

ໄວໜຸ່ມເກືອບ 1 ລ້ານຄົນໃນສະຫະລາຊະອານາຈັກ ບໍ່ມີວຽກເຮັດງານທຳ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ຂໍ້ມູນຈາກຫ້ອງການສະຖິຕິແຫ່ງຊາດຂອງສະຫະລາຊະອານາຈັກ ລະບຸວ່າ: ມີໄວໜຸ່ມຈຳນວນ 981,000 ຄົນ ທີ່ມີອາຍຸລະຫວ່າງ 16-24 ປີໃນສະຫະລາຊະອານາຈັກບໍ່ໄດ້ຢູ່ໃນລະບົບການສຶກສາ, ບໍ່ໄດ້ເຮັດວຽກ ແລະ ບໍ່ໄດ້ເຂົ້າຝຶກອົບຮົມ ຫຼື ເອີ້ນວ່າ NEET (Not in Education, Employment or Training) ໃນລະຫວ່າງເດືອນເມສາ ຫາ ເດືອນມິຖຸນາ 2026 ຊຶ່ງກວມເອົາ 13% ຂອງປະຊາກອນໃນກຸ່ມອາຍຸດັ່ງກ່າວ. ຫຼຸດລົງປະມານ 30,000 ຄົນຈາກໄຕມາດທີ່ຜ່ານມາ, ແຕ່ເພີ່ມຂຶ້ນ 30,000 ຄົນເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ແອວນີໂຢ ຜັນຜວນຮຸນແຮງທີ່ສຸດໃນຮອບ 1,000 ປີ

ແອວນີໂຢ ຜັນຜວນຮຸນແຮງທີ່ສຸດໃນຮອບ 1,000 ປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ສິງຫາ ຜ່ານມາວ່າ: ຜົນການສຶກສາໃໝ່ທີ່ຕີພິມໃນວາລະສານວິທະຍາສາດພົບວ່າ, ການຜັນຜວນຂອງອຸນຫະພູມໃນມະຫາສະໝຸດປາຊີຟິກຍ້ອນແອວນີໂຢມີຄວາມຮຸນແຮງກວ່າໄລຍະອື່ນໆທີ່ມີການວັດແທກໃນຍຸກກ່ອນອຸດສາຫະກຳ, ໂດຍອີງໃສ່ສະຖິຕິທີ່ເກັບກຳມາປະມານ 1,000 ປີ.
ການສໍ້ໂກງ ແລະ ອາຊະຍາກຳທາງໄຊເບີ ໃນສິງກະໂປຫຼຸດລົງ

ການສໍ້ໂກງ ແລະ ອາຊະຍາກຳທາງໄຊເບີ ໃນສິງກະໂປຫຼຸດລົງ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກອງກຳລັງຕຳຫຼວດສິງກະໂປລາຍງານວ່າ, ຈຳນວນຄະດີສໍ້ໂກງ ແລະ ອາຊະຍາກຳທາງອິນເຕີເນັດໃນສິງກະໂປຫຼຸດລົງ 17.9% ເຫຼືອ 18,391 ຄະດີ ໃນລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາ 2026, ເມື່ອທຽບກັບ 22,397 ຄະດີ ໃນໄລຍະດຽວກັນຂອງປີກາຍ. ສະແດງເຖິງທ່າອ່ຽງທີ່ເລີ່ມຫຼຸດລົງຕັ້ງແຕ່ປີ 2025. ໂດຍຄະດີສໍ້ໂກງຄິດເປັນ 91.5% ຂອງຄະດີທັງໝົດ, ຫຼຸດລົງ 14.4% ເຫຼືອ 16,821 ຄະດີ ຈາກ 19,644 ຄະດີ ໃນປີ 2025.
​ສາ​ເຫດ​ທີ່​​ເຮັດ​ໃຫ້​ເກີດ​ໄພ​ດິນ​ພູ​ເຈື່ອນ​ຢູ່​ເຂດ​ຊີ່​ຈ້າງ​ຈີນ

​ສາ​ເຫດ​ທີ່​​ເຮັດ​ໃຫ້​ເກີດ​ໄພ​ດິນ​ພູ​ເຈື່ອນ​ຢູ່​ເຂດ​ຊີ່​ຈ້າງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວທີ່​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ອົງ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຊີ່​ຈ້າງໃນ​ວັນ​ທີ 30 ສິງ​ຫາ​ ຜ່ານມາ​ໃຫ້​ຮູ້​ວ່າ, ໄດ້​ຄົ້ນ​ພົບສາ​ເຫດ​ທີ່​​ເຮັດ​​ໃຫ້​ເກີດ​ໄພ​ດິນ​ພູ​ເຈື່ອນ​ຢູ່​ເຂດ​ຊີ່​ຈ້າງ​ແລ້ວ, ທີມ​ງານ​ກູ້​ໄພ​ສຸກ​ເສີນ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ໂດຍຜ່ານ​ການ​ວິ​ເຄາະ​ຂໍ້​ມູນ​ຈາກ​ການ​ສຳຫຼວດ​ທາງ​ໄກ ແລະ ຂໍ້​ມູນ​​ທີ່​ສົ່ງ​ຄືນຈາກ​ສະ​ຖານ​ທີ່​ເກີດ​ເຫດ, ບວກ​ກັບການ​ສຳຫຼວດ​ຢູ່​ພາກ​ສະ​ໜາມ​ສາ​ມາດ​ສະຫຼຸບ​ໂດຍ​ສັງ​ລວມ​ວ່າ:
ຫວຽດນາມ - ເຢຍລະມັນ ຕັ້ງເປົ້າໝາຍ ການຄ້າສອງຝ່າຍໃຫ້ບັນລຸ 20 ຕື້ໂດລາ

ຫວຽດນາມ - ເຢຍລະມັນ ຕັ້ງເປົ້າໝາຍ ການຄ້າສອງຝ່າຍໃຫ້ບັນລຸ 20 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ ຢູ່ສຳ​ນັກ​ງານລັດຖະບານ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ ຟຣີດຣິກ ເມີຊ ນາຍົກລັດຖະມົນຕີ ສາທາລະນະລັດ ປະຊາທິປະໄຕ ເຢຍລະມັນ.
ລາຍ​ການ​ຮູບ​ເງົາ ແລະ ໂທ​ລະ​ພາບ​ທີ່​ດີ​ເດັ່ນ​ຂອງ CMG ອອກ​ອາ​ກາດ​ຢູ່​ນະ​ຄອນຫຼວງ​ເລີ​ແກ​ຂອງ​ເອ​ຢິບ

ລາຍ​ການ​ຮູບ​ເງົາ ແລະ ໂທ​ລະ​ພາບ​ທີ່​ດີ​ເດັ່ນ​ຂອງ CMG ອອກ​ອາ​ກາດ​ຢູ່​ນະ​ຄອນຫຼວງ​ເລີ​ແກ​ຂອງ​ເອ​ຢິບ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ເນື່ອງ​ໃນ​ໂອ​ກາດ​ທີ່​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເອ​ຢິບ​ທາງ​ລັດ​ຖະ​ກິດ, ລາຍ​ການ​ຮູບ​ເງົາ ແລະ ໂທ​ລະ​ພາບ​ທີ່​ດີ​ເດັ່ນ​ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ​
ສາລະວັນ ​ຫາ​ລືສ້າງຕະຫຼາດກາງຄືນ ​ຫວັງດຶງດູດນັກທ່ອງທ່ຽວ

ສາລະວັນ ​ຫາ​ລືສ້າງຕະຫຼາດກາງຄືນ ​ຫວັງດຶງດູດນັກທ່ອງທ່ຽວ

ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງສາລະວັນ ໄດ້ຈັດກອງປະຊຸມທາບທາມ ແລະ ລະດົມຄວາມຄິດ ກ່ຽວກັບການສ້າງຕະຫຼາດກາງຄືນ ຢູ່ເທດສະບານເມືອງສາລະວັນ ໃນວັນທີ 27 ສິງຫາ 2026 ທີ່ຫ້ອງປະ ຊຸມພະແນກ ວທ ແຂວງ, ໂດຍການເປັນປະທານຂອງ ທ່ານ ນາງ ສູນໄຖ ໄຊຍະແສງ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ, ມີພະແນກການທີ່ກ່ຽວຂ້ອງຈາກຂັ້ນແຂວງ-ເມືອງເທດສະບານ ແລະ ຜູ້ປະກອບການທຸລະກິດ ເຂົ້າຮ່ວມ.
ອຸນຫະພູມມະຫາສະໝຸດທົ່ວໂລກເພີ່ມຂຶ້ນສູງທີ່ສຸດແບບບໍ່ເຄີຍມີມາກ່ອນ

ອຸນຫະພູມມະຫາສະໝຸດທົ່ວໂລກເພີ່ມຂຶ້ນສູງທີ່ສຸດແບບບໍ່ເຄີຍມີມາກ່ອນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 25 ສິງຫາ ຜ່ານມາວ່າ: ອົງການຕິດຕາມກວດກາການປ່ຽນແປງສະພາບອາກາດ Copernicus (C3S) ໄດ້ລາຍງານວ່າ, ອຸນຫະພູມໜ້ານ້ຳທະເລທົ່ວໂລກສະເລ່ຍຕໍ່ມື້ສູງເຖິງ 21.1 ອົງສາ ໃນວັນທີ 22 ສິງຫາ ຜ່ານມາ ຊຶ່ງທຳລາຍສະຖິຕິກ່ອນໜ້ານີ້ທີ່ 21.09 ອົງສາທີ່ເຄີຍບັນທຶກໄວ້ໃນເດືອນມີນາ 2024. ແຕກຕ່າງຈາກໄລຍະປົກກະຕິທີ່ອຸນຫະພູມມະຫາໝຸດທົ່ວໂລກຈະສູງສຸດໃນເດືອນມີນາ ແລະ ເມສາ, ຫຼັງຈາກສິ້ນສຸດລະດູຮ້ອນໃນຊີກໂລກໃຕ້. ໃນຂະນະທີ່ສະຖິຕິສູງສຸດຂອງເດືອນສິງຫາ ປີ 2023 ແມ່ນ 20.98 ອົງສາ.
ຈຳນວນຜູ້ເສຍຊີວິດຈາກໄພນ້ຳຖ້ວມກະທັນຫັນໃນເນປານ ເພີ່ມຂຶ້ນເປັນ 270 ຄົນ

ຈຳນວນຜູ້ເສຍຊີວິດຈາກໄພນ້ຳຖ້ວມກະທັນຫັນໃນເນປານ ເພີ່ມຂຶ້ນເປັນ 270 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 27 ສິງຫາ ຜ່ານມາວ່າ: ຫ້ອງການຕຳຫຼວດເນປານລາຍງານວ່າ, ມີຜູ້ເສຍຊີວິດ 270 ຄົນຈາກໄພນໍ້າຖ້ວມຮ້າຍແຮງໃນພາກເໜືອຂອງເນປານ. ຄະນະກຳມະການທ່ອງທ່ຽວເນປານລະບຸວ່າ,ມີນັກທ່ອງທ່ຽວຫາຍສາບສູນ 644 ຄົນ, ລວມທັງຊາວເນປານ 127 ຄົນ ແລະ ຄົນຕ່າງປະເທດ 517 ຄົນ ຈາກປະມານ 30 ປະເທດ.
ເພີ່ມເຕີມ