ຍີ່ປຸ່ນ ເກີນດຸນການຄ້າຫຼຸດລົງ 30.8% ໃນເດືອນມິຖຸນາ

ຍີ່ປຸ່ນ ເກີນດຸນການຄ້າຫຼຸດລົງ 30.8% ໃນເດືອນມິຖຸນາ

ຍີ່ປຸ່ນ ເກີນດຸນການຄ້າຫຼຸດລົງ 30.8% ໃນເດືອນມິຖຸນາ
ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ຜ່ານມາວ່າ: ກະຊວງການເງິນຂອງຍີ່ປຸ່ນລາຍງານຍອດເກີນດຸນການຄ້າໃນເດືອນມິຖຸນາ ຫຼຸດລົງ 30.8% ຈາກປີກ່ອນ ມາເປັນ 153 ຕື້ເຢນ, ເນື່ອງຈາກການສົ່ງອອກໄປ ສະຫະລັດ ອາເມຣິກາ ສືບຕໍ່ຫຼຸດລົງຍ້ອນຜົນກະທົບຂອງອັດຕາພາສີ.

 

ການສົ່ງອອກທັງໝົດຫຼຸດລົງ 0.5% ເມື່ອທຽບໃສ່ປີກາຍ ມາເປັນ 9.16 ພັນຕື້ເຢນ ຊຶ່ງເປັນການຫຼຸດລົງຢ່າງຕໍ່ເນື່ອງເປັນເດືອນທີສອງ, ໃນຂະນະທີ່ການນໍາເຂົ້າເພີ່ມຂຶ້ນ 0.2% ເປັນ 9.01 ພັນຕື້ເຢນ.

ເມື່ອປຽບທຽບລະດັບພາກພື້ນ, ຍີ່ປຸ່ນເກີນດຸນການຄ້າກັບສະຫະລັດ ອາເມຣິກາ ຫຼຸດລົງ 22.9% ເປັນ 669 ຕື້ເຢນ, ໂດຍການສົ່ງອອກໄປ ສະຫະລັດ ອາເມຣິກາ ຫຼຸດລົງ 11.4% ເປັນ 1.71 ພັນຕື້ເຢນ, ໃນຂະນະທີ່ການນໍາເຂົ້າຫຼຸດລົງ 2% ເປັນ 1.04 ພັນຕື້ບາດ.

ໃນຂະນະດຽວກັນ, ການສົ່ງອອກລົດໄປຍັງ ສະຫະລັດ ອາເມລິກາ ໄດ້ຫຼຸດລົງ 26,7% ໃນດ້ານມູນຄ່າ ຍ້ອນການວາງອັດຕາພາສີຂອງປະທານາທິບໍດີ ສະຫະລັດ ອາເມຣິກາ ຕໍ່ພາຫະນະ ແລະ ສິນຄ້າຂອງຍີ່ປຸ່ນ.

ໂດຍລວມແລ້ວ, ສໍາລັບເຄິ່ງທໍາອິດຂອງປີ 2025 (ມັງກອນ-ມິຖຸນາ), ການສົ່ງອອກຂອງຍີ່ປຸ່ນເພີ່ມຂຶ້ນ 3.6% ໃນຂະນະທີ່ການນໍາເຂົ້າເພີ່ມຂຶ້ນ 1.3%, ສົ່ງຜົນໃຫ້ຍີ່ປຸ່ນຂາດດຸນການຄ້າ 2.22 ພັນຕື້ເຢນ ຊຶ່ງຫຼຸດລົງ 34.2% ຈາກປີ 2024.

ຄໍາເຫັນ

ຂ່າວຕ່າງປະເທດ

ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ

ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ຜ່ານມາ; ກະຊວງ​ການ​ຄ້າ​ກຳປູ​ເຈຍ​ລາຍ​ງານ​ວ່າ: ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ, ນ້ຳມັນແອັດຊັງ ​ແລະ ​ອາຍ​ແກ໊ສທີ່ສາມາດ​ເຜົາ​ໄໝ້​ໄດ້ (combustion gas)ຂອງ​ກຳປູ​ເຈຍ​ໃນ​ເຄິ່ງປີ​ທຳ​ອິດ​ຂອງ​ປີ 2025 ​​ຫຼຸດ​ລົງ 13.2%.
ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ ຂອງ​ຈີນ​ໃນ​ 6 ເດືອນ​ຕົ້ນ​ປີ​ ບັນ​ລຸ 21.790 ຕື້ຢວນ

ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ ຂອງ​ຈີນ​ໃນ​ 6 ເດືອນ​ຕົ້ນ​ປີ​ ບັນ​ລຸ 21.790 ຕື້ຢວນ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ຕາມສະ​ຖິ​ຕິ​ຂອງ​ດ່ານ​ພາ​ສີ​ຈີນ, ​ໃນ​ 6 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ສິນ​ຄ້າວັດ​ຖຸ​ຂາ​ເຂົ້າ​-ຂາ​ອອກ​ຂອງ​ຈີນໄດ້​ບັນ​ລຸ 21.790 ຕື້ ຢວນ, ເພີ່ມ​ຂຶ້ນ 2.9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ການ​ຫັນ​ເປັນ​ດີຈີ​ຕອນ​ພາກ​ລັດ - ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ

ການ​ຫັນ​ເປັນ​ດີຈີ​ຕອນ​ພາກ​ລັດ - ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເວທີປາໄສຫັນເປັນດີຈີຕອນພາກລັດ - ປະຖົມປັດໄຈໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໂດຍສື່ເອເລັກໂຕນິກວິທະຍຸກະຈາຍສຽງຫວຽດນາມ ຈັດຂຶ້ນໃນວັນທີ 17 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP

ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 16 ກໍລະກົດ ຜ່ານມາວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນແຫຼ່ງກຳລັງ, ແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີກັບບັນດາປະເທດມີເງື່ອນໄຂຄ້າຍຄືກັນດ້ານດິນຟ້າອາກາດ ເພື່ອພັດທະນາຜະລິດຕະພັນ OCOP ແລະ ພື້ນຖານກະສິກຳແບບຍືນຍົງ”. ນີ້ແມ່ນຄຳຢືນຢັນຂອງທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃນການຕ້ອນຮັບຄະນະຜູ້ແທນບັນດາລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງດ້ານກະສິກຳ ທີ່ເຂົ້າຮ່ວມເວທີປາໄສແລກປ່ຽນບົດຮຽນຂັ້ນສູງລະຫວ່າງບັນດາພາກພື້ນກ່ຽວກັບຮູບແບບແຕ່ລະຕາແສງມີຜະລິດຕະພັນໜຶ່ງ (OCOP), ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບອົງການອາຫານ ແລະ ການກະເສດ (FAO) ຈັດຂຶ້ນໃນວັນທີ 15 ກໍລະກົດ ຜ່ານມາ ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ.
ການຄ້າທົ່ວໂລກ ຂະຫຍາຍຕົວຫຼາຍກວ່າ 5% ໃນໄຕມາດທຳອິດ

ການຄ້າທົ່ວໂລກ ຂະຫຍາຍຕົວຫຼາຍກວ່າ 5% ໃນໄຕມາດທຳອິດ

ຂ່າວຕ່າງປະເທດລາຍງານ; ອົງການ​ການ​ຄ້າ​ໂລກ (WTO) ເປີດເຜີຍໃນວັນທີ 15 ກໍລະກົດ ຜ່ານມາວ່າ: ປະລິມານ​ການ​ຄ້າ​ທົ່ວ​ໂລກ​ຂະຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2025, ແຕ່​ຄາດວ່າອັດຕາການຂະຫຍາຍຕົວ​ດ້ານ​ການ​ຄ້າ​ໃນ​ປີ 2025 ຈະ​ຊ້າ​ລົງ​ຍ້ອນ​ຜົນ​ກະທົບ​ຈາກ​ອັດຕາ​ພາສີ.
ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເຄິ່ງປີທຳອິດ 21.5 ລ້ານຄົນ

ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເຄິ່ງປີທຳອິດ 21.5 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຍີ່ປຸ່ນ (JNTO) ເປີດເຜີຍຂໍ້ມູນໃນວັນທີ 16 ກໍລະກົດ ຜ່ານມາວ່າ: ຍີ່ປຸ່ນ ຕ້ອນຮັບນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດຈຳນວນ 21.5 ລ້ານ​​ຄົນ​ໃນ​ເຄິ່ງປີ​ທຳ​ອິດ​ ຂອງ​ປີ 2025, ​ໂດຍ​ຄວາມ​ຕ້ອງການ​ການເດີນທາງ​ຍັງ​ຄົງ​ແຂງ​ແຮງ ​ເຖິງແມ່ນວ່າຢູ່​ນອກ​ລະດູ​ການທ່ອງທ່ຽວ.
ທ່ານ ຮຸນມາເນດ ສັ່ງປາບປາມກຸ່ມສໍ້ໂກງທາງອອນລາຍ

ທ່ານ ຮຸນມາເນດ ສັ່ງປາບປາມກຸ່ມສໍ້ໂກງທາງອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກໍລະກົດ ຜ່ານມານີ້ວ່າ: ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີກຳປູເຈຍ ໄດ້ລົງນາມໃນຄຳສັ່ງປາບປາມເຄືອຂ່າຍການສໍ້ໂກງທາງອອນລາຍທີ່ແຜ່ຂະຫຍາຍໄປທົ່ວປະເທດ ໂດຍເຕືອນວ່າ: ເຈົ້າໜ້າທີ່ທີ່ຂັດຂວາງການປາບປາມອາດຖືກໄລ່ອອກຈາກວຽກ.
6 ເດືອນ​ຕົ້ນ​ປີ​ນີ້ຄົນ​ຕ່າງ​ປະ​ເທດເດີນ​ທາງ​ເຂົ້າ​​​ຈີນ​ແບບ​ຍົກ​ເວັ້ນ​ວີຊາ ເພີ່ມ​ຂຶ້ນ 53.9%

6 ເດືອນ​ຕົ້ນ​ປີ​ນີ້ຄົນ​ຕ່າງ​ປະ​ເທດເດີນ​ທາງ​ເຂົ້າ​​​ຈີນ​ແບບ​ຍົກ​ເວັ້ນ​ວີຊາ ເພີ່ມ​ຂຶ້ນ 53.9%

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 16 ກໍ​ລະ​ກົດ ຜ່ານມາ​, ກົມ​ຄຸ້ມ​ຄອງຄົນ​ເຂົ້າ​-ອອກ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ຈັດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ໂດຍ​ໃຫ້​ຮູ້​ວ່າ: ໃນ 6 ເດືອນ​ຕົ້ນ​ປີ​ນີ້, ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີຊາ​ສຳ​ລັບ​ກຸ່ມ​ນັກ​ທ່ອງ​ທ່ຽວ​ຈາກປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ທີ່​ຜ່ານດ່ານ​ຢູ່​ກິ່ງ​ແຂວ​ງ​ສິບ​ສອງ​ພັນ​ນາ ​ແຂວງ​ຢຸນ​ນານ​ ແລະ ​ເພີ່ມອິນ​ໂດ​ເນ​ເຊຍ​ເຂົ້າເປັນ​ປະ​ເທດ​ທີ່​​ສາ​ມາດ​​ນຳໃຊ້​ນະ​ໂຍ​ບາຍ​ຜ່ານ​ແດນຈີນ​ແບບ​​ຍົກ​ເວັ້ນ​ວີ​ຊາ​ພາຍ​ໃນ 240 ຊົ່ວ​ໂມງ.
ຫວຽດນາມ ຈັດກອງປະຊຸມທາງໄກທົ່ວປະເທດກ່ຽວກັບແຜນການເຕີບໂຕ

ຫວຽດນາມ ຈັດກອງປະຊຸມທາງໄກທົ່ວປະເທດກ່ຽວກັບແຜນການເຕີບໂຕ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ກໍລະກົດ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກລະຫວ່າງລັດຖະບານກັບທ້ອງຖິ່ນ ກ່ຽວກັບແຜນການເຕີບໂຕເສດຖະກິດ ປີ 2025 ແລະ ບັນດາໜ້າທີ່, ມາດຕະການແກ້ໄຂ ເພື່ອປະຕິບັດເປົ້າໝາຍເຕີບໂຕປີ 2025. ກອງປະຊຸມໄດ້ຈັດຂຶ້ນໂດຍກົງຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ໂດຍເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ແລະ 3.300 ກວ່າຕາແສງ, ເຂດພິເສດໃນທົ່ວປະເທດ.
ຜູ້ຜະລິດກະແລັມ ກວ່າ 90% ກຽມຍົກເລີກການໃຊ້ສີປະສົມອາຫານສັງເຄາະ

ຜູ້ຜະລິດກະແລັມ ກວ່າ 90% ກຽມຍົກເລີກການໃຊ້ສີປະສົມອາຫານສັງເຄາະ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ກໍລະກົດ ຜ່ານມາວ່າ: ສະມາຄົມອາຫານ ​ແລະ ຜະລິດຕະພັນນົມ​ສາກົນ (IDFA) ​ແລະ ​ເຈົ້າ​ໜ້າ​ທີ່​ລັດຖະບານ​ສະຫະລັດ ອາເມຣິກາ ​ປະກາດຫວ່າງມໍ່ໆມານີ້ວ່າ: ຜູ້ຜະລິດ​ກະແລັມ 40 ກວ່າແຫ່ງ ​ຊຶ່ງກວມອັດຕາສ່ວນຫຼາຍກວ່າ 90% ຂອງຕະຫຼາດ ຈະ​ຍົກ​ເລີກການໃຊ້ສີປະສົມ​ອາຫານສັງເຄາະ ໃນຜະລິດຕະພັນພາຍໃນ​ປີ 2028, ຍົກ​ເວັ້ນ​ຜະລິດ​ຕະພັນ​ທີ່​ບໍ່​ມີ​ນົມ.
ເພີ່ມເຕີມ