ກຳລັງໃໝ່ແກ່ການພັດທະນາແບບຍືນຍົງ ນະຄອນໂຮ່ຈິມິນ”.
ຂ່າວລະບຸວ່າ: ໃນວາລະເປີດເວທີປາໄສ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາຫົວຂໍ້ຄື: ທ່າອ່ຽງຫຼັກແຫຼ່ງແກ່ນສານກ່ຽວກັບການຫັນເປັນອຸດສາຫະກຳໃນໂລກ; ລະບົບນິເວດການບໍລິຫານ ແລະ ນະໂຍບາຍຊຸກຍູ້ວິວັດທະນາການຫັນເປັນອຸດສາຫະກຳ; ຍຸດທະສາດຫັນປັນອຸດສາຫະກຳ ນະຄອນໂຮ່ຈິມິນ ໃນສະພາບການການຮ່ວມມືເຂດ, ພາກສາກົນ ແລະ ທ່າອ່ຽງເຕັກໂນໂລຊີໃໝ່: ບົດບາດເປັນໃຈກາງຂອງການປະຕິວັດອຸດສາຫະກຳ 4.0 ຢູ່ນະຄອນໂຮ່ຈິມິນ ຕິດພັນກັບການຫັນເປັນອຸດສາຫະກຳ. ໃນວັນດຽວກັນ, ທ່ານ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ສູນປະຕິວັດອຸດສາຫະກຳ ຄັ້ງທີ 4 (C4IR) ຢູ່ເຂດເຕັກໂນໂລຊີສູງ, ນະຄອນໂຮ່ຈິມິນ ແລະ ຕ້ອນຮັບບັນດາວິສາຫະກິດທີ່ກໍ່ຕັ້ງເວທີປາໄສດັ່ງກ່າວ. ນີ້ແມ່ນສູນ C4IR ແຫ່ງທີ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້ ຖັດຈາກ ມາເລເຊຍ ເຂົ້າຮ່ວມເຄືອຂ່າຍສູນປະຕິວັດອຸດສາຫະກຳຄັ້ງທີ 4 ທົ່ວໂລກ ຂອງເວທີປາໄສເສດຖະກິດໂລກ (WEF).
ທ່ານ ຟ້າມມິງຈິງ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ຍັງໄດ້ສົນທະນານະໂຍບາຍກັບວິສາຫະກິດ, ທ້ອງຖິ່ນ ເພື່ອແນໃສ່ແກ້ໄຂບັນດາຈຸດອຸດຕັນຈາກຄວາມຕ້ອງການຕົວຈິງຂອງວິສາຫະກິດ ແລະ ທ້ອງຖິ່ນ.
ຄໍາເຫັນ