ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ຂອງ​ປະ​ຊາ​ຊົນ”​​ ຮ່ວມກັບ​ຜູ້​ຊົມ​ທົ່ວ​ໂລກ​ພ້ອມ​ກັນ​ຕ້ອນ​ຮັບ​ບຸນ​ກຸດ​ຈີນ​ປີ​ມະ​ໂລງ

ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ຂອງ​ປະ​ຊາ​ຊົນ”​​ ຮ່ວມກັບ​ຜູ້​ຊົມ​ທົ່ວ​ໂລກ​ພ້ອມ​ກັນ​ຕ້ອນ​ຮັບ​ບຸນ​ກຸດ​ຈີນ​ປີ​ມະ​ໂລງ
ເວ​ລາ 20 ໂມງ ວັນ​ທີ 9 ກຸມ​ພານີ້ ຕາມ​ເວ​ລາ​ປັກ​ກິ່ງ, ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ທີ່​ຈັດໂດຍ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG​ ໄດ້​ພົບ​ກັບ​ຜູ້​ຊົມ​ທົ່ວ​ໂລກ​ຕາ​ມ​ກຳ​ນົດ​ເວ​ລາ. ຕະ​ຫຼອດ​ໄລ​ຍະ 40 ກວ່າ​ປີ ​ຜ່ານ​ມາ​ນີ້, “ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ” ໄດ້​ບັນ​ຈຸ​ຄວາມ​ຜູກ​ພັນ​ດ້ານ​ຈິດ​ໃຈ​ອັນ​ພິ​ເສດ​ຂອງ​ຊາວ​ຈີນ​ທົ່ວ​ໂລກ ຈົນ​ໄດ້​ກາຍ​ເປັນ “ງານ​ວັດ​ທະ​ນະ​ທຳ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່”​ ທີ່​ຂາດ​ບໍ່​ໄດ້​ສຳ​ລັບ​ການ​ສະຫຼອງ​ປີ​ໃໝ່​ຂອງ​ຄົນ​ຈີນ.
ນັບ​ແຕ່​ປີ 1983 ເປັນ​ຕົ້ນ​ມາ, ໂທ​ລະ​ພາບ​ສູນ​ກາງ​ຈີນ ຊຶ່ງ​ເປັນ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ​ເມື່ອ​ຮອດ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​ທຸກໆ​ປີ​ກໍ​ຕ້ອງ​ຈັດ​ງານ​ລາ​ຕີ​ສະ​ໂມ​ສອນ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ສັງ​ລວມ​ຄັ້ງ​ໜຶ່ງ ທີ່​ປະ​ຊາ​ຊົນ​ຈີ​ນ​ເອີ້ນ​ກັນ​ວ່າ “ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ” ​ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ກັບ​ລາຍ​ການບັນ​ເທິງທາງໂທ​ລະ​ພາບ​ຈີນ​ທີ່​ມີ​ລະ​ດັບ​ສູງ​ສຸດ.
​ເວ​ທີ “ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ 2024” ໄດ້​ປະ​ຕິ​ບັດ​ຕາມ​ຫຼັກ​ການ “ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ຂອງ​ປະ​ຊາ​ຊົນ”, ເຮັດ​ໃຫ້​ຄົນ​ທຳ​ມະ​ດາ​ສາ​ມັນ​ທຸກ​ສາ​ຂາ​ອາ​ຊີບ​ກາຍ​ເປັນ “ຕົວ​​ສະ​ແດງເອກ” ຂອງ​ງານ, ລາຍ​ການ​ຕ່າງໆ​ແມ່ນ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ຍຸກ​ໃໝ່​ທີ່​ມີ​ຊີ​ວິດ​ຊີ​ວາ​ ແລະ​ ຄຶກ​ຄື້ນ​ມ່ວນ​ຊື່ນ ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄົນ​ຈີນ​ພະ​ຍາ​ຍາມ​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ສະ​ແຫວງ​ຫາ​ຊີ​ວິດ​ທີ່​ດີ​ງາມ.
ຊົມ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ຄັ້ງ​ໜຶ່ງ​ກໍ​ປຽບ​ເໝືອນ​ການ​ເດີນ​ທາງ​ຄັ້ງ​ໜຶ່ງ​ແຫ່ງ​ການ​ສຳ​ຜັດ​ມົນ​ສະ​ເໜ່​ອະ​ລິ​ຍະ​ທຳ​ຈີນ​ປະ​ຫວັດ 5.000 ປີ.
ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນປີ​ນີ້​ຍັງ​ໄດ້​ນຳ​ໃຊ້​ເຕັກ​ນິກ VP ​ແບບຖ່າຍ​ທຳ​ຮູບ​ເງົາ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ສ້າງ​ໃຫ້​ມີ​ລະ​ບົບ​ເຕັກ​ນິກ​ XP+VP ທີ່​ສ້າງ​ພາບ​ຈຳ​ລອງ​ຄວາມ​ຊັດ​ເຈນ​ສູງ ໂດຍ​ນຳ​ໃຊ້​ວິ​ທີ​ການ​ຖ່າຍ​ທຳ​ແບບ​ໃໝ່​ເພື່ອ​ສ້າງ​​ເວ​ທີ​ແບບ​ປະ​ສົມ​ປະ​ສານ​ພາບ​ຈຳ​ລອງ​ກັບ​ພາບ​ຕົວ​ຈິງ​ທີ່​ສວຍ​ສົດ​ງົດ​ງານ​ແລະ​ມີ​ຊີ​ວິດ​ຊີ​ວາ.
ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ປີ​ນີ້​ເປັນ​ງານ​​​ຍິ່ງ​ໃຫຍ່ທີ່​ປະ​ຊາ​ຊົນ​​ຈີນທົ່ວ​ທັງ​ຊາດ​ສັງ​ສັນ​ມ່ວນ​ຊື່​ນ​ຢ່າງ​ຄຶກ​ຄື້ນຄັ້ງ​ໜຶ່ງ ແລະ ​ຍັງ​ເປັນ​ງານ​ສັງ​ສັນ​ມ່ວນ​ຊື່ນ​ສຳ​ລັບ​ຊາວ​ໂລກ​ນຳ​ອີກ. ໜ້າ​ຈໍ​ໂທ​ລະ​ພາບ 3.000 ກວ່າ​ແຜ່ນ​ໃນ​ 90 ຕົວ​ເມືອງ​ຂອງ 49 ປະ​ເທດ​ໃນ​ທົ່ວ​ໂລກ​ໄດ້​ຖ່າຍ​ທອດ​ສົດ​ແລະ​ລາຍ​ງານ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ຂອງCMG ຊຶ່ງ​ເຮັດ​ໃ​ຫ້​ຜູ້​ຊົມ​ຈຳ​ນວນ​ອັນ​ມະ​ຫາ​ສານ​ໃນ​ທົ່ວ​ໂລກ​ຮ່ວມ​ກັນ​ແບ່ງ​ປັນ​ຄວາມ​ມ່ວນ​ຊື່ນ​ຄຶກ​ຄື້ນ​ ແລະ​ ສິ​ລິ​ມຸງ​ຄຸນ​​ແຫ່ງ​ການ​ສະຫຼອງ​ບຸນ​ກຸດ​ຈີນ​ໂດຍ​ຮ່ວມ​ກັນ​ສຳ​ຜັດ​ກັບ​ມົນ​ສະ​ເໜ່​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ບຸນ​ກຸດ​ຈີນ ​ແລະ ວັດ​ທະ​ນະ​ທຳ​ຈີນ​ທ່າມ​ກາງ​ບັນ​ຍາ​ກາດ​ສຽງ​ເພງ​ແລະ​ການ​ຟ້ອນ​ຢ່າງ​​ມ່ວນ​ຊື່ນຄຶກ​ຄື້ນ​ເພື່ອ​ພ້ອມ​ກັນ​ຕ້ອນ​ຮັບ​ປີ​ໃໝ່​ທີ່ໜ້າ​ຄອງ​ຄອຍ​ນີ້.
ຂ່າວ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ອາ​ຊຽນ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ້ານ​ອາ​​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ

ອາ​ຊຽນ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ້ານ​ອາ​​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 22 ຕຸລາ ຜ່ານມາວ່າ: ບັນ​ດາ​ປະ​ເທດອາ​ຊຽນ ພວມ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນເຕີ​ເນັດ, ການ​ສໍ້​ໂກງ​ອອນ​ລາຍ ແລະ ການ​ຄ້າ​ມະ​ນຸດ, ໃນ​ສະ​ພາບ​ການ​ບັນ​ດາ​ເຄືອ​ຂ່າຍ​ອາຊະ​ຍາ​ກຳ​ທີ່​ນັບ​ມື້​ນັບ​ສວຍ​ໃຊ້​ເຕັກ​ໂນ​ໂລ​ຊີເພື່ອ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ຂ້າມ​ຊາ​ຍ​ແດນ.
ອາເມຣິກາ ເກັບຄືນວີຊາ 300.000 ກວ່າວີຊາ

ອາເມຣິກາ ເກັບຄືນວີຊາ 300.000 ກວ່າວີຊາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 20 ຕຸລາ ຜ່ານ, ກະຊວງການຕ່າງປະເທດ ສະຫະລັດອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ອໍາ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ ໂດໂນ ທຣໍາ ໄດ້ເກັບວີຊາ​ຄືນ 300.000 ກວ່າວີຊາ ນັບຕັ້ງແຕ່ທ່ານກັບຄືນມາທຳນຽບຂາວໃນເດືອນມັງກອນ 2025, ໃນ​ຂອບ​ເຂດ​ບັນ​ດາມາດຕະການຄວບຄຸມ​ຜູ້ເຂົ້າເມືອງ ແລະ ແກ້ໄຂກໍລະນີທີ່ຊາວຕ່າງ​ປະ​ເທດ​ລະ​ເມີດ​ກົດໝາຍ ສະຫະລັດ ອາ​ເມ​ຣິ​ກາ.
ສິງ​ກະ​ໂປ​ ຈັດ​ສັນ​ງົບປະມານ 35 ລ້ານ​ໂດ​ລາ​ ​ຊ່ວຍ​ຂະ​ແໜງ​ການ​ຜະ​ລິດຂັ້ນສູງໝູນໃຊ້ AI

ສິງ​ກະ​ໂປ​ ຈັດ​ສັນ​ງົບປະມານ 35 ລ້ານ​ໂດ​ລາ​ ​ຊ່ວຍ​ຂະ​ແໜງ​ການ​ຜະ​ລິດຂັ້ນສູງໝູນໃຊ້ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 21 ຕຸລາ ຜ່ານມາວ່າ: ອົງການ Enterprise Singapore ຊຶ່ງເປັນອົງການຂອງລັດຖະບານສິງກະໂປ ໄດ້ເປີດເຜີຍການຈັດສັນງົບປະມານຫຼາຍກວ່າ 45 ລ້ານໂດລາສິງກະໂປ (ປະມານ 35 ລ້ານໂດລາ) ເພື່ອສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃນຂະແໜງການຜະລິດຂັ້ນສູງໄດ້ມີການໝູນໃຊ້ເຕັກໂນໂລຊີປັນຍາປະດິດ (AI) ຕະຫຼອດໄລຍະ 3 ປີຂ້າງໜ້າ.
ກອງ​ປະ​ຊຸມ​​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ - ຣັດ​ເຊຍ

ກອງ​ປະ​ຊຸມ​​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ - ຣັດ​ເຊຍ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ຫຼີ​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ແລະ ​ທ່ານ​ ອິ​ຄາ​ອີວ ວະ​ລາ​ດີ​ມິ​ໂຣ​ວິກ ມິ​ຊຸ​ສຕິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ ​ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ-ຣັດ​ເຊຍ​ ທີ່​ນະ​ຄອນ​ຊານ​ປີເຕີ​ສະ​ເບີກ​ ປະເທດ​ຣັດ​ເຊຍ.
ທ່ານ ໂຕ​ເລິມ ສະ​ເໜີ​ສຸມ​ໃສ່ 3 ທິດ​ທາງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ຫວຽດ​ນາມ-ອີ​ຢູ

ທ່ານ ໂຕ​ເລິມ ສະ​ເໜີ​ສຸມ​ໃສ່ 3 ທິດ​ທາງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ຫວຽດ​ນາມ-ອີ​ຢູ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສະ​ຫະ​ພາບເອີ​ຣົບ (ອີ​ຢູ) ແລະ ຣາ​ຊະ​ອາ​ນາ​ຈັກ ແບນ​ຊິກ ຢ່າງ​ເປັນ​ທາງ​ການ, ໃນ​ວັນ​ທີ 22 ຕຸ​ລາ ຜ່ານມາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ​ກັບ​ການ​ນຳ​ວິ​ສາ​ຫະ​ກິດ​ດີ​ເດັ່ນ ເອີ​ຣົບ ແລະ ແບນ​ຊິກ.
ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້

ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ອົງການຈ້າງງານ ແລະ ທັກສະ ຂອງອົສຕຣາລີໄດ້ອອກບົດລາຍງານປະຈຳປີ 2026, ໂດຍເປີດເຜີຍວ່າຊາວອົສຕຣາລີໃຊ້ເຄື່ອງມືປັນຍາປະດິດ (AI) ໃນຊີວິດປະຈຳວັນເຖິງ 13.6 ລ້ານຄົນ. ໂດຍສະເພາະ, ກຸ່ມປະຊາກອນໃນໄວເຮັດວຽກ, ທີ່ມີອາຍຸ 25-34 ປີ ແລະ 35-49 ປີ, ໃຊ້ AI ທຸກໆມື້ເຖິງ 74% ແລະ 72% ຕາມລຳດັບ.
ບໍ​ລິ​ສັດ​ສິງ​ກະ​ໂປ​ ຕັ້ງ​ເປົ້າ​ຈະ​ເພີ່ມ​ສະມັດຖະພາບ​ໃຫ້​ສູນ​ຂໍ້​ມູນ AI ໃນ​ມາ​ເລ​ເຊຍ

ບໍ​ລິ​ສັດ​ສິງ​ກະ​ໂປ​ ຕັ້ງ​ເປົ້າ​ຈະ​ເພີ່ມ​ສະມັດຖະພາບ​ໃຫ້​ສູນ​ຂໍ້​ມູນ AI ໃນ​ມາ​ເລ​ເຊຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ບໍລິສັດ Aolani, ຜູ້ໃຫ້ບໍລິການ Neocloud ຫຼື ລະບົບໂຄງສ້າງພື້ນຖານຄລາວ ໃນສິງກະໂປ, ໄດ້ລົງນາມໃນໜັງສືສະແດງເຈດຈຳນົງເພື່ອສ້າງສະມັດຖະພາບດ້ານສູນຂໍ້ມູນປັນຍາປະດິດ (AI) ຂະໜາດ 500 ເມກາວັດໃນປະເທດມາເລເຊຍ, ໂດຍການດໍາເນີນງານຈະເລີ່ມຕົ້ນໃນເຄິ່ງທີ່ສອງຂອງປີ 2027.
ຮອດດັອກ ແລະ ຊີ້ນແປຮູບ ອາດເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ໃຫຍ່

ຮອດດັອກ ແລະ ຊີ້ນແປຮູບ ອາດເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ໃຫຍ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ສະຖາບັນຄົ້ນຄວ້າທາງການແພດ QIMR Berghoffer ໃນອົສຕຣາລີ ໄດ້ລາຍງານກ່ຽວກັບການສຶກສາລະດັບສາກົນທີ່ພົບວ່າ, ການບໍລິໂພກອາຫານທີ່ຜ່ານການແປຮູບຂັ້ນສູງ (ultra-processed foods)ໂດຍລວມບໍ່ມີຄວາມກ່ຽວຂ້ອງກັບການເປັນມະເຮັງລຳໄສ້ໃຫຍ່. ເຖິງຢ່າງໃດກໍຕາມ, ເມື່ອກວດສອບອາຫານແຍກແຕ່ລະປະເພດພົບວ່າ: ອາຫານບາງຊະນິດມີສ່ວນກ່ຽວຂ້ອງກັບຄວາມສ່ຽງຂອງການເປັນມະເຮັງລຳໄສ້ໃຫຍ່ທີ່ສູງຂຶ້ນ, ໃນຂະນະທີ່ອາຫານບາງຊະນິດມີສ່ວນກ່ຽວຂ້ອງກັບຄວາມສ່ຽງທີ່ຫຼຸດລົງ.
ອິນ​ໂດ​ເນ​ເຊຍ ເລັ່ງ​ເຮັດຝົນທຽມ ​​ຕ້ານ​ໝອກ​ຄວັນ​ໄຟ​ໄໝ້​ປ່າ

ອິນ​ໂດ​ເນ​ເຊຍ ເລັ່ງ​ເຮັດຝົນທຽມ ​​ຕ້ານ​ໝອກ​ຄວັນ​ໄຟ​ໄໝ້​ປ່າ

ຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ສືບຕໍ່ປະຕິບັດການເຮັດຝົນທຽມ ໂດຍການໃຊ້ເກືອ ແລະ ນ້ຳກ້ອນແຫ້ງ ບັນເທົາວິກິດການໝອກຄວັນທີ່ເກີດຈາກໄຟໄໝ້ປ່າໃນ 4 ແຂວງຄື: ຊູມາຕຣາໃຕ້, ກາລິມັນຕັນກາງ, ກາລິມັນຕັນໃຕ້ ແລະ ກາລິມັນຕັນຕາເວັນຕົກ ຊຶ່ງຫຼ້າສຸດຝົນໄດ້ເລີ່ມຕົກໃນຫຼາຍພື້ນທີ່ແລ້ວ.
ຈີນ ສຳ​ເລັດ​ການ​ຍິງ​ຈະ​ຫຼວດ​ສົ່ງ​ຍານ GSX-1SY8 ຂຶ້ນ​ສູ່​ອະ​ວະ​ກາດ

ຈີນ ສຳ​ເລັດ​ການ​ຍິງ​ຈະ​ຫຼວດ​ສົ່ງ​ຍານ GSX-1SY8 ຂຶ້ນ​ສູ່​ອະ​ວະ​ກາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ເວ​ລາ 11 ໂມງ 39 ນາ​ທີ​ ຂອງວັນ​ທີ 21 ຕຸ​ລາ​ນີ້, ຢູ່​ສູນ​ສົ່ງ​ດາວ​ທຽມ​ທ້າຍຢວນ​ຂອງ​ຈີນ,
ເພີ່ມເຕີມ