ນາຍົກຫວຽດນາມ ສຳຫຼວດກວດກາບັນດາໂຄງການຢູ່ແຂວງຕ່ຽນຢາງ

ນາຍົກຫວຽດນາມ ສຳຫຼວດກວດກາບັນດາໂຄງການຢູ່ແຂວງຕ່ຽນຢາງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ມີນາ ຜ່ານມາທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງສຳຫຼວດ, ກວດກາ ຄວາມຄືບໜ້າຂອງບາງໂຄງການຈຸດສຸມໃນບໍລິເວນແຂວງຕ່ຽນຢາງຄື: ຄັນຄູທະເລ ກໍ່ກົງ, ໂຄງການກໍ່ສ້າງຂົວ ແຣກມ້ຽວ 2.
ຂ່າວລະບຸວ່າ: ສຳລັບຄັນຄູທະເລ ກໍ່ກົງ ມີລວງຍາວທັງໝົດ 15,8 ກມ, ສ້າງຂຶ້ນເພື່ອຮັບປະກັນຄວາມປອດໄພດ້ານຊີວິດອິນຊີ, ຊັບສິນຂອງລັດ ແລະ ຂອງປະຊາຊົນ ປະມານ 600.000 ຄອບຄົວ, ປົກປ້ອງດິນທຳມະຊາດເກືອບ 54 ເຮັກຕາ. ທ່ານ ຟ້າມມິງຈິງ ເນັ້ນໜັກວ່າ: ນີ້ແມ່ນຄັນຄູສຳຄັນ, ກ່ຽວກັບການລົງທຶນກໍ່ສ້າງຄັນຄູເກືອບ 7 ກມ ເພື່ອຫຼຸດຜ່ອນຄວາມແຮງຈາກຄື້ນຟອງທະເລໄກຝັ່ງແລະ ເພື່ອສະກັດກັ້ນສະພາບດິນເຊາະເຈື່ອນທີ່ເກີດຂຶ້ນນັບມື້ນັບຮ້າຍແຮງ ຊຶ່ງທ່ານໄດ້ມອບໝາຍໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງແຜນການ ແລະ ການລົງທຶນ ຈັດແບ່ງແຫຼ່ງທຶນໃຫ້ໂຄງການຈຸດສຸມນີ້; ພ້ອມທັງມອບໝາຍໃຫ້ບັນດາອົງການຄົ້ນຄວ້າໂຄງການລົງທຶນທ່າກ່ຳປັ່ນທະເລຢູ່ເຂດນີ້ຕາມຮູບແບບຮ່ວມມືພາກລັດ - ເອກະຊົນ.
ສຳລັບໂຄງການຂົວ ແຣກມ້ຽວ 2 - ຂົວແຫ່ງທີສອງ ທີ່ມີຂະໜາດໃຫຍ່ຂ້າມຜ່ານແມ່ນ້ຳຕ່ຽນ, ເຊື່ອມຕໍ່ສອງແຂວງຕ່ຽນຢາງ ແລະ ແບນແຈ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນມີນາ 2022, ຄາດວ່າຈະສ້າງສຳເລັດໃນເດືອນທັນວາ 2025, ມີຍອດເງິນລົງທຶນ 6,8 ພັນຕື້ກວ່າດົ່ງ. ທ່ານ ຟ້າມມິງຈິງ ສະເໜີໃຫ້ເຈົ້າຂອງລົງທຶນ, ທ້ອງຖິ່ນ, ບັນດານັກປະມູນ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ຄວາມປອດໄພ, ຫຼັກອະນາໄມສິ່ງແວດລ້ອມ, ເຕັກນິກ, ປະກອບສ່ວນຊຸກຍູ້ການເຕີບໂຕ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ສ້າງສຳເລັດພື້ນຖານໂຄງລ່າງຄົມມະນາຄົມຂອງສອງແຂວງ ເບັ່ນແຈ, ຕ່ຽນຢາງ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ທົ່ວປະເທດ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມແຈ້ງການກ່ຽວກັບອາຍພິດເຮືອນແກ້ວ ສະບັບຫຼ້າສຸດທີ່ອົງການອຸຕຸນິຍົມໂລກເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມເຂັ້ມຂຸ້ນຂອງກາກບອນດິອັອກຊິດ ແລະ ອາຍພິດເຮືອນແກ້ວຕົ້ນຕໍອື່ນໆ ໃນຊັ້ນບັນຍາກາດຂອງໂລກໄດ້ສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດອີກ​ຄັ້ງ​, ສະແດງໃຫ້ເຫັນວ່າທ່າອຽງຈະເພີ່ມຂຶ້ນໃນໄລຍະຍາວຂອງອຸນຫະພູມທົ່ວໂລກຍັງຄົງສືບຕໍ່ຂະຫຍາຍຕົວຢູ່.
ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງການາດາ (BoC) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍໃນວັນທີ 28 ຕຸລາ ຜ່ານມາ ເປັນຄັ້ງທຳອິດໃນຮອບ 3 ປີ ຫຼື ນັບຕັ້ງແຕ່ເດືອນກໍລະກົດ 2023, ພ້ອມທັງມີສັນຍານວ່າຈະຂຶ້ນອັດຕາດອກເບ້ຍຕື່ມອີກເພື່ອຫຼຸດຜ່ອນອັດຕາເງິນເຟີ້.
ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ແລະ ສິງກະໂປ ໄດ້ຕົກລົງທີ່ຈະສ້າງຕັ້ງຄະນະເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາບໍລິສັດທີ່ມີສ່ວນກ່ຽວຂ້ອງກັບໄຟໄໝ້ປ່າທີ່ເຮັດໃຫ້ເກີດໝອກຄວັນຂ້າມຊາຍແດນ, ຫຼັງຈາກການສົນທະນາລະຫວ່າງ ທ່ານ ອາມານາທາ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ແລະ ທ່ານ ວິວຽນ ບາລາກຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ.
ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ຂ່າວຕ່າງປະເທດລາຍງານວ່າ: ກົມພາສີຂອງມາເລເຊຍໄດ້ເປີດເຜີຍໃນວັນທີ 28 ຕຸລາ ຜ່ານມາວ່າ, ເຈົ້າໜ້າທີ່ໄດ້ຢຶດເຊີບເວີ 30 ເຄື່ອງທີ່ຕິດຕັ້ງຊິບປັນຍາປະດິດຂັ້ນສູງ (AI) ທີ່ມີມູນຄ່າປະມານ 49.5 ລ້ານຣິງກິດມາເລເຊຍ ຫຼື 12.11 ລ້ານໂດລາ ທີ່ສະໜາມບິນສາກົນກົວລາລຳເປີ ໃນວັນທີ 15 ຕຸລາ ຜ່ານມາ.
3 ໄຕມາດ ຜົນກໍາໄລຂອງອຸດສາຫະກໍາຂະໜາດໃຫຍ່ຈີນ ຮັກສາຈັງຫວະການເຕີບໂຕອ່າວໄວ

3 ໄຕມາດ ຜົນກໍາໄລຂອງອຸດສາຫະກໍາຂະໜາດໃຫຍ່ຈີນ ຮັກສາຈັງຫວະການເຕີບໂຕອ່າວໄວ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມຂໍ້ມູນທີ່ອົງການສະຖິຕິແຫ່ງຊາດຈີນເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ, ການພັດທະນາເສດຖະກິດດ້ານອຸດສາຫະກໍາທີ່ມີຄຸນນະພາບສູງຂອງຈີນໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ, ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາປີນີ້, ອຸດສາຫະກໍາຂະໜາດໃຫຍ່ຂອງຈີນມີຜົນກໍາໄລເຖິງ 6,033.7 ຕື້ຢວນ, ເພີ່ມຂຶ້ນ 15.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຫວຽດນາມ ເປີດສັບປະດາດີຈີຕອນສາກົນ 2026

ຫວຽດນາມ ເປີດສັບປະດາດີຈີຕອນສາກົນ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 28 ຕຸ​ລາ ຜ່ານມາ ຢູ່​ນະ​ຄອນກ໋ວ​າງ​ນິງ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້ເປີດ​ສັບ​ປະ​ດ​າ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ 2026 (VIDW 2026) ແລະ ກອງ​ປະ​ຊຸມ​ໂຕະ​ມົນ​ລັດ​ຖະ​ມົນ​ຕີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ (AI), ໂດຍໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ພາຍ​ໃນປະ​ເທດ ແລະ ສາ​ກົນ​ປະ​ມານ 500 ທ່ານ​ ທີ່​ມາ​ຈາກເກືອບ 30 ປະ​ເທດ.
​ເຂົ້າ​ໃຈ​ອຸ​ດົມ​ການ​ເພື່ອ​ປະ​ຊາ​ຊົນ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈາກ “ຜ້າ​ຫົ່ມ​ເຄິ່ງ​ຜືນ”

​ເຂົ້າ​ໃຈ​ອຸ​ດົມ​ການ​ເພື່ອ​ປະ​ຊາ​ຊົນ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈາກ “ຜ້າ​ຫົ່ມ​ເຄິ່ງ​ຜືນ”

ປີ​ນີ້​ແມ່ນປີ​ຄົບ​ຮອບ 90 ປີ​ ແຫ່ງ​ໄຊ​ຊະ​ນະ​ຂອງ​ການ​ເດີນ​ທັບ​ທາງ​ໄກ​ຂອງກອງ​ທັບ​ແດງ​ກຳ​ມະ​ກອນ​ ແລະ ​ຊາວ​ນາ​ຈີນ. ການ​ເດີນ​ທັບ​ທາງ​ໄກ​ອັນ​ຍິ່ງ​ໃຫຍ່ໄດ້​ຂ້າມ​ຜ່ານ​​ແມ່​ນ້ຳ​ໝື່ນ​ສາຍ ແລະ ພູ​ຜາ​ຫຼາຍ​ພັນ​ໜ່ວຍ​ຄັ້ງ​ນີ້ບໍ່​ພຽງ​ແຕ່​ແມ່ນ​ເລື່ອງມະ​ຫັດ​ສະ​ຈັນ​​ໃນປະ​ຫວັດ​ສາດ​ທາງ​ການ​ທະ​ຫານ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ກຳ​ລັງ​ທາງ​ຈິດ​ໃຈທີ່​ສາ​ມາດ​ຂ້າມ​ຜ່ານ​ຊາຍ​ແດນ ແລະ ເຊີດ​ຊູ​ກຳ​ລັງ​ໃຈ​ຂອງ​ຄົນ​ທັງຫຼາຍ​ອີກ​ດ້ວຍ. ເລື່ອງ “ຜ້າ​ຫົ່ມ​ເຄິ່ງ​ຜືນ” ຂອງ​ບ້ານ​ຊ່າ​ໂຈ່ວ​ ແຂວງ​ຫູ​ໜານ ບໍ່​ໄດ້​ກ່ຽວ​ພັນ​ກັບ​ແປວ​ໄຟ​ສົງ​ຄາມ​ທີ່​ດຸ​ເດືອດ, ແຕ່​ພັດ​ໄດ້​ເປີດ​ເຜີຍ​ຄຳ​ຕອບ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ແກ່​ໂລກດ້ວຍ​ຄວາມ​ອົບ​ອຸ່ນ​ທີ່​ບໍ​ລິ​ສຸດ​ທີ່​ສຸດ, ນັ້ນ​ຄື: ຮັກ​ແພງ​ປະ​ຊາ​ຊົນ​ທີ່​ສຸດ.
ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ

ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ (BOK) ໄດ້ເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາວ່າ, ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ, ໂດຍໄດ້ຮັບຜົນກະທົບຈາກການຫຼຸດລົງຂອງຕະຫຼາດຫຼັກຊັບ ແລະ ຄວາມກັງວົນກ່ຽວກັບຄວາມເຄັ່ງຕຶງໃນຕາເວັນອອກກາງ.
ສິງກະໂປ ເປີດໂຄງການພັດທະນາຜູ້ຊ່ຽວຊານດ້ານພະລັງງານນິວເຄລຍ

ສິງກະໂປ ເປີດໂຄງການພັດທະນາຜູ້ຊ່ຽວຊານດ້ານພະລັງງານນິວເຄລຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ - ອຸດສາຫະກຳ ແລະ ອົງການຄຸ້ມຄອງຕະຫຼາດພະລັງງານ (EMA) ສິງກະໂປ ໄດ້ປະກາດໂຄງການພັດທະນາຊັບພະຍາກອນມະນຸດ 3 ໂຄງການ ເພື່ອພັດທະນາຜູ້ຊ່ຽວຊານດ້ານພະລັງງານນິວເຄລຍ, ໃນຂະນະທີ່ລັດຖະບານກໍາລັງປະເມີນຄວາມເປັນໄປໄດ້ຂອງການນຳໃຊ້ເຕັກໂນໂລຊີນິວເຄລຍທີ່ກ້າວໜ້າສຳລັບການຜະລິດໄຟຟ້າ ຊຶ່ງແຜນການພັດທະນາຊັບພະຍາກອນມະນຸດນີ້ຍັງຈະຊ່ວຍສະໜັບສະໜູນການກະກຽມຄວາມພ້ອມສຳລັບການທົບທວນໂຄງສ້າງພື້ນຖານພະລັງງານນິວເຄລຍຂອງອົງການພະລັງງານປະລະມານູສາກົນ (IAEA) ຊຶ່ງມີກຳນົດຈັດຂຶ້ນໃນປີ 2027.
4 ປະເທດເຫັນດີສືບຕໍ່ເຈລະຈາດ້ານສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນອາຊີຕາເວັນຕົກ

4 ປະເທດເຫັນດີສືບຕໍ່ເຈລະຈາດ້ານສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນອາຊີຕາເວັນຕົກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 26 ຕຸ​ລາ ຜ່ານມາ, ອີ​ຣານ, ຊາອຸດິດ ອ​າ​ຣັບ​ບີ​, ຕຸ​ຣາ​ເຄຍ ແລະ ປາ​ກິສຖານ​ໄດ້​ຈັດ​ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ຢູ່​ນະ​ຄອນຫຼວງ​ເຕ​ເຮ​ຣານ​ ປະເທດ​ອີ​ຣານ ພ້ອມ​ທັງ​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ວ່າ: ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຈ​ລະ​ຈາ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​​ມື​ດ້ານ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ຕົກ.
ເພີ່ມເຕີມ