ໃນວັນທີ 8 ກໍລະກົດ 2026 ນີ້ ທີ່ອ່າງນໍ້າຕຽນເມືອງ ແລະ ແຂວງໄຊຍະບູລີ ໄດ້ຈັດພິທີຝຶກຊ້ອມ ແລະທົດລອງຂັບເຮືອກູ້ໄພເພື່ອກຽມພ້ອມຮັບມືໄພນ້ຳຖ້ວມປະຈໍາປີ 2026 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອາເມ ຊົງເຍ້ຽເລັ່ງ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ທ່ານ ໜູພອນ ໄຊປັນຍາຈິດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຕາງໜ້າກອງບັນຊາການທະຫານແຂວງ, ກອງພົນທີ2 ພ້ອມດ້ວຍທິມງານຝຶກຊ້ອມຂັບເຮືອເຂົ້າຮ່ວມ.
ບໍລິສັດ ພູເບ້ຍ ມາຍນິິ້ງ ແຈ້ງໃຫ້ຮູ້ວ່າ ການບຳລຸງຮັກສາ ແລະ ປັບປຸງເສັ້ນທາງສາທາລະນະ ຢູ່ບ້ານນໍ້າຍອນທີ່ຢູ່ ໃກ້ເຂດໂຄງການຂຸດ ຄົ້ນ-ປຸງແຕ່ງ ທອງ-ຄຳ ພູຄຳ ໃນເມືອງອະນຸວົງແຂວງໄຊສົມບູນ ຕາມການສະເໜີຂອງອຳນາດການປົກຄອງທ້ອງຖິ່ນ ໄດ້ສຳເລັດ.
ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໃຫ້ແກ່ໜ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກສາທາລະນະສຸກແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2026, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກງານພັກ-ພະນັກງານ, ມີ ສະຫາຍ ແກ່ນຈັນ ທອງສະຫວັດ ເລຂາຄະນະພັກຮາກຖານພະແນກສາທາລະນະສຸກແຂວງ, ພ້ອມດ້ວຍຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.
ໃນຕອນເຊົ້າ ວັນທີ 7 ກໍລະກົດ ນີ້, ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI ໄດ້ເປີດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນສອງ (ຄອສພ) ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜິຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ເຂົ້າຮ່ວມມີບັນດາສະຫາຍຄະນະປະຈຳພັກ ແລະ ກຳມະການຄະນະພັກ.
ວັນທີ 7 ກໍລະກົດ 2026, ຢູ່ສະໂມສອນໃຫຍ່ ນະຄອນຫຼວງພະບາງ ໄດ້ມີ ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ 6 ເດືອນຕົ້ນປີ ແລະວາງທິດທາງແຜນການ ມາດຕະການ ຈຸດສຸມຕົ້ນຕໍ 6 ເດືອນທ້າຍປີ, 2026, ໂດຍເປັນປະທານ ຂອງ ທ່ານ ຄໍາພັນ ພັນທຸລັກ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ທ່ານ ຄໍາມ່ວນ ຄໍາບຸນມີ ຫົວໜ້າສ່ວຍສາອາກອນ ປະຈໍາແຂວງຫຼວງພະບາງ, ມີບັນດາ ຫົວໜ້າ-ຮອງຫົວໜ້າ 3 ສາຍຕັ້ງ ໃນພະແນກການເງີນ, ຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນປະຈຳເມືອງ ແລະນະຄອນ ຫຼວງພະບາງ, ຕະຫລອດຮອດ ພະນັກງານສ່ວຍສາອາກອນປະຈໍາແຂວງ ເຂົ້າຮ່ວມ.
ແຫຼ່ງຂ່າວຈາກເມືອງພຽງລາຍງານວ່າ: ຊາວກະສິກອນທົ່ວເມືອງພຽງ ແຂວງໄຊຍະບູລີ ເຊິ່ງເປັນໜຶ່ງໃນອູ່ເຂົ້າອູ່ປາທີ່ສໍາຄັນຂອງແຂວງ ພວມສຸມໃສ່ການຜະລິດເຂົ້ານາປີປະຈໍາລະດູການຢ່າງຟົດຟື້ນ, ມາຮອດປັດຈຸບັນການປັກດຳ ແມ່ນສາມາດປະຕິບັດສໍາເລັດແລ້ວ 70 ກວ່າສ່ວນຮ້ອຍ ຂອງເນື້ອທີ່ແຜນການ, ທົ່ວເມືອງມີເນື້ອທີ່ນາປີທັງໝົດ 6,900 ກວ່າເຮັກຕາ, ສິ່ງທີ່ພົ້ນເດັ່ນໃນລະດູການຜະລິດປີນີ້ແມ່ນ ຊາວກະສິກອນເມືອງພຽງ ໄດ້ມີການຫັນປ່ຽນວິທີການເຮັດນາແບບດັ້ງເດີມ ມາຮຽນຮູ້ ແລະ ນຳໃຊ້ເຕັກນິກໃໝ່ເຂົ້າໃນການເພາະປູກຫຼາຍຂຶ້ນ ເພື່ອຫຼຸດຜ່ອນຕົ້ນທຶນ, ປະຢັດແຮງງານ ແລະ ຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ, ເຕັກນິກທີ່ຖືກນໍາມາໃຊ້ຢ່າງແຜ່ຫຼາຍໃນປີນີ້ ປະກອບມີ ເຕັກນິກນາຢອດ (ຢອດເມັດພັນ/ຍອດແຫ້ງ)ຊ່ວຍປະຢັດເມັດພັນ, ຫຼຸດຜ່ອນຂັ້ນຕອນການຫຼົກກ້າ-ດຳນາໂດຍສະເພາະໃນເຂດທີ່ແຫ້ງແລ້ງ ທີ່ນ້ຳຊົນລະປະທານ ຫຼື ນ້ຳຝົນຍັງບໍ່ພຽງພໍ, ເຕັກນິກການຍອດແຫ້ງຊ່ວຍໃຫ້ຊາວກະສິກອນເລີ່ມປູກໄດ້ທັນລະດູການ ໂດຍບໍ່ຕ້ອງລໍຖ້ານ້ຳຂັງ, ປັດຈຸບັນປະຕິບັດໄດ້ 1 ພັນກວ່າເຮັກຕາ.
ພິທີປະກາດສ້າງຕັ້ງຕາແສງຫ້ວຍເລິກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ນີ້, ຢູ່ທີ່ສໍານັກງານຕາແສງດັ່ງກ່າວໂດຍມີທ່ານ ຄຳເຫຼັກ ແກ້ວວິໄລພອນ ກຳມະການປະຈຳພັກແຂວງປະທານຄະນະກວດກາພັກປະທານອົງການກວດກາລັດແຂວງ,ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ,ທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 6 ກໍລະກົດ ນີ້, ທີ່ ຫ້ອງປະຊຸມອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ) ແຂວງອຸດົມໄຊ ໄດ້ຈັດພິທີເຊັນສັນຍາຮັບເໝົາກໍ່ສ້າງ-ສ້ອມແປງພື້ນຖານໂຄງລ່າງ ຈຳນວນ 3 ໂຄງການ ທີ່ຢູ່ໃນຄວາມຮັບຜິດຊອບຂອງ ອພບຕ ແຂວງອຸດົມໄຊ. ເຂົ້າຮ່ວມເປັນກຽດໃນພິທີມີ ທ່ານ ພິໄລທອງ ຈິດມະນີ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ສົມຈັນ ເທບພາລີ ປະທານຄະນະກຳມະການປົກຄອງ ເມືອງໄຊ, ຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງອຸດົມໄຊ ພ້ອມດ້ວຍ ປະທານ, ຜູ້ຕາງໜ້າຈາກ 3 ບໍລິສັດຮັບເໝົາກໍ່ສ້າງ, ແຂກເຊີນ ຈາກພະແນກການ, ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກການຕ່າງປະເທດແຂວງ, ຫ້ອງວ່າການແຂວງ, ຄະນະຈັດຕັ້ງແຂວງ ແລະ ໂຮງຮຽນການເມືອງ-ການປົກຄອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດຜ່ານມາທີ່ແຂວງຄໍາມ່ວນ, ໂດຍມີ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກງານພັກ-ພະນັກງານ ພ້ອມດ້ວຍຄະນະນໍາຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ຄະນະກຳມະການປົກຄອງແຂວງຄຳມ່ວນ ອະນຸຍາດໃຫ້ບໍລິສັດ ພະນົມພອນ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຂຸດຄົ້ນ ແລະ ປຸງແຕ່ງຫີນປູນ (ຫີນກໍ່ສ້າງ) ໃນເນື້ອທີ່ໃນ 4 ເຮັກຕາ ຢູ່ເຂດບ້ານພີນ ເມືອງທ່າແຂກ ໂດຍຜ່ານຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ.
ຄໍາເຫັນ