ນວ ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ODOP ແລະ ສິນຄ້າຄອບຄົວຕົວແບບ

ນວ ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ODOP ແລະ ສິນຄ້າຄອບຄົວຕົວແບບ

ນວ ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ODOP ແລະ ສິນຄ້າຄອບຄົວຕົວແບບ
ງານວາງສະແດງແລະຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ແລະສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີXI ເປີດຂຶ້ນເປັນທາງການທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນວັນທີ5ພຶດສະພາຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານມະໄລທອງກົມມະສິດລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ (ອຄ), ທ່ານສີລິລາດທົງສິນທອງເພັງຮອງເຈົ້າຄອງນວ ພ້ອມດ້ວຍຜູ້ປະກອບການ ຫົວໜ່ວຍທຸລະກິດແລະ ພາກສ່ວນກ່ຽວຂ້ອງ.

 

ທ່ານນາງວັນມະນີພິມມະສານຫົວໜ້າພະແນກອຄ.ນວກ່າວວ່າ: ການຈັດງານວາງສະແດງແລະຈຳໜ່າຍສິນຄ້າODOP ຢູ່ນວໄດ້ປະຕິບັດມາແຕ່ປີ 2014, ຮອດປີ2025ເປັນຄັ້ງທີXI ແລະ ການຈັດງານຄັ້ງນີ້ເລີ່ມແຕ່ວັນທີ1-11ພຶດສະພາ2025ພາຍໃຕ້ຄໍາຂວັນ "ສົ່ງເສີມແລະຊົມໃຊ້ຜະລິດຕະພັນພາຍໃນ"; ການຈັດງານຄັ້ງນີ້ກໍເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າແລະການໂຄສະນາສິນຄ້າໃຫ້ບັນດາຫົວໜ່ວຍຈຸນລະວິສາຫະກິດວິສາຫະກິດຂະໜາດນ້ອຍແລະກາງ (MSME) ຢູ່ນວ, ບັນດາແຂວງໃຫ້ມີຕາໜ່າງຕະຫຼາດຮອງຮັບຫຼາຍຂຶ້ນແລະເສີມສ້າງທ່າແຮງໃຫ້ແກ່ສິນຄ້າທີ່ໄດ້ຮັບຮອງໃຫ້ເປັນສິນຄ້າODOP ຂອງນວ-ບັນດາແຂວງແລະສິນຄ້າຄອບຄົວຕົວແບບຊຸກຍູ້ໃຫ້ມີການແລກປ່ຽນຊື້-ຂາຍສິນຄ້າໃຫ້ກວ້າງຂວາງ.

ງານດັ່ງກ່າວໄດ້ຮັບການສະໜັບສະໜູນຈາກສູນການຄ້າລາວ-ໄອເຕັກທາງດ້ານສະຖານທີ່, ສື່ໂຄສະນາຕ່າງໆພ້ອມດ້ວຍກິດຈະກຳຕ່າງໆແລະຫຼາຍບໍລິສັດເຮັດໃຫ້ງານອອກມາໄດ້ຕາມລະດັບຄາດໝາຍ,ມີຫົວໜ່ວຍທຸລະກິດເຂົ້າຈໍານວນທັງໝົດ116ຫົວໜ່ວຍມີ165ຫ້ອງ; ໃນນີ້, ມີສິນຄ້າODOP ຂອງນວແລະ ຕ່າງແຂວງ60ຫົວໜ່ວຍ; ສໍາລັບສິນຄ້າ ODOP ແຫ່ງຊາດ ຈາກຕ່າງແຂວງເຂົ້າຮ່ວມມີ7ແຂວງຄື: ຫຼວງພະບາງ, ຫຼວງນໍ້າທາ, ຫົວພັນ, ອຸດົມໄຊ, ບໍລິຄໍາໄຊ, ສະຫວັນນະເຂດແລະຈໍາປາສັກ; ຄາດຄະເນມູນຄ່າສິນຄ້າທີ່ມາວາງຂາຍໃນງານມູນຄ່າ12,49ຕື້ກີບ.

ພິເສດ,ງານວາງສະແດງແລະຈໍາໜ່າຍສິນຄ້າຄັ້ງນີ້ຍັງມີຫ້ອງ “ບູດພາວິນລຽນ”ເພື່ອວາງສະແດງສິນຄ້າທ່າແຮງສິນຄ້າອຸດສາຫະກໍາປຸງແຕ່ງ,ສິນຄ້າຕົວແບບຂອງເມືອງໄຊເສດຖາທີ່ເປັນຫ້ອງວາງສະແດງທີ່ພົ້ນເດັ່ນຂອງງານໃນຄັ້ງນີ້.

(ແຫຼ່ງຂ່າວ: ເສດຖະກິດ-ການຄ້າ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ