ນະໂຍບາຍຂອງສູນກາງພັກຈະດີ ຫຼື ບໍ່ດີ, ແມ່ນຕ້ອງເບິ່ງວ່າປະຊາຊົນຈະຍິ້ມ ຫຼື ເສົ້າ

ນະໂຍບາຍຂອງສູນກາງພັກຈະດີ ຫຼື ບໍ່ດີ, ແມ່ນຕ້ອງເບິ່ງວ່າປະຊາຊົນຈະຍິ້ມ ຫຼື ເສົ້າ

ນະໂຍບາຍຂອງສູນກາງພັກຈະດີ ຫຼື ບໍ່ດີ, ແມ່ນຕ້ອງເບິ່ງວ່າປະຊາຊົນຈະຍິ້ມ ຫຼື ເສົ້າ
ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ ວ່າ: ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເຄື່ອນໄຫວຢ້ຽມຢາມບ້ານເຜົ່າຕົ້ງ ເຂດຈ້າວຊິງເມືອງຫຼີຜິງ ກິ່ງແຂວງເຜົ່າມົ້ງເຜົ່າຕົ້ງສຽນຕົ່ງໜານ ແຂວງກຸ້ຍໂຈ່ວ.

 

ນີ້ແມ່ນການເຄື່ອນໄຫວຢ້ຽມຢາມທ້ອງຖິ່ນຄັ້ງທຳອິດຂອງທ່ານ ສີຈິ້ນຜິງ ພາຍຫຼັງສຳເລັດກອງປະຊຸມສອງສະພາປະຈຳປີ 2025 ແລະ ເປັນຄັ້ງທີ 3 ທີ່ທ່ານ ສີຈິ້ນຜິງ ຢ້ຽມຢາມແຂວງກຸ້ຍໂຈ່ວຫຼັງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນທີ່ຈັດຂຶ້ນເມື່ອປີ 2012.

ກຸ້ຍໂຈ່ວເປັນແຂວງທີ່ມີຫຼາຍຊົນເຜົ່າອາໄສຢູ່ຮ່ວມກັນ, ລວມມີ 56 ຊົນເຜົ່າດຳລົງຊີວິດຢູ່ແຂວງນີ້. ພາລະກິດສຳຄັນອັນໜຶ່ງຂອງທ່ານ ສີຈິ້ນຜິງ ໃນການເຄື່ອນໄຫວຢ້ຽມຢາມແຂວງກຸ້ຍໂຈ່ວເທື່ອນີ້ກໍຄືຊອກຮູ້ສະພາບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນວ່າເປັນແນວໃດ.

ໃນຫຼາຍປີມານີ້, ບ້ານເຜົ່າຕົ້ງຈ້າວຊິງ ໄດ້ອອກແຮງພັດທະນາຂະແໜງການທ່ອງທ່ຽວ, ໄດ້ພັດທະນາໂຮງແຮມ, ເຮືອນພັກ, ຮ້ານກິນດື່ມຫຼາຍກວ່າ 400 ແຫ່ງ, ສ້າງວິສາຫະກິດຜະລິດເຄື່ອງຫັດຖະກຳທີ່ເປັນມູນເຊື້ອຫຼາຍກວ່າ 60 ແຫ່ງ, ສ້າງວຽກເຮັດງານທຳໃຫ້ປະຊາຊົນຫຼາຍກວ່າ 2.000 ຄົນ. ປີກາຍນີ້, ບ້ານດັ່ງກ່າວໄດ້ຕ້ອນຮັບນັກທ່ອງທ່ຽວ 1,027,000 ເທື່ອຄົນ, ໄດ້ເພີ່ມຂຶ້ນ 63.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023; ລາຍຮັບສັງລວມດ້ານການທ່ອງທ່ຽວບັນລຸເຖິງ 1 ຕື້ 20 ລ້ານຢວນ, ເພີ່ມຂຶ້ນ 63.8%; ລາຍຮັບດ້ານເສດຖະກິດລວມໝູ່ຂອງບ້ານບັນລຸເຖິງ 2,450,000 ຢວນ, ລາຍຮັບທີ່ສາມາດຈັບຈ່າຍໄດ້ສະເລ່ຍຕາມຫົວຄົນມີປະມານ 41,600 ຢວນ, ໄດ້ເພີ່ມຂຶ້ນ 12.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ກ່ອນນີ້ 10 ປີເມື່ອຕອນເຄື່ອນໄຫວຢ້ຽມຢາມບ້ານຮວ່າມ້າວ ແຂວງກຸ້ຍໂຈ່ວ, ທ່ານ ສີຈິ້ນຜິງ ເຄີຍເວົ້າວ່າ: “ນະໂຍບາຍຂອງສູນກາງພັກຈະດີ ຫຼື ບໍ່ດີ, ແມ່ນຕ້ອງເບິ່ງວ່າປະຊາຊົນຈະຍິ້ມ ຫຼື ເສົ້າ. ຖ້າວ່າປະຊາຊົນທັງຫຼາຍມີຮອຍຍິ້ມແລ້ວກໍເປັນນະໂຍບາຍທີ່ດີ, ຄວນຢຶດໝັ້ນ; ຖ້າວ່າຍັງມີຜູ້ໃດຮູ້ສຶກໂສກເສົ້າ, ສະແດງໃຫ້ເຫັນວ່ານະໂຍບາຍນີ້ຍັງຕ້ອງການປັບປຸງໃຫ້ສົມບູນຂຶ້ນ.” ປັດຈຸບັນ, ມາດຕະຖານດັ່ງກ່າວຍັງຄົງເປັນມາດຕະຖານຂອງທົ່ວປະເທດຈີນໃນການປະຕິບັດວຽກງານກ່ຽວກັບ “ກະສິກຳ, ຊົນນະບົດ ແລະ ຊາວກະສິກອນ”.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່າກຳປັ່ນໜານໜິງ ເປັນພາຫະນະສຳຄັນໃນການຂັບເຄື່ອນຍຸດທະສາດເສດຖະກິດ

ທ່າກຳປັ່ນໜານໜິງ ເປັນພາຫະນະສຳຄັນໃນການຂັບເຄື່ອນຍຸດທະສາດເສດຖະກິດ

ທ່ານ ລູລີ້ຊິ່ນ ຮອງຜູ້ອຳນວຍການໃຫຍ່ບໍລິສັດພັດທະນາ ແລະ ການລົງທຶນທ່າກຳປັ່ນໜານໜິງ ຈຳກັດ ໄດ້ລາຍງານກ່ຽວກັບທ່າກຳປັ່ນໜານໜິງ, ເນື່ອງໃນໂອກາດເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນ ອາຊຽນປະຈຳປີ 2026 ວ່າ: ທ່າກຳປັ່ນໜານໜິງ ຖືເປັນພາຫະນະສຳຄັນໃນການຂັບເຄື່ອນຍຸດທະສາດສອງແກນເສດຖະກິດປະກອບມີເຂດເສດຖະກິດແມ່ນ້ຳຈູຈຽງ ແລະ ເຂດເສດຖະກິດອ່າວເປີຍປູ້ຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ທ່າກຳປັ່ນໜານໜິງຕັ້ງຢູ່ພາກໃຕ້ຂອງກວາງຊີບໍລິເວນແມ່ນ້ຳຢູ້ຈຽງ ຊຶ່ງເປັນສ່ວນໜຶ່ງຂອງລະບົບແມ່ນ້ຳຈູຈຽງ. ທ່າກຳປັ່ນແຫ່ງນີ້ແມ່ນມີຄວາມສຳຄັນໃນເຄືອຂ່າຍການຂົນສົ່ງທາງນ້ຳຊີຈຽງ ແລະ ເປັນສູນກາງເຊື່ອມຕໍ່ເສັ້ນທາງຂົນສົ່ງທາງນ້ຳຈາກພາກຕາເວັນຕົກສ່ຽງໃຕ້ອອກສູ່ທະເລຕາມແຜນການພັດທະນາ ແລະ ໄດ້ແບ່ງເຂດປະຕິບັດງານອອກເປັນຫຼາຍເຂດປະກອບມີ: ເຂດທ່າກຳປັ່ນລົງອານ, ເຂດທ່າກຳປັ່ນໃຈກາງເມືອງ, ເຂດທ່າກຳປັ່ນລິວຈິງ, ເຂດທ່າກຳປັ່ນນິວວານ, ເຂດທ່າກຳປັ່ນເຮ່ໂຈ່ວ ແລະ ຈຸດທ່າກຳປັ່ນມາຊານ. ໃນນັ້ນ, ເຂດທ່າກຳປັ່ນນິວວານ ແລະ ລິວຈິງເປັນເຂດສຳຄັນສຳລັບການຂົນສົ່ງສິນຄ້າໂດຍມີທ່າກຳປັ່ນນ້ຳເລິກ, ເສັ້ນທາງນ້ຳທີ່ຮອງຮັບເຮືອຂະໜາດ 3,000 ໂຕນ ແລະ ອຸປະກອນຍົກສິນຄ້າທີ່ມີກຳລັງຍົກເຖິງ 50 ໂຕນ.
ອີຣານ ວາງແຜນຈະສ້າງທໍ່ສົ່ງນ້ຳມັນອາຍແກ໊ສ 110 ຕື້ແມັດກ້ອນກັບ ຣັດເຊຍ

ອີຣານ ວາງແຜນຈະສ້າງທໍ່ສົ່ງນ້ຳມັນອາຍແກ໊ສ 110 ຕື້ແມັດກ້ອນກັບ ຣັດເຊຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 8 ພະຈິກ ຜ່ານມາ, ທ່ານ ຄາເຊມ ຈາລາລີ ເອກອັກຄະລັດຖະທູດ ອີຣານ ປະຈຳ ມົສກູ ​ໃຫ້​ຮູ້​ວ່າ: ອີຣານ ມີແຜນການໄລຍະຍາວທີ່ຈະສ້າງທໍ່ສົ່ງ​ນ້ຳ​ມັນອາຍແກ໊ສຮ່ວມກັບ ຣັດເຊຍ, ດ້ວຍຄາດ​ໝາຍສະມັດຖະພາບ 110 ຕື້ແມັດກ້ອນ.
ສິງກະໂປ ກຳນົດມາດຕະຖານສຳລັບການຊື້ນໍ້າມັນເຊື້ອໄຟການບິນແບບຍືນຍົງ

ສິງກະໂປ ກຳນົດມາດຕະຖານສຳລັບການຊື້ນໍ້າມັນເຊື້ອໄຟການບິນແບບຍືນຍົງ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ອົງການການບິນພົນລະເຮືອນສິງກະໂປ ໄດ້ເປີດເຜີຍຂໍ້ກຳນົດຂັ້ນຕ່ຳສຳລັບນໍ້າມັນເຊື້ອໄຟການບິນແບບຍືນຍົງ (SAF) ທີ່ຈັດຊື້ດ້ວຍລາຍຮັບຈາກຄ່າບໍລິການນໍ້າມັນເຊື້ອໄຟເພີ່ມເຕີມ ແລະ ຕ້ອງສາມາດຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຕະຫຼອດວົງຈອນຊີວິດການນຳໃຊ້ ຢ່າງໜ້ອຍ 40%.
Daiso ເປີດສາງ​ສິນ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ໃນ​ມາ​ເລ​ເຊຍ​

Daiso ເປີດສາງ​ສິນ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ໃນ​ມາ​ເລ​ເຊຍ​

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ອັນວາ ອິບຣາຮີມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເປີດເຜີຍວ່າ, Daiso ບໍລິສັດຂາຍຍ່ອຍຂອງຍີ່ປຸ່ນ ໄດ້ເປີດສູນການແຈກຢາຍສິນຄ້າລະດັບໂລກໃນລັດສະລັງງໍ ປະເທດມາເລເຊຍ. ນີ້ແມ່ນສາງສິນຄ້າທີ່ໃຫຍ່ທີ່ສຸດໃນໂລກຂອງບໍລິສັດດັ່ງກ່າວ ຊຶ່ງການລົງທຶນຄັ້ງນີ້ສະທ້ອນໃຫ້ເຫັນເຖິງຄວາມສາມາດຂອງມາເລເຊຍໃນການນໍາໃຊ້ທີ່ຕັ້ງຍຸດທະສາດ, ພື້ນຖານໂຄງລ່າງທ່າເຮືອທີ່ເຂັ້ມແຂງ ແລະ ກໍາລັງແຮງງານທີ່ມີທັກສະ ເພື່ອດຶງດູດບໍລິສັດທີ່ຕ້ອງການເສີມສ້າງລະບົບຕ່ອງໂສ້ການສະໜອງລະດັບໂລກ ແລະ ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຂອງ Daiso ທີ່ມີຕໍ່ມາເລເຊຍໃນຖານະເປັນສູນກາງການຂົນສົ່ງລະດັບໂລກ.
ໜ່ວຍ​ສຳຫຼວດ​ຂົ້ວ​ໂລກ​ໃຕ້​ຂອງ​ຈີນ ​ຈະສຳ​ເລັດຂັ້ນຕອນສຸດທ້າຍຂອງ​ການກໍ່​ສ້າງສະ​ຖາ​ນີ​ສິນຫຼິງ​

ໜ່ວຍ​ສຳຫຼວດ​ຂົ້ວ​ໂລກ​ໃຕ້​ຂອງ​ຈີນ ​ຈະສຳ​ເລັດຂັ້ນຕອນສຸດທ້າຍຂອງ​ການກໍ່​ສ້າງສະ​ຖາ​ນີ​ສິນຫຼິງ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 7 ພະ​ຈິກ ຜ່ານມາ, ໜ່ວຍສຳຫຼວດ​ຂົ້ວ​ໂລກ​ໃຕ້ ​​ຄັ້ງ​ທີ 43 ຂອງ​ຈີນ​ທີ່​ຈັດ​ຕັ້ງ​ໂດຍ​ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຈີນ ໄດ້​ອອກ​ເດີນ​ທາງ​ຈາກ ນະ​ຄອນ​​ສ່ານ​ຢ້າ​ແຂວງ​ໄຫຫຼຳ ໄປ​​ຂົ້ວ​ໂລກ​ໃຕ້
ຫຼາຍທ້ອງຖິ່ນຂອງຫວຽດນາມ ປະຕິບັດສຳເລັດແຜນຄາດໝາຍລາຍຮັບງົບປະມານປີ 2026

ຫຼາຍທ້ອງຖິ່ນຂອງຫວຽດນາມ ປະຕິບັດສຳເລັດແຜນຄາດໝາຍລາຍຮັບງົບປະມານປີ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 8 ພະຈິກ ຜ່ານມາວ່າ: ຕາມການລາຍງານຂອງກະຊວງການເງິນ ຫວຽດ​ນາມ, ຍອດລາຍຮັບງົບປະມານ​ແຫ່ງລັດ​ໃນ​ໄລ​ຍະ 10 ເດືອນຂອງປີ 2026 ບັນລຸ 96.4% ແຜນຄາດ ໝາຍ. ຫຼາຍ​ທ້ອງ​ຖິ່ນ​ໄດ້ປະ​ຕິ​ບັດສຳເລັດຄາດໝາຍລາຍຮັບງົບປະມານຂອ​ງ​ທັງປີ​ເມື່ອ​ຫາກໍໝົດ​ເດືອນຕຸລາ. ລາຍຮັບຈາກເຮືອນ - ທີ່ດິນ, ໂດຍສະເພາະແມ່ນຄ່າທຳນຽມນຳໃຊ້ທີ່ດິນ ໄດ້ປະ​ກອບສ່ວນຫຼາຍ​ພໍ​ສົ​ມ​ຄວນ, ມີບາງບ່ອນກວມເອົາກວ່າ 37% ຍອດ​ລາຍ​ຮັບ​ງົບ​ປະ​ມານ.
ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ໄພເງິນເຟີ້​ຢູ່ເຂດ​ໃຊ້​ສະ​ກຸນ​ເງິນເອີ​ໂຣ (Eurozone) ໃນເດືອນຕຸລາ ຜ່ານມາ ໄດ້ເພີ່ມຂຶ້ນເປັນ 4% ຊຶ່ງເປັນລະດັບສູງສຸດໃນຮອບ 3 ປີ ແລະ ສູງ​ທົບ​ສອງເທົ່າ​ເມື່ອ​ທຽບ​ໃສ່​ຄາດໝາຍຂອງທະນາຄານກາງເອີຣົບ (ECB). ​ສາເຫດ​ຕົ້ນ​ຕໍຍ້ອນລາ​ຄາ​ພະ​ລັງ​ງານເພີ່ມຂຶ້ນຢ່າງແຮງ ໃນ​ສະ​ພາບ​ທີ່ການ​ປະ​ທະ​ກັນ​ຢູ່​ເຂດຕາເວັນອອກກາງຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ກໍ່​ຄວາມ​ກົດ​ດັນ​ຕໍ່ ECB ​ໃນ​ການ​ສືບ​ຕໍ່​ຮັດ​ກຸມ​ນະ​ໂຍ​ບາຍ​ເງິນ​ຕາ.
ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລ RMIT ຂອງອົສຕຣາລີເປີດເຜີຍວ່າ, ຜົນການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 7,200 ຄົນໃນອົສຕຣາລີ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ພົບວ່າຜູ້ໃຫຍ່ປະມານ 1 ໃນ 15 ຄົນ ຫຼື 7% ເຄີຍຕົກເປັນເຫຍື່ອຂອງການລ່ວງລະເມີດດ້ວຍຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ (AI) ຕັ້ງແຕ່ອາຍຸ 18 ປີ, ໂດຍໂຕເລກນີ້ໃນອົສຕຣາລີແມ່ນສູງກວ່າອີກສອງປະເທດເລັກນ້ອຍ ຢູ່ທີ່ 7.7%.
ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 4 ພະຈິກ ຜ່ານມາ, ສະຫະພາບ ເອີຣົບ (EU) ໄດ້ຈັດກອງປະຊຸມກັບຜູ້ຕາງ​ໜ້າອູແກຣນ, ສະຫະລັດ ອາເມລິກາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO), ທະນາຄານໂລກ (WB) ແລະ ປະເທດເອີຣົບ ຈຳ​ນວນ​ໜຶ່ງ ເພື່ອປຶກສາຫາລືກ່ຽວກັບ​ທ່າອ່ຽງການພັດ​ທະ​ນາເສດຖະກິດ ແລະ ມາດຕະການ​ຊ່ວຍເຫຼືອການກໍ່ສ້າງ ອູແກຣນ ຄືນໃໝ່ພາຍ​ຫຼັງເກີດ​ການ​ປະ​ທະ​ກັນ​ກັບ ຣັດ​ເຊຍ.
ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 4 ພະຈິກ ຜ່ານມາ, ກະຊວງການຄ້າຈີນເປີດເຜີຍວ່າ, ໃນ 3 ໄຕມາດຂອງປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນບັນລຸເຖິງ 5,768 ຕື້ 770 ລ້ານຢວນ, ເພີ່ມຂຶ້ນ 8.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ເພີ່ມເຕີມ