ຍົກລະດັບຄວາມຮູ້ດ້ານການວັດແທກໃຫ້ວິຊາການ ທົ່ວປະເທດ

ຍົກລະດັບຄວາມຮູ້ດ້ານການວັດແທກໃຫ້ວິຊາການ ທົ່ວປະເທດ

ຍົກລະດັບຄວາມຮູ້ດ້ານການວັດແທກໃຫ້ວິຊາການ ທົ່ວປະເທດ
ໃນລະຫວ່າງວັນທີ 28-29 ເມສານີ້ ທີ່ໂຮງແຮມໂຊກພັນຄໍາ ແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມ ກ່ຽວກັບວຽກງານການວັດແທກ ໃຫ້ວິຊາການພະແນກອຸດສາຫະກຳ ແລະ ການຄ້າທົ່ວປະເທດ ໂດຍເປັນປະທານຮ່ວມຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມ ມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ,

ທ່ານ ເທບພີນໂຍ ໂຄອານົນ ຜູ້ອໍານວຍການກອງຊັ່ງຕວງ-ວັດ ກົມການຄ້າພາຍໃນ ກະຊວງພານິດ ຣາຊອານາຈັກໄທ ແລະ ທ່ານ ຊົມຊື່ນ ໄຊເກີຢາຈົງຕົວ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ, ມີຫົວຫນ້າພະແນກ ແລະ ຮອງຫົວໜ້າພະແນກ ອຸດສາຫະກຳແລະການຄ້າ 17 ແຂວງ ແລະ ນະຄອນຫລວງວຽງຈັນເຂົ້າຮ່ວມ.

ທ່ານ ວຽງທອງ ວົງທະວິໄລ ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ມີຄວາມສຳຄັນຫຼາຍເພື່ອເຮັດໃຫ້ວິຊາການຮັບຮູ້-ເຂົ້າໃຈ ການກວດສອບ ແລະ ການຢັ້ງຢືນ ກ່ຽວກັບຫົວຈ່າຍປໍ້ານໍ້າມັນເຊື້ອໄຟ, ການກວດສອບຊິງຊັ່ງ-ຜອງ ແລະ ສິນຄ້າຫຸ້ມຫໍ່ໃຫ້ຖືກຕ້ອງ, ຊັດເຈນ, ສອດຄ່ອງກັບກົດໜາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນໃນທົ່ວປະເທດ, ຮັບປະກັນຄວາມໂປ່ງໃສ, ເຮັດໃຫ້ສັງຄົມມີຄວາມຍຸຕິທຳ, ເພື່ອເປັນການປົກປ້ອງສິດຜົນປະໂຫຍດຂອງລັດ, ຜູ້ດຳເນີນທຸລະກິດ ແລະ ຜູ້ຊົມໃຊ້, ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ ໃຫ້ດີຂຶ້ນເທື່ອລະກ້າວ. ການຝຶກອົບຮົມໃນຄັ້ງນີ້ ໄດ້ຜູ້ເຂົ້າຮ່ວມ ໄດ້ຮັບຟັງການບັນຍາຍທາງດ້ານທິດສະດີ ຈາກວິທະຍາກອນ ຂອງກົມການຄ້າພາຍໃນ, ກະຊວງພານິດ ຣາຊອານາຈັກໄທ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ພະນັກງານວິຊາການ ທັງເຮັດໃຫ້ການຈັດຕັ້ງປະຕິບັດເປັນເອກະພາບ, ສ້າງຈິດສໍານຶກ ແລະ ຄວາມຮັບຮູ້ ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນ ຜູ້ປະຕິບັດລະບຽບການ ແລະ ຄຸ້ມຄອງວຽກງານການວັດແທກ, ຜູ້ປະກອບການ, ນັກທຸລະກິດ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ຜູ້ຊົມໃຊ້ທັງໝົດ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ແນໃສ່ໃຫ້ສອດຄ່ອງກັບລະບຽບ, ຫຼັກການລວມທັງພາກພື້ນ ແລະ ສາກົນ.

(ພາບ-ຂ່າວ: ດາວອນ ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ  ຫາກສ້າງຜົນງານດີໃນອາຊຽນພາຣາເກມ 2025

ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ ຫາກສ້າງຜົນງານດີໃນອາຊຽນພາຣາເກມ 2025

ທ່ານ ຄອນພະຈັນ ໄຊຍະສຸກ ປະທານສະຫະພັນຍົກນໍ້າໜັກຄົນພິການແຫ່ງຊາດລາວ ພ້ອມໃຫ້ເງິນໂບນັດ ເພື່ອເປັນກຳລັງໃຈໃຫ້ນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ຫາກສາມາດສ້າງຜົນງານດີ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາເກມ 2025 ທີ່ນະຄອນຣາຊະສີມາ ປະເທດໄທ ເປັນເຈົ້າພາບ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແມ່ນການເສີມຂະຫຍາຍສິດປະຊາທິປະໄຕຂອງພົນລະເມືອງລາວ ຜູ້ມີສິດເລືອກຕັ້ງເຂົ້າໃນການເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດອໍານາດຂອງປະຊາຊົນລາວບັນດາເຜົ່າຢູ່ໃນອົງການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ.
ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ກົມຄຸ້ມຄອງແຮງງານ ກະຊວງແຮງງານສະຫວັດດີການ ແລະ ສັງຄົມ (ຮສສ) ຮ່ວມກັບອົງການແຮງງານສາກົນ ຈັດກອງປະຊຸມປຶກສາຫາລືໃສ່ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບການລຶບລ້າງການຈຳແນກ (ລວມທັງຄວາມຮຸນແຮງທາງເພດ) ໃນໂລກຂອງການເຮັດວຽກ ໃນວັນທີ 21 ມັງກອນນີ້ ເພື່ອລະດົມ, ຮວບຮວມ ຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆຈາກພາກສ່ວນກ່ຽວຂ້ອງໃສ່ຮ່າງຄູ່ມືດັ່ງກ່າວ, ແນໃສ່ຮັບປະກັນໃຫ້ເນື້ອໃນແທດເໝາະກັບສະພາບຄວາມເປັນຈິງຂອງສປປ ລາວ ໃຫ້ມີປະສິດທິຜົນໃນການຈັດຕັ້ງປະຕິບັດ.
ສປສສ ປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ

ສປສສ ປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ມັງກອນ ຜ່ານມາ ທີ່ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ ເພື່ອປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກ ແໜ້ນ ແລະ ເຂັ້ມແຂງ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະ ໃໝ່.
ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຊຸກຍູ້ການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງຄູນຄໍາ

ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຊຸກຍູ້ການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງຄູນຄໍາ

ວັນທີ 21 ມັງກອນ 2026, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໂດຍມີທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍບັນດາທ່ານໃນຄະນະກຳມະການເລືອກຕັ້ງຂັ້ນແຂວງຄໍາມ່ວນ ລົງຕິດຕາມ, ຊຸກຍູ້ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ເມືອງຄູນຄໍາ.
ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງເຜີຍແຜ່ເອກກະສານສຳຄັນຂອງພັກ-ຂອງຊາດຂຶ້ນໃນວັນທີ 20 ມັງກອນນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການ ສຳນັກງານດັ່ງກ່າວ, ໂດຍມີບັນດາຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ-ພະນັກງານລັດຖະກອນພາຍໃນ ຫສປທ ເຂົ້າຮ່ວມ.
ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX ຂຶ້ນໃນວັນທີ 20 ມັງກອນຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີພ່ກສ່ວນກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ກອງປະຊຸມ ຕິດຕາມ, ກວດກາ, ຊຸກຍູ້ ແລະ ກຳຂໍ້ມູນວຽກງານກວດກາ 5 ປີ 2021-2025 ແລະ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ມັງກອນຜ່ານມານີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ ໂດຍມີທ່ານ ສາກົນ ພອນປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ, ປະທານອົງການກວດກາລັດແຂວງ, ມີທ່ານ ນາງ ບຸນເສີມ ໄຊຍະຄຳ ຮອງຫົວໜ້າຫ້ອງການກວດກາສູນກາງພັກ, ພ້ອມດ້ວຍພະນັກງານກວດກາຂັ້ນແຂວງ ແລະ ສູນກາງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ໃນວັນທີ 20 ມັງກອນ 2026 ທີ່ສະໂມສອນເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ ໄດ້ຈັດປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອງ 2026) ໂດຍການເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງພາຍໃນເມືຶອງ ເຂົ້າຮ່ວມ.
ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20/1/1949-20/1/2026) ແລະ ເຜີຍແຜ່, ແນະນຳນິຕິກຳການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 20 ມັງກອນຜ່ານມາ, ໃຫ້ກຽດປາຖະກະຖາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານ ສນຊ, ມີຮອງປະທານ ສນຊ ຜູ້ປະຈຳການ ແລະ ຜູ້ບໍ່ປະຈຳການ, ຄະນະພັກ-ຄະນະປະຈຳ ສນຊ ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ