ຕ້ອນຮັບທ່ານ ເດວິດ ເພເທອັສ (David Petraeus),

ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບການນຳກອງທຶນKKR

ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບການນຳກອງທຶນKKR
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 10 ທັນວາ ຜ່ານມາຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ເດວິດ ເພເທອັສ (David Petraeus),

 ໜຶ່ງໃນບັນດາຜູ້ຖືກຳມະສິດຮ່ວມກອງທຶນລົງທຶນ Kohlberg Kravis Roberts (ກອງທຶນດ້ານໂທລະຄົມ, ສູນຂໍ້ມູນ ແລະ ໂຄງສ້າງພື້ນຖານດ້ານດີຈີຕອນ - KKR) ອາເມຣິກາພ້ອມທັງເປັນປະທານສະຖາບັນທົ່ວໂລກຂອງ KKR ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຂ່າວລະບຸວ່າ:ທ່ານ ຟ້າມມິງຈິງ ກ່າວຄຳເຫັນໃນການພົບປະວ່າ: ກຳລັງບົ່ມຊ້ອນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງຝ່າຍຍັງໃຫຍ່ຫຼວງທີ່ສຸດ, ໂດຍສະເພາະແມ່ນການລົງທຶນຂອງ ອາເມຣິກາ ເຂົ້າ ຫວຽດນາມ ແມ່ນຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອສືບຕໍ່ເຕີບໂຕ; ທ່ານປາຖະໜາວ່າບັນດານັກລົງທຶນ ອາເມຣິກາ ຈະສືບຕໍ່ເພີ່ມທະວີການລົງທຶນໃໝ່, ເປີດກວ້າງການລົງທຶນເຂົ້າຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ທ່ານ ເດວິດ ເພເທອັສ ມີຄຳເຫັນຕໍ່ລັດຖະບານ ອາເມຣິກາ ກ່ຽວກັບການຮ່ວມມືຢູ່ ຫວຽດນາມ; ສະເໜີ ອາເມຣິກາ ສືບຕໍ່ສະໜັບສະໜູນການເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນແບບຍືນຍົງລະຫວ່າງສອງປະເທດ; ອາເມຣິກາ ຮັບຮອງ ຫວຽດນາມ ມີພື້ນຖານເສດຖະກິດການຕະຫຼາດ ແລະ ລຶບລ້າງບັນດາຂໍ້ຈຳກັດທີ່ກ່ຽວຂ້ອງເຖິງການສົ່ງອອກເຕັກໂນໂລຊີສູງ ກັບ ຫວຽດນາມ.

ສ່ວນທ່ານ ເດວິດ ເພເທອັສ ໃຫ້ຮູ້ວ່າ: ກອງທຶນ KKR ມີກຳລັງບົ່ມຊ້ອນ ແລະ ປາຖະໜາຢາກລົງທຶນໃນຫວຽດນາມ; ສະເໜີ ຫວຽດນາມ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ; ພັດທະນາພື້ນຖານໂຄງລ່າງເພື່ອໃຫ້ບັນດາວິສາຫະກິດ, ໃນນັ້ນ ມີກອງທຶນ KKR, ອຸ່ນອ່ຽນໃຈລົງທຶນຢ່າງມີປະສິດທິຜົນ, ຍາວນານ ແລະ ຍືນຍົງ.

ຄໍາເຫັນ

ຂ່າວຕ່າງປະເທດ

ອາເມຣິກາ ເກັບຄືນວີຊາ 300.000 ກວ່າວີຊາ

ອາເມຣິກາ ເກັບຄືນວີຊາ 300.000 ກວ່າວີຊາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 20 ຕຸລາ ຜ່ານ, ກະຊວງການຕ່າງປະເທດ ສະຫະລັດອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ອໍາ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ ໂດໂນ ທຣໍາ ໄດ້ເກັບວີຊາ​ຄືນ 300.000 ກວ່າວີຊາ ນັບຕັ້ງແຕ່ທ່ານກັບຄືນມາທຳນຽບຂາວໃນເດືອນມັງກອນ 2025, ໃນ​ຂອບ​ເຂດ​ບັນ​ດາມາດຕະການຄວບຄຸມ​ຜູ້ເຂົ້າເມືອງ ແລະ ແກ້ໄຂກໍລະນີທີ່ຊາວຕ່າງ​ປະ​ເທດ​ລະ​ເມີດ​ກົດໝາຍ ສະຫະລັດ ອາ​ເມ​ຣິ​ກາ.
ສິງ​ກະ​ໂປ​ ຈັດ​ສັນ​ງົບປະມານ 35 ລ້ານ​ໂດ​ລາ​ ​ຊ່ວຍ​ຂະ​ແໜງ​ການ​ຜະ​ລິດຂັ້ນສູງໝູນໃຊ້ AI

ສິງ​ກະ​ໂປ​ ຈັດ​ສັນ​ງົບປະມານ 35 ລ້ານ​ໂດ​ລາ​ ​ຊ່ວຍ​ຂະ​ແໜງ​ການ​ຜະ​ລິດຂັ້ນສູງໝູນໃຊ້ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 21 ຕຸລາ ຜ່ານມາວ່າ: ອົງການ Enterprise Singapore ຊຶ່ງເປັນອົງການຂອງລັດຖະບານສິງກະໂປ ໄດ້ເປີດເຜີຍການຈັດສັນງົບປະມານຫຼາຍກວ່າ 45 ລ້ານໂດລາສິງກະໂປ (ປະມານ 35 ລ້ານໂດລາ) ເພື່ອສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃນຂະແໜງການຜະລິດຂັ້ນສູງໄດ້ມີການໝູນໃຊ້ເຕັກໂນໂລຊີປັນຍາປະດິດ (AI) ຕະຫຼອດໄລຍະ 3 ປີຂ້າງໜ້າ.
ກອງ​ປະ​ຊຸມ​​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ - ຣັດ​ເຊຍ

ກອງ​ປະ​ຊຸມ​​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ - ຣັດ​ເຊຍ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ຫຼີ​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ແລະ ​ທ່ານ​ ອິ​ຄາ​ອີວ ວະ​ລາ​ດີ​ມິ​ໂຣ​ວິກ ມິ​ຊຸ​ສຕິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ ​ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ-ຣັດ​ເຊຍ​ ທີ່​ນະ​ຄອນ​ຊານ​ປີເຕີ​ສະ​ເບີກ​ ປະເທດ​ຣັດ​ເຊຍ.
ທ່ານ ໂຕ​ເລິມ ສະ​ເໜີ​ສຸມ​ໃສ່ 3 ທິດ​ທາງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ຫວຽດ​ນາມ-ອີ​ຢູ

ທ່ານ ໂຕ​ເລິມ ສະ​ເໜີ​ສຸມ​ໃສ່ 3 ທິດ​ທາງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ຫວຽດ​ນາມ-ອີ​ຢູ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສະ​ຫະ​ພາບເອີ​ຣົບ (ອີ​ຢູ) ແລະ ຣາ​ຊະ​ອາ​ນາ​ຈັກ ແບນ​ຊິກ ຢ່າງ​ເປັນ​ທາງ​ການ, ໃນ​ວັນ​ທີ 22 ຕຸ​ລາ ຜ່ານມາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ​ກັບ​ການ​ນຳ​ວິ​ສາ​ຫະ​ກິດ​ດີ​ເດັ່ນ ເອີ​ຣົບ ແລະ ແບນ​ຊິກ.
ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້

ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ອົງການຈ້າງງານ ແລະ ທັກສະ ຂອງອົສຕຣາລີໄດ້ອອກບົດລາຍງານປະຈຳປີ 2026, ໂດຍເປີດເຜີຍວ່າຊາວອົສຕຣາລີໃຊ້ເຄື່ອງມືປັນຍາປະດິດ (AI) ໃນຊີວິດປະຈຳວັນເຖິງ 13.6 ລ້ານຄົນ. ໂດຍສະເພາະ, ກຸ່ມປະຊາກອນໃນໄວເຮັດວຽກ, ທີ່ມີອາຍຸ 25-34 ປີ ແລະ 35-49 ປີ, ໃຊ້ AI ທຸກໆມື້ເຖິງ 74% ແລະ 72% ຕາມລຳດັບ.
ບໍ​ລິ​ສັດ​ສິງ​ກະ​ໂປ​ ຕັ້ງ​ເປົ້າ​ຈະ​ເພີ່ມ​ສະມັດຖະພາບ​ໃຫ້​ສູນ​ຂໍ້​ມູນ AI ໃນ​ມາ​ເລ​ເຊຍ

ບໍ​ລິ​ສັດ​ສິງ​ກະ​ໂປ​ ຕັ້ງ​ເປົ້າ​ຈະ​ເພີ່ມ​ສະມັດຖະພາບ​ໃຫ້​ສູນ​ຂໍ້​ມູນ AI ໃນ​ມາ​ເລ​ເຊຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ບໍລິສັດ Aolani, ຜູ້ໃຫ້ບໍລິການ Neocloud ຫຼື ລະບົບໂຄງສ້າງພື້ນຖານຄລາວ ໃນສິງກະໂປ, ໄດ້ລົງນາມໃນໜັງສືສະແດງເຈດຈຳນົງເພື່ອສ້າງສະມັດຖະພາບດ້ານສູນຂໍ້ມູນປັນຍາປະດິດ (AI) ຂະໜາດ 500 ເມກາວັດໃນປະເທດມາເລເຊຍ, ໂດຍການດໍາເນີນງານຈະເລີ່ມຕົ້ນໃນເຄິ່ງທີ່ສອງຂອງປີ 2027.
ຮອດດັອກ ແລະ ຊີ້ນແປຮູບ ອາດເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ໃຫຍ່

ຮອດດັອກ ແລະ ຊີ້ນແປຮູບ ອາດເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ໃຫຍ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ສະຖາບັນຄົ້ນຄວ້າທາງການແພດ QIMR Berghoffer ໃນອົສຕຣາລີ ໄດ້ລາຍງານກ່ຽວກັບການສຶກສາລະດັບສາກົນທີ່ພົບວ່າ, ການບໍລິໂພກອາຫານທີ່ຜ່ານການແປຮູບຂັ້ນສູງ (ultra-processed foods)ໂດຍລວມບໍ່ມີຄວາມກ່ຽວຂ້ອງກັບການເປັນມະເຮັງລຳໄສ້ໃຫຍ່. ເຖິງຢ່າງໃດກໍຕາມ, ເມື່ອກວດສອບອາຫານແຍກແຕ່ລະປະເພດພົບວ່າ: ອາຫານບາງຊະນິດມີສ່ວນກ່ຽວຂ້ອງກັບຄວາມສ່ຽງຂອງການເປັນມະເຮັງລຳໄສ້ໃຫຍ່ທີ່ສູງຂຶ້ນ, ໃນຂະນະທີ່ອາຫານບາງຊະນິດມີສ່ວນກ່ຽວຂ້ອງກັບຄວາມສ່ຽງທີ່ຫຼຸດລົງ.
ອິນ​ໂດ​ເນ​ເຊຍ ເລັ່ງ​ເຮັດຝົນທຽມ ​​ຕ້ານ​ໝອກ​ຄວັນ​ໄຟ​ໄໝ້​ປ່າ

ອິນ​ໂດ​ເນ​ເຊຍ ເລັ່ງ​ເຮັດຝົນທຽມ ​​ຕ້ານ​ໝອກ​ຄວັນ​ໄຟ​ໄໝ້​ປ່າ

ຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ສືບຕໍ່ປະຕິບັດການເຮັດຝົນທຽມ ໂດຍການໃຊ້ເກືອ ແລະ ນ້ຳກ້ອນແຫ້ງ ບັນເທົາວິກິດການໝອກຄວັນທີ່ເກີດຈາກໄຟໄໝ້ປ່າໃນ 4 ແຂວງຄື: ຊູມາຕຣາໃຕ້, ກາລິມັນຕັນກາງ, ກາລິມັນຕັນໃຕ້ ແລະ ກາລິມັນຕັນຕາເວັນຕົກ ຊຶ່ງຫຼ້າສຸດຝົນໄດ້ເລີ່ມຕົກໃນຫຼາຍພື້ນທີ່ແລ້ວ.
ຈີນ ສຳ​ເລັດ​ການ​ຍິງ​ຈະ​ຫຼວດ​ສົ່ງ​ຍານ GSX-1SY8 ຂຶ້ນ​ສູ່​ອະ​ວະ​ກາດ

ຈີນ ສຳ​ເລັດ​ການ​ຍິງ​ຈະ​ຫຼວດ​ສົ່ງ​ຍານ GSX-1SY8 ຂຶ້ນ​ສູ່​ອະ​ວະ​ກາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ເວ​ລາ 11 ໂມງ 39 ນາ​ທີ​ ຂອງວັນ​ທີ 21 ຕຸ​ລາ​ນີ້, ຢູ່​ສູນ​ສົ່ງ​ດາວ​ທຽມ​ທ້າຍຢວນ​ຂອງ​ຈີນ,
ຫວຽດນາມ - ດານມາກ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ - ດານມາກ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 20 ຕຸ​ລາ​ ຜ່ານມາ, ໃນການພົບປະ​ເຈລະ​ຈາ​ຢູ່​ນະ​ຄອນ​ຫຼວງໂກເປັນຮາກ ປະເທດດານມາກ, ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ​ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານນາງ ເມດເຕ ຟຣີເດຣິກເຊນ ນາ​ຍົກ​ລັດ​ຖະ​ມົນ​ຕີດານມາກ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ ​ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ດານ​ມາກ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​.
ເພີ່ມເຕີມ