ປັດຈຸບັນ, ທາງລົດໄຟຄວາມໄວສູງຈີນໄດ້ໃຫ້ບໍລິການຢູ່ຕົວເມືອງທີ່ມີປະຊາກອນຫຼາຍກວ່າ 500,000 ຄົນຂອງຈີນເຖິງ 97% ໂດຍໄດ້ສ້າງເປັນລະບົບເຕັກໂນໂລຊີທາງລົດໄຟຄວາມໄວສູງທີ່ຄົບຊຸດ ແລະ ເປັນລະບົບ. ຂະບວນລົດໄຟ ຟູ້ຊິງ ໄດ້ສໍາເລັດການໃຫ້ບໍລິການທາງການຄ້າດ້ວຍຄວາມໄວ 350 ກິໂລແມັດຕໍ່ຊົ່ວໂມງ. ຈີນສາມາດເປີດບໍລິການຂະບວນລົດໄຟເຖິງ 10.000 ຂະບວນຕໍ່ມື້, ທັງສາມາດຂົນສົ່ງຜູ້ໂດຍສານ 16.000.000 ເທື່ອຄົນຕໍ່ມື້ ແລະ ໄດ້ຂົນສົ່ງຜູ້ໂດຍສານທັງໝົດຫຼາຍກວ່າ 22 ຕື້ 900 ລ້ານເທື່ອຄົນໃນໄລຍະທີ່ຜ່ານມາ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ຄໍາເຫັນ