ນາຍົກລັດຖະມົນຕີ ຫວຽດນາມ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ

ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ GMS, ACMECS ແລະ CLMV

ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ GMS, ACMECS ແລະ CLMV
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ພະຈິກ ຜ່ານມາທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ

 

ໄດ້ນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງຈາກນະຄອນຫຼວງ ຮ່າໂນ້ຍ, ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືເຂດແມ່ນ້ຳຂອງ ເປີດກວ້າງ (GMS) ຄັ້ງທີ 8 ຕາມຄຳເຊື້ອເຊີນຂອງທ່ານ ຫຼີສຽງ ນາຍົກລັດຖະມົນຕີ ຈີນ, ພ້ອມທັງເຂົ້າຮ່ວມກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດ Ayeyawady - Chao Phraya – Mekong (ACMECS) ຄັ້ງທີ 10, ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 11 ແລະ ເຮັດວຽກຢູ່ຈີນ ໃນລະຫວ່າງວັນທີ 5 – 8 ພະຈິກ ນີ້.

ການເດີນທາງໄປປະຕິບັດງານຂອງທ່ານ ຟ້າມມິງຈິງ ໄດ້ຮັບການຄາດຫວັງວ່າຈະຍົກສູງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ ຫວຽດນາມ ກັບ ອະນຸພາກພື້ນແມ່ນ້ຳຂອງ; ຢັ້ງຢືນ ຫວຽດນາມ ຍາມໃດກໍຖືເປັນສຳຄັນບັນດາກົນໄກອະນຸພາກພື້ນ ແມ່ນ້ຳຂອງ, ໃນນັ້ນຖື GMS ແລະ ACMECS ແມ່ນກົນໄກທີ່ມີຄວາມໝາຍຍຸດທະສາດ, ຕິດພັນກັບບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ, ຖື CLMV ແມ່ນກົນໄກເພື່ອແນໃສ່ເພີ່ມທະວີການໜູນຊ່ວຍ ແລະ ຄວາມເອົາໃຈໃສ່ຂອງປະຊາຄົມສາກົນ ຕໍ່ການພັດທະນາຂອງອະນຸພາກພື້ນ ແມ່ນ້ຳຂອງ.

ຄໍາເຫັນ

ຂ່າວຕ່າງປະເທດ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພັດທະນາເສດຖະກິດ ແລະ ການຄ້າຂອງປະເທດມານດີວໄດ້ປະກາດວ່າ Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນ້ຳສາກົນແລະ ສິ່ງອຳນວຍຄວາມສະດວກດ້ານເຄືອຂ່າຍແຫ່ງໃໝ່ໃນເມືອງອັດດູ ຂອງມານດີວ, ເພື່ອສະໜັບສະໜູນການເຊື່ອມຕໍ່ສາຍເຄເບີ້ນໃຕ້ນ້ຳສາກົນ.
ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າຂອງກຳປູເຈຍລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ, ການສົ່ງອອກຂອງກຳປູເຈຍໄປຍັງສະຫະພາບເອີຣົບ (EU) ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ມີການເຕີບໂຕໃນລະດັບສອງໂຕເລກໃນໄລຍະ10 ເດືອນທຳອິດຂອງປີ 2025.
​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

ຂ່າວສານຊີອາໄອລາຍງານວ່າ: ໃນລະ​ຫວ່າງວັນ​ທີ 17-18 ພະ​ຈິກ ຜ່ານມາ​ນີ້, ກອງ​ປະ​ຊຸມ​ຄັ້​ງ​ທີ 24 ຂອງ​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ​ ປະເທດ​ຣັດ​ເຊຍ, ພາຍ​ຫຼັງສຳ​ເລັດກອງ​ປະ​ຊຸມໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​.
ຫວຽດນາມ ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ

ຫວຽດນາມ ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 19 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະມົນຕີບັນດາປະເທດເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ຄັ້ງທີ 6 (IMM6), ຂໍ້ລິເລີ່ມສົມທົບຂັ້ນລັດຖະມົນຕີກ່ຽວກັບການປ້ອງກັນຕ້ານການຄ້າມະນຸດຢູ່ບັນດາປະເທດ ເຂດອະນຸພາກພື້ນແມ່ນ້ຳຂອງ (ວິວັດການ COMMIT).
ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ເພີ່ມເຕີມ