ຍີ່ປຸ່ນ ນຳເຂົ້າເຂົ້າຈາກ ສ ເກົາຫຼີ ຄັ້ງທຳອິດໃນຮອບ 26 ປີ

ຍີ່ປຸ່ນ ນຳເຂົ້າເຂົ້າຈາກ ສ ເກົາຫຼີ ຄັ້ງທຳອິດໃນຮອບ 26 ປີ

ຍີ່ປຸ່ນ ນຳເຂົ້າເຂົ້າຈາກ ສ ເກົາຫຼີ ຄັ້ງທຳອິດໃນຮອບ 26 ປີ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ເຈົ້າໜ້າທີ່ ສ ເກົາຫຼີ ເປີດເຜີຍວ່າ: ຍີ່ປຸ່ນ ໄດ້ນໍາເຂົ້າເຂົ້າຈາກ ສເກົາຫຼີ ເປັນຄັ້ງທຳອິດ ນັບຕັ້ງແຕ່ປີ 1999 ທ່າມກາງວິກິດການລາຄາເຂົ້າພາຍໃນປະເທດ ທີ່ເພີ່ມສູງຂຶ້ນ. ສົ່ງ​ຜົນ​ໃຫ້​ເກີດຄວາມ​ຕ້ອງ​ການ​ສິນຄ້າ​ຈາກ​ຕ່າງ​ປະ​ເທດ​ເຖິງ​ແມ່ນ​ວ່າ​ຈະ​ປະ​ເຊີນ​ໜ້າ​ກັບ​ພາ​ສີ​ນໍາ​ເຂົ້າ​ສູງ​ກໍຕາມ.

 

ບົດລາຍງານລະບຸວ່າ: ການນຳເຂົ້າຄັ້ງນີ້ແມ່ນໄດ້ຮັບການນຳເຂົ້າຜ່ານຫ້ອງການສະຫະກອນກະສິກຳແຫ່ງຊາດສເກົາຫຼີ (NACF) ປະຈຳຍີ່ປຸ່ນ, ໂດຍເຂົ້າສານ 2 ໂຕນຂອງສເກົາຫຼີ ໄດ້ຈຳໜ່າຍຜ່ານຊ່ອງທາງອອນລາຍ ແລະ ຮ້ານຊັບພະສິນຄ້າທ້ອງຖິ່ນໃນເດືອນນີ້ ຊຶ່ງຖືເປັນການຂາຍເຂົ້າສານຄັ້ງທຳອິດ ໃນຍີ່ປຸ່ນ ນັບຕັ້ງແຕ່ຫ້ອງການ NACF ໄດ້ເປີດຢູ່ໃນປະເທດຍີ່ປຸ່ນ.

ເຖິງແມ່ນວ່າຈຳນວນດັ່ງກ່າວຈະເປັນອັດຕາສ່ວນຂະໜາດນ້ອຍເມື່ອທຽບກັບການບໍລິໂພກທັງໝົດຂອງຍີ່ປຸ່ນ, ແຕ່ຖືວ່າເປັນສັນຍານໃນທາງບວກສໍາລັບຂະແໜງການສົ່ງອອກຂອງ ສ ເກົາຫຼີ ຊຶ່ງກໍາລັງປະເຊີນກັບຄວາມກົດດັນຈາກນະໂຍບາຍການຄ້າຂອງປະທານາທິບໍດີສະຫະລັດ ອາເມຣິກາ.

ເຈົ້າໜ້າທີ່ຈາກຫ້ອງການ NACF ປະເທດຍີ່ປຸ່ນ ກ່າວວ່າ: ກ່ອນໜ້ານີ້, ເຂົ້າຂອງ ສ ເກົາຫຼີບໍ່ສາມາດແຂ່ງຂັນດ້ານລາຄາຢູ່ຕະຫຼາດຍີ່ປຸ່ນເນື່ອງຈາກພາສີນໍາເຂົ້າສູງ, ທ່ານກ່າວຕື່ມວ່າ: ເຂົ້າຈໍານວນ 2 ໂຕນ ງວດທໍາອິດໄດ້ຂາຍໝົດແລ້ວ ແລະ ກຽມຈະສົ່ງເຂົ້າສານຕື່ມອີກ 20 ໂຕນພາຍໃນອາທິດຕໍ່ໄປ ຊຶ່ງເມື່ອລວມເຂົ້າກັນແລ້ວຈະເປັນຈຳນວນຫຼາຍທີ່ສຸດໃນຮອບ 35 ປີ.

ທັງນີ້, ຂໍ້ມູນຂອງກະຊວງພາຍໃນຍີ່ປຸ່ນລະບຸວ່າ: ລາຄາເຂົ້າຂອງຍີ່ປຸ່ນໄດ້ເພີ່ມຂຶ້ນ 92% ໃນເດືອນມີນາ ເມື່ອທຽບກັບເດືອນດຽວກັນຂອງປີກາຍນີ້ ຊຶ່ງເປັນການເພີ່ມຂຶ້ນໄວທີ່ສຸດນັບແຕ່ມີການເກັບກຳຂໍ້ມູນໃນປີ 1971 ແລະ ໄດ້ກາຍເປັນປັດໄຈຕົ້ນຕໍທີ່ເຮັດໃຫ້ອັດຕາເງິນເຟີ້ໃນທົ່ວປະເທດເພີ່ມຂຶ້ນ.

ການຄ້າເຂົ້ານີ້ເກີດຂຶ້ນໃນໄລຍະທີ່ທັງສອງປະເທດພະຍາຍາມຮັດແໜ້ນສາຍພົວພັນດ້ານການຄ້າ. ເພື່ອຮັບມືກັບນະໂຍບາຍການຄ້າຂອງ ສະຫະລັດ ອາເມລິກາໃນເດືອນຜ່ານມາ, ຫົວໜ້າຄະນະເຈລະຈາດ້ານການຄ້າຂອງສເກົາຫຼີ, ຈີນ ແລະ ຍີ່ປຸ່ນໄດ້ຈັດກອງປະຊຸມຢູ່ສເກົາຫຼີ ແລະຢືນຢັນຄືນໃໝ່ຄຳໝັ້ນສັນຍາສະໜັບສະໜູນການຄ້າເສລີ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ຫວ່າງມໍ່ໆມານີ້, ​ໜັງ​ສື​ພິມ China Daily ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ ທ່ານ ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ທີ່​ລະ​ບຸ​ວ່າ, ເສດ​ຖະ​ກິດ​ອາ​ຊຽນ​ແລະ​ຈີນ​ພວມ​ຢູ່​ໃນ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ, ຕະ​ຫຼາດ​ດີຈີ​ຕອນ​ໄດ້​ກາຍ​ເປັນ​ຫົວ​ຈັກ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ.
ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ສິງກະໂປໄດ້ເຜີຍແຜ່ບົດລາຍງານພາບລວມຄອບຄົວໃນອາຊຽນ ປີ 2026 ສະບັບທໍາອິດ, ໂດຍອີງໃສ່ຂໍ້ມູນຈາກອົງການຂອງພາກລັດ ແລະ ຜົນການສຳຫຼວດໃນ 10 ຕົວເມືອງອາຊຽນພົບວ່າ, ປະຊາຊົນໃນບັນດາປະເທດສະມາຊິກອາຊຽນມີທ່າອ່ຽງເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ. ໃນຂະນະທີ່ຄົວເຮືອນທີ່ໄດ້ຮັບການສຳຫຼວດສ່ວນໃຫຍ່ມີຄວາມເຂັ້ມແຂງ ແລະ ຊີວິດການເປັນຢູ່ທີ່ດີ ໃນລະດັບປານກາງຫາສູງ, ມີຄຸນນະພາບຊີວິດທີ່ດີ ແລະ ມີສາຍພົວພັນໃນຄອບຄົວທີ່ແໜ້ນແຟ້ນ.
ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ໃນວັນ​ທີ 19 ພະ​ຈິກ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ແລະ ທ່ານ​ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​​ພົບ​ປະ​ກັນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ​ແຂວງກວາງ​ຕຸ້ງ​ຈີນ. ຜູ້​ນຳ​ຣັດ​ເຊຍ ແລະ ສະຫະລັດ ອາ​ເມ​ຣິ​ກາ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ຈີນ​ທີ່ໄດ້ຈັດ​ກາ​ນ​ພົບ​ປະ​​ຄັ້ງ​​ປະ​ຫວັດ​ສາດນີ້. ປະ​ມຸກ​ລັດ​ 3 ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ທັງມຸ່ງໝັ້ນທີ່ຈະຮັກ​ສາ​ສະ​ຖຽນ​ລະ​ພາບທາງ​ຍຸ​ດ​ທະ​ສາດ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ.
ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ ຜ່ານມາຢູ່​ນະ​ຄອນເຊິນ​ເຈິນ ປະ​ເທດຈີນ, ໃນ​ຂອບ​ເຂດກອງ​ປະ​ຊຸມ​​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ​ຂອງເວ​ທີ​ປາ​ໄສ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) ​ຄັ້ງ​ທີ 33, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ​ຍ່ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຮັບບົດ​ບາດປະ​ທານ APEC2027 ຢ່າງ​ເປັນ​ທາງ​ການ​​ ຈາກທ່ານສີຈິນ​ຜິ້ງ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດຈີນ, ສ້າງ​ຂີດ​ໝາຍ​​ສຳ​ຄັນ ແລະ ເປີດ​ສາກປີ​ APEC ຫວຽດ​ນາມ2027 ຢ່າງ​ເປັນ​ທາງ​ການ.
ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ-ອຸດສາຫະກໍາ ແລະ ກະຊວງພັດທະນາດີຈີຕອນ-ຂໍ້ມູນຂ່າວສານສິງກະໂປໄດ້ເປີດເຜີຍວ່າ, ສິງກະໂປກໍາລັງສຶກສາຜົນກະທົບທີ່ອາດເກີດຂຶ້ນຈາກມາດຕະການຄວບຄຸມການສົ່ງອອກເຊມິຄອນດັກເຕີຂັ້ນສູງສະບັບໃໝ່ ຂອງສະຫະລັດ ອາເມຣິກາ. ໂດຍຢູ່ໃນລະຫວ່າງການປຶກສາຫາລືກັບບໍລິສັດທີ່ໄດ້ຮັບຜົນກະທົບ ແລະ ປຶກສາຫາລືກັບອົງການທີ່ກ່ຽວຂ້ອງ ຂອງສະຫະລັດ ອາເມຣິກາ ກ່ຽວກັບຂອບເຂດ ແລະ ການບັງຄັບໃຊ້ມາດຕະການດັ່ງກ່າວ.
ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ທະນາຄານກາງອິນໂດເນເຊຍ (BI) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍ 0.25% ເປັນ 6% ເພື່ອຮັກສາສະຖຽນລະພາບຂອງເງິນຣູເປຍ ທ່າມກາງຄວາມບໍ່ແນ່ນອນທົ່ວໂລກທີ່ເພີ່ມຂຶ້ນ ແລະ ເພື່ອຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເປົ້າໝາຍ.
ທ່ານ ສີ​ຈິ້ນ​ຜິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ APEC ຄັ້ງ​ທີ 33

ທ່ານ ສີ​ຈິ້ນ​ຜິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ APEC ຄັ້ງ​ທີ 33

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ຄັ້ງ​ທີ 33 ຢູ່​ສູນ​ແລກ​ປ່ຽນ​ສາ​ກົນ​ນະ​ຄອນ​​ເຊີ່ນ​ເຈີ້ນ​ ແຂວງກວາງ​ຕຸ້ງຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ສ້າງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ, ສືບ​ຕໍ່​ຂຽນ​ບົດ​ໃໝ່ໃນ ‘ສິ່ງ​ມະ​ຫັດ​ສະ​ຈັນ​ອາ​ຊີ-ອາ​ຊີ​ຟິກ’”.
ຫວຽດນາມ ຍົກກອອກ 3 ຂໍ້ສະເໜີ ໃນກອງປະຊຸມ COP 31

ຫວຽດນາມ ຍົກກອອກ 3 ຂໍ້ສະເໜີ ໃນກອງປະຊຸມ COP 31

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ພະຈິກ ຜ່ານມາ, ທ່ານ ໂຮ່ກວກຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ໄດ້ກ່າວຄຳເຫັນ​ໃນວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນສູງ ກອງປະຊຸມຄັ້ງ​ທີ 31 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ຂອບ​ສົນ​ທິ​ສັນ​ຍາສະຫະປະຊາຊາດ ກ່ຽວ​ກັບການປ່ຽນແປງ​ຂອງ​ດິນ​ຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ,
ທ່ານ ພຣາໂບໂວ ຊູບຽນໂຕ ຂໍໂທດປະເທດເພື່ອນບ້ານ ກ່ຽວກັບບັນຫາໝອກຄວັນ

ທ່ານ ພຣາໂບໂວ ຊູບຽນໂຕ ຂໍໂທດປະເທດເພື່ອນບ້ານ ກ່ຽວກັບບັນຫາໝອກຄວັນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ພະຈິກ ນີ້ວ່າ: ໃນວັນທີ 15 ພະຈິກ ຜ່ານມາ, ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ທີ່ຈັດຂຶ້ນຢູ່ນະຄອນຫຼວງມະນີລາ ປະເທດຟິລິບປິນ, ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ກ່າວຂໍໂທດຕໍ່ປະເທດສິງກະໂປ ແລະ ມາເລເຊຍ ເນື່ອງຈາກບັນຫາໝອກຄວັນຂ້າມຊາຍແດນສ້າງຜົນກະທົບຕໍ່ປະເທດເພື່ອນບ້ານ.
ການຜະລິດ ແລະ ສົ່ງອອກຊີ້ນງົວຂອງອົສຕຣາລີ ຈະເຕີບໂຕ 3% ໃນປີ 2027

ການຜະລິດ ແລະ ສົ່ງອອກຊີ້ນງົວຂອງອົສຕຣາລີ ຈະເຕີບໂຕ 3% ໃນປີ 2027

ຂ່າວຕ່າງປະເທດລາຍງານໃນວັນທີ 17 ພະຈິກ ຜ່ານມາວ່າ: ທະນາຄານຣາໂບ (Rabobank) ໄດ້ເປີດເຜີຍໃນບົດລາຍງານທ່າອ່ຽງຕະຫຼາດຊີ້ນງົວໂລກປະຈຳໄຕມາດທີ 4 ປີ 2026 ໃນວັນທີ 16 ພະຈິກ ຜ່ານມາວ່າ, ການຜະລິດ ແລະ ການສົ່ງອອກຊີ້ນງົວຂອງອົສຕຣາລີຄາດວ່າຈະເພີ່ມຂຶ້ນໃນປີ 2027 ຊຶ່ງກົງກັນຂ້າມກັບການສະໜອງທົ່ວໂລກທີ່ຫຼຸດລົງເປັນປີທີ 2 ຕິດຕໍ່ກັນ.
ເພີ່ມເຕີມ