ນວ ກຳນົດຫຼາຍກິດຈະກຳທາງສາສະໜາ ໂອກາດປີໃໝ່ລາວ ພ.ສ 2567

ນວ ກຳນົດຫຼາຍກິດຈະກຳທາງສາສະໜາ ໂອກາດປີໃໝ່ລາວ ພ.ສ 2567
ເພື່ອເປັນການກະກຽມຄວາມພ້ອມ ງານສະຫຼອງບຸນປີໃໝ່ລາວ ພ.ສ 2567 ຕິດພັນກັບປີທ່ອງທ່ຽວ 2024 ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຖະແຫຼງຂ່າວ ຂຶ້ນໃນວັນ 28 ມີນາ ນີ້ ທີ່ຫ້ອງວ່າການປົກຄອງ ນວ ໂດຍມີ ທ່ານ ຖະໜອມ ທຳທອງ ປະທານແນວລາວຊາດສ້າງ ນວ; ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນວ; ທ່ານ ພັນ ໂທ ວິລະພົງ ສະເໜ່ຫາ ຮອງຫ້ອງຕຳຫຼວດ ປກສ ນວ ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກ ຕຳຫຼວດ ຈະລາຈອນ ນວ ພ້ອມດ້ວຍບັນດາທ່ານຕາງໜ້າພະແນກການເມືອງ ພາກທຸລະກິດ ແລະ ສື່ມວນຊົນ ເຂົ້າຮ່ວມ.
    ໂອກາດນີ້, ທ່ານ ຖະໜອມ ທຳທອງ ໄດ້ກ່າວວ່າ: ເທດສະການບຸນປີໃໝ່ລາວ ເປັນປະເພນີທີ່ຍິ່ງໃຫຍ່ໜຶ່ງ ຂອງຊາວລາວ ກໍຄືຊາວ ນວ ທີ່ໄດ້ສືບທອດ ປະຕິບັດມາແຕ່ບູຮານນະການ ເປັນຕົ້ນແມ່ນ ການຫົດສົງພະພຸດທະຮູບ ແລະ ພະສົງ; ຜູ້ເປັນພໍ່ ແມ່, ເຖົ້າແກ່ອາວຸໂສ ເພື່ອຂໍພອນ, ການບາສີສູ່ຂັວນ, ຕົບພະທາດຊາຍ, ພິທີຕັກບາດ ແລະ ອື່ນໆ. ໄດ້ກາຍເປັນສິ່ງໂດດເດັ່ນໃນງານສະຫຼອງບຸນປີໃໝ່ລາວ ຢ່າງເບີກບານມ່ວນຊື່ນ ແລະ ເປັນທີ່ຈັບອົກຈັບໃຈ ຂອງຜູ້ມາທ່ຽວຊົມ.
    ສະເພາະ ນວ ໄດ້ກໍານົດພິທີທາງສາສະໜາ ໃນໄລຍະບຸນປີໃໝ່ລາວ ແຕ່ວັນທີ 13-16 ເມສາ 2024 ລວມ 4 ວັນ ກໍານົດຈຸດສູນລວມກິດຈະກໍາ ທາງດ້ານສາສະໜາ ມີຄື: ມື້ທີ 1 ວັນທີ 13 ເມສາ 2024 ເປັນມື້ສັງຂານລ່ວງ ມີກິດຈະກໍາທາງສາສະໜາ ເຂດຄຸ້ມເມືອງເກົ່າ (ເສັ້ນທາງເສດຖາທິລາດ/ເສັ້ນທາງວັດທະນະທໍາ) ຮ່ວມພິທີຫົດສົງພະພຸດທະຮູບ ພະເຈົ້າໃຫຍ່ອົງຕື້ ຢູ່ວັດອົງຕື້ ແລະ ຫົດສົງ ພະພຸດທະຮູບ ຢູ່ວັດອິນແປງ; ເວລາ 9:00 ໂມງ ,ຕອນບ່າຍ ເວລາ 13: 00 ໂມງ ພິທີແຫ່ພະພຸດທະຮູບມິ່ງເມືອງ ເລີ່ມຈາກວັດອິນແປງ-ຫໍພະແກ້ວ-ວັດອິນແປງ.
    ເຂດວັດສີເມືອງ ຫໍຫຼັກເມືອງ ຕອນເຊົ້າ ເວລາ 8:00 ໂມງ ພິທີປ່ຽນຜ້າສີຫຼັກເມືອງ ແລະ ຫົດສົງຫຼັກເມືອງ ບາສີສູ່ຂວັນ ຢູ່ວັດສີເມືອງ ແລະ ຫົດສົງຫໍຫຼັກເມືອງ.
   ເຂດມໍລະດົກພະທາດຫຼວງ ພິທີຫົດສົງພະພຸດທະຮູບອົງຄໍາ ຫົດສົງພະທາດຫຼວງວຽງຈັນ ແລະ ພະເຈົ້າໄຊເສດຖາທິລາດ ໃນເວລາ 15:00-17:00 ໂມງ.
    ມື້ວັນທີ 2-3 ກົງກັບວັນທີ 14-15 ເມສາ 2024 ເປັນວັນເນົາ ມີພິທີທາງສາສະໜາ ຮ່ວມພິທີຕັກບາດ ຕາມເສັ້ນທາງເສດຖາທິລາດ ທຸກໆເຊົ້າ ເວລາ 7:00 ໂມງ ແລະ  ພິທີຫົດສົງພະພຸດທະຮູບ ຕາມວັດວາອາຣາມຕ່າງໆ (ເວລາ 8:00-18:00 ໂມງ)
    ມື້ທີ 4 ວັນທີ 16 ເມສາ 2024 ເປັນມື້ສັງຂານຂຶ້ນປີໃໝ່ລາວ ພ.ສ 2567 ມີພິທີຕັກບາດຢູ່ເສັ້ນທາງເສດຖາທິລາດ ແລະ ຕາມວັດວາອາຣາມ ເວລາ 7:00 ໂມງ ແລະ ພິທີຕົບພະທາດຊາຍ ເວລາ 14:00-18:00 ໂມງ ຢູ່ຕາມວັດວາອາຣາມ.    ການກໍານົດຈຸດສະຫຼອງບຸນປີໃໝ່ລາວ ຂອງ 9 ເມືອງ ມີຄື: ເມືອງ ຈັນທະບູລີ ເຂດຄຸ້ມເມືອງເກົ່າ (ສູນກາງລວມ) ຕາມວັດວາອາຮາມ ເມືອງສີໂຄດຕະບອງ, ເມືອງ ໄຊເສດຖາ ພະທາດຫຼວງ, ເມືອງ ສີສັດຕະນາກ ວັດສີເມືອງ ຫໍຫຼັກເມືອງ ຕາມວັດວາອາຮາມ ເມືອງນາຊາຍທອງ ຕາມວັດວາອາຮາມ, ສວນພຶກສາ ເມືອງໄຊທານີ ຕາມວັດວາອາຮາມ; ເມືອງຫາດຊາຍຟອງ ວັດໜອງຄໍາແສນ, ວັດທົ່ງທາດ, ສວນຊຽງຄວນ ແລະ ຕາມວັດວາອາຮາມ; ເມືອງປາກງື່ມ ພະທາດຖິ່ນສ້ອຍ, ນ້ຳປ່ຽນຢໍລະປາ ຕາມວັດວາອາຮາມ ແລະ ເມືອງ ສັງທອງ ຫາດຊາຍບ້ານອ່າງນ້ອຍ ແລະ ຕາມວັດວາອາຮາມ.
ນອກຈາກນີ້ ບັນດາທ່ານທີ່ເຂົ້າຮ່ວມຖະແຫຼງຂ່າວຄັ້ງນີ້ ໄດ້ກ່າວເນັ້ນ ສິ່ງສຳຄັນຕ້ອງພ້ອມກັນເອົາໃຈ ໃສ່ປະຕິບັດ ຕາມຮີດຄອງປະເພນີອັນດີງາມຂອງຊາດ, ປະຕິບັດຄາມກົດລະບຽບຈະລາຈອນ ພິເສດແມ່ນເອົາໃຈໃສ່ປະຕິບັດຕາມຄຳສັ່ງແນະນຳຂອງທ່ານເຈົ້າຄອງ ນວ ໂດຍສະເພາະແມ່ນ 7 ຂໍ້ຫ້າມ ຢ່າງເຄັ່ງຂັດ ແລະ ເຂັ້ມງວດ ພ້ອມເຊີນບັນດາທ່ານຊາວພຸດທະສາສະນີກະຊົນ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຊາວນະຄອນຫຼວງວຽງຈັນ ທຸກຊັ້ນຄົນ ເຂົ້າຮ່ວມພິທີທາງສາສະໜາ ແຕ່ລະຈຸດ ທີ່ຄະນະຮັບຜິດຊອບໄດ້ກະກຽມ ເພື່ອເປັນສີລິມຸງຄຸນໃນງານສະຫຼອງບຸນປີໃຫມ່ລາວ ພ.ສ 2567.
(ຂ່າວ-ພາບ: ຍຸພິນທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 21 ຕຸລານີ້, ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ທະນະວັດ ສິຣິພອນພັນ ຜູ້ຈັດການບໍລິສັດ ຄູໂບຕ້າລາວ, ມີຄະນະອໍານວຍການຈາກວິທະຍາໄລເຕັກນິກວິຊາຊີບແຂວງບໍລິຄໍາໄຊແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ຈັດການ, ຕາງໜ້າຕົວແທນຈໍາໜ່າຍ, ຄະນະກໍາມະການ, ນັກແຂ່ງຂັນ, ພະນັກງານ ແລະ ນັກສຶກສາເຂົ້າຮ່ວມ.
ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 22 ຕຸລານີ້, ແຂວງວຽງຈັນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ - ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຈໍານວນ 175 ສະຫາຍ ຍິງ 33 ສະຫາຍ.
ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ໄດ້ເຂົ້າຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ ໃນງານສັບປະດາດີຈີຕອນລາວ ປະຈຳປີ 2026 (Lao Digital Week 2026) ງານ Lao Digital Week 2026 ເປັນເວທີສຳຄັນໃນການສະແດງຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງເປີດໂອກາດໃຫ້ພາກສ່ວນຕ່າງໆ ໄດ້ສຶກສາ ແລະ ສຳຜັດກັບການນຳໃຊ້ເຕັກໂນໂລຊີດີຈີຕອນ. ເນື້ອໃນຂອງງານສະທ້ອນເຖິງຄວາມສຳຄັນຂອງການພັດທະນາລັດຖະບານດີຈີຕອນ, ການສ້າງບຸກຄະລາກອນທີ່ມີທັກສະດີຈີຕອນ ແລະ ການສົ່ງເສີມນະວັດຕະກຳ ເພື່ອຮອງຮັບການກ້າວເຂົ້າສູ່ຍຸກປັນຍາປະດິດ.
ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ພ້ອມທັງມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ, ມີຄະນະພະແນກ, ອະດີດຄະນະນໍາ, ພະນັກງານຫຼັກແຫຼ່ງ, ແຂກຖືກເຊີນ ແລະ ພະນັກ ງານກ່ຽວຂ້ອງເຂົ້າຮ່ວມ.
ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ໃນວັນທີ 22 ຕຸລານີ້, ທີ່ໜ້າຝາຍ ບ້ານໂພລາດ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີເປີດງານບຸນຊ່ວງເຮືອ ເນື່ອງໃນໂອກາດບຸນອອກພັນສາ-ປະວໍລະນາ ປະຈຳປີ 2026 ໂດຍມີທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ທັງເປັນຜູ້ຊີ້ນຳຮອບດ້ານເມືອງຈອມເພັດ, ມີທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງຈອມເພັດ ພ້ອມດ້ວຍການນຳແຂວງ, ການນຳເມືອງ ແຂກຖືກເຊີນ ແລະ ມວນຊົນຈາກເມືອງຈອມເພັດ ແລະ ເມືອງອ້ອມຂ້າງເຂົ້າຮ່ວມຢ່າງຄຶກຄື້ນ.
ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ປະຈຳປີ 2026 ຂຶ້ນໃນວັນທີ 22 ຕຸລານີ້ ທີ່ ສນຊ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລາ-ນຸເຖລະ, ຮອງປະທານ ສນຊ ພ້ອມດ້ວຍອະນຸກໍາມະການຮັບຜິດຊອບຈັດກອງປະຊຸມ ເຂົ້າຮ່ວມ.
ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ຄະນະປ້ອງກັນພາຍໃນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາທີ່ ຫ​ສນຍໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳຜາ ພິມມະສອນຮອງລັດຖະມົນຕີຮອງຫົວໜ້າ ຫສນຍ; ມີບັນດາຜູ້ຕາງໜ້າຄະນະກຳມະການເກັບກູ້ອາວຸດເສີກຂັ້ນສູນກາງ ຈາກກະຊວງປ້ອງກັນຄວາມສະຫງົບ, ບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກເຂົ້າຮ່ວມ.
ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ເມືອງໄຊບົວທອງ ແຂວງຄໍາມ່ວນ ປະເມີນມູນຄ່າຄວາມເສຍຫາຍຈາກພະຍຸ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍາ 2026 ລວມມູນຄ່າຄວາມເສຍຫາຍກວ່າ 16.59 ຕື້ກີບ ໂດຍມີ 27 ບ້ານ ແລະ 925 ຄອບຄົວໄດ້ຮັບຜົນກະທົບ. ຄວາມເສຍຫາຍມີທັງເສັ້ນທາງ, ຂົວ, ພື້ນທີ່ກະສິກຳ, ຊົນລະປະທານ, ໂຮງຮຽນ ແລະ ຊັບສິນຂອງປະຊາຊົນ. ຂະນະນີ້ ທາງເມືອງ ກຳລັງສະເໜີຂໍງົບປະມານຈາກຂັ້ນແຂວງ ເພື່ອຟື້ນຟູ ແລະ ປັບປຸງເສັ້ນທາງທີ່ຈຳເປັນຮີບດ່ວນ.
ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ໃນຕອນເຊົ້າວັນທີ 22 ຕຸລາ 2026, ການນຳແຂວງຄຳມ່ວນ, ການນຳເມືອງທ່າແຂກ, ຄະນະສົງ ແລະ ພຸດທະສາສະນິກະຊົນ ໄດ້ພ້ອມໃຈຮ່ວມໃສ່ບາດ, ຖວາຍສັງຄະທານ ແລະ ປະກອບພິທີກຳທາງສາສະໜາຢູ່ຫໍຫຼັກເມືອງ ເມືອງທ່າແຂກ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ. ພິທີດັ່ງກ່າວ ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄຳມ່ວນ, ທ່ານ ຄຳໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ພຣະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງ, ພ້ອມດ້ວຍການນຳຂອງແຂວງ, ການນໍາເມືອງ, ຄະນະສົງ ແລະ ພຸດທະສາສະນິກະຊົນເຂົ້າຮ່ວມ.
ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ວັນທີ 21 ຕຸລາຜ່ານມາ, ອົງການໄອຍະການປະຊາຊົນ ແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ຂອງບັນດາປະເທດເພື່ອນມິດຍຸດທະສາດ ໂດຍມີທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ (ອຍກ) ແລະ ພະນັກງານລັດຖະກອນເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ