ງານບຸນນະມັດສະການພະທາດຫຼວງ

ງານບຸນນະ­ມັດ­ສະ­ການພະ­ທາດຫຼວງ ຕ້ອງຮັກສາໄດ້ຮີດຄອງປະເພນີ ຄວາມສະ­ຫງົບ ຄວາມເປັນລະ­ບຽບຮຽບ­ຮ້ອຍ

ເມື່ອເຖິງວັນເພັງເດືອນສິບສອງຂອງທຸກໆປີ ຊາວນະຄອນຫຼວງວຽງຈັນ ກໍຄືປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນຈັດງານບຸນນະມັດສະການພະທາດຫຼວງ

 

 ຊຶ່ງເປັນງານບຸນມະໂຫລານໃຫຍ່ທີ່ສຸດໃນ ສປປ ລາວ. ສຳລັບປີນີ້ ແມ່ນຈັດຂຶ້ນໃນລະຫວ່າງ ວັນທີ 11-15/11/2024.

ບຸນນະມັດສະການພະທາດຫຼວງ ໄດ້ສະແດງໃຫ້ເຫັນເຖິງວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາວພຸດ ກໍຄືຊາວລາວທັງຊາດ ໂດຍປະກອບມີພິທີສຳຄັນທາງສາສະໜາເຊັ່ນ: ພິທີສູດປະລິຕະມຸງຄຸນ, ແຫ່ຜາສາດເຜິ້ງ, ພິທີວຽນທຽນ, ຈູດທູບທຽນ, ບັ້ງໄຟ, ສັກກະລະບູຊາອົງພະທາດຫຼວງ ແລະ ຕັກບາດສັງຄະທານ. ພ້ອມນີ້, ຍັງມີການສະແດງມະໂຫລີ, ສິລະປະ-ວັນນະຄະດີ, ພິທີແຫ່ລູກຄີ ແລະ ການແຂ່ງຂັນກິລາພື້ນເມືອງປະເພດຕີຄີ, ກິລາຕີມວຍ, ມີງານວາງສະແດງສິນຄ້າຈາກຫຼາກຫຼາຍຫ້າງຮ້ານ. ສະເພາະປີນີ້, ງານວາງສະແດງສິນຄ້າທີ່ເດີ່ນພະທາດຫຼວງປະກອບມີສິນຄ້າ; “ໜຶ່ງເມືອງໜຶ່ງຜະລິດຕະພັນ” (ໂອດອບ), ສິນຄ້າຕົວແບບ ແລະ ອື່ນໆ. ຊຶ່ງໃນນີ້, ການວາງສະແດງສິນຄ້າປະເພດຕ່າງໆ ປະມານ 1,625 ຮ້ານ, ສິນຄ້າປະເພດບໍລິສັດຂາເຂົ້າ-ຂາອອກ, ປະເພດເສື້ອຜ້າອາພອນ, ປະເພດສິນຄ້າທົ່ວໄປ ແລະ ເຄື່ອງຫຼິ້ນ, ປະເພດອາຫານ, ເຄື່ອງດື່ມ, ເຂົ້າຫຼາມ-ປິ້ງໄກ່. ສຳ­ລັບການ­ວາງ­ສະ­ແດງຢູ່ສູນການຄ້າລາວ-ໄອເຕັກ ແມ່ນເລີ່ມແຕ່ວັນທີ 7-19 /11/2024, ວາງ­ສະ­ແດງສິນ­ຄ້າດ້ານໃນຕຶກແມ່ນຂາຍສິນ­ຄ້າປະເພດ. ບໍ­ລິ­ສັດຂາອອກ-ຂາເຂົ້າ, ສິນ­ຄ້າທົ່ວໄປ, ສິນ­ຄ້າໄອທີ, ສິນ­ຄ້າ ໂອດັອບ ແລະ SME, ສິນ­ຄ້າເຟີນີເຈີ້, ສິນ­ຄ້າຂອງບັນ­ດາປະ­ເທດອາຊຽນ, ການ­ວາງ­ສະ­ແດງລົດ­ຈັກ ແລະ ລົດໃຫຍ່ສາ­ມາດຮອງຮັບໄດ້ 381 ຮ້ານ. ໃນນີ້ປະ­ກອບມີເຂດບໍ­ລິ­ການຂາຍອາ­ຫານ, ເຂດບໍ­ລິ­ການຂອງບັນປະ­ເທດອາຊຽນ.

ການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ແມ່ນເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະເພນີອັນດີງາມທາງດ້ານວັດທະນະທຳຂອງຊາດລາວ ກໍຄືຊາວນະຄອນຫຼວງວຽງຈັນ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃຫ້ດຳລົງຄົງຢູ່ນຳຊາວລາວຕະຫຼອດໄປ. ພ້ອມທັງເປັນການສ້າງໂອກາດຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ການຜະລິດເປັນສິນຄ້າ.

ປະຕິບັດຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 967/ຈນວ, ລົງວັນທີ 10 ຕຸລາ 2024 ວ່າດ້ວຍການແຕ່ງຕັັ້ງຄະນະກຳມະການຮັບຜິດຊອບ, ກະກຽມ ແລະ ການດຳເນີນການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າປະຈຳປີ 2024. ດັ່ງນັ້ນ ເພື່ອຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ກອງບັນຊາການ ປກສ ນວ ກໍໄດ້ອອກແຈ້ງການສະບັບເລກທີ 619/ປກສ.ນວ, ລົງວັນທີ 4 ພະຈິກ 2024 ວ່າດ້ວຍການເພີ່ມທະວີປ້ອງກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າປະຈຳປີ 2024 ໂດຍໄດ້ຈັດຕັ້ງກຳລັງເຂົ້າປ້ອງກັນ ຢູ່ 2 ຈູດຄື: ຢູ່ເຂດງານບຸນນະມັດສະການພະທາດຫຼວງວຽງຈັນ (ເດີ່ນພະທາດຫຼວງວຽງຈັນ) ແລະ ງານວາງ ສະແດງສິນຄ້າທີ່ສູນການຄ້າລາວ-ໄອເຕັກ ລວມກຳລັງປ້ອງກັນທັງໝົດຈຳນວນ 2,090 ສະຫາຍ. ປະກອບມີກຳລັງຈາກສາມພາກສ່ວນຄື: ກຳລັງ ປກສ 1,133 ສະຫາຍ, ກຳລັງ ປກຊ 357 ສະຫາຍ ແລະ ກຳລັງຊາວໜຸ່ມ 300 ສະຫາຍ, ເຮັດໜ້າທີ່ປ້ອງກັນເວນຍາມຢູ່ 5 ຈຸດໃຫຍ່, 26 ຈຸດຍ່ອຍ. ສະເພາະກໍາລັງຕຳຫຼວດຈະລາຈອນທັງໝົດ 535 ສະຫາຍ ໄດ້ເຮັດໜ້າທີ່ຄວບຄຸມ, ລະບາຍການສັນຈອນ, ການຈອດລົດຕາມເສັ້ນທາງ, ສາຍທາງ, ນັບທັງທາງຮ່ອມ, ທາງຊອຍເຂົ້າ-ອອກງານບຸນທັງໝົດ ມີ 111 ຈຸດ ໂດຍສົມທົບກັບອຳນາດການປົກຄອງທຸກຂັ້ນ ແລະ ກຳລັງກໍ່ສ້າງຮາກຖານ ເພື່ອຮັບປະກັນໄດ້ບັນຍາກາດໃນການຫຼິ້ນບຸນໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ. ພ້ອມກັນນັ້ນ, ກໍໄດ້ຈັດຕັ້ງໜ່ວຍງານໂຄສະນາ, ສະກັດກັ້ນກຸ່ມຄົນບໍ່ດີທີ່ຈະສວຍໂອກາດເຄື່ອນໄຫວລັກຊັບ, ຊີງຊັບ, ແຫກກະເປົາ ແລະ ອື່ນໆ.

ເພື່ອເຮັດໃຫ້ງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງຂາຍສິນຄ້າ ໄດ້ມີບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ, ຍົກສູງຄຸນຄ່າມໍຣະດົກມິ່ງເມືອງຂອງຊາດລາວ, ຮັກສາໄດ້ວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດລາວ ແລະ ຮັບປະກັນໄດ້ຄວາມສະຫງົບ-ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງມວນຊົນລາວ ແລະ ຊາວຕ່າງປະເທດ ທີ່ມາທ່ຽວຊົມບຸນງານບຸນທາດຫຼວງປີນີ້ ຈົ່ງໄດ້ເອົາໃຈໃສ່ປະຕິບັດແຈ້ງການຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນຢ່າງເຄັ່ງຄັດ.

ໂດຍ: ສີວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ