ງານວາງສະແດງສິນຄ້າສົ່ງອອກ ລາວ-ຈີນ 2024

ງານວາງສະແດງສິນຄ້າສົ່ງອອກ ລາວ-ຈີນ 2024
ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດງານວາງສະແດງສິນຄ້າສົ່ງອອກ ລາວ-ຈີນ (ຢຸນນານ) ຂຶ້ນໃນວັນທີ2 ກຸມພາ ຜ່ານມາ ທີ່ສູນການຄ້າວຽງຈັນເຊັນເຕີ,ເປັນກຽດເຂົ້າຮ່ວມພິທີເປີດງານ ໂດຍທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຫາຍສຽນ ຮອງເລຂານຸການສະຖານທູດຈີນປະຈຳ ສປປ ລາວ, ທ່ານ ເຈີນ ຊຸນຫຼີນ ຜູ້ຕາງໜ້າຫ້ອງການວິສາຫະກິດແຂວງຢຸນນານປະຈຳລາວ ພ້ອມດ້ວຍບັນດາທ່ານແຂກຖືກເຊີນ.
ໃນພິທີ, ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳກະຊວງອຸດສາຫະກຳ ແລະ ການຄ້າກ່າວວ່າ: ງານວາງສະແດງສິນຄ້າສົ່ງອອກ ລາວ-ຈີນ Lao-China (Yunnan) Export Fair 2024 ຊຶ່ງຈັດຂຶ້ນເປັນຄັ້ງທໍາອິດໃນຕົ້ນປີ 2024 ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ. ງານວາງສະແດງ ຄັ້ງນີ້ ເປັນໝາກຜົນໜຶ່ງຂອງແຜນແມ່ບົດການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງສອງຝ່າຍ ລາວ-ຈີນ ເປັນເວທີໜຶ່ງໃນການເພີ່ມທະວີດ້ານການຄ້າ, ການລົງທຶນຂອງສອງປະເທດຢ່າງເປັນຮູບປະທຳ. ນອກຈາກນີ້, ຍັງເປັນງານທີ່ສຳຄັນ ຈະໄດ້ມີການພົບປະແລກປ່ຽນບົດຮຽນນຳກັນ ລະຫວ່າງພາກລັດ ກໍຄືພາກທຸລະກິດ ຂອງລາວ ກັບ ຈີນ (ຢຸນນານ) ແລະ ເປັນພື້ນຖານໃຫ້ແກ່ ການຮ່ວມມືຈັດງານວາງສະແດງສິນຄ້າຮ່ວມກັນໃນອະນາຄົດ. 
ຕະຫຼອດໄລຍະຜ່ານມາ, ລັດຖະບານຂອງສອງປະເທດ ໄດ້ຊຸກຍູ້ສົ່ງເສີມການຮ່ວມມືຢ່າງຮອບດ້ານເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມຈະເລີນກ້າວໜ້າໃຫ້ກັບປະເທດຊາດ, ສ້າງຄວາມເປັນຢູ່ທີ່ດີຂຶ້ນໃຫ້ກັບປະຊາຊົນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ກັບນັກທຸລະກິດຂອງທັງສອງປະເທດໄດ້ມີການລົງທຶນຄ້າຂາຍຮ່ວມກັນ;ແຂວງຢຸນນານ ເປັນແຂວງໜຶ່ງ ທີ່ນັກລົງທຶນເຂົ້າມາລົງທຶນຢູ່ລາວຈຳນວນຫຼາຍສົມຄວນ ແລະ ເປັນແຂວງທີ່ມີທີ່ຕັ້ງອັນສໍາຄັນເປັນປ້ອມດ່ານໜ້າ ກໍຄືເປັນປະຕູເຂົ້າສູ່ ສປ ຈີນ ຂອງ ສປປ ລາວ ຊຶ່ງການເດີນທາງຂອງປະຊາຊົນ ກໍຄື ສິນຄ້າຜ່ານທາງລົດ, ທາງລົດໄຟ ແມ່ນຕ້ອງໄປຜ່ານແຂວງຢູນນານ.
ຄຽງຄູ່ກັນນັ້ນ, ປະຊາຊົນສອງຊາດລາວ-ຈີນ ໄດ້ມີມູນເຊື້ອອັນຍາວນານ ຄວາມສາມັກຄີມິດຕະພາບ ແລະ ການໄປມາຫາສູ່ຊຶ່ງກັນ ແລະ ກັນ,ຈຶ່ງມີເງື່ອນໄຂສະດວກໃຫ້ແກ່ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກັບ ສປປ ລາວ ກັບ ແຂວງຢຸນນານ ຫຼາຍກວ່າແຂວງອື່ນໆ ແລະ ຍັງເປັນແຂວງທີ່ມີຍຸດທະສາດເປັນປະຕູເຊື່ອມຕໍ່ຂອງ ສປ ຈີນ ລົງສູ່ອາຊີຕາເວັນອອກສ່ຽງໃຕ້ຜ່ານເສັ້ນທາງລົດໄຟລາວ-ຈີນ (ຄຸນໝິງ ຫາ ນະຄອນຫຼວງວຽງຈັນ) ກາຍເປັນເສັ້ນທາງໂດຍສານ ແລະ ການຂົນສົ່ງສິນຄ້າທັງສອງຝ່າຍ ແລະ ພາກພື້ນ, ທັງມີຂອບການຮ່ວມມືຜ່ານຄະນະປະສານງານພາກເໜືອ ສປປ ລາວ ກັບ ແຂວງຢຸນນານ ສປ ຈີນ ອີກຕື່ມ.
ມາຮອດປີ 2023, ວິສາຫະກິດແຂວງຢຸນນານໄດ້ມາລົງທຶນຢູ່ໃນ ສປປ ລາວ ທັງໝົດ 289 ແຫ່ງ, ມູນຄ່າການລົງທຶນທັງໝົດ 4.231 ຕື້ໂດລາ, ແຕ່ປີ 2019-2022,ມູນຄ່າການຄ້າຂອງແຂວງຢຸນນານກັບລາວທັງໝົດແມ່ນ 5.434 ຕື້ໂດລາ ອັດຕາການຄ້າລະຫວ່າງແຂວງຢຸນນານກັບລາວເພີ່ມຂຶ້ນ 33,7% ເມື່ອທຽບໃສ່ປີກາຍ. ນອກຈາກນີ້, ແຂວງຢຸນນານ ແລະ ລາວໄດ້ສຸມໃສ່ພັດທະນາ ແລະ ກໍ່ສ້າງຕາມເຂດແລວທາງລົດໄຟຈີນ-ລາວ, ໂຄງການກໍ່ສ້າງເຂດຮ່ວມມືເສດຖະກິດລາວ-ຈີນ ບໍ່ຫານ-ບໍ່ເຕ່ນ, ໂຄງການເຂດພັດທະນາກວມລວມໄຊເສດຖາ ແລະ ໂຄງການທາງດ່ວນລາວ-ຈີນນະຄອນຫຼວງວຽງຈັນ-ບໍ່ເຕ່ນ. ມີຫຼາຍວິສາຫະກິດທີ່ດີເດັ່ນຂອງແຂວງຢຸນນານມາລົງທຶນຢູ່ລາວ, ຊຸກຍູ້ການລ້ຽງງົວ, ຄວາຍ ແລະ ຜະລິດຕະພັນກະສິກຳອື່ນໆຂອງລາວເຂົ້າສູ່ຕະຫຼາດຈີນ ແລະ ຍົກລະດັບປະສິດທິຜົນຂອງກົນໄກຮ່ວມມືລະຫວ່າງແຂວງຢຸນນານກັບ 10 ແຂວງພາກເໜືອຂອງລາວ.ກົມກອງແລະວິສາຫະກິດທີ່ກ່ຽວຂ້ອງຂອງແຂວງຢຸນນານ ແລະ ລາວໄດ້ລົງນາມໃນໂຄງການຮ່ວມມືຫຼາຍຂະແໜງເຊັ່ນ: ດ້ານການເງິນ, ພະລັງງານ, ກະສິກຳ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆ.ງານດັ່ງກ່າວ ດໍາເນີນຈົນເຖິງວັນທີ5 ກຸມພານີ້  ທີ່ສູນການຄ້າວຽງຈັນເຊັນເຕີ. 
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ເພີ່ມເຕີມ