ສະພາແຫ່ງຊາດຍີ່ປຸ່ນ ໄດ້ຮັບຮອງເອົາງົບປະມານເພີ່ມ

ຍີ່ປຸ່ນ ຜ່ານແຜນຮ່າງງົບປະມານ 90 ຕື້ໂດລາ

ຍີ່ປຸ່ນ ຜ່ານແຜນຮ່າງງົບປະມານ 90 ຕື້ໂດລາ
ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 17 ທັນວາ ຜ່ານມາສະພາແຫ່ງຊາດຍີ່ປຸ່ນ ໄດ້ຮັບຮອງເອົາງົບປະມານເພີ່ມອີກ 13,900 ຕື້ເຢນ (90 ຕື້ໂດລາ) ໃນປີງົບປະມານປັດຈຸບັນ (ຮອດເດືອນ ມີນາ 2025) ເພື່ອໜູນຊ່ວຍບ້ວງເງິນຊ່ວຍເຫຼືອເສດຖະກິດໃໝ່

ເພື່ອຫຼຸດຜ່ອນຄວາມກົດດັນເງິນເຟີ້ ແລະ ຮັບໃຊ້ການຟື້ນຟູຄືນໃໝ່ຫຼັງໄພພິບັດ.ແຜນການໃຊ້ຈ່າຍດັ່ງກ່າວໄດ້ຮັບການອະນຸມັດຈາກສະພາສູງຫຼັງຈາກໄດ້ຮັບການອະນຸມັດຈາກສະພາຕ່ຳໃນອາທິດຜ່ານມາ.
ດ້ວຍງົບປະມານເພີ່ມເຕີມ ແລະ ການບໍລິຫານຂອງທ່ານ ອິຊິບະນາຍົກລັດຖະມົນຕີຍີ່ປຸ່ນ ຈະຜັນຂະຫຍາຍຊຸດເສດຖະກິດທີ່ມີມູນຄ່າ 39.000 ຕື້ເຢນ, ລວມທັງເງິນອຸດໜູນເພື່ອຫຼຸດຜ່ອນຄ່າໄຟຟ້າ ແລະ ເງິນສົດຄັ້ງດຽວໃຫ້ບັນດາຄອບຄົວທີ່ມີລາຍຮັບຕ່ຳ.
ນະໂຍບາຍເພີ່ມເຕີມຂອງງົບປະມານ 2024 ຍັງລວມເຖິງການໃຊ້ຈ່າຍໃນການຟື້ນຟູຄືນໃໝ່ໃນແຫຼມໂນໂຕະ (Noto) ທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຮຸນແຮງໃນຕົ້ນປີນີ້ ແລະ ຝົນຕົກໜັກໃນເດືອນກັນຍາ.ລັດຖະບານຍີ່ປຸ່ນ ຈະສະໜອງທຶນປະມານເຄິ່ງໜຶ່ງຂອງງົບປະມານເພີ່ມເຕີມ, ເທົ່າກັບ 6,700 ຕື້ເຢນ, ຜ່ານການອອກພັນທະບັດໃໝ່.

ຄໍາເຫັນ

ຂ່າວຕ່າງປະເທດ

ມົງໂກລີ ພາກເໜືອຂອງ ສປ ຈີນ ສົ່ງເສີມການລົງທຶນພະລັງງານສີຂຽວ

ມົງໂກລີ ພາກເໜືອຂອງ ສປ ຈີນ ສົ່ງເສີມການລົງທຶນພະລັງງານສີຂຽວ

ວັນທີ 6 ສິງຫາ ຜ່ານມາ, ພະແນກການຄ້າ, ການພັດທະນາ ແລະ ການປະຕິຮູບ, ພະແນກອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພະແນກພະລັງງານຂອງເຂດປົກຄອງຕົນເອງມົງໂກລີທາງພາກເໜືອຂອງ ສປ ຈີນ ຮ່ວມກັນຈັດງານສົ່ງເສີມການລົງທຶນຢູ່ເມືອງ Lianyungang, ແຂວງ Jiangsu ທາງພາກຕາເວັນອອກຂອງ ສປ ຈີນ, ໂດຍສຸມໃສ່ການຊອກຫາວິທີດຶງດູດອຸດສາຫະກຳທີ່ໃຊ້ພະລັງງານສູງ ແລະ ກ້າວໜ້າ ໂດຍການນຳໃຊ້ປະໂຫຍດຈາກພະລັງງານສີຂຽວຂອງພາກພື້ນ.
ເສດຖະກິດມາເລເຊຍເຕີບໂຕ 6% ໃນໄຕມາດທີສອງ

ເສດຖະກິດມາເລເຊຍເຕີບໂຕ 6% ໃນໄຕມາດທີສອງ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທະນາຄານກາງມາເລເຊຍລາຍງານວ່າ,ເສດຖະກິດມາເລເຊຍໃນໄຕມາດທີສອງ (ເມສາ-ມິຖຸນາ) ຂອງປີ 2026 ຂະຫຍາຍຕົວ 6% ຕໍ່ປີ, ເພີ່ມຂຶ້ນຈາກ 5.4% ໃນໄຕມາດທຳອິດ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການພາຍໃນປະເທດທີ່ເຂັ້ມແຂງ ແລະ ການສົ່ງອອກທີ່ເພີ່ມຂຶ້ນ.
ອີຣັກ ເລັ່ງຂະຫຍາຍຊ່ອງທາງສົ່ງອອກນ້ຳມັນ

ອີຣັກ ເລັ່ງຂະຫຍາຍຊ່ອງທາງສົ່ງອອກນ້ຳມັນ

ຂ່າວຕ່າງປະເທດລາຍງານໃນວັນທີ 16 ສິງຫາ ຜ່ານມາວ່າ: ການສົ່ງອອກນ້ຳມັນຂອງອີຣັກໄດ້ເພີ່ມຂຶ້ນນັບຕັ້ງແຕ່ຕົ້ນເດືອນສິງຫາ 2026, ໂດຍສະເລ່ຍປະມານ 2 ລ້ານບາເຣວຕໍ່ມື້ ຊຶ່ງເປັນຜົນມາຈາກການຂະຫຍາຍປະລິມານການສົ່ງອອກຢ່າງຕັ້ງໜ້າຂອງລັດຖະບານ, ການເປີດເສັ້ນທາງຂົນສົ່ງນໍ້າມັນ ແລະ ອາຍແກ໊ສເພີ່ມເຕີມ.
ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ອິນໂດເນເຊຍ ເຮັດໃຫ້ 5,000 ກວ່າຄົນຕ້ອງຍົກຍ້າຍ

ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ອິນໂດເນເຊຍ ເຮັດໃຫ້ 5,000 ກວ່າຄົນຕ້ອງຍົກຍ້າຍ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ສິງຫານີ້ວ່າ: ໃນວັນທີ 16 ສິງຫາ ຜ່ານມາ,ອົງການຫຼຸດຜ່ອນໄພພິບັດແຫ່ງຊາດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ, ແຜ່ນດິນໄຫວຂະໜາດ 7,7 ຣິກເຕີທີ່ເກີດຂຶ້ນຢູ່ແຂວງນູຊາ ເຕງກາຣາ ຕາເວັນອອກ ເຮັດໃຫ້ 5,000 ກວ່າຄົນຕ້ອງໄດ້ຍົກຍ້າຍເພື່ອລີ້ໄພ. ປັດຈຸບັນ, ໜຶ່ງໃນບຸລິມະສິດຂອງວຽກງານກູ້ໄພສຸກເສີນແມ່ນການຮັບປະກັນຄວາມຕ້ອງການດ້ານການດຳລົງຊີວິດປະຈຳວັນຂອງຜູ້ປະສົບໄພຢູ່ບ່ອນພັກທີ່ຈັດສັນໄວ້ ແລະ ການສະໜອງເຄື່ອງບັນເທົາທຸກ.
ຫວຽດນາມ ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ

ຫວຽດນາມ ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ກອງບັນຊາການນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ, ນັບແຕ່ວັນທີ 23 ມິຖຸນາ ມາຮອດປັດຈຸບັນ, ບັນດາກຳລັງປະຕິບັດໜ້າທີ່ຄົ້ນຫາ, ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢັ້ງຢືນຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ ຕາແສງຮວ່າຮຶງ ນະຄອນໂຮ່ຈິມິນ ໄດ້ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ.
ການສົ່ງອອກລົດຂອງຈີນ ສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນ

ການສົ່ງອອກລົດຂອງຈີນ ສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນ

ວິທະຍຸ,ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 13 ສິງຫານີ້ວ່າ: ແຫຼ່ງຂ່າວຈາກສະມາຄົມອຸດສາຫະກຳລົດຈີນໃຫ້ຮູ້ໃນວັນທີ 12 ສິງຫາ ຜ່ານມາວ່າ, ການສົ່ງອອກລົດຂອງຈີນຍັງສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນຢ່າງແຂງແຮງ, ສະເພາະເດືອນກໍລະກົດຜ່ານມາ ໄດ້ສົ່ງອອກລົດຫຼາຍກວ່າ 1.04 ລ້ານຄັນ, ເພີ່ມຂຶ້ນ 81.3% ເມື່ອທຽບໃສ່ເດືອນກໍລະກົດປີກາຍ. ໃນນັ້ນ, ລົດໃຊ້ພະລັງງານໃໝ່ມີເຖິງ 553,000 ກວ່າຄັນ, ເພີ່ມຂຶ້ນ 145.5%.
ຄື້ນຄວາມຮ້ອນໃນທະເລ ກຳລັັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງມະນຸດ

ຄື້ນຄວາມຮ້ອນໃນທະເລ ກຳລັັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ການຄົ້ນຄວ້າໃໝ່ທີ່ດຳເນີນຮ່ວມກັນໂດຍມະຫາວິທະຍາໄລ Adelaide ຂອງອົສຕຣາລີ ແລະ ມະຫາວິທະຍາໄລຮ່ອງກົງ (ຈີນ) ເປີດເຜີຍວ່າ, ຄື້ນຄວາມຮ້ອນໃນມະຫາສະໝຸດກຳລັງກາຍເປັນໄພຂົ່ມຂູ່ທີ່ເພີ່ມຂຶ້ນຕໍ່ສຸຂະພາບຂອງມະນຸດ, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ປະກາລັງທີ່ກຳລັງຈະສູນພັນ ຫຼື ປະລິມານສັດນໍ້າທີ່ຫຼຸດລົງເທົ່ານັ້ນ. ໂດຍທີມນັກຄົ້ນຄວ້າກຳລັງຮຽກຮ້ອງໃຫ້ຄື້ນຄວາມຮ້ອນໃນມະຫາສະໝຸດເປັນບັນຫາສາທາລະນະສຸກທີ່ສຳຄັນ, ໂດຍເຕືອນບໍ່ໃຫ້ມອງຂ້າມຜົນກະທົບຂອງມັນຕໍ່ມະນຸດເຖິງວ່າຈະມີຫຼັກຖານທີ່ເພີ່ມຂຶ້ນຂອງຜົນກະທົບຢ່າງກວ້າງຂວາງ.
ໂລກປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ

ໂລກປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ສິງຫາ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາໂລກ (WMO) ອ້າງອີງຂໍ້ມູນຈາກອົງການຕິດຕາມກວດກາການປ່ຽນແປງສະພາບອາກາດ Copernicus (C3S) ລາຍງານວ່າ, ໂລກໄດ້ປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ. ອຸນຫະພູມພື້ນຜິວໂລກໂດຍສະເລ່ຍໃນເດືອນກໍລະກົດສູງກວ່າ 1.47 ອົງສາ ເມື່ອທຽບກັບຄ່າສະເລ່ຍກ່ອນຍຸກອຸດສາຫະກຳໃນປີ 1850-1900, ຍ້ອນວ່າພື້ນທີ່ສ່ວນໃຫຍ່ຂອງຊີກໂລກເໜືອໄດ້ປະສົບກັບຄື້ນຄວາມຮ້ອນທີ່ຮຸນແຮງ, ໄພແຫ້ງແລ້ງທີ່ຍາວນານ ແລະ ໄຟໄໝ້ປ່າ, ໃນຂະນະທີ່ພາກພື້ນອື່ນໆມີຝົນຕົກໜັກ ແລະ ນໍ້າຖ້ວມ.
ດັດຊະນີລາຄາຜູ້ບໍລິໂພກຂອງຍີ່ປຸ່ນ ໃນເດືອນກໍລະກົດ ຫຼຸດລົງເຫຼືອ 7.2%

ດັດຊະນີລາຄາຜູ້ບໍລິໂພກຂອງຍີ່ປຸ່ນ ໃນເດືອນກໍລະກົດ ຫຼຸດລົງເຫຼືອ 7.2%

ຂ່າວຕ່າງປະເທດລາຍງານວ່າ: ເຈົ້າໜ້າທີ່ຍີ່ປຸ່ນໄດ້ເປີດເຜີຍຂໍ້ມູນໃນວັນທີ 13 ສິງຫາ ນີ້ວ່າ, ດັດຊະນີລາຄາຜູ້ຜະລິດ (PPI) ຂອງຍີ່ປຸ່ນ ຊຶ່ງເປັນມາດຕະການວັດແທກຕົ້ນທຶນສິນຄ້າຢູ່ໜ້າໂຮງງານ, ໄດ້ເພີ່ມຂຶ້ນ 7.2% ໃນເດືອນກໍລະກົດ ເມື່ອທຽບກັບປີກ່ອນ ຊຶ່ງຫຼຸດລົງເລັກນ້ອຍຈາກລະດັບ 7.3% ໃນເດືອນມິຖຸນາ ແລະ ຕໍ່າກວ່າຄວາມຄາດຫວັງຂອງນັກວິເຄາະ ທີ່ 7.4%.
ຫວຽດນາມ ເສົາຄ້ຳຍຸດທະສາດໃນ 5 ພື້ນຖານເສດຖະກິດດີເດັ່ນອາຊຽນ

ຫວຽດນາມ ເສົາຄ້ຳຍຸດທະສາດໃນ 5 ພື້ນຖານເສດຖະກິດດີເດັ່ນອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 13 ສິງຫາ ຜ່ານມາວ່າ: ດ້ວຍຂອບຂະໜາດ, ພື້ນຖານອຸດສາຫະກຳ, ໂຄງປະກອບປະຊາກອນ ແລະ ຕະຫຼາດບໍລິໂພກ ນັບມື້ນັບເປີດກວ້າງ, 5 ພື້ນຖານເສດຖະກິດ ລວມມີ: ມາເລເຊຍ, ອິນໂດເນເຊຍ, ໄທ, ຫວຽດນາມ ແລະ ຟີລິບປິນ ພວມກຳນົດຖານະບົດບາດຢູ່ອາຊີຕາເວັນອອກສ່ຽງໃຕ້ໃນແຜນທີ່ທຶນທົ່ວໂລກກໍຄືວົງຈອນເຕີບໂຕຕໍ່ໄປຂອງອາຊຽນ. ໃນນັ້ນ, ຫວຽດນາມ ພົ້ນເດັ່ນຂຶ້ນຄືໜຶ່ງໃນບັນດາກຳລັງໜູນຢ່າງແຮງທີ່ສຸດໃນການເຕີບໂຕເສດຖະກິດ. ໂດຍໄດ້ຮັບການຕີລາຄາຂອງນັກເສດຖະກິດທົ່ວໂລກ.
ເພີ່ມເຕີມ