ໜ່ວຍງານສາຍຮູບເງົາກອງພັນໃຫຍ່ 202 ເຄື່ອນໄຫວສາຍຮູບເງົາຢູ່ກອງພັນນ້ອຍທີ 2

ໜ່ວຍງານສາຍຮູບເງົາກອງພັນໃຫຍ່ 202 ເຄື່ອນໄຫວສາຍຮູບເງົາຢູ່ກອງພັນນ້ອຍທີ 2
ໜ່ວຍງານສາຍຮູບເງົາຂະແໜງໂຄສະນາພະແນກການເມືອງກອງພັນໃຫຍ່ 202 ຂຶ້ນກັບກອງພົນທີ 2 ໄດ້ນຳເອົາຮູບເງົາແບບໂປແຈັກເຕີ ລົງເຄື່ອນໄຫວສາຍຢູ່ກອງພັນນ້ອຍທີ 2 ທີ່ຂຶ້ນກັບກອງພັນໃຫຍ່ 202 ໃນວັນທີ 15 ພຶດສະພາຜ່ານມາ ໂດຍການນຳພາຂອງສະຫາຍ ພັຕ ພອນໄຊ ເພັງພານິດ ຫົວໜ້າຂະແໜງພະນັກງານ ພະແນກ ການເມືອງກອງພັນໃຫຍ່ 202, ມີຄະນະພັກ-ຄະນະບັນຊາກອງພັນ, ກອງຮ້ອຍ, ທີມງານສາຍຮູບເງົາ ພ້ອມດ້ວຍພະນັກງານ-ນັກຮົບກ່ຽວຂ້ອງເຂົ້າຮ່ວມຮັບຊົມ. 
    ຮູບເງົາທີ່ນໍາມາສາຍໃນຄັ້ງນີ້ ແມ່ນເລື່ອງກ່ຽວກັບມູນເຊື້ອຂອງກອງພັນທີ 2 ວິລະຊົນ ຊຶ່ງເລື່ອງດັ່ງກ່າວແມ່ນເອົາຂໍ້ມູນຈາກພີມຮູບເງົາ ແລະ ການເຄື່ອນໄຫວເກັບກໍາຖ່າຍຕົວຈິງຢູ່ພາຍໃນກົມກອງເພື່ອຕັດຕໍ່ເປັນເລື່ອງ ເຄື່ອນໄຫວສາຍເປັນມູນເຊື້ອໃຫ້ແກ່ພະນັກງານ-ນັກຮົບພາຍໃນກົມກອງໄດ້ຮັບຊົມ. ການເຄື່ອນໄຫວສາຍຮູບເງົາໃນຄັ້ງນີ້ເຫັນວ່າພະນັກງານ-ນັກຮົບມີຄວາມສົນໃຈເຂົ້າຮ່ວມຮັບຊົມເປັນຈຳນວນຫຼາຍ ພ້ອມທັງຮັບຮູ້ເຂົ້າໃຈຕໍ່ມູນເຊື້ອຂອງການປະຕິວັດ ໂດຍສະເພາະມູນເຊື້ອຂອງກອງພັນທີ 2 ວິລະຊົນ ທີ່ມີຄວາມພິລະອາດຫານເດັດດ່ຽວຕໍ່ສູ້ກູ້ຊາດຢ່າງອົງອາດກ້າຫານ ຍອມເສຍສະຫຼະເລືອດເນື້ອເພື່ອປະເທດຊາດຢ່າງແທ້ຈິງ. ພາບ-ຂ່າວ: ຄຳຊາຍ ກວ່າງຄຸນສີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ແຂວງ​ຊຽງ​ຂວາງໄດ້​ຈັດກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ3ສ້າງ 5ປີ(2021-2025) ແລະ ທິດທາງແຜນການ5ປີ(2026-2030), ໃນວັນທີ18ພະຈິກນີ້,ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄໍາມ່ວນເກັບກ່ຽວເຂົ້ານາປີສຳ​ເລັດແລ້ວ 86.5%

ຄໍາມ່ວນເກັບກ່ຽວເຂົ້ານາປີສຳ​ເລັດແລ້ວ 86.5%

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການຜະ​ລິດເຂົ້ານາປີ 2026, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສນ​ຊ ມອບເຂົ້າແລະ ເງິນຊ່ວຍ​ເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງຫຼວງ​ນ້ຳ​ທາ

ສນ​ຊ ມອບເຂົ້າແລະ ເງິນຊ່ວຍ​ເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງຫຼວງ​ນ້ຳ​ທາ

ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນ​ຊ) ໄດ້​ນຳ​ເອົາ​ເຂົ້າສານຈຳນວນ 160 ໂຕນ (ມູນຄ່າ 2,640,000,000 ກີບ) ແລະ ເງິນສົດ 100 ລ້ານກີບໄປ​ມອບ​ໃຫ້​ແຂວງຫຼວງ​ນ້ຳ​ທາ ເພື່ອ​ນຳ​ໄປ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ຄວາມ​ເດືອດ​ຮ້ອນ​ຂອງ​ປະ​ຊາ​ຊົນຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຟ​ພ​ພິ​ບັດ​ນ້ຳ​ຖ້ວມ.
ຄອສພ ເຊື່ອມຊຶມວຽກປ້ອງກັນພາຍໃນ ແລະ ເຊັນບົດບັນທຶກປະສານງານກັບ ກົມ 200

ຄອສພ ເຊື່ອມຊຶມວຽກປ້ອງກັນພາຍໃນ ແລະ ເຊັນບົດບັນທຶກປະສານງານກັບ ກົມ 200

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ ແລະ ພິທີເຊັນບົດບັນທຶກການປະສານງານ ຮ່ວມກັບ ກົມປ້ອງກັນພາຍໃນ (ກົມ 200) ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ (ປກສ) ເພື່ອຍົກລະດັບການຮ່ວມມືດ້ານວິຊາສະເພາະ ແລະ ປົກປັກຮັກສາຄວາມລັບຂອງຊາດໃນສະພາບການໃໝ່ ໃນວັນທີ 19 ພະຈິກນີ້ ທີ່ສະໂມສອນ ຂອງ ຄອສພ; ໂດຍການເປັນປະທານກ່າວເປີດ ແລະ ສະຫຼຸບ ຂອງສະຫາຍ ສາຄອນ ພົມມະລາດ ຄະນະປະຈຳພັກ ປະທານກວດກາພັກ ຮອງຫົວໜ້າ ຄອສພ ແລະ ຮອງປະທານຄະນະ ປກຊ-ປກສ ພາຍໃນ ຄອສພ ພ້ອມດ້ວຍຄະນະພັກ, ຄະນະປ້ອງກັນພາຍໃນ ຄອສພ ແລະ ຄະນະ-ນັກວິທະຍາກອນ ຈາກ ກົມ 200 ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.
ໂຄງການຢູ່ລິນໃນລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ

ໂຄງການຢູ່ລິນໃນລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ

ທ່ານ ຊົ້ງຈຸ່ຍ ຮອງປະທານບໍລິສັດເຄື່ອງເທດ ຟູດາຢູ່ລິນຮຸ່ນສ່ວນຈໍາກັດ ໄດ້ໃຫ້ສໍາພາດເນື່ອງໃນໂອກາດທີ່ ສື່ມວນຊົນລາວ ແລະ ສື່ມວນຊົນສະມາຊິກອາຊຽນທ່ຽວຊົມທ່່າເຮືອດັ່ງກ່າວ ວ່າ: ທ່າເຮືອໂລຈິສຕິກເຄື່ອງເທດສາກົນຟູດາຢູ່ລິນ ທີ່ລົງທຶນກໍ່ສ້າງໂດຍກຸ່ມຟູດາ, ເປັນໂຄງການສຳຄັນລະດັບເຂດປົກ ຄອງຕົນເອງກວາງຊີຈວ້າງ, ເປັນເວທີສຳຄັນຂອງຕະຫຼາດສະຖານທີ່ເຄື່ອງເທດຢູ່ລິນທີ່ສ້າງຮ່ວມລະຫວ່າງຂັ້ນແຂວງ ກັບ ກະຊວງ ແລະ ເປັນໂຄງການສຳຄັນຂອງຢູ່ລິນໃນການສ້າງລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ ແລະ ໂຄງການມີແຜນການໃຊ້ທີ່ດິນທັງໝົດປະມານ 900 ເມົ່າ (ປະມານ 60 ເຮັກຕາ), ພື້ນທີ່ກໍ່ສ້າງທັງໝົດປະມານ 700,000 ຕາແມັດ ແລະ ເງິນລົງທຶນທັງໝົດປະມານ 3 ຕື້ຢວນ.
ສ້າງຄວາມເຂັ້ມແຂງ ການລຶບລ້າງການຈຳແນກ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ

ສ້າງຄວາມເຂັ້ມແຂງ ການລຶບລ້າງການຈຳແນກ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ

ກົມປົກປ້ອງແຮງງານ ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບອົງການແຮງງານສາກົນ ປະຈຳ ສປປ ລາວ (ILO) ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງກ່ຽວກັບການລຶບລ້າງການຈໍາແນກ ແລະ ການລ່ວງລະເມີດ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ ແລະ ສະຫະພັນແມ່ຍິງ ແລະ ກໍາມະບານຮາກຖານຢູ່ຫົວໝ່ວຍແຮງງານ ຂຶ້ນໃນລະຫວ່າງວັນທີ 19-20 ພະຈິກນີ້ ທີ່ສະຖາບັນພັດທະນາກໍາມະບານລາວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອະທິລັດ ອຸດົມເດດ ຮອງກົມປົກປ້ອງແຮງງານ ສກລ ແລະ ທ່ານ ບຸນທະວີ ບຸນມີ ຜູ້ປະສານງານໂຄງການລຶບລ້າງການຈໍາແນກຢູ່ສະຖານທີ່ເຮັດວຽກ, ການລ່ວງລະເມີດ ແລະ ການນໍາໃຊ້ແຮງງານເດັກຢູ່ ສປປ ລາວ ເພື່ອສະໜັບສະໜູນການຄ້າ ແລະ ການປະຕິບັດລະບຽບການອົງການແຮງງານສາກົນໄອໂລ, ມີສໍາມະນາກອນ, ວິທະຍາກອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 40 ທ່ານ ຍິງ 26 ທ່ານ.
ເພີ່ມເຕີມ