ຍີ່ປຸ່ນ ຮັກສາການປະເມີນເສດຖະກິດ

ຍີ່ປຸ່ນ ຮັກສາການປະເມີນເສດຖະກິດ

ຍີ່ປຸ່ນ ຮັກສາການປະເມີນເສດຖະກິດ
ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ກະ​ຊວງ​ການ​ເງິນ​ຂອງ​ຍີ່​ປຸ່ນຮັກສາການປະເມີນ​ເສດ​ຖະ​ກິດ​ໂດຍ​ລວມ​ຂອງ​ປະ​ເທດ​ບໍ່​ມີ​ການ​ປ່ຽນ​ແປງ​ຈາກການປະເມີນກ່ອນໜ້ານີ້, ໂດຍລະບຸວ່າ: ​ເສດ​ຖະ​ກິດຂອງປະເທດກຳລັງ​ຟື້ນ​ຕົວ​ປານ​ກາງເຖິງວ່າປະເຊີນໜ້າກັບຄວາມອ່ອນແອກໍຕາມ.

ກະຊວງດັ່ງກ່າວຄາດຄະເນວ່າ: ເສດຖະກິດຍີ່ປຸ່ນຈະຟື້ນຕົວໃນລະດັບປານກາງ, ໂດຍມີປັດໄຈສະໜັບສະໜູນຈາກການຈ້າງງານ ແລະລາຍໄດ້ທີ່ດີຂຶ້ນ, ແຕ່ໃນຂະນະດຽວກັນ ກໍເຕືອນເຖິງຄວາມສ່ຽງທີ່ເພີ່ມຂຶ້ນຈາກນະໂຍບາຍອັດຕາພາສີຂອງ ສະຫະລັດ ອາເມຣິກາ.

ກະຊວງດັ່ງກ່າວລະບຸວ່າ: ເຖິງວ່າການບໍລິໂພກສ່ວນບຸກຄົນຈະຟື້ນຕົວເທື່ອລະກ້າວ, ແຕ່ສັງເກດເຫັນຜົນກະທົບຈາກລາຄາສິນຄ້າ ແລະ ການບໍລິການທີ່ສູງຂຶ້ນ ໂດຍຜູ້ບໍລິໂພກຫັນໄປຊື້ສິນຄ້າທີ່ມີລາຄາຕໍ່າກວ່າ ເພື່ອພະຍາຍາມຊ່ວຍປະຢັດຄ່າໃຊ້ຈ່າຍ

ດ້ານກິດຈະກໍາການຜະລິດຍັງຢູ່ໃນທ່າອ່ຽງຟື້ນຕົວ. ແຕ່ຢູ່ໃນອັດຕາທີ່ຊ້າລົງທ່າມກາງຄວາມກັງວົນກ່ຽວກັບຜົນກະທົບຂອງອັດຕາພາສີສະຫະລັດ ອາເມຣິກາ.

ດ້ານສະພາບການຈ້າງງານກໍຄ່ອຍໆດີຂຶ້ນ, ເຖິງວ່າພາກທຸລະກິດຍັງປະສົບກັບບັນຫາຂາດແຄນແຮງງານຢ່າງຮຸ່ນແຮງກໍຕາມ.

ທັງນີ້, ກະຊວງການເງິນຍີ່ປຸ່ນໄດ້ຮັກສາການປະເມີນເສດຖະກິດຂອງຕົນນັບແຕ່ເດືອນກໍລະກົດ ປີ 2022, ອີງຕາມການທົບທວນສະພາບເສດຖະກິດລະດັບພາກພື້ນທົ່ວປະເທດ ທຸກໆໄຕມາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫໍສະໝຸດແຫ່ງຊາດໂຮນລັງ ຂໍໃຫ້ປະຊາຊົນຊ່ວຍຕາມຫາປຶ້ມຫາຍາກ

ຫໍສະໝຸດແຫ່ງຊາດໂຮນລັງ ຂໍໃຫ້ປະຊາຊົນຊ່ວຍຕາມຫາປຶ້ມຫາຍາກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫໍສະໝຸດແຫ່ງຊາດຂອງໂຮນລັງ ໃນນະຄອນເຮັກ ໄດ້ປະກາດຂໍຄວາມຊ່ວຍເຫຼືອຈາກສາທາລະນະໃນການຄົ້ນຫາປຶ້ມຫາຍາກ 6 ຫົວ ທີ່ຂຽນໂດຍທ່ານ ອາເລັກຊານເດີ ພຸຊກິນ ນັກກະວີຣັດເຊຍ ທີ່ຖືກລັກໄປຈາກຄັງສະສົມຂອງຫ້ອງສະໝຸດໃນປີ 2023.
ອົສຕຣາລີ ຮຽກຮ້ອງໃຫ້ປະຊາຊົນໄປສັກວັກຊິນໄຂ້ຫວັດໃຫຍ່

ອົສຕຣາລີ ຮຽກຮ້ອງໃຫ້ປະຊາຊົນໄປສັກວັກຊິນໄຂ້ຫວັດໃຫຍ່

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທາງການອົສຕຣາລີ ຮຽກຮ້ອງໃຫ້ປະຊາຊົນເລັ່ງສັກວັກຊິນປ້ອງກັນໄຂ້ຫວັດໃຫຍ່ ພາຍຫຼັງທີ່ຈຳນວນຄົນເຈັບເພີ່ມສູງຂຶ້ນທົ່ວປະເທດ.
OpenAI ເຈລະຈາກັບ Microsoft ເພື່ອປັບປ່ຽນຂໍ້ຕົກລົງການຮ່ວມມື

OpenAI ເຈລະຈາກັບ Microsoft ເພື່ອປັບປ່ຽນຂໍ້ຕົກລົງການຮ່ວມມື

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ພຶດສະພາ ຜ່ານມາວ່າ: OpenAI ພວມເຈລະຈາກັບ Microsoft ເພື່ອປັບປ່ຽນເງື່ອນໄຂຂອງຂໍ້ຕົກລົງການຮ່ວມມືມູນຄ່າຫຼາຍຕື້ໂດລາ. ເພື່ອກະກຽມສໍາລັບການຈົດທະບຽນໃນຕະຫຼາດຫຼັກຊັບ ພ້ອມທັງຮັກສາສິດຂອງ Microsoft ໃນການເຂົ້າເຖິງເຕັກໂນໂລຊີ AI ຂັ້ນສູງຕໍ່ໄປ.
ຈີນ ແລະ ອາເມຣິກາ ອອກຖະແຫຼງການຮ່ວມກ່ຽວກັບການເຈລະຈາດ້ານເສດຖະກິດການຄ້າ

ຈີນ ແລະ ອາເມຣິກາ ອອກຖະແຫຼງການຮ່ວມກ່ຽວກັບການເຈລະຈາດ້ານເສດຖະກິດການຄ້າ

ຂ່າວສານຊີອາໄອ ລາຍງານວ່າ: ໃນວັນທີ 12 ພຶດສະພາ ຜ່ານມານີ້, ຈີນ ແລະ ອາເມຣິກາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເຈລະຈາດ້ານເສດຖະກິດການຄ້າທີ່ຈັດຂຶ້ນຢູ່ນະຄອນເຊີແນວ ປະເທດສະວິດ. ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຈະປະຕິບັດມາດຕະການຕ່າງໆກ່ອນວັນທີ 14 ພຶດສະພານີ້ຄື:
ອິນໂດເນເຊຍ ພິຈາລະນາຫ້າມການໃຊ້ລົດບັນທຸກຂະໜາດໃຫຍ່ ແລະ ບັນທຸກເກີນກຳນົດ

ອິນໂດເນເຊຍ ພິຈາລະນາຫ້າມການໃຊ້ລົດບັນທຸກຂະໜາດໃຫຍ່ ແລະ ບັນທຸກເກີນກຳນົດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ທ່ານ ອາກັສ ຮາຣິມູຕີ ຍັດໂຮໂຍໂນ ລັດຖະມົນຕີປະສານງານພື້ນຖານໂຄງລ່າງ ແລະ ການພັດທະນາພາກພື້ນອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ຍັງຢຶດໝັ້ນທີ່ຈະຊຸກຍູ້ແຜນການຍົກເລີກການໃຊ້ລົດບັນທຸກຂະໜາດໃຫຍ່ ແລະ ບັນທຸກໜັກເກີນກຳນົດໃນປີ 2026 ເພື່ອປັບປຸງຄວາມປອດໄພໃນທາງຫຼວງ ແລະ ທາງດ່ວນ.
ເລຂາທິການໃຫຍ່ ຫວຽດນາມ ພົບປະເຈລະຈາກັບປະທານາທິບໍດີ ເບລາຣຸດ

ເລຂາທິການໃຫຍ່ ຫວຽດນາມ ພົບປະເຈລະຈາກັບປະທານາທິບໍດີ ເບລາຣຸດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 12 ພຶດສະພາ ຜ່ານມາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສາທາລະນະລັດ ເບລາຣຸດ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດທີ່ທຳນຽບເອກະລາດ ທີ່ນະຄອນຫຼວງມິນ, ທ່ານໂຕເລີມເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ ລູກາເຊນໂກ ປະທານາທິບໍດີເບລາຣຸດ.
ໂລກ​ໄດ້​ເຫັນ​ໂອ​ກາດ​ຈາກ​ຈີນ ໃນ​ການ​ບໍ​ລິ​ໂພກ​ທີ່​ຄຶກ​ຄື້ນ​ໃນ​ໄລ​ຍະ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ​ປີ​ນີ້

ໂລກ​ໄດ້​ເຫັນ​ໂອ​ກາດ​ຈາກ​ຈີນ ໃນ​ການ​ບໍ​ລິ​ໂພກ​ທີ່​ຄຶກ​ຄື້ນ​ໃນ​ໄລ​ຍະ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ​ປີ​ນີ້

ໃນ​ໄລ​ຍະ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ​ປີ​ນີ້, ຈີນ​ມີ​ນັກ​ທ່ອງ​ທ່ຽວ​ໄປ​ທ່ອງ​ທ່ຽວ​ພາຍ​ໃນ​ປ​ະ​ເທດ 314 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 6,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ໃນ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ມີ​ເຖິງ 180,269 ຕື້ຢວນ, ເພີ່ມ​ຂຶ້ນ 8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ຍອດ​ປະ​ລິ​ມານ​​ການຈຳ​ໜ່າຍ​ຂອງວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ແລະ​ຮ້ານ​ກິນ​ດື່ມ​ສຳ​ຄັນ​ໃນ​ທົ່ວ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ 6.3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຕະຫຼາດ​ການ​ບໍ​ລິ​ໂພກ​ຂອງ​ຈີນ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ຢ່າງ​ຮອບ​ດ້ານ​ແມ່ນ​ຍ້ອນ​ຫຍັງ?
ກາ​ເຟ​ຈອກ​ໜຶ່ງ​ ຈະ​ຊຸກ​ຍູ້ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຂອງ​ຈີນ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ໄດ້​ຄື​ແນວ​ໃດ?

ກາ​ເຟ​ຈອກ​ໜຶ່ງ​ ຈະ​ຊຸກ​ຍູ້ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຂອງ​ຈີນ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ໄດ້​ຄື​ແນວ​ໃດ?

ຢູ່​ແຄມ​ທົ່ງ​ນາ​ບ້ານ​ເຢນ​ເຫີ ​​ເຂດຖະ​ໜົນ​ຢຽວ​ຈີ​ ເມືອງ​ຫວງ​ເປີ່ຍ​ ນະ​ຄອນ​ອູ​ຮັ້ນ​ແຂວງ​ຫູ​ເປີຍຂອງ​ຈີນ, ຮ້ານ​ກາ​ເຟ​ແຫ່ງ​ໜຶ່ງ​ທີ່​ມີ​ຊື່​ວ່າ “ຊ່ຽງ​ບັກ ” ກາຍ​ເປັນ​ສະ​ຖານ​ທີ່​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ. ການ​ໄດ້​ຮັບ​ຄວາມ​ນິ​ຍົມຊົມ​ຊອບ​ຂອງ​ຮ້ານ​ກາ​ເຟ​ແຫ່ງ​ນີ້, ບໍ່​ພຽງ​ແຕ່​ເປັນ​ຜົນ​ສຳ​ເລັດ​ດ້ານ​ທຸ​ລະ​ກິດ​ເທົ່າ​ນັ້ນ, ​ຫາກ​ຍັງ​ໄດ້​ເພີ່ມ​ພະ​ລັງ​ຊີ​ວິດ​ອັນ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ອີກ​ດ້ວຍ.
ເດືອນເມສາ ປີ 2025 ໂລກຮ້ອນທີ່ສຸດເປັນຄັ້ງທີສອງ

ເດືອນເມສາ ປີ 2025 ໂລກຮ້ອນທີ່ສຸດເປັນຄັ້ງທີສອງ

ຂ່າວຕ່າງປະເທດລາຍງານວ່າ: ຫວ່າງມໍ່ໆມານີ້, ໂຄງການຕິດຕາມການປ່ຽນແປງສະພາບດິນຟ້າອາກາດໂຄເປີນິຄັສ (Copernicus Climate Change Service: C3S) ເປີດເຜີຍວ່າ: ເດືອນເມສາ ປີ 2025 ແມ່ນເດືອນເມສາທີ່ອາກາດໃນທົ່ວໂລກຮ້ອນທີ່ສຸດໃນສະຖິຕິເປັນຄັ້ງທີສອງ ໂດຍເປັນຮອງພຽງເດືອນເມສາປີຜ່ານມາ.

ເພີ່ມເຕີມ