ພິທີເຊັ່ນບົດບັນທຶກຮ່ວມມືວຽກງານຕິດຕາມ ກວດກາ ການປະເມີນກົດໝາຍ

ອົງການໄອຍະການ ປະຊາຊົນ ແຂວງ ແລະ ພະແນກພະລັງງານ-ບໍ່ແຮ່ ເຊັນສັນຍາປະສານງານໃນການປະຕິບັດກົດໝາຍ

ອົງການໄອຍະການ ປະຊາຊົນ ແຂວງ ແລະ ພະແນກພະລັງງານ-ບໍ່ແຮ່ ເຊັນສັນຍາປະສານງານໃນການປະຕິບັດກົດໝາຍ
ພິທີເຊັ່ນບົດບັນທຶກຮ່ວມມືວຽກງານຕິດຕາມ ກວດກາ ການປະເມີນກົດໝາຍ ລະຫ່ວາງ ອົງການໄອຍະການປະຊາຊົນ ແລະ ພະແນກພະລັງງານ-ບໍ່ແຮ່ ແຂວງອຸດົມໄຊ

 ໄດ້ຈັດຂຶ້ນ ໃນວັນທີ່ 12 ທັນວານີ້ ທີຫ້ອງປະຊຸມອົງການໄອຍະການແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ນາງສົມຫວັງ ໄຊຍະຕິ ຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ແລະ ຂະແໜງການ ທີກ່ຽວຂ້ອງຂອງສອງພາກສ່ວນເຂົ້າຮ່ວມ.

ການເຊັນສັນຍາຄັ້ງນີ້, ເພື່ອກຳນົດກົນໄກປະສານງານໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ແລະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດພາລະບົດບາດສິດ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນ, ພ້ອມກັນແກ້ໄຂບັນຫາ ແລະ ປະກົດການຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ, ເພື່ອນໍາມາປຶກສາຄົ້ນຄວ້າຮ່ວມກັນຢ່າງເລິກເຊິ່ງໃນແຕ່ລະບັນຫາ ເພື່ອເປັນທິດທາງໃນການປັບປຸງແກ້ໄຂຕໍ່ໄປໃຫ້ຖືກຈຸດ.

ການເຊັນສັນຍາລະຫວ່າງອົງການໄອຍະການປະຊາຊົນແຂວງ ແລະ ພະແນກພະລັງງານ-ບໍ່ແຮ່ແຂວງຄັ້ງນີ້ ເພື່ອສ້າງກົນໄກທີ່ຊັດເຈນໃນການປະຕິບັດໜ້າທີ່ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນສັງຄົມ ແລະ ໄດ້ມີການຄົ້ນຄວ້າບັນຫາຢ່າງເລິກເຊີ່ງ ເພື່ອສະເໜີມາດຕະການໃນການປັບປຸງແກ້ໄຂໃຫ້ທັນເຫດການ ແລະ ມີຄວາມສອດຄ່ອງກັບສະພາບການໃນປັດຈຸບັນ.

(ຂ່າວ: ແສງອາທິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ໃນວັນທີ 19 ມັງກອນ ນີ້, ຄະນະພັກ-ຄະນະຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ນຳໂດຍ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານກຳມະການພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເລຂາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ນຳກະຕ່າດອກໄມ້ ແລະ ເງິນຈຳນວນ 177,000,000 ກີບ ເຂົ້າອວຍພອນ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອນ 2026).
ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ວັນທີ 19 ມັງກອນຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າດອກໄມ້ ແລະ ຂອງຂວັນເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 77 ປີ.
ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ວັນທີ 19 ມັງກອນ ນີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ ກຳມະການຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼ່ງຂ່າວຜົນສໍາເລັດການດໍາເນີນກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ວ່າ:
ປະທານສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ທີ່ແຂວງສະຫວັນນະເຂດ

ປະທານສູນກາງສະຫະພັນແມ່ຍິງລາວ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດ ທີ່ແຂວງສະຫວັນນະເຂດ

ໃນວັນທີ 19 ມັງກອນຜ່ານມາ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ, ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ IX ທີ່ແຂວງສະຫວັນນະເຂດ, ໂດຍມີສະຫາຍ ນາງ ມະໄລທອງ ທໍາມະຕິກາ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ແຂກຖືກເຊີນ, ສະຫະພັນແມ່ຍິງຮາກຖານ, ໜ່ວຍ ແລະສະມາຊິກແມ່ຍິງພາຍໃນແຂວງເຂົ້າຮ່ວມຮັບຟັງ.
ຄະນະກຳມະການເລືອກຕັ້ງລະດັບຊາດ ຊຸກຍູ້ວຽກງານການເລືອກຕັ້ງ ຢູ່ແຂວງຈໍາປາສັກ

ຄະນະກຳມະການເລືອກຕັ້ງລະດັບຊາດ ຊຸກຍູ້ວຽກງານການເລືອກຕັ້ງ ຢູ່ແຂວງຈໍາປາສັກ

ຄະນະກຳມະການເລືອກຕັ້ງລະດັບຊາດ ນໍາໂດຍ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ພ້ອມຄະນະ ລົງເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຊັ້ນແຂວງ (ສສຂ) ຊຸດທີ V ຢູ່ແຂວງຈໍາປາສັກ ໃນວັນທີ 19 ມັງກອນ 2026ຜ່ານມາ.
ການນຳແຂວງຊຽງຂວາງອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ

ການນຳແຂວງຊຽງຂວາງອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ

ໃນວັນທີ 19 ມັງກອນ 2026, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍພະແນກການ, ອົງການ, ກຳລັງປ້ອງກັນຄວາມສະຫງົບແຂວງ
ການອານຸລັກໄມ້ປ່ອງ ໃນເມືອງວຽງຄຳ ສ້າງຜົນປະໂຫຍດໃຫ້ປະຊາຊົນຢ່າງຍືນຍົງ

ການອານຸລັກໄມ້ປ່ອງ ໃນເມືອງວຽງຄຳ ສ້າງຜົນປະໂຫຍດໃຫ້ປະຊາຊົນຢ່າງຍືນຍົງ

ເມື່ອບໍ່ດົນຜ່ານມານີ້ ທີ່ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມນຳສະເໜີໂຄງການອານຸລັກໄມ້ປ່ອງ ໂດຍເປັນປະທານຂອງ ທ່ານ ນາງ ບຸນເລື່ອມ ແກ້ວດວງຈິດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ມີອົງການປົກຄອງບ້ານ ທັງ 2 ເມືອງ ຄື: ເມືອງງອຍ ແລະ ເມືອງວຽງຄໍາ ເຂົ້າຮ່ວມ.
ກອງພົນທີ 5 ປາຖະກາຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບຮອບ 77 ປີ

ກອງພົນທີ 5 ປາຖະກາຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບຮອບ 77 ປີ

ວັນທີ 20 ມັງກອນ 2026 ນີ້, ທີ່ສະໂມສອນກອງພົນທີ 5 ໄດ້ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026), ໂດຍການເປັນປະທານ ແລະ ປາຖະກະຖາຂອງ ກຳມະການຄະນະພັກກະຊວງປ້ອງປະເທດ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5, ມີບັນດາ ຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງພັນໃຫຍ່, ສູນຝືກ, ກອງພັນນ້ອຍ, ກອງຮ້ອຍເອກະລາດ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບ-ຮັບ ລົດຈັກໃຫ້ຄະນະຈັດຕັ້ງເມືອງຫຼວງນໍ້າທາ

ມອບ-ຮັບ ລົດຈັກໃຫ້ຄະນະຈັດຕັ້ງເມືອງຫຼວງນໍ້າທາ

ເມືອ່ບໍ່ດົນຜ່ານມານີ້,​ທີ່ຫ້ອງວ່າການເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ຄະນະຈັດຕັ້ງແຂວງ ໄດ້ນໍາເອົາລົດຈັກ Wave 100 ຈໍານວນ 1 ຄັນ ມູນຄ່າ 30 ລ້ານ 5 ແສນກີບ ມອບໃຫ້ຄະນະຈັດຕັ້ງເມືອງຫຼວງນໍ້າທາ ໂດຍການກ່າວມອບຂອງທ່ານ ນາງ ຄໍາແດງ ກອງຈໍາປາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ແລະ ຮັບໂດຍທ່ານ ພອນປະເສີດ ອິນທະວົງ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂິພິຍານ.
ສູນພັດທະນາເຊກອງ ກັບມາເປີດໃຫ້ບໍລິການຄືນໃໝ່ ຫຼັງປິດບໍລິການຊົ່ວຄາວ

ສູນພັດທະນາເຊກອງ ກັບມາເປີດໃຫ້ບໍລິການຄືນໃໝ່ ຫຼັງປິດບໍລິການຊົ່ວຄາວ

ສູນພັດທະນາເຊກອງ ຕັ້ງຢູ່ບ້ານໂມ ເມືອງລະມາມ ແຂວງເຊກອງ ປິດບໍລິການຊົ່ວຄາວ ແລະ ມາຮອດວັນທີ 19 ມັງກອນ 2026 ນີ້ ໄດ້ເປີດໃຫ້ບໍລິການຄືນໃໝ່ ພ້ອມທັງມີກິດຈະກຳບໍລິການເພີ່ມເຕີມ ແລະຂອດການບໍລິການທີ່ດີກວ່າເກົ່າໃນດ້ານກິລາ ແລະ ດ້ານການສຶກສາ ເຫັນວ່າມີຄວາມສະດວກສະບາຍຂຶ້ນຫຼາຍ.
ເພີ່ມເຕີມ