ວັດທະນະທໍາ ທີ່ເປັນເອກະລັກຂອງລັດຈໍຮໍບາຣູ ປະເທດມາເລເຊຍ

ງາມວັດທະນະທໍາ ທີ່ເປັນເອກະລັກຂອງລັດຈໍຮໍບາຣູ ປະເທດມາເລເຊຍ

ງາມວັດທະນະທໍາ ທີ່ເປັນເອກະລັກຂອງລັດຈໍຮໍບາຣູ ປະເທດມາເລເຊຍ
ໂດຍ: ຍຸພິນທອງ ບັນດາສື່ມວນຊົນລາວປະກອບມີ: ໜັງສືພິມປະຊາຊົນ,ໜັງສືພິມວຽງຈັນໃໝ່, ສຳນັກຂ່າວສານປະເທດລາວ ແລະ ໜັງສືພິມພາສາຕ່າງປະເທດ (ວຽງຈັນທາມ) ໄດ້ມີໂອກາດເດີນທາງເຂົ້າຮ່ວມເພື່ອເກັບກຳຂ່າວງານມະຫະກຳທ່ອງທ່ຽວອາຊຽນ

 

 2025 (ATF 2025) ທີ່ລັດຈໍຮໍ ບາຣູ ປະເທດມາເລເຊຍ ແລະ ທັງໄດ້ມີໂອກາດເດີນທາງໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ເປັນທີ່ນິຍົມ ແລະ ສຳຄັນຂອງລັດຈໍຮໍ ບາຣູ ໂດຍໄດ້ຮັບການສະໜັບສະໜູນຈາກອົງການທ່ອງທ່ຽວ ປະເທດມາເລເຊຍ ໃນການເດີນທາງໄປຄັ້ງນີ້ໃນລະຫວ່າງວັນທີ 15 -20 ມັງກອນ 2025.

ລັດ ຈໍຮໍ ບາຣູເປັນລັດໜຶ່ງຂອງປະເທດມາເລເຊຍຊຶ່ງຕັ້ງຢູ່ພາກໃຕ້ສຸດຂອງຄາບມະຫາສະໝຸດມະລາຢູ ແລະ ຕັ້ງຢູ່ກົງກັນຂ້າມກັບ ເມືອງຫຼວງຂອງປະເທດສິງກະໂປ, ເປັນເມືອງທີ່ໃຫຍ່ອັນດັບສອງຂອງປະເທດມາເລເຊຍ ລັດນີ້ແມ່ນມີທ່າແຮງທາງດ້ານເສດຖະກິດການທ່ອງທ່ຽວ ແລະ ປະຫວັດສາດ ເປັນອີກໜຶ່ງຈຸດໝາຍປາຍທາງຂອງນັກທ່ອງທ່ຽວແລະໃນປີ 2025ງານມະຫະກຳທ່ອງທ່ຽວອາຊຽນ 2025 (ATF 2025) ກໍໄດ້ຈັດຂຶ້ນທີ່ລັດດັ່ງກ່າວ, ອົງການທ່ອງທ່ຽວມາເລເຊຍໄດ້ນຳພາຄະນະສື່ມວນຊົນລາວ ແລະ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາຮ່ວມງານ ໄດ້ເດີນທາງໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງລັດ ຈໍຮໍ ບາຣູໃນລະຫວ່າງ ວັນທີ 17 -18 ມັງກອນ ຜ່ານມາຊຶ່ງໃນມື້ທຳອິດກໍຄືວັນທີ 17 ມັງກອນ 2025 ໄດ້ເດີນທາງໄປຢ້ຽມຊົມ ພິພິທະພັນພະລາຊະວັງສູນລະຕ່ານອາບູບາກາ(The Royal Abu Bakar Museum)ເປັນໜຶ່ງສະຖານທີ່ທ່ອງທ່ຽວທີ່ສຳຄັນທາງປະຫວັດສາດ ແລະ ວັດທະນະທຳຂອງລາສະວົງຈໍຮໍ ພິທິທະພັນແຫ່ງນີ້ຕັ້ງຢູ່ໃກ້ກັບທະເລສາມາດແນມເຫັນວິວທະເລໄດ້ຢ່າງງົດງາມ, ພະລາສະວັງແຫ່ງນີ້ສ້າງຕັ້ງຂຶ້ນໃນປີ 1866 ໂດຍສູນລະຕານອາບູ ບາລາ ທີ່ໄດ້ຮັບການຍົກຍ້ອງເປັນບິດາແຫ່ງຄວາມທັນສະໄໝຂອງຈໍຮໍ ປີ 1990 ພະລາຊະວັງໄດ້ປ່ຽນເປັນພິພິທະພັນເພື່ອໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວໄດ້ຮຽນຮູ້ກ່ຽວກັບລາສະວົງ ແລະ ວັດທະນະທຳຂອງລັດ ຈໍຮໍ.

ພິພິທະພັນແຫ່ງນີ້ໄດ້ມີຫ້ອງວາງສະແດງປະຫວັດຄວາມເປັນມາຂອງລາສະວົງຈໍຮໍ ເຊັ່ນ: ຫ້ອງວາງສະແດງເຄື່ອງປະດັບ, ຊຸດເຄື່ອງແຕ່ງກາຍ, ອາວຸດ ແລະ ເຄື່ອງເຮືອນທີ່ມີຄຸນຄ່າທາງປະຫວັດສາດ ລວມເຖິງຫ້ອງວາງສະແດງປະຫວັດການປົກຄອງຂອງສູນລະຕານອາບູບາລາ ແລະ ສູນລະຕານອົງອື່ນໆ ຊຶ່ງມີຄວາມງົດງາມໃນດ້ານສະຖາປັດຕະຍະກຳຂອງພະລາຊະວັງປະສົມປະສານກັນລະຫວ່າງຮູບແບບມາເລ ແລະ ເອີຣົບສະແດງໃຫ້ເຫັນເຖິງຄວາມງົດງາມຂອງຍຸກສະໄໝ ສະຖານທີ່ແຫ່ງນີ້ເປີດທຸກມື້ ຍົກເວັ້ນວັນສຸກ ເລີ່ມເປີດເວລາ 9:00 ໂມງ ຫາ 17:00 ໂມງ; ການເດີນທາງມາສະຖານທີ່ແຫ່ງນີ້ໃຊ້ເວລາ 10 ຫາ 15 ນາທີ ຈາກຕົວເມືອງ ຈໍຮໍບາຣູ ສາມາດເດີນທາງດ້ວຍລົດປະຈຳທາງ ແລະ ລົດແທັກຊີກໍໄດ້.ຫຼັງຈາກນັ້ນກໍໄດ້ເດີນທາງໄປຢ້ຽມຊົມສະໜາມກິລາJohor Darul Ta'zimF.CStadiumແລະ ໄດ້ມີບໍລິການທ່ອງທ່ຽວອ້ອມຮອບສະໜາມກິລາດ້ວຍລົດ ແຮ໋ມເມີ ( Hummer Tour) ທີ່ມີລັກສະນະຮູບແບບທີ່ທັນສະໄໝ ພ້ອມນັ້ນກໍມີຜູ້ນຳທ່ຽວພາທ່ຽວຊົມດ້ານໃນຂອງສະໜາມກິລາແຫ່ງນີ້ ຊຶ່ງສະໜາມກິລາແຫ່ງດັ່ງກ່າວ ສາມາດບັນຈຸຜູ້ເຂົ້າຊົມໄດ້ເຖິງ 40,000 ຄົນ; ໄດ້ເປີດໃຫ້ບໍລິການໃນປີ 2020 ເປັນສະໜາມກິລາທີ່ມີມາດຕະຖານລະດັບສາກົນ.

ໃນມື້ທີສອງ ທາງອົງການທ່ອງທ່ຽວມາເລເຊຍ ກໍໄດ້ນຳພາຄະນະສື່ມວນຊົນເດີນທາງໄປທ່ຽວຊົມສວນສະໜຸກເລໂກ້ແລນມາເລເຊຍ(LEGOLAND Malaysia)ເປັນສວນສະໜຸກຂະໜາດໃຫຍ່ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ມີເຄື່ອງຫຼິ້ນຫຼາຍກວ່າ 40 ຊະນິດ, ໃນນັ້ນລວມມີສວນສະໜຸກອີກ 7 ແຫ່ງ ສວນສະໜຸກແຫ່ງນີ້ມີເອກະລັກພິເສດຄື: ເລໂກ້ (Lego) ມີຫຸ່ນຕ່າງໆທີ່ຕໍ່ດ້ວຍLego ຫຼາຍກວ່າ 15,000 ຫຸ່ນ; ທີ່ສ້າງດ້ວຍການຕໍ່ເລໂກ້ 60 ລ້ານອັນ ຊຶ່ງຜູ້ທີ່ເຂົ້າໄປທ່ຽວສະຖານທີ່ແຫ່ງນີ້ ແມ່ນອົດບໍ່ໄດ້ແນ່ນອນທີ່ຈະຖ່າຍຮູບ. ເດັກນ້ອຍ ແລະ ຜູ້ໃຫຍ່ສາມາດສຳຜັດປະສົບການຄວາມມ່ວນຊື່ນ ແລະ ສຳຜັດກັບຄວາມສຸກໄດ້ທີ່ສວນໜຸກແຫ່ງນີ້. ນອກຈາກນີ້, ຢູ່ສວນດັ່ງກ່າວຍັງມີພິິພິທະພັນສັດນໍ້າທີ່ເໝາະສຳລັບພໍ່ແມ່ ແລະ ລູກໂດຍມີເອກະລັກກ່ຽວກັບສິ່ງທີ່ມີຊີວິດໃນທ້ອງທະເລ, ເປີດໂອກາດໃຫ້ຜູ້ເຂົ້າຊົມໄດ້ຊົມສິ່ງທີ່ມີຊີວິດໃຕ້ທ້ອງທະເລຕ່າງໆຢ່າງໃກ້ຊິດ, ຮຽນຮູ້ກ່ຽວກັບລະບົບນິເວດທາງທະເລ ແລະ ມີສ່ວນຮ່ວມໃນກິດຈະກຳການສຶກສາສຳຜັດຕົວຈິງໃນທ້ອງທະເລ.

ຫຼັງຈາກທ່ຽວຊົມສວນສະໜຸກເລໂລແລນແລ້ວ ກໍໄດ້ເດີນທາງໄປສູນການຄ້າJohor Premium Outlets (JPO)ຊຶ່ງເປັນສູນການຄ້າທີ່ໄດ້ຮັບຄວາມນິຍົມ ໂດຍມີຮ້ານຂາຍເຄື່ອງທີ່ມີຍີ່ຫຍໍ້ໃນທົ່ວໂລກ;ພ້ອມດ້ວຍສ່ວນຫຼຸດພິເສດທີ່ດຶງດູດລູກຄ້າທີ່ຕ້ອງການສິນຄ້າຄຸນນະພາບໃນລາຄາທີ່ຖືກ, ສູນການຄ້າແຫ່ງນີ້ແມ່ນມີຮ້ານຄ້າຫຼາຍກວ່າ 150 ຮ້ານໄວ້ບໍລິການໃຫ້ລູກຄ້າໄດ້ເລືອກຊື້ສິນຄ້າຕາມຕ້ອງການ ເຊັ່ນ: ຮ້ານຂາຍເຄື່ອງນຸ່ງ, ຮ້ານຂາຍເຄື່ອງສຳອາງ, ຮ້ານຂາຍກະເປົາ;ຮ້ານຂາຍເກີບ; ຮ້ານຂາຍນໍ້າຫອມ ແລະ ອີກຫຼາຍຜະລິດຕະພັນສິນຄ້າ.ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວ ລັດຈໍຮໍບາຣູປະເທດມາເລເຊຍ ໄດ້ເປີດແອັບທັນສະໄໝ ເພື່ອອຳນວຍຄວາມສະດວກບໍລິການໃຫ້ນັກທ່ອງທ່ຽວ ມາທ່ຽວລັດຈໍຮໍແລ້ວແມ່ນຈະໄດ້ຮັບຄວາມປອດໄພ ແລະ ຄວາມປະທັບໃຈຢ່າງແນ່ນອນ.ໃນການເດີນທາງຢ້ຽມຢາມ ແລະ ທ່ອງທ່ຽວໃນຄັ້ງນີ້ ບັນດາສື່ມວນຊົນປະເທດຕ່າງໆແມ່ນມີຄວາມປະທັບໃຈມ່ວນຊື່ນ ແລະ ອົບອຸ່ນໃນການຕ້ອນຮັບແບບເປັນກັນເອງຂອງລັດຈໍຮໍບາຮູ ພ້ອມທັງໄດ້ຊິມລົດຊາດອາຫານທ້ອງຖິ່ນ ທີ່ມີເປັນເອກະລັກສະເພາະຂອງລັດຈໍຮໍບາຣູ ອີກດ້ວຍ.

ຄໍາເຫັນ

ຂ່າວການຮ່ວມມື

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ໃນຕອນບ່າຍວັນທີ 8 ທັນວາຜ່ານມານີ້, ທີ່ ສະພາແຫ່ງຊາດ(ສພຊ), ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 7-10 ທັນວາ 2025.
ເພີ່ມເຕີມ