OECD ຄາດວ່າ ເສດຖະກິດໂລກປີນີ້ ຈະເຕີບໂຕ 2,9%

OECD ຄາດວ່າ ເສດຖະກິດໂລກປີນີ້ ຈະເຕີບໂຕ 2,9%
ຂ່າວສານຊີອາໄອລາຍງານໃນ 6 ກຸມພາ ນີ້, ອົງການຮ່ວມມືເສດຖະກິດ ແລະ ການພັດທະນາ ຫຼື OECD ໄດ້ເຜີຍແຜ່ບົດລາຍງານວິໄສທັດເສດຖະກິດ ໃນວັນທີ 5 ກຸມພາ ຜ່ານມາ ໂດຍຄາດຄະເນວ່າ: ປີ 2024 ເສດຖະກິດໂລກຈະເຕີບໂຕ 2,9%, ສ່ວນປີ 2025 ຈະເຕີບໂຕ 3%. ໃນປີ 2024 ແລະ ປີ 2025, ເຂດອາຊີຈະສືບຕໍ່ປະກອບສ່ວນກວມເອົາສ່ວນໃຫຍ່ຂອງການເຕີບໂຕເສດຖະກິດໂລກຄືກັນກັບປີ 2023.
ບົດລາຍງານໄດ້ເນັ້ນໜັກວ່າ: ສະພາບການເຄັ່ງຕຶງຂອງພູມສາດການເມືອງຍັງຄົງເປັນແຫຼ່ງທີ່ມາອັນຕົ້ນຕໍຂອງປັດໄຈທີ່ບໍ່ແນ່ນອນ, ບວກກັບການປະທະກັນຢູ່ເຂດຕາເວັນອອກກາງ, ການຂົນສົ່ງທາງເຮືອຢູ່ທະເລແດງປະເຊີນກັບບັນຫາ ເຮັດໃຫ້ຕົ້ນທຶນການຂົນສົ່ງເພີ່ມຂຶ້ນ, ທັງໄດ້ແກ່ຍາວເວລາການມອບສົ່ງສິນຄ້າຂອງບໍລິສັດຜູ້ສະໜອງນໍາອີກ. ຖ້າຫາກວ່າການປະທະກັນຮ້າຍແຮງຂຶ້ນຕື່ມ, ປັດໄຈເຫຼົ່ານີ້ອາດຈະນຳເອົາຄວາມກົດດັນມາໃຫ້ແກ່ລາຄາສິນຄ້າອີກເທື່ອໜຶ່ງ.
ບົດລາຍງານຢໍ້າວ່າ: ການຟື້ນຟູການຄ້າໂລກນັ້ນ, ແມ່ນມີຄວາມໝາຍສໍາຄັນຍິ່ງຕໍ່ການເພີ່ມທະວີການເຕີບໂຕກໍຄືອະນາຄົດການພັດທະນາເສດຖະກິດຢູ່ບ່ອນຕ່າງໆຂອງໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ການຜະລິດນໍ້າມັນຂອງອີຣັກ ຫຼຸດລົງ 70%

ການຜະລິດນໍ້າມັນຂອງອີຣັກ ຫຼຸດລົງ 70%

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມີນາ ຜ່ານມາວ່າ: ການຜະລິດນ້ຳມັນຂອງອີຣັກຈາກບໍ່ນ້ຳມັນຫຼັກທາງພາກໃຕ້ໄດ້ຫຼຸດລົງເຖິງ 70% ຈາກປະມານ 4.3 ລ້ານບາເຣວຕໍ່ມື້ ມາເປັນພຽງ 1.3 ລ້ານບາເຣວຕໍ່ມື້ ຍ້ອນວ່າການຕໍ່ສູ້ຢ່າງຕໍ່ເນື່ອງໃນພາກພື້ນເຮັດໃຫ້ອີຣັກບໍ່ສາມາດສົ່ງອອກນ້ຳມັນຜ່ານຊ່ອງແຄບຮໍມຸສໄດ້.
ວິກິດການໃນຕາເວັນອອກກາງກຳລັງເຮັດໃຫ້ຄ່າຂົນສົ່ງໃນນູແວນເຊລັງສູງຂຶ້ນ

ວິກິດການໃນຕາເວັນອອກກາງກຳລັງເຮັດໃຫ້ຄ່າຂົນສົ່ງໃນນູແວນເຊລັງສູງຂຶ້ນ

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມີນາ ຜ່ານມາວ່າ: ບໍລິສັດ Rocket Freight ຊຶ່ງເປັນບໍລິສັດຂົນສົ່ງສິນຄ້າທີ່ຕັ້ງຢູ່ເມືອງໂອກແລນ ປະເທດນູແວນເຊລັງ ໄດ້ເຕືອນວ່າ: ຊາວນູແວນເຊລັງອາດຈະປະເຊີນກັບຄ່າໃຊ້ຈ່າຍໃນການຂົນສົ່ງທີ່ສູງຂຶ້ນຢ່າງຫຼວງຫຼາຍ ແລະ ການຈັດສົ່ງສິນຄ້າທີ່ຊັກຊ້າເປັນເວລາຫຼາຍເດືອນ ເນື່ອງຈາກຂໍ້ຂັດແຍ່ງໃນຕາເວັນອອກກາງສົ່ງຜົນກະທົບຕໍ່ລະບົບຕ່ອງໂສ້ການສະໜອງທົ່ວໂລກ.
ກຳປູເຈຍ ຈະກຳຈັດອາຊະຍາກຳການຫຼອກລວງທາງໂທລະຄົມຢ່າງເດັດຂາດ

ກຳປູເຈຍ ຈະກຳຈັດອາຊະຍາກຳການຫຼອກລວງທາງໂທລະຄົມຢ່າງເດັດຂາດ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ, ລັດຖະບານກຳປູເຈຍຈະໃຊ້ມາດຕະການທີ່ເດັດຂາດທີ່ສຸດ ເພື່ອກຳຈັດອາຊະຍາກຳການຫຼອກລວງທາງໂທລະຄົມຢ່າງເດັດຂາດ ແລະ ຕັດຂາດຢ່າງສິ້ນເຊີງກັບການຫຼອກລວງທາງໂທລະຄົມ.
ເປັນຄັ້ງທຳອິດທີ່ລາຄານ້ຳມັນຂຶ້ນເກີນ 100 ໂດລາ/ຖັງ

ເປັນຄັ້ງທຳອິດທີ່ລາຄານ້ຳມັນຂຶ້ນເກີນ 100 ໂດລາ/ຖັງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 9 ມີນາ ຜ່ານມາວ່າ: ລາຄານ້ຳມັນຂອງໂລກເພີ່ມຂຶ້ນຢ່າງແຮງ ແລະ ເກີນ 100 ໂດລາ/ຖັງ ເມື່ອຕະຫຼາດເປີດປະຕູການແລກປ່ຽນການຄ້າໃນວັນທີ 8 ມີນາ ຜ່ານມາ, ໃນສະພາບທີ່ບັນດານັກລົງທຶນມີຄວາມວິຕົກກັງວົນວ່າ ແຫຼ່ງສະໜອງພະລັງງານທົ່ວໂລກຖືກຂາດວັກຂາດຕອນ ຍ້ອນສະພາບຄວາມເຄັ່ງຕຶງຢູ່ຕາເວັນອອກກາງເພີ່ມຂຶ້ນ. ນີ້ເປັນຄັ້ງທຳອິດທີ່ລາຄານ້ຳມັນລືນລະດັບນັບແຕ່ເມື່ອເກີດການປະທະກັນລະຫວ່າງ ຣັດເຊຍ - ອູແກຣນ ໃນເດືອນກຸມພາ 2022. ລາຄານ້ຳມັນເຊື້ອໄຟ ແລະ ນ້ຳມັນດິບ (WTI) ເພີ່ມຂຶ້ນເຖິງ 20%, ຂຶ້ນເປັນ 109.17 ໂດລາ/ຖັງ ເປັນໂຕເລກສູງສຸດນັບແຕ່ເດືອນກຸມພາ 2022. ໃນຂະນະນັ້ນ, ລາຄານໍ້າມັນ Brent ເພີ່ມຂຶ້ນປະມານ 19%, ຂຶ້ນເປັນ 110.35 ໂດລາ/ຖັງ.
ອິນໂດເນເຊຍ ຈະເລັ່ງມາດຕະການປະສົມເອທານອນຊີວະພາບ ໃນນໍ້າມັນເຊື້ອໄຟ

ອິນໂດເນເຊຍ ຈະເລັ່ງມາດຕະການປະສົມເອທານອນຊີວະພາບ ໃນນໍ້າມັນເຊື້ອໄຟ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມີນາ ຜ່ານມາວ່າ: ທ່ານ ບາລິລ ລາຮາດາເລຍ ລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍຈະເລັ່ງການຈັດຕັ້ງປະຕິບັດມາດຕະການປະສົມເອທານອນຊີວະພາບ ຫຼື ໄບໂອເອທານອນ (bioethanol) ໃນນໍ້າມັນເຊື້ອໄຟ. ໂດຍນ້ຳມັນແອັດຊັງຕ້ອງມີເອທານອນ 20% ຫຼື E20 ເພື່ອຫຼຸດຜ່ອນການເພິ່ງພາການນຳເຂົ້າ ແລະ ຄ່າໃຊ້ຈ່າຍເຊື້ອໄຟ.
ຈີນ​ ຈະ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ກາ​ນ​ສໍ້​ລາດ​ບັງຫຼວງ​ຂ້າມ​​ຊາຍແດນ

ຈີນ​ ຈະ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ກາ​ນ​ສໍ້​ລາດ​ບັງຫຼວງ​ຂ້າມ​​ຊາຍແດນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 9 ມີ​ນາ​ ຜ່ານມາ, ກອງ​ປະ​ຊຸມ​ຄົບ​ຄະ​ນະ​​ເທື່ອທີ 2 ຂອງກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸ​ດທີ 14 ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​​ ທີ່​ນະ​ຄອນຫຼວງ​ປັກ​ກິ່ງ.
ອົງການພະລັງງານສາກົນລະບຸ ການສະໜອງຂອງຕະຫຼາດນ້ຳມັນເຊື້ອໄຟໂລກພຽງພໍ

ອົງການພະລັງງານສາກົນລະບຸ ການສະໜອງຂອງຕະຫຼາດນ້ຳມັນເຊື້ອໄຟໂລກພຽງພໍ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານຟາຕິກ ບີໂຣນ ຫົວໜ້າອົງການພະລັງງານສາກົນໄດ້ເຂົ້າຮ່ວມກອງປະຊຸມສະຫະພາບເອີຣົບກ່ຽວກັບສະຖານະການຕະຫຼາດພະລັງງານໂລກຢູ່ນະຄອນຫຼວງບຣຸກແຊນ ປະເທດແບນຊິກ. ທ່ານໄດ້ກ່າວໃນເວລາໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບບັນຫາທີ່ອາເມຣິກາແລະອິສຣາແອນຫຼອນໂຈມຕີອີຣານເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນຢ່າງຕໍ່ເນື່ອງແລະລາຄານ້ຳມັນເຊື້ອໄຟເພີ່ມຂຶ້ນວ່າ: ສົງຄາມລະຫວ່າງອາເມຣິກາ, ອິສຣາແອນແລະອີຣານໄດ້ເຮັດໃຫ້ການຈໍລະຈອນສິນຄ້າຢຸດສະງັກ ແລະໄດ້ນຳເອົາສິ່ງທ້າທາຍມາໃຫ້ແກ່ຫຼາຍປະເທດ, ແຕ່ວ່າການສະໜອງຂອງຕະຫຼາດນ້ຳມັນເຊື້ອໄຟໂລກຍັງ “ພຽງພໍຄືເກົ່າ”.
ອິນໂດເນເຊຍ ຈະຈຳກັດການໃຊ້ສື່ສັງຄົມອອນລາຍສຳລັບຜູ້ທີ່ມີອາຍຸຕໍ່າກວ່າ 16 ປີ

ອິນໂດເນເຊຍ ຈະຈຳກັດການໃຊ້ສື່ສັງຄົມອອນລາຍສຳລັບຜູ້ທີ່ມີອາຍຸຕໍ່າກວ່າ 16 ປີ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ:ທ່ານ ເມອຸດຍາ ຮາຟິດ ລັດຖະມົນຕີກະຊວງການສື່ສານ ແລະ ວຽກງານດີຈີຕອນຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍຈະເລີ່ມບັງຄັບໃຊ້ກົດລະບຽບດ້ານຄວາມປອດໄພທາງອອນລາຍສະບັບໃໝ່ສຳລັບຜູ້ໃຊ້ທີ່ມີອາຍຸຕ່ຳກວ່າ 16 ປີ ໃນແພັດຟອມສື່ສັງຄົມອອນລາຍ ຊຶ່ງກົດລະບຽບເຫຼົ່ານີ້ຈະຈຳກັດການເຂົ້າເຖິງສື່ສັງຄົມອອນລາຍຫຼາຍແພັດຟອມສຳລັບຜູ້ໃຊ້ທີ່ມີອາຍຸຕ່ຳກວ່າ 16 ປີ, ຂະບວນການດັ່ງກ່າວຈະຖືກດຳເນີນເປັນໄລຍະໆ ນັບແຕ່ວັນທີ 28 ມີນາ ເປັນຕົ້ນໄປ.
ສ​ປ​ຊ ​ປະ​ກາດ​ສະ​ພາ​ວະ​ສຸກ​ເສີນດ້ານມະ​ນຸດ​ສະ​ທໍ​າ​​ຢ່າງຮ້າຍ​ແຮງ​ຢູ່​ຕາ​ເວັນ​ອອກ​ກາງ

ສ​ປ​ຊ ​ປະ​ກາດ​ສະ​ພາ​ວະ​ສຸກ​ເສີນດ້ານມະ​ນຸດ​ສະ​ທໍ​າ​​ຢ່າງຮ້າຍ​ແຮງ​ຢູ່​ຕາ​ເວັນ​ອອກ​ກາງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 6 ມີນາ ຜ່ານມາ, ຂ້າຫຼວງໃຫຍ່ ສປຊ ກ່ຽວກັບຊາວລີ້ໄພ (UNHCR) ໄດ້ປະກາດວ່າ:ວິກິດການຢູ່ຕາເວັນອອກາງແມ່ນສະພາວະສຸກເສີນທາງມະນຸດສະທຳຢ່າງຮ້າຍແຮງ; ພ້ອມທັງເນັ້ນໜັກວ່າ ສາມັນຊົນທຸກຄົນທີ່ພວມແລ່ນໜີຫຼົບໄພຕ້ອງໄດ້ຮັບປະກັນຄວາມປອດໄພ. UNHCR ລະບຸວ່າ: ວິກິດການຢູ່ຕາເວັນອອກາງ, ເລີ່ມແຕ່ວັນທີ 28 ກຸມພາຜ່ານມາ ເມື່ອ ອາເມຣິກາ ແລະ ອິສຣາແອນ ບຸກໂຈມຕີອີຣານ ເຮັດໃຫ້ການປະທະກັນແຜ່ລາມອອກສູ່ວົງກວ້າງ ແລະ ເຮັດໃຫ້ສາມັນຊົນຫຼາຍຄົນຕ້ອງປະລະເຮືອນຊານ.
ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 83% ໃນສອງເດືອນທຳອິດຂອງປີ

ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 83% ໃນສອງເດືອນທຳອິດຂອງປີ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະຫະພັນເຂົ້າກຳປູເຈຍລາຍງານວ່າ, ກຳປູເຈຍໄດ້ສົ່ງອອກເຂົ້າໄປຍັງຕະຫຼາດສາກົນໃນລະຫວ່າງເດືອນມັງກອນ-ກຸມພາ 2026 ລວມທັງໝົດ 247,822 ໂຕນ, ເພີ່ມຂຶ້ນ 83% ຈາກ 135,074 ໂຕນໃນໄລຍະດຽວກັນຂອງປີກາຍ.
ເພີ່ມເຕີມ