ຍີ່ປຸ່ນ ກຽມຂະຫຍາຍການພັດທະນາພະລັງງານລົມນອກແຄມຝັ່ງ

ຍີ່ປຸ່ນ ກຽມຂະຫຍາຍການພັດທະນາພະລັງງານລົມນອກແຄມຝັ່ງ
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນໄດ້ອະນຸມັດຮ່າງການແກ້ໄຂກົດໝາຍທີ່ມີຢູ່ ເພື່ອອະນຸຍາດໃຫ້ມີການດຳເນີນໂຄງການພັດທະນາພະລັງງານລົມນອກແຄມຝັ່ງໃນເຂດເສດຖະກິດສະເພາະ (EEZ) ຖືວ່າເປັນການເຄື່ອນໄຫວທີ່ສຳຄັນຂອງປະເທດໃນການບັນລຸເປົ້າໝາຍຄວາມເປັນກາງທາງກາກບອນພາຍໃນປີ 2050.
    ຍີ່ປຸ່ນຕັ້ງເປົ້າໝາຍທີ່ຈະມີໂຄງການພະລັງງານລົມນອກແຄມຝັ່ງ ຊຶ່ງມີກຳລັງການຜະລິດໄຟຟ້າ 10 ກິກກະວັດພາຍໃນປີ 2030 ແລະ ເພີ່ມເປັນ 45 ກິກກະວັດພາຍໃນປີ 2040 ເພື່ອທົດແທນເຊື້ອໄຟຟອດຊິວລວມເຖິງຖ່ານຫີນ ແລະ ແກັສທຳມະຊາດແຫຼວ (LNG) ໃນອັດຕາສ່ວນພະລັງງານຂອງປະເທດ ໂດຍມີກັງຫັນລົມລອຍນ້ຳເປັນສ່ວນສຳຄັນ. ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນກັບກະຊວງທີ່ດິນ, ໂຄງສ້າງພື້ນຖານ, ການຂົນສົ່ງ ແລະ ການທ່ອງທ່ຽວຍີ່ປຸ່ນລະບຸໃນຖະແຫຼງການຮ່ວມວ່າ: ກົດໝາຍໃໝ່ຈະອະນຸຍາດໃຫ້ຕິດຕັ້ງກັງຫັນລົມໃນທະເລ ຊຶ່ງຢູ່ໄກຈາກນ່ານນ້ຳອານາເຂດ ແລະ ນ່ານນ້ຳພາຍໃນຂອງປະເທດໃນປັດຈຸບັນ. ທ່ານ ເຄນ ໄຊໂຕະ ລັດຖະມົນຕີກະຊວງອຸດສາຫະກຳຍີ່ປຸ່ນກ່າວວ່າ: ຮ່າງແກ້ໄຂຂອງກົດໝາຍສະບັບນີ້ຈະເຮັດໃຫ້ເຮົາສາມາດສ້າງໂຄງການຂະໜາດໃຫຍ່ທີ່ໝັ້ນຄົງໃນພື້ນທີ່ທະເລໄດ້ ກົດໝາຍໃໝ່ນີ້ຈະເລັ່ງການຂະຫຍາຍຕົວຂອງໂຄງການພະລັງງານລົມນອກແຄມຝັ່ງ. ທັງນີ້, ບໍລິສັດພະລັງງານລະດັບໂລກຫຼາຍແຫ່ງຕ່າງກໍຮຽກຮ້ອງໃຫ້ຍີ່ປຸ່ນເພີ່ມການປະມູນ ແລະ ເຮັດໃຫ້ການລົງທຶນໜ້າດຶງດູດຍິ່ງຂຶ້ນເນື່ອງຈາກການແຂ່ງຂັນໃນກຸ່ມຜູ້ຈັດຫາທີ່ດິນເພີ່ມຂຶ້ນທົ່ວໂລກ ຕະຫຼອດຈົນບົດບັນທຶກການປ່ຽນແປງກົດໝາຍ EEZ.
    ທ່ານ ໄຊໂຕະ ລະບຸຕື່ມວ່າ: ຄວາມຍິນຍອມຈາກຊຸມຊົນການປະມົງຖືວ່າເປັນສິ່ງສຳຄັນສຳລັບການອະນຸມັດໂຄງການ ເນື່ອງຈາກຍີ່ປຸ່ນເປັນທັງຜູ້ສົ່ງອອກ ແລະ ຜູ້ບໍລິໂພກຜະລິດຕະພັນທາງທະເລລາຍໃຫຍ່. ປັດຈຸບັນ, ຍີ່ປຸ່ນມີໂຄງການຜະລິດໄຟຟ້າຈາກພະລັງງານລົມນອກແຄມຝັ່ງຂະໜາດນ້ອຍກວ່າ 0,5 ກິກກະວັດ ແລະ ກຳລັງພັດທະນາທົ່ງກັງຫັນລົມລອຍນໍ້າຈຳນວນໜຶ່ງ ໂດຍມີຈຸດປະສົງເພື່ອການສາທິດເປັນຫຼັກ.

ຄໍາເຫັນ

ຂ່າວຕ່າງປະເທດ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ມັງກອນ ຜ່ານມາວ່າ: ໃນສານຕ້ອນຮັບປີໃໝ່ 2026, ບັນດາການນຳໂລກໄດ້ສົ່ງຄຳອວຍພອນ ພ້ອມກັບຄຳຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ໃນນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ແມ່ນຄວາມວິຕົກກັງວົນ ແລະ ບຸລິມະສິດແຖວໜ້າກັບຫຼາຍປະເທດ. ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການສ້າງຕັ້ງສັນຕິພາບ ແລະ ຄວາມຍຸຕິທຳ.
ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ຂ່າວສານຊີອາໄອລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປີ 2026 ເປັນປີແຫ່ງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ ຄົບຮອບ 16 ປີ.​ ຄຽງຄູ່ກັບການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ການປ່ຽນແປງທີ່ສາມາດເຫັນ ແລະ ນໍາໃຊ້ໄດ້ທີ່ນັບມື້ນັບຫຼາຍຂຶ້ນນັ້ນ ພວມອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນນັ້ນ, ການເຊື່ອມໂຍງເຊື່ອມຈອດດ້ວຍ QR Code ກໍແມ່ນໜຶ່ງໃນການປ່ຽນແປງທີ່ໂດດເດັ່ນທີ່ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຢູ່ໃນພາກພື້ນໃຫ້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕຣນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕທີ່ສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວ້າງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026

ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ສາ​ກົນ​ 2026 ກຳ​ລັງ​ຈະ​ກ້າວ​ເຂົ້າມາ​ເຖິງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ອວຍ​ພອນ​ປີ​ໃໝ່ ແລະ ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ເຖິງ​ບັນ​ດາ​ທ່ານ ໂດຍ​ຜ່ານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະອິນ​ເຕີ​ເນັດ.
ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.
ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງໂລກ, ໂດຍອ້າງເຖິງການເຜົາໄໝ້ເຊື້ອໄຟຟອດຊິວຢ່າງບໍ່ຢຸດຢັ້ງເປັນສາເຫດຫຼັກຂອງໄພພິບັດທົ່ວໂລກ, ໄດ້ເອົາຊີວິດຄົນນັບບໍ່ຖ້ວນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດວັດແທກໄດ້.
ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ເພີ່ມເຕີມ