ຜົນການສຳຫຼວດຂອງລັດຖະບານຍີ່ປຸ່ນພົບວ່າມີສູນອົບພະຍົບ

ຍີ່ປຸ່ນ ສຳຫຼວດສະຖານທີ່ສຳຄັນສ່ວນຫຼາຍບໍ່ມີລະບົບນໍ້າພ້ອມຮັບມືກັບໄພພິບັດ

ຍີ່ປຸ່ນ ສຳຫຼວດສະຖານທີ່ສຳຄັນສ່ວນຫຼາຍບໍ່ມີລະບົບນໍ້າພ້ອມຮັບມືກັບໄພພິບັດ
ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ພະຈິກ ຜ່ານວ່າ: ຜົນການສຳຫຼວດຂອງລັດຖະບານຍີ່ປຸ່ນພົບວ່າມີສູນອົບພະຍົບ, ໂຮງໝໍ ແລະ ສະຖານທີ່ສຳຄັນຕ່າງໆ ໃນຍີ່ປຸ່ນພຽງ

 14.6% ໄດ້ປັບປຸງທໍ່ນໍ້າດີ ແລະ ທໍ່ນ້ຳຖິ້ມໃຫ້ທົນຕໍ່ເຫດການແຜ່ນດິນໄຫວຢ່າງເຕັມຮູບແບບ.

ກະຊວງໂຄງສ້າງພື້ນຖານຂອງຍີ່ປຸ່ນໄດ້ເຮັດການສຳຫຼວດດັ່ງກ່າວ ເນື່ອງຈາກເຫດການແຜ່ນດິນໄຫວຢ່າງຮຸນແຮງເທິງຄາບສະໝຸດໂນໂຕະ ໃນແຂວງອິຊິກາວະເມື່ອວັນທີ1 ມັງກອນ 2024 ໂດຍຜົນການສຳຫຼວດນີ້ເນັ້ນໜັກເຖິງຄວາມທ້າທາຍທີ່ສຳຄັນໃນການກະກຽມຄວາມພ້ອມຮັບມືກັບໄພພິບັດໃນດ້ານການສະໜອງນໍ້າ.

ການສຳຫຼວດດັ່ງກ່າວ ໄດ້ປະເມີນໃຫ້ຜູ້ສະໜອງນໍ້າ ແລະ ປ່ອຍນໍ້າເສຍທົ່ວຍີ່ປຸ່ນ ຊຶ່ງພົບວ່າມີສະຖານທີ່ສຳຄັນພຽງ3,649 ແຫ່ງຈາກທັງໝົດ 24,974 ແຫ່ງທີ່ປັບປຸງລະບົບການສະໜອງນໍ້າ ແລະປ່ອຍນ້ໍາເສຍ ໃຫ້ທົນຕໍ່ເຫດການແຜ່ນດິນໄຫວ.

ທັງນີ້, ນະຄອນຫຼວງໂຕກຽວ ຍີ່ປຸ່ນ ມີອັດຕາການປັບປຸງລະບົບການສະໜອງນໍ້າ ແລະ ການປ່ອຍນ້ຳເສຍໃຫ້ທົນຕໍ່ເຫດການແຜ່ນດິນໄຫວແລ້ວສົມບູນທີ່ສຸດ 52.4%,ສ່ວນແຂວງກາວະມີອັດຕານີ້ເປັນສູນ.

ກະຊວງດັ່ງກ່າວ ຈຶ່ງໄດ້ວາງແຜນສົ່ງເສີມເທດສະບານຂອງເມືອງຕ່າງໆ ແລະ ໃຫ້ຄວາມສຳຄັນກັບການປັບປຸງຄວາມທົນທານຕໍ່ເຫດການແຜ່ນດິນໄຫວ ແລະ ເພີ່ມການສະໜັບສະໜູນທາງດ້ານເຕັກນິກເພື່ອຍົກລະດັບຄວາມແຂງແກ່ງໂດຍລວມໃນສະພາບໄພພິບັດ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ APEC ​ປີ 2026 ແລະ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ APEC ​ປີ 2026 ແລະ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 18 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ເຂົ້າ​ຮ່ວມ​ພິ​ທີເປີດ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​​ບໍ​ລິ​ຫານ​ທຸ​ລະ​ກິດ​ອົງ​ການ​ຮ່ວມ​ມືເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ່ນ​ເຈິ້ນ​ຂອງ​ຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ຢຶດ​ໝັ້ນ​ຄວາມ​ໝັ້ນ​ໃຈ, ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ກ້າ​ຫານ ​ແລະ ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ສະ​ຫວ່າງສ​ະ​ໄຫວໃຫ້​ແກ່​ອາ​ຊີ-ປາ​ຊີ​ຟິກ”.
ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 17 ພະຈິກ ຜ່ານມາວ່າ: ທ່ານ ຟາດີລາ ຢູຊອບ ຮອງນາຍົກລັດຖະມົນຕີມາເລເຊຍ ໄດ້ເປີດເຜີຍວ່າ, ມາເລເຊຍມີຈຸດປະສົງທີ່ຈະກາຍເປັນຜູ້ນຳ ແລະ ຄວ້າໂອກາດໃນຂະ ແໜງພະລັງງານສີຂຽວ ໂດຍການພັດທະນາຄວາມຊ່ຽວຊານພາຍໃນປະເທດ. ທ່ານລະບຸວ່າ: ການຫັນປ່ຽນດ້ານພະລັງງານບໍ່ພຽງແຕ່ເປັນວາລະດ້ານສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນຕົວຂັບເຄື່ອນການເຕີບໂຕທາງເສດຖະກິດທີ່ສາມາດສ້າງວຽກເຮັດງານທຳທີ່ມີມູນຄ່າສູງ ແລະ ຍົກລະດັບຂີດຄວາມສາມາດການແຂ່ງຂັນຂອງອຸດສາຫະກຳພາຍໃນປະເທດ.
ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 18 ພະຈິກນີ້ ວ່າ: ເນື່ອງຈາກກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຈະຈັດຂຶ້ນໃນໄວໆນີ້ທີ່ນະຄອນເຊີ່ນເຈີ້ນ ຈີນ, ຜູ້ນຳຫຼາຍປະເທດໄດ້ເດີນທາງເຖິງນະຄອນດັ່ງກ່າວໃນບໍ່ເທົ່າໃດມື້ຜ່ານມາ. ໂດຍໃນວັນທີ 18 ພະຈິກນີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງບຣູໄນ ແລະ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເດີນທາງເຖິງນະຄອນເຊີ່ນເຈີ້ນ ຕາມລຳດັບ.
ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 16 ພະ​ຈິກ ຜ່ານມາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ ​ໂຈເຊ ອັນໂຕນິໂອ ຄາສ ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໄດ້​ພົບ​ປະ​ກັບ​ສື່ມວນ​ຊົນເພື່ອ​ປະ​ກາດ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ ​ໃນ​ໂອ​ກາດການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການຂອງປະທານາທິບໍດີຈີເລ ໃນລະຫວ່າງວັນທີ 15-17 ພະຈິກ ຜ່ານມາ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພື້ນຖານຂອງການພົວພັນມິດຕະພາບລະຫວ່າງປະເທດ ຂຶ້ນກັບປະຊາຊົນມີຄວາມສະໜິດສະໜົມກັນ ແລະ ຈຸດສຳຄັນຂອງຄວາມສະໜິດສະໜົມລະຫວ່າງປະຊາຊົນ ຂຶ້ນກັບຄວາມເຂົ້າໃຈຊຶ່ງກັນ ແລະ ກັນ. ລາວ ແລະ ຈີນ ເພີ່ມທະວີການແລກປ່ຽນ ແລະ ຮ່ວມມືທາງດ້ານວັດທະນະທຳຢ່າງຕໍ່ເນື່ອງ, ສືບຕໍ່ມິດຕະພາບອັນເປັນມູນເຊື້ອ,ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຫຼາຍຂຶ້ນ.
ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນ 202% ໃນເດືອນຕຸລາ

ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນ 202% ໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ບັນລຸ 70.35 ຕື້ໂດລາ ໃນເດືອນຕຸລາ, ເພີ່ມຂຶ້ນ 202% ຈາກເດືອນດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງສຳລັບເຊມິຄອນດັກເຕີທີ່ໃຊ້ໃນພື້ນຖານໂຄງລ່າງປັນຍາປະດິດ (AI).
ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ທ່ານ ມ໋າ​ຊ້ານ​ສຽງ ຜູ້​ຮັບ​ຜິດ​ຊອບ “ຫ້ອງ​ການຫຼາວ​ມ໋າ” ເຂດ​ກ່ວນ​ຢິ່ນ​ສຽວ​ທີ່​ຂຶ້ນ​ກັບເຂດ​ໃໝ່​ຫຼ້ຽງ​ຈ່ຽງ​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ຈີນ ຊຶ່ງປະ​ຊາ​ຊົນ​ມັກ​ເອີ້ນ​ລາວ​ວ່າ “ຫຼາວ​ມ໋າ” ນັ້ນ ເຄີຍ​ລາຍ​ງານ​ວຽກ​​ແບບ​​ເຊິ່ງໜ້າ​ຕໍ່​ທ່ານ ສີ​ຈິ້ນ​ຜິງ ໃນ​ວັນ​ທີ 10 ມີ​ນາ 2018 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ໜ່ວຍງານປົກປ້ອງຂໍ້ມູນຂອງອີຕາລີໄດ້ປັບໃໝ Meta Platforms ຈຳນວນ 805 ລ້ານເອີໂຣ (ປະມານ 887 ລ້ານໂດລາ) ຫຼັງຈາກພົບວ່າ, ບໍລິສັດໄດ້ເຂົ້າເຖິງຮູບພາບ ແລະ ວີດີໂອຂອງຜູ້ໃຊ້ລະບົບ Android ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການແຈ້ງເຕືອນໃຫ້ຜູ້ໃຊ້ຮູ້. ຄາດວ່າມີຜູ້ໃຊ້ປະມານ 20 ລ້ານຄົນໃນອີຕາລີໄດ້ຮັບຜົນກະທົບ.
ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນ ຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກລົດຍົນຂອງ ສ ເກົາຫຼີ ໄດ້ຂະຫຍາຍຕົວໃນລະດັບໂຕເລກສອງຫຼັກໃນເດືອນຕຸລາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງໃນອາເມຣິກາເໜືອ ແລະ ເອີຣົບ.
ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ພະຈິກ ຜ່ານມາວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະປະຊາຊາດ (UN) ໄດ້ຢືນຢັນຄວາມສຳຄັນຂອງການຮ່ວມມືຮອບດ້ານໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນກອງປະຊຸມສຸດຍອດອາຊຽນ-UN ຄັ້ງທີ 16 ທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ.
ເພີ່ມເຕີມ