ນີເຊຣີພົບຜູ້ເສຍຊີວິດ 42 ຄົນ ຍ້ອນພະຍາດໝາກແດງ 

ນີເຊຣີພົບຜູ້ເສຍຊີວິດ 42 ຄົນ ຍ້ອນພະຍາດໝາກແດງ 
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ຄະນະກຳມະການດ້ານສາທາລະນະສຸກຂອງລັດອະດາມາວາ ທາງທິດຕາເວັນອອກສ່ຽງເໜືອຂອງປະເທດນີເຊຣີ ເປີດເຜີຍວ່າ: ມີຜູ້ເສຍຊີວິດແລ້ວ42 ຄົນ ຈາກການລະບາດຂອງພະຍາດໝາກແດງ ໃນເວລາພຽງ 1 ອາທິດກວ່າ.
ອົງການອະນາໄມໂລກ (WHO) ລະບຸວ່າ: ພະຍາດໝາກແດງ ເປັນໂຣກຕິດຕໍ່ຮ້າຍແຮງທີ່ເກີດຈາກເຊື້ອໄວຣັດທີ່ແຜ່ລະບາດໄດ້ທາງອາກາດ ຊຶ່ງສ່ວນຫຼາຍສົ່ງຜົນກະທົບຕໍ່ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ໂດຍພະຍາດດັ່ງກ່າວສາມາດປ້ອງກັນໄດ້ດ້ວຍການສັກວັກຊິນ 2 ໂດສ ຊຶ່ງສາມາດປ້ອງກັນການເສຍຊີວິດໄດ້ຫຼາຍກວ່າ 50 ລ້ານຄົນ ນັບຕັ້ງແຕ່ປີ 2000.
ທ່ານ ເຟລິກ ທັງວາມີ ກຳມະການດ້ານສາທາລະນະສຸກຂອງລັດອະດາມາວາ ກ່າວວ່າ: ການລະບາດຂອງພະຍາດໝາກແດງ ສ່ວນຫຼາຍສົ່ງຜົນກະທົບຕໍ່ພື້ນທີ່ຂອງລັດຖະບານທ້ອງຖິ່ນ 2 ແຫ່ງ ຊຶ່ງມີຜູ້ເສຍຊີວິດ 42 ຄົນ ຈາກຜູ້ສົງໄສວ່າຕິດເຊື້ອເກືອບ 200 ຄົນ.
ທ່ານ ເຟລິກທັງວາມີ ລະບຸໃນການຖະແຫຼງຂ່າວວ່າ: ວັກຊິນພະຍາດໝາກແດງ ໄດ້ຮັບການແຈກຢາຍໄປສູ່ພື້ນທີ່ເຫຼົ່ານັ້ນແລ້ວ ແລະ ທີມງານພາກສະໜາມຂອງພວກເຮົາ ກຳລັງເຂົ້າຄວບຄຸມສະຖານະການ.

ຄໍາເຫັນ

ຂ່າວຕ່າງປະເທດ

​ເຂົ້າ​ໃຈ​ອຸ​ດົມ​ການ​ເພື່ອ​ປະ​ຊາ​ຊົນ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈາກ “ຜ້າ​ຫົ່ມ​ເຄິ່ງ​ຜືນ”

​ເຂົ້າ​ໃຈ​ອຸ​ດົມ​ການ​ເພື່ອ​ປະ​ຊາ​ຊົນ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈາກ “ຜ້າ​ຫົ່ມ​ເຄິ່ງ​ຜືນ”

ປີ​ນີ້​ແມ່ນປີ​ຄົບ​ຮອບ 90 ປີ​ ແຫ່ງ​ໄຊ​ຊະ​ນະ​ຂອງ​ການ​ເດີນ​ທັບ​ທາງ​ໄກ​ຂອງກອງ​ທັບ​ແດງ​ກຳ​ມະ​ກອນ​ ແລະ ​ຊາວ​ນາ​ຈີນ. ການ​ເດີນ​ທັບ​ທາງ​ໄກ​ອັນ​ຍິ່ງ​ໃຫຍ່ໄດ້​ຂ້າມ​ຜ່ານ​​ແມ່​ນ້ຳ​ໝື່ນ​ສາຍ ແລະ ພູ​ຜາ​ຫຼາຍ​ພັນ​ໜ່ວຍ​ຄັ້ງ​ນີ້ບໍ່​ພຽງ​ແຕ່​ແມ່ນ​ເລື່ອງມະ​ຫັດ​ສະ​ຈັນ​​ໃນປະ​ຫວັດ​ສາດ​ທາງ​ການ​ທະ​ຫານ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ກຳ​ລັງ​ທາງ​ຈິດ​ໃຈທີ່​ສາ​ມາດ​ຂ້າມ​ຜ່ານ​ຊາຍ​ແດນ ແລະ ເຊີດ​ຊູ​ກຳ​ລັງ​ໃຈ​ຂອງ​ຄົນ​ທັງຫຼາຍ​ອີກ​ດ້ວຍ. ເລື່ອງ “ຜ້າ​ຫົ່ມ​ເຄິ່ງ​ຜືນ” ຂອງ​ບ້ານ​ຊ່າ​ໂຈ່ວ​ ແຂວງ​ຫູ​ໜານ ບໍ່​ໄດ້​ກ່ຽວ​ພັນ​ກັບ​ແປວ​ໄຟ​ສົງ​ຄາມ​ທີ່​ດຸ​ເດືອດ, ແຕ່​ພັດ​ໄດ້​ເປີດ​ເຜີຍ​ຄຳ​ຕອບ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ແກ່​ໂລກດ້ວຍ​ຄວາມ​ອົບ​ອຸ່ນ​ທີ່​ບໍ​ລິ​ສຸດ​ທີ່​ສຸດ, ນັ້ນ​ຄື: ຮັກ​ແພງ​ປະ​ຊາ​ຊົນ​ທີ່​ສຸດ.
ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ

ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ (BOK) ໄດ້ເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາວ່າ, ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ, ໂດຍໄດ້ຮັບຜົນກະທົບຈາກການຫຼຸດລົງຂອງຕະຫຼາດຫຼັກຊັບ ແລະ ຄວາມກັງວົນກ່ຽວກັບຄວາມເຄັ່ງຕຶງໃນຕາເວັນອອກກາງ.
ສິງກະໂປ ເປີດໂຄງການພັດທະນາຜູ້ຊ່ຽວຊານດ້ານພະລັງງານນິວເຄລຍ

ສິງກະໂປ ເປີດໂຄງການພັດທະນາຜູ້ຊ່ຽວຊານດ້ານພະລັງງານນິວເຄລຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ - ອຸດສາຫະກຳ ແລະ ອົງການຄຸ້ມຄອງຕະຫຼາດພະລັງງານ (EMA) ສິງກະໂປ ໄດ້ປະກາດໂຄງການພັດທະນາຊັບພະຍາກອນມະນຸດ 3 ໂຄງການ ເພື່ອພັດທະນາຜູ້ຊ່ຽວຊານດ້ານພະລັງງານນິວເຄລຍ, ໃນຂະນະທີ່ລັດຖະບານກໍາລັງປະເມີນຄວາມເປັນໄປໄດ້ຂອງການນຳໃຊ້ເຕັກໂນໂລຊີນິວເຄລຍທີ່ກ້າວໜ້າສຳລັບການຜະລິດໄຟຟ້າ ຊຶ່ງແຜນການພັດທະນາຊັບພະຍາກອນມະນຸດນີ້ຍັງຈະຊ່ວຍສະໜັບສະໜູນການກະກຽມຄວາມພ້ອມສຳລັບການທົບທວນໂຄງສ້າງພື້ນຖານພະລັງງານນິວເຄລຍຂອງອົງການພະລັງງານປະລະມານູສາກົນ (IAEA) ຊຶ່ງມີກຳນົດຈັດຂຶ້ນໃນປີ 2027.
4 ປະເທດເຫັນດີສືບຕໍ່ເຈລະຈາດ້ານສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນອາຊີຕາເວັນຕົກ

4 ປະເທດເຫັນດີສືບຕໍ່ເຈລະຈາດ້ານສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນອາຊີຕາເວັນຕົກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 26 ຕຸ​ລາ ຜ່ານມາ, ອີ​ຣານ, ຊາອຸດິດ ອ​າ​ຣັບ​ບີ​, ຕຸ​ຣາ​ເຄຍ ແລະ ປາ​ກິສຖານ​ໄດ້​ຈັດ​ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ຢູ່​ນະ​ຄອນຫຼວງ​ເຕ​ເຮ​ຣານ​ ປະເທດ​ອີ​ຣານ ພ້ອມ​ທັງ​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ວ່າ: ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຈ​ລະ​ຈາ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​​ມື​ດ້ານ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ຕົກ.
ອິນໂດເນເຊຍ ສົ່ງລົດເມອົກຊີເຈນຊ່ວຍປະຊາຊົນຮັບມືກັບຄວັນໄຟໄໝ້ປ່າທີ່ຮ້າຍແຮງ

ອິນໂດເນເຊຍ ສົ່ງລົດເມອົກຊີເຈນຊ່ວຍປະຊາຊົນຮັບມືກັບຄວັນໄຟໄໝ້ປ່າທີ່ຮ້າຍແຮງ

ຂ່າວຕ່າງປະເທດລາຍງານໃນວັນທີ 27 ຕຸລາ ຜ່ານມາວ່າ: ເຈົ້າໜ້າທີ່ອິນໂດເນເຊຍໄດ້ນຳໃຊ້ລົດເມທີ່ຕິດຕັ້ງຖັງອົກຊີເຈນເພື່ອໃຫ້ບໍລິການແກ່ປະຊາຊົນໃນເມືອງປາລັງກາຣາຍາ ເທິງເກາະບໍນຽວ, ຫຼັງຈາກການເພີ່ມຂຶ້ນຂອງຄົນເຈັບພະຍາດທາງເດີນຫາຍໃຈທີ່ເກີດຈາກຄວັນໄຟໄໝ້ປ່າ, ໃນຂະນະທີ່ສະຖານະການໄຟໄໝ້ປ່າບໍ່ມີສັນຍານວ່າຈະຫຼຸດລົງ.
ກຳລັງຕິດຕັ້ງໄຟຟ້າພະລັງງານລົມ ແລະ ແສງຕາເວັນຂອງຈີນ ບັນລຸລື່ນ 2 ຕື້ກິໂລວັດ

ກຳລັງຕິດຕັ້ງໄຟຟ້າພະລັງງານລົມ ແລະ ແສງຕາເວັນຂອງຈີນ ບັນລຸລື່ນ 2 ຕື້ກິໂລວັດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 27 ຕຸລາ ຜ່ານມາວ່າ: ອົງການພະລັງງານແຫ່ງຊາດຈີນປະກາດໃນວັນທີ 26 ຕຸລາ ຜ່ານມາວ່າ, ນັບມາຮອດທ້າຍເດືອນກັນຍາປີນີ້, ກຳລັງຕິດຕັ້ງໄຟຟ້າພະລັງງານລົມ ແລະ ພະລັງງານແສງຕາເວັນຂອງຈີນບັນລຸເຖິງ 2.01 ຕື້ກິໂລວັດ. ໃນນັ້ນ, ກໍາລັງຕິດຕັ້ງໄຟຟ້າພະລັງງານແສງຕາເວັນມີເຖິງ 1.31 ຕື້ກິໂລວັດ, ເພີ່ມຂຶ້ນ 16.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຂະນະທີ່ກຳລັງຕິດຕັ້ງໄຟຟ້າພະລັງງານລົມມີເຖິງ 700 ລ້ານກິໂລວັດ, ເພີ່ມຂຶ້ນ 20.4%.
ຫວຽດນາມ ສົ່ງອອກ - ນໍາເຂົ້າສິນຄ້າ ໃກ້ຈະບັນລຸ 1,000 ຕື້ໂດລາ

ຫວຽດນາມ ສົ່ງອອກ - ນໍາເຂົ້າສິນຄ້າ ໃກ້ຈະບັນລຸ 1,000 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 27 ຕຸລາ ຜ່ານມາວ່າ: ນັບຮອດວັນທີ 15 ຕຸລາ, ຍອດ​ວົງ​ເງິນ​ສົ່ງ​ອອກ - ນໍາເຂົ້າ ສິນ​ຄ້າຂອງ ຫວຽດນາມ ບັນລຸ 945 ຕື້ກວ່າໂດລາ, ເພີ່ມຂຶ້ນຫຼາຍກວ່າ 31% ເມື່ອທຽບກັບໄລຍະດຽວກັນຂອງປີ 2025. ຫວຽດນາມ ຍັງ​ຂາດພຽງປະມານ 55 ຕື້ໂດລາ ເທົ່ານັ້ນຈະ​ບັນ​ລຸ​ໄດ້ເປົ້າໝາຍ 1.000 ຕື້ໂດລາ.
ໜຶ່ງໃນສາມຄົວເຮືອນ ຂອງອົສຕຣາລີປະເຊີນກັບຄວາມບໍ່ໝັ້ນຄົງດ້ານອາຫານ

ໜຶ່ງໃນສາມຄົວເຮືອນ ຂອງອົສຕຣາລີປະເຊີນກັບຄວາມບໍ່ໝັ້ນຄົງດ້ານອາຫານ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ບົດລາຍງານໃໝ່ຈາກ Foodbank Australia ຊຶ່ງເປັນອົງການທີ່ບໍ່ຂຶ້ນກັບລັດຖະບານຂອງອົສຕຣາລີ ເປີດເຜີຍວ່າ, ປະມານໜຶ່ງສ່ວນສາມ ຫຼື 33% ຂອງຄົວເຮືອນອົສຕຣາລີປະສົບກັບຄວາມບໍ່ໝັ້ນຄົງດ້ານອາຫານໃນ 12 ເດືອນຜ່ານມາ ຊຶ່ງເພີ່ມຂຶ້ນຈາກ 32.5% ໃນປີ 2024 ແລະ 32.8% ໃນປີ 2025. ໂດຍຄອບຄົວທີ່ມີລູກແມ່ນກຸ່ມທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ.
ຈີນ​ ສ້າງ​​ເມືອງ ແລະ​ ແຂວງ​ແຮກ​ສ່ຽວ 3,196 ຄູ່​ກັບ 153 ປະ​ເທດ

ຈີນ​ ສ້າງ​​ເມືອງ ແລະ​ ແຂວງ​ແຮກ​ສ່ຽວ 3,196 ຄູ່​ກັບ 153 ປະ​ເທດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ສະ​ມາ​ຄົມມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ​​ຂອງປະ​ຊາ​ຊົນ​ຈີນ​​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ, ຈີນ​ໄດ້​ສ້າງ​ເມືອງ ແລະ ​ແຂວງ​ແຮກ​ສ່ຽວ 3,196 ຄູ່​ກັບ 153 ປະ​ເທດ​ໃນ​ໂລກ.
ສິງກະໂປ - ຊາອຸດິດ ອາຣັບບີ ຮ່ວມມືກັນສ້າງຕັ້ງສະຖານທີ່ເກັບມ້ຽນນ້ຳມັນດິບໃນສິງກະໂປ

ສິງກະໂປ - ຊາອຸດິດ ອາຣັບບີ ຮ່ວມມືກັນສ້າງຕັ້ງສະຖານທີ່ເກັບມ້ຽນນ້ຳມັນດິບໃນສິງກະໂປ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ ແລະ ອຸດສາຫະກຳສິງກະໂປ ກັບ ກະຊວງພະລັງງານຂອງ ຊາອຸດິດ ອາຣັບບີ ໄດ້ປະກາດແຜນການຮ່ວມກັນເພື່ອສ້າງຕັ້ງສະຖານທີ່ເກັບຮັກສານ້ຳມັນດິບຂອງຊາອຸດິດ ອາຣັບບີ ໃນຖ້ຳໃຕ້ດິນ Jurong ຂອງສິງກະໂປ ໃນລະຫວ່າງເດືອນກໍລະກົດ ຫາ ເດືອນທັນວາ 2027. ຫຼັງຈາກມີການລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ ບໍລິສັດ Saudi Aramco ບໍລິສັດນ້ຳມັນແຫ່ງຊາດຊາອຸດິດ ອາຣັບບີ, ອົງການກຳກັບດູແລຕະຫຼາດພະລັງງານຂອງສິງກະໂປ ແລະ ບໍລິສັດ JTC. ການເຈລະຈາລະອຽດຄາດວ່າຈະສຳເລັດໃນເດືອນຂ້າງໜ້າ.
ເພີ່ມເຕີມ