ການຂົນສົ່ງທາງບົກ,ທາງນໍ້າ,ທາງອາກາດ ແລະ ທາງລົດໄຟຕະຫຼອດປີ 2024

ຍທຂ ສໍາເລັດວຽກໂຄງການປະຈໍາປີ2024

ຍທຂ ສໍາເລັດວຽກໂຄງການປະຈໍາປີ2024
ໂດຍ: ຕະວິນຍານ ໄປຄ່ຽງຄູ່ກັບຜົນສໍາເລັດໃນການບູລະນະຮັກສາໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ດ້ານການຂົນສົ່ງທາງບົກ,ທາງນໍ້າ,ທາງອາກາດ ແລະ ທາງລົດໄຟຕະຫຼອດປີ 2024

 

ຜ່ານມາ.ການນໍາ ກະຊວງ ຍທຂ ຍັງໄດ້ສຳເລັດການເຊັນສັນຍາ ເພື່ອສຶກສາຄວາມເປັນໄປໄດ້ ແລະ ອອກແບບລະອຽດ ການຄຸ້ມຄອງ ແລະ ຟື້ນຟູເຂດຊຸ່ມນ້ຳ ຢູ່ນະຄອນ-ຫຼວງພະບາງ ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນ້ຳຖ້ວມ, ສໍາເລັດການຮັບຮອງເອົາບົດບັນທຶກ ກອງປະຊຸມຄະນະກໍາມະການປະສານງານຮ່ວມ ການເດີນເຮືອເພື່ອການຄ້າຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສໍາເລັດການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ ໃນການພັດທະນາໂຄງການທ່າເຮືອສາກົນ, ເຂດໂລຈີສຕິກ,ເຂດການຄ້າ-ການບໍລິການ, ເຂດກະສິກຳ ແລະ ການທ່ອງທ່ຽວ ຢູ່ເມືອງລອງ ແຂວງຫຼວງນ້ຳທາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ເອັນຊີຊີ ຈຳກັດຜູ້ດຽວ, ສຳເລັດການອອກໃບອະນຸຍາດຂຸດຄົ້ນຫີນແຮ່, ຊາຍ ໃຫ້ຜູ້ປະກອບການ ປະຈຳປີ 2023-2024 ມີຈຳນວນ 4 ບໍລິສັດປະຈຳປີ 2024-2025 ມີ ຈຳນວນ 1 ບໍລິສັດ, ປັບປຸງໂຄງປະກອບຂາຮຸ້ນລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ ດັດປັບຮຸ້ນ ຂອງ ລັດຖະບານ ສປປ ລາວ ຈາກ 20% ເປັນ 60%. ປັດຈຸບັນ,ໄດ້ມີຂໍ້ຕົກລົງຈາກທ່ານນາຍົກລັດຖະມົນຕີ ແຕ່ງຕັ້ງອຳນວຍການຊຸດໃໝ່ຂອງຝ່າຍລາວ ເພື່ອເຂົ້າຮ່ວມເປັນຄະນະທ່າເຮືອຫວຸ້ງອ່າງ, ສຶກສາຄວາມເປັນໄປໄດ້ໂຄງການພັດທະນາທ່າເຮືອສາກົນຊຽງກົກ ແລະ ເຂດໂລຈີສຕິກທາງນໍ້າ ເມືອງລອງ ແຂວງຫຼວງນໍ້າທາ, ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມເທດສະບານເມືອງໄຊ ແຂວງອຸດົມໄຊ ປະຕິບັດໄດ້ 97.11%, ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມຕົວເມືອງ ຢູ່ ສປປ ລາວ ຄື: ເທດສະບານເມືອງໄຊ ແຂວງອຸດົມໄຊ (ໜ້າວຽກເພີ່ມເຕີມ), ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ເທດສະບານເມືອງປາກຊັນ ແຂວງບໍລິຄຳໄຊ ປະຕິບັດໄດ້ 97%, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມຂອງ ບ້ານພະບາດໂພນສັນເມືອງທ່າພະບາດແຂວງບໍລິຄຳໄຊ ປະຕິບັດໄດ້ 98.07%, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມຂອງ ບ້ານພະບາດໂພນສັນເມືອງທ່າພະບາດແຂວງບໍລິຄຳໄຊ ປະຕິບັດໄດ້ 60.5%, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມຂອງ ປາກກະດິງເໜືອເມືອງປາກກະດິງແຂວງບໍລິຄຳໄຊ ປະຕິບັດໄດ້ 26.55%, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມຂອງ ເຂດບ້ານນໍ້າໂລ້ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ປະຕິບັດໄດ້ 51.30%, ໂຄງການກໍ່ສ້າງພັດທະນາແຄມແມ່ນໍ້າຂອງ ເທດສະບານເມືອງປາກຊັນ ແຂວງບໍລິຄຳໄຊ (AF/W02) ປະຕິບັດໄດ້ 98%, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນໍ້າຂອງ ດອນໝາກໂມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ປະຕິບັດໄດ້ 1.34%, ໂຄງການພັດທະນາແຄມຂອງ ແຂວງຈຳປາສັກໄລຍະ I ປະຕິບັດໄດ້ 99.01%, ໂຄງການພັດທະນາແຄມຂອງ ແຂວງຈຳປາສັກ ບ້ວງທຶນກູ້ຢືມດອກເບ້ຍຜ່ອນຜັນເພີ່ມເຕີມ ປະຕິບັດໄດ້ 71.42 %, ໂຄງການພັດທະນາແຄມຂອງ ນະຄອນຫຼວງວຽງຈັນ ປະຕິບັດໄດ້ 64.8%.

ພ້ອມກັນນັ້ນ,ກະຊວງ ຍທຂ ຍັງໄດ້ສຳເລັດການດັດແກ້ເນື້ອໃນສັນຍາໂຄງການຄຸ້ມຄອງຂີ້ເຫຍື້ອ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ EWMP, ສໍາເລັດການມອບ-ຮັບໂຄງການກໍ່ສ້າງຮ່ອງລະບາຍນໍ້າຝົນ ແລະ ໂຄງການກໍ່ສ້າງສະໜາມຂີ້ເຫຍື້ອ ຂອງໂຄງການ GMS4 ຕົວເມືອງປາກຊັນ ແຂວງບໍລິຄຳໄຊ, ສໍາເລັດໂຄງການສ້າງຂີດຄວາມສາມາດໃນການຄຸ້ມຄອງ ແລະ ສົ່ງເສີມການພັດທະນາຕົວເມືອງ ຂອງໂຄງການ CDUDCP ຂອງອົງການໄຈກາ, ໂຄງການພັດທະນາຕົວເມືອງຕາມແລວທາງເສດຖະກິດອານຸພາກພື້ນແມ່ນໍ້າຂອງ 4 (GMS4) ເມືອງທ່າແຂກ ແຂວງຄໍາມ່ວນ ແລະ ເມືອງປາກຊັນ ແຂວງບໍລິຄໍາໄຊ ປະຕິບັດໄດ້ 75%, ໂຄງການຮ່ວມມືກັບບັນດາບໍລິສັດໃນການປັບປຸງຄຸນນະພາບຊີວິດການເປັນຢູ່ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຕົວເມືອງນ້ອຍ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ຢູ່ແຂວງຫົວພັນ ປະຕິບັດໄດ້ 65%; ໂຄງການປັບປຸງສິ່ງແວດລ້ອມ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍທຶນຊ່ວຍເຫຼືອ ແລະ ທຶນກູ້ຢືມ ຈາກທະນາຄານພັດທະນາອາຊີ (ADB), ແມ່ນກໍາລັງດໍາເນີນການປະມູນເອົາບໍລິສັດ ທີ່ປຶກສາໂຄງການ,ໂຄງການຍົກລະດັບຂີດຄວາມສາມາດໃນການປັບຕົວ ແລະ ສ້າງທີ່ຢູ່ອາໄສທີ່ທົນທານ ໃນຊຸມຊົນທີ່ມີຄວາມສ່ຽງຢູ່ ສປປ ລາວ ປະຕິບັດໄດ້ 10%; ໂຄງການສ້າງຂີດຄວາມສາມາດໃນການຄຸ້ມຄອງ ແລະ ສົ່ງເສີມການພັດທະນາຕົວເມືອງ ຂອງໂຄງການ CDUDCP ປະຕິບັດໄດ້ 98%.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລົງນາມຮ່ວມມືນໍາພາເຍົາວະຊົນ-ອະນຸຊົນ ຮຽນຮູ້ປະຫວັດສາດຈາກສະຖານທີ່ຈິງ

ລົງນາມຮ່ວມມືນໍາພາເຍົາວະຊົນ-ອະນຸຊົນ ຮຽນຮູ້ປະຫວັດສາດຈາກສະຖານທີ່ຈິງ

ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການສູນກາງພັກ, ກົມເຍົາວະຊົນສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ແລະ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ຜູ້ນຳປະຕິວັດຂອງຫ້ອງວ່າການສູນກາງພັກ ໄດ້ຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມກັນຈັດຕັ້ງທັດສະນະສຶກສາ ແລະ ກິດຈະກຳຮຽນຮູ້ປະຫວັດສາດໃຫ້ເຍົາວະຊົນ ແລະ ອະນຸຊົນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍບັນດາການນຳ ແລະ ພະນັກງານຈາກສອງພາກສ່ວນ. ຮ່ວມລົງນາມໂດຍ ທ່ານ ນາງ ໃບຄູນ ສົມບັດດວງ ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ຜູ້ນໍາປະຕິວັດ ຫ້ອງວ່າການສູນກາງພັກ ແລະ ທ່ານ ນາງ ວິໄລວັນ ວົງພັກດີ ວ່າການຫົວໜ້າກົມເຍົາວະຊົນ ສຊປລ.
ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ວັນທີ 7 ພະຈິກ ຜ່ານມາ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ພ້ອມຄະນະ ໄດ້ລົງຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302 ເມືອງຜາອຸດົມ ແຂວງບໍ່ແກ້ວ ເຂົ້າຮ່ວມໃນຄັ້ງນີ້ມີທ່ານ ອາຄົມເດດ ວົງໄຊ ກຳມະການສຳຮອງສູນກາງພັກ ປະທານສະພາບໍລິຫານ ບໍລິສັດລັດວິສາຫະກິດໄຟຟ້າລາວ, ທ່ານ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ສຸກສະຫວັນ ດາລາສຸກ ຜູ້ບັນຊາການກອງພົນທະຫານຮາບທີ 3, ພ້ອມດ້ວຍບັນດາການນຳ, ນາຍ ແລະ ພົນທະຫານ.
ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ພິທີມອບ-ຮັບເຂົ້າສານຈຳນວນ 200 ໂຕນ ລວມມູນຄ່າ 185,616 ໂດລາ ຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດນ້ຳຖ້ວມໃນ 2 ແຂວງພາກເໜືອ ຄື: ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ ຈັດຂຶ້ນໃນວັນທີ 9 ພະຈິກນີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໃຫ້ກຽດກ່າວມອບໂດຍ ທ່ານ ຕຽງສັກ ອິນທະວົງ ຫົວໜ້າອົງການໃຈບຸນສາກົນ ເດເຊເຣັດ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍທ່ານ ວິຣະພົງສ໌ ພົມດວງສີ ຮອງປະທານ ສນຊ ໂດຍມີຄະນະນຳ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ແຂວງຄຳມ່ວນ ໄດ້ເປີດຊຸດຝຶກອົບຮົມວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ປະຈຳປີ 2026ໃນ​ວັນ​ທີ 9 ພະ​ຈິກ​ນີ້ ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ,ມີ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະກຳມະການເກັບກຳຫາງສຽງສັງຄົມຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສື່ມວນຊົນຈາກ8 ເມືອງແລະຕາໜ່າງຂ່າວຈາກພະແນກການອ້ອມຂ້າງແຂວງສາລະວັນ ຈຳນວນ 26 ທ່ານ,ໄດ້ສຳເລັດການຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດ ປະຈຳປີ2026ເຊິ່ງໄດ້ມີການຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ, ຍົກສູງຂີດຄວາມສາມາດໃນການຜະລິດຂ່າວ, ບົດຄວາມ.
ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ ສົກປີ 2026-2027 ໃນ​ວັນ​ທີ 6 ພະ​ຈິກ​ຜ່ານ​ມາທີ່ ໂຄງການຊົນລະປະທານຈັກສູບນ້ຳປາກແຈ້ງ ບ້ານປາກແຈ້ງ ເມືອງວຽງຄຳ, ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄອນສະຫວັນ ສີອັກຄະສອນ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ການນຳເມືອງວຽງຄຳ, ຜູ້ຕາງໜ້າກົມຊົນລະປະທານ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນພາຍໃນຕາແສງປາກແຈ້ງເຂົ້າຮ່ວມ.
ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

​ແຂວງສະຫວັນນະເຂດ ກໍແມ່ນແຂວງໜຶ່ງ ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸທີ່ເກີດຂຶ້ນ ອັນເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ຝົນຕົກຫຼາຍ ຊຶ່ງສົ່ງຜົນກະທົບໂດຍກົງ ຕໍ່ວິຖີຊີວິດ, ການໄປ-ການມາ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຊຶ່ງເຮັດໃຫ້ມີນ້ຳຖ້ວມເນື້ອທີ່ການຜະລິດ ພ້ອມທັງທີ່ອາໄສຂອງປະຊາຊົນ, ໂດຍສະເພາະປະຊາຊົນບ້ານດົງໝາກໄຟ ເມືອງໄຊບູລິ ແຂວງສະຫວັນນະເຂດ ດີໃຈຫຼາຍ ທີ່ໄດ້ຮັບເງິນຊ່ວຍເຫຼືອ ຈາກໄພພິບັດທາງທໍາມະຊາດ.
ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດດໍາເນີນກອງປະຊຸມໃຫຍ່ ຜູ້ແທນຂອງອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII, ຄະນະນໍາຫ້ອງວ່າການສູນກາງພັກ (ຫສພ) ໄດ້ພ້ອມກັນເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານໄກສອນ ພົມວິຫານ ທີ່ຫໍພິພິທະພັນດັ່ງກ່າວ ໃນວັນທີ 9 ພະຈິກນີ້.
ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ6 ພະຈິກ ຜ່ານມາ, ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າ, ຮອງຫົວໜ້າພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມ.
ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເນື່ອງໃນໂອກາດສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນອາຊຽນປະຈຳປີ 2026 ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກ 2026, ຄະນະສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນໄດ້ເຄື່ອນໄຫວຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳເຈ້ຍຈຽ່ງນານຈຳກັດ ສປ ຈີນ.
ເພີ່ມເຕີມ