ຍີ່ປຸ່ນສົ່ງເສີມຊາວໜຸ່ມຜູ້ມີລາຍຮັບຕ່ຳ ຜ່ານການຝຶກທັກສະດູແລຜູ້ສູງອາຍຸ ແລະ ຜູ້ພິການ

ຍີ່ປຸ່ນສົ່ງເສີມຊາວໜຸ່ມຜູ້ມີລາຍຮັບຕ່ຳ ຜ່ານການຝຶກທັກສະດູແລຜູ້ສູງອາຍຸ ແລະ ຜູ້ພິການ
ວັນທີ 15 ພຶດສະພາ ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອມູນຄ່າປະມານ 190.000ໂດລາເພື່ອສະໜັບສະໜູນໂຄງການຂະແໜງອາຊີວະ-ເຕັກນິກວິຊາຊີບ(TVET)ພາຍໃຕ້ໂຄງການຊ່ວຍເຫຼືອຜ່ານອົງການ NGO ຍີ່ປຸ່ນ.
ພາຍໃຕ້ “ໂຄງການຝຶກທັກສະໃນການດູແລຜູ້ອາຍຸສູງ ແລະ ຜູ້ພິການ ເພື່ອສົ່ງເສີມການຈ້າງງານ ແລະ ສ້າງລາຍຮັບໃຫ້ແກ່ຊາວໜຸ່ມຜູ້ມີລາຍຮັບຕ່ຳ” ຈະເປັນການສະໜັບສະໜູນທຶນຮອນໃນການກໍ່ສ້າງອາຄານ, ສິ່ງອຳນວຍຄວາມສະດວກໃນການຝຶກອົບຮົມໃໝ່ທີ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ນອກຈາກນີ້, ຍັງຈະໄດ້ຈັດການຝຶກທັກສະໃນການດູແລຜູ້ອາຍຸສູງ ແລະ ຜູ້ພິການ ເພື່ອເປັນການສົ່ງເສີມວິຊາຊີບໃຫ້ແກ່ຊາວໜຸ່ມຜູ້ມີລາຍໄດ້ຕ່ຳ,ພ້ອມທັງຈັດຫາງານໃນຫົວໜ່ວຍທຸລະກິດໃຫ້ແກ່ຜູ້ຝຶກວິຊາຊີບ ເພື່ອສົ່ງເສີມການຈ້າງງານ ແລະ ສ້າງລາຍຮັບໃຫ້ແກ່ເຂົາເຈົ້າ.
ການເຊັນສັນຍາໂຄງການດັ່ງກ່າວ ເປັນການລົງນາມລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານນາງ ໂທະມິນະງະ ຊະຈິໂກະປະທານອົງການຮ່ວມມືສາກົນຍີ່ປຸ່ນ IV-Japan; ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1988, ອົງການ IV-Japan ໄດ້ສະໜອງທຶນການສຶກສາໃຫ້ແກ່ເດັກນ້ອຍໃນຫຼາຍປະເທດໃນທະວີບອາຊີ, ຈັດການຝຶກອົບຮົມວິຊາຊີບ ແລະ ເຮັດບັນຊີຂະໜາດນ້ອຍ ສຳລັບຊາວໜຸ່ມຜູ້ມີລາຍຮັບຕ່ຳ, ລວມເຖິງການສ້າງໂຮງຮຽນ ແລະ ສູນຝຶກວິຊາຊີບຫຼາຍແຫ່ງ. ອົງການ IV-Japan ໄດ້ສ້າງໂຮງຮຽນ 22 ແຫ່ງ ແລະ ສູນຝຶກວິຊາຊີບ 9 ແຫ່ງໃນປະເທດລາວຊຶ່ງມີຜູ້ສຳເລັດການຝຶກອົບຮົມຈາກສູນຝຶກວິຊາຊີບຫຼາຍກວ່າ 2.500 ຄົນແລ້ວ.
ໂຄງການຊ່ວຍເຫຼືອຜ່ານອົງການບໍ່ສັງກັດລັດຖະບານ (NGO) ຍີ່ປຸ່ນແມ່ນໄດ້ຮັບການສະໜອງທຶນຈາກກະຊວງການຕ່າງປະເທດຍີ່ປຸ່ນ ເພື່ອໃຫ້ອົງການ NGO ຍີ່ປຸ່ນເປັນຜູ້ວາງແຜນ ແລະ ນຳໃຊ້ໃນການຈັດຕັ້ງປະຕິບັດໂຄງການ ເພື່ອການພັດທະນາເສດຖະກິດ-ສັງຄົມໃນປະເທດກຳລັງພັດທະນາ ຊຶ່ງລວມເຖິງສປປ ລາວ.
ໃນໄລຍະ 5 ປີຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນໃຫ້ແກ່ສປປ ລາວ ໃນດ້ານໂຄງລ່າງພື້ນຖານ, ການສຶກສາ, ສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກ, ການທ່ອງທ່ຽວ ແລະ ດ້ານອື່ນໆ ລວມເປັນມູນຄ່າຫຼາຍກວ່າ 13 ລ້ານໂດລາ.
(ຂ່າວ-ພາບ: ສະຖານທູດຍີ່ປຸ່ນ)

ຄໍາເຫັນ

ຂ່າວການຮ່ວມມື

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ປີ 2026 ນີ້ເປັນການສ້າງຕັ້ງກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄົບຮອບ 15 ປີ. ຕະຫຼອດ 15 ປີຜ່ານມາ, ຕາມລຳແມ່ນ້ຳທີ່ເຄີຍປະເຊີນໜ້າກັບເງົາມືດຂອງອາຊະຍາກຳຂ້າມຊາຍແດນປົກຄຸມສາຍນ້ຳນີ້ ໄດ້ກາຍເປັນເສັ້ນທາງເດີນເຮືອທີ່ສະຫງົບປອດໄພ ແລະ ສາມາດສັນຈອນຢ່າງສະດວກ.
ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະສື່ມວນຊົນລາວ ແລະ ວາລະສານກົງສ້ານຂອງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ສໍານັກງານວາລະສານກົງສ້ານ ນະ ຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຕາງໜ້າຝ່າຍລາວນຳໂດຍທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຄະນະສໍາມະນາກອນ 20 ທ່ານ ທີ່ມາຝຶກອົບຮົມວຽກງານນໍາພາ, ຄຸ້ມຄອງສື່ມວນຊົນ-ໂຄສະນາ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ເລ ຮາຍ ຄະນະບັນນາທິການ ຫົວໜ້າພະແນກວາລະສານອອນລາຍ, ວາລະສານກົງສ້ານ, ມີຫົວໜ້າພະແນກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ວັນທີ 22 ຕຸລາຜ່ານມາ, ຄະນະຜູ້ແທນຊາວໜຸ່ມລາວ ນໍາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ສະຫາຍ ຈິ້ງ ມັ່ງ ລິງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງເລຂາພັກນະຄອນເຫວ້ ພ້ອມດ້ວຍການນຳ ແລະ ຜູ້ແທນອົງການຊາວໜຸ່ມນະຄອນເຫວ້ ສສ ຫວຽດນາມ.
ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນຂົງເຂດກະສິກໍາຢູ່ ສປປ ລາວ ຮ່ວມກັບນັກລົງທຶນດ້ານກະສິກຳລາວ-ຫວຽດນາມ ຂຶ້ນໃນວັນທີ 22 ຕຸລານີ້ ຢູ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ມີບັນດາຮອງລັດຖະມົນຕີ, ປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ໃນວັນ​ທີ 22 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້​ຈັດ​ພິ​ທີມອບ-ຮັບ ໜ້າທີ່ລະຫວ່າງຄະ​ນະ​ບໍ​ລິ​ຫານ​ງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດ​ເກົ່າ ແລະ ຊຸດ​ໃໝ່​ ໂດຍກ​ານ​ເປັນ​ປະ​ທານ​ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ​ມີ​ບັນ​ດາສະຫາຍ​ຄະ​ນະ​ພັກ, ຄະ​ນະ​ນຳ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ແລະ ​ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ ​​ເຂົ້າ​ຮ່ວມ.
ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ນຳໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ເຂົ້າຢ້ຽມຊົມ ແລະ ພົບປະເຮັດວຽກກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃນວັນທີ 20 ຕຸລາຜ່ານມາ.
ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຫ່ງ ສປປ ລາວ ແລະ ກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກໍາປູເຈຍ ຮ່ວມເປັນເຈົ້າພາບຈັດງານສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ໃນລະຫວ່າງວັນທີ 19-22 ຕຸລານີ້ ທີ່ແຂວງຊຽງແຕງ ແລະ ແຂວງຈໍາປາສັກ ໃຫ້ກຽດຮ່ວມເປັນເຈົ້າ ພາບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສປປ ລາວ ແລະ ທ່ານ ຫຸດ ຮັກ ລັດຖະມົນຕີ ກະຊວງທ່ອງທຽວ ກໍາປູເຈຍ.
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026 (Study in Japan Fair 2026) ແບບເຊິ່ງໜ້າ ແລະ ແບບອອນລາຍ ໃນວັນທີ 21 ຕຸລາຜ່ານມາ, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສຸກສາຄອນ ແສງສຸລິວົງ ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານ ທູດຍີ່ປຸ່ນ ປະຈໍາລາວ, ຫ້ອງການ JICA ປະຈໍາລາວ, ຜູ້ຕາງໜ້າຈາກ 5 ມະຫາວິທະຍາໄລປະເທດຍີ່ປຸ່ນ, ອົງການ JASSO ສະຖາບັນສອນພາສາຍີ່ປຸ່ນ, ສະມາຄົມອະດີດນັກສຶກສາຍີ່ປຸ່ນ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ໃນວັນທີ 21 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີຮັບຮອງຢ່າງເປັນທາງຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດປະຈໍາ ສປປ ລາວ ສຳລັບປີ 2027-2031, ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີບັນດາທ່ານຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.
ເພີ່ມເຕີມ