ຍອດຂາຍລົດໃນເອີຣົບ ຫຼຸດລົງໃນເດືອນມັງກອນ 2.1%

ຍອດຂາຍລົດໃນເອີຣົບ ຫຼຸດລົງໃນເດືອນມັງກອນ 2.1%

ຍອດຂາຍລົດໃນເອີຣົບ ຫຼຸດລົງໃນເດືອນມັງກອນ 2.1%
ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ກຸມພາ ຜ່ານມາ; ສະມາຄົມຜູ້ຜະລິດລົດເອີຣົບ (ACEA) ເປີດເຜີຍວ່າ: ຍອດຂາຍລົດໃນເອີຣົບຫຼຸດລົງ 2.1% ໃນເດືອນມັງກອນ, ໂດຍຍອດຂາຍລົດນໍ້າມັນແອັດຊັງແລະກາຊວນຫຼຸດລົງຢ່າງຫຼວງຫຼາຍ

 ຊຶ່ງເຮັດໃຫ້ຍອດຂາຍໂດຍລວມຫຼຸດລົງ. ເຖິງແມ່ນວ່າຍອດຂາຍລົດໄຟຟ້າ (EV) ເພີ່ມຂຶ້ນ 37.3%

ACEA ລະບຸວ່າ: ຍອດຂາຍລົດTesla ຫຼຸດລົງ 45.2% ໃນສະຫະພາບເອີຣົບ (EU), ອັງກິດແລະເຂດການຄ້າເສລີເອີຣົບ. ໃນຂະນະທີ່ຍອດຂາຍຂອງSAIC Motor ເພີ່ມຂຶ້ນ 36.8%.

ຂ່າວລະບຸວ່າ: ຄະນະກໍາມະການເອີຣົບ (EC) ກຽມຈະນໍາສະເໜີແຜນການຂອງຕົນສໍາລັບຂະແໜງການລົດໃນວັນທີ 5 ມີນາ ທີ່ຈະມາເຖິງນີ້, ຫຼັງຈາກການປຶກສາຫາລືກັບຜູ້ຜະລິດລົດ, ສະຫະພາບແຮງງານ ແລະ ກຸ່ມຜົນປະໂຫຍດຕ່າງໆ.

ຜູ້ຜະລິດລົດ ໃນ EUກຳລັງປະເຊີນກັບການແຂ່ງຂັນທີ່ຮຸນແຮງຈາກຈີນແລະ ກຽມຮັບມືກັບອັດຕາພາສີນໍາເຂົ້າຂອງສະຫະລັດ ອາເມຣິກາ ແລະຮຽກຮ້ອງໃຫ້ EC ຜ່ອນຜັນຄ່າປັບໃໝທີ່ອາດຈະເກີດຂຶ້ນຈາກເປົ້າໝາຍການປ່ອຍແກ໊ສ CO2 ຂອງຍານພາຫະນະ ຊຶ່ງມີຜົນບັງຄັບໃຊ້ໃນເດືອນມັງກອນ ຜ່ານມາ.

ສໍາລັບຕະຫຼາດໃຫຍ່ ໃນ EUມີພຽງແຕ່ແອັດສະປາຍເທົ່ານັ້ນທີ່ຍອດຂາຍເພີ່ມຂຶ້ນ 5.3%, ໃນຂະນະທີ່ການຂາຍໃນປະເທດຝຣັ່ງ, ອີຕາລີແລະເຢຍລະມັນຫຼຸດລົງ 6.2%, 5.8% ແລະ 2.8% ຕາມລໍາດັບ.

ນອກຈາກນີ້, ຜູ້ຜະລິດລົດໃນເອີຣົບຍັງຕ້ອງກຽມຮັບມືກັບອັດຕາພາສີນໍາເຂົ້າທີ່ ທ່ານ ໂດນັລ ທຣໍາປະທານາທິບໍດີ ສະຫະລັດ ອາເມຣິກາ ກ່າວວ່າຈະປະກາດໃຊ້. ຫຼັງຈາກທີ່ໄດ້ຂຶ້ນອັດຕາພາສີອາລູມິນຽມແລະເຫຼັກ ແລ້ວ,ພ້ອມທັງກ່າວວ່າຈະເກັບພາສີ 25% ຕໍ່ສິນຄ້ານໍາເຂົ້າຈາກເມັກຊິກແລະການາດາ. ລວມທັງລົດແລະ semiconductors ທັງໝົດ.

ຄໍາເຫັນ

ຂ່າວຕ່າງປະເທດ

ລັດຖະບານອິນເດຍ ສົ່ງເສີມການຊື້ລົດໄຟຟ້າ (EV)

ລັດຖະບານອິນເດຍ ສົ່ງເສີມການຊື້ລົດໄຟຟ້າ (EV)

ຂ່າວຕ່າງປະເທດລາຍງານ ໃນວັນທີ 4​ ມິຖຸນາ ຜ່ານມາວ່າ: ລັດຖະບານອິນເດຍໄດ້ປະກາດໂຄງການສອງປີເພື່ອເລັ່ງການຫັນປ່ຽນໄປສູ່ເຕັກໂນໂລຊີການຂົນສົ່ງທີ່ສະອາດ, ໂດຍມີຈຸດປະສົງເພື່ອຫຼຸດຜ່ອນການປ່ອຍອາຍພິດຈາກຍານພາຫະນະໃນນະຄອນຫຼວງນິວເດລີ.
WHO ເປີດເຜີຍຄວາມຄືບໜ້າໃນການຮັບມືກັບພະຍາດອີໂບລາຂອງກົງໂກ

WHO ເປີດເຜີຍຄວາມຄືບໜ້າໃນການຮັບມືກັບພະຍາດອີໂບລາຂອງກົງໂກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ມິຖຸນາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ປະກາດທີ່ນະຄອນເຈນີວາວ່າ, ການຮັບມືຕໍ່ການລະບາດຂອງພະຍາດອີໂບລາ ໃນ ສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DRC ກຳລັງມີຄວາມຄືບໜ້າຢ່າງທັນການ ຊຶ່ງເປັນຜົນມາຈາກຄວາມພະຍາຍາມ ແລະ ການປະສານງານຢ່າງເປັນລະບົບ.
FDI ເຂົ້າ ຫວຽດນາມ ບັນລຸເກືອບ 25 ຕື້ໂດລາ

FDI ເຂົ້າ ຫວຽດນາມ ບັນລຸເກືອບ 25 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ຕາມ​ບົດ​ລາຍ​ງານ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ ຫວຽດ​ນາມ ໃນ​ເດືອນພຶດ​ສະ​ພາ ແລະ 5 ເດືອນ​ຕົ້ນ​ປີ 2026 ຂອງ​ກົມ​ສະ​ຖິ​ຕິ, ກະ​ຊວງ​ການ​ເງິນ ຫວຽດ​ນາມ ທີ່​ໄດ້​ປະ​ກາດ​ໃນ​ວັນ​ທີ 3 ມິ​ຖຸ​ນາ ຜ່ານມາ​, ໄລ່​ຮອດ​ວັນ​ທີ 31 ພຶດ​ສະ​ພາ, ເງິ​ນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ຈົດ​ທະ​ບຽ​ນ​ລົງ​ທຶນ​ຢູ່ ຫວຽດ​ນາມ ບັນ​ລຸ 24.8 ຕື້ກວ່າໂດລາ, ເພີ່ມ​ຂຶ້ນ​ເກືອບ 35% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025.
ຈີນ ວາງແຜນເລັ່ງລັດການຫັນກະສິກຳ ແລະ ຊົນນະບົດສູ່ຄວາມທັນສະໄໝ

ຈີນ ວາງແຜນເລັ່ງລັດການຫັນກະສິກຳ ແລະ ຊົນນະບົດສູ່ຄວາມທັນສະໄໝ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ເມື່ອບໍ່ດົນມານີ້, ຄະນະລັດຖະບານຈີນໄດ້ວາງແຜນເລັ່ງລັດການຫັນກະສິກຳ ແລະ ຊົນນະບົດສູ່ຄວາມທັນສະໄໝໃນໄລຍະປະຕິບັດແຜນພັດທະນາ 5 ປີຄັ້ງທີ 15 ຊຶ່ງໄດ້ອະທິບາຍແນວຄິດ, ກຳນົດເປົ້າໝາຍ, ໜ້າທີ່ສຳຄັນ ແລະ ມາດຕະການນະໂຍບາຍເພື່ອເລັ່ງລັດການຫັນກະສິກຳ ແລະ ຊົນນະບົດສູ່ຄວາມທັນສະໄໝໃນໄລຍະແຜນພັດທະນາດັ່ງກ່າວ ຊຶ່ງໄດ້ເນັ້ນໜັກວ່າ, ຕ້ອງຊຸກຍູ້ການສ້າງຄວາມທັນສະ ໄໝແບບຈີນໃຫ້ດີກວ່າເກົ່າດ້ວຍການເລັ່ງລັດການຫັນກະສິກຳ ແລະ ຊົນນະບົດໃຫ້ທັນສະໄໝ.
ຍີ່ປຸ່ນ ໄດ້ຮັບຜົນກະທົບໜັກຈາກລາຄາຊີ້ນໄກ່ເພີ່ມຂຶ້ນສູງ

ຍີ່ປຸ່ນ ໄດ້ຮັບຜົນກະທົບໜັກຈາກລາຄາຊີ້ນໄກ່ເພີ່ມຂຶ້ນສູງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມິຖຸນາ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ, ຜົນການສຳຫຼວດຫຼ້າສຸດຈາກກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງປະເທດຊີ້ໃຫ້ເຫັນວ່າ ລາຄາຊີ້ນໄກ່ພາຍໃນປະເທດຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ນັບຕັ້ງແຕ່ມີການເກັບກຳຂໍ້ມູນໃນປີ 2003. ເຮັດໃຫ້ຕົ້ນທຶນຂອງຮ້ານຈືນໄກ່ ແລະ ຮ້ານຢາກິໂຕຣິ (ໄກ່ປີ້ງ) ຫຼາຍແຫ່ງຕ້ອງປະເຊີນກັບຕົ້ນທຶນທີ່ເພີ່ມສູງຂຶ້ນ ແລະ ສົ່ງຜົນກະທົບຕໍ່ການດຳເນີນກິດຈະການ.
ອິນໂດເນເຊຍ ພັດທະນາເຕັກໂນໂລຊີດັກຈັບອາຍແກ໊ສມີເທນ ປ່ຽນເປັນພະລັງງານທາງເລືອກ

ອິນໂດເນເຊຍ ພັດທະນາເຕັກໂນໂລຊີດັກຈັບອາຍແກ໊ສມີເທນ ປ່ຽນເປັນພະລັງງານທາງເລືອກ

ຂ່າວຕ່າງປະເທດລາຍງານເມື່ອບໍ່ດົນມານີ້ວ່າ: ອົງການຄົ້ນຄວ້າ ແລະ ນະວັດຕະກຳແຫ່ງຊາດອິນໂດເນເຊຍ ກຳລັງພັດທະນາເຕັກໂນໂລຊີເພື່ອດັກຈັບອາຍແກ໊ສມີເທນຈາກບ່ອນຖິ້ມຂີ້ເຫຍື້ອ ແລະ ປ່ຽນເປັນພະລັງງານທາງເລືອກສຳລັບຊຸມຊົນໃກ້ຄຽງ.
ທ່ານ ຄາລິລູຣ ຣາມານ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 81

ທ່ານ ຄາລິລູຣ ຣາມານ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 81

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 2 ມິ​ຖຸ​ນາ ຜ່ານມາ ຢູ່ນະຄອນນິວ​ຢອກ, ທ່ານ ຄາລິລູຣ ຣາມານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບັງ​ກະ​ລາ​ເທດ ໄດ້​ຮັບການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 81.
​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg

​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 2 ມິ​ຖຸ​ນາ ຜ່ານມາ, ທ່ານ ຢູຣີ ອູຊາຄອບ ຜູ້​ຊ່ວຍ​ວຽກ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແຈ້ງ​ໃຫ້​ຊາບ​ວ່າ, ມີ​ຜູ້​ແທນ​ປະ​ມານ 20,000 ທ່ານ ທີ່​ມາ​ຈາກ 100 ກວ່າປະ​ເທດ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg 2026 (SPIEF 2026) ທີ່​ດຳ​ເນີນ​ແຕ່​ວັນ​ທີ 3 ຫາ​ ວັນ​ທີ 6 ມິ​ຖຸ​ນາ ນີ້.
ເສດຖະກິດ ຫວຽດນາມ ເພີ່ມຄວາມໄວໃນທ່າມກາງຄວາມບໍ່ຄົງທີ່ທົ່ວໂລກ

ເສດຖະກິດ ຫວຽດນາມ ເພີ່ມຄວາມໄວໃນທ່າມກາງຄວາມບໍ່ຄົງທີ່ທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 3 ມິຖຸນາ ຜ່ານມາວ່າ: ເສດຖະກິດ ຫວຽດນາມ ສືບຕໍ່ສ້າງຄວາມປະທັບໃຈຕໍ່ວົງການນັກສັງເກດການສາກົນ ເມື່ອບັນລຸລະດັບເຕີບໂຕ 8.02% ໃນປີ 2025, ສູງທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ພາກພື້ນແມ່ນ້ຳຂອງປຶກສາຫາລືເຜີຍແຜ່ຕ້ານຂ່າວປອມ

ພາກພື້ນແມ່ນ້ຳຂອງປຶກສາຫາລືເຜີຍແຜ່ຕ້ານຂ່າວປອມ

ກອງປະຊຸມເຜີຍແຜ່ການຕ້ານຂ່າວປອມໄດ້ເປີດຂຶ້ນໃນວັນທີ 2 ມິຖຸນານີ້ ທີ່ ຣາຊະອານາຈັກກຳປູເຈຍ ພາຍໃຕ້ການສະໜັບສະໜູນຈາກໂຄງການຂອບການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ(MLC) ໂດຍໃຫ້ກຽດເຂົ້າຮ່ວມກ່າວເປີດຂອງທ່ານ ເນດພຽກຕຣາ ລັດຖະມົນຕີກະຊວງຖະແຫຼງຂ່າວຂອງຣາຊະອານາຈັກກຳປູເຈຍ, ມີແຂກຖືກເຊີນ ແລະ ສື່ມວນຊົນຈາກ 5 ປະເທດເຂົ້າຮ່ວມ.
ເພີ່ມເຕີມ