ອົສຕຣາລີ ອອກຄຳເຕືອນ ເຫັດພິດຮ້າຍແຮງ ເຮັດໃຫ້ເສຍຊີວິດ

ອົສຕຣາລີ ອອກຄຳເຕືອນ ເຫັດພິດຮ້າຍແຮງ ເຮັດໃຫ້ເສຍຊີວິດ

ອົສຕຣາລີ ອອກຄຳເຕືອນ ເຫັດພິດຮ້າຍແຮງ ເຮັດໃຫ້ເສຍຊີວິດ
ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາວ່າ: ພະແນກສາທາລະນະສຸກຂອງລັດ New South Wales ປະເທດອົສຕຣາລີ ໄດ້ອອກຄໍາເຕືອນກ່ຽວກັບອັນຕະລາຍຈາກການກິນເຫັດ “ໝວກມໍລະນະ” ຊຶ່ງເປັນເຫັດພິດຮ້າຍແຮງ ທີ່ພົບເຫັນໃນປ່າທຳມະຊາດຂອງນະຄອນຊິດນີ ແລະ ບໍລິເວນອ້ອມຂ້າງ ເມື່ອບໍ່ດົນມານີ້.

 

ທ່ານ ເຈເນວີຟ ອະດາໂມ ຜູ້ຊ່ຽວຊານອາວຸໂສຂອງສູນຂໍ້ມູນສານພິດ ແຫ່ງລັດ South Wales ກ່າວວ່າ:ອາການຂອງສານພິດຈາກເຫັດຊະນິດນີ້ປະກອບມີ ປວດຮາກ, ຕັບ ແລະ ໝາກໄຂ່ຫຼັງເສຍຫາຍ ແລະ ເສຍຊີວິດ ຈຶ່ງຮຽກຮ້ອງໃຫ້ປະຊາຊົນກຳຈັດເຫັດທີ່ເກີດຂຶ້ນໃນສວນ ຫຼື ສວນສາທາລະນະ ພ້ອມທັງຕິດຕາມເບິ່ງເດັກນ້ອຍທີ່ຫຼິ້ນນອກເຮືອນຢ່າງໃກ້ຊິດ, ໂດຍສະເພາະຕອນແລ່ນຫຼິ້ນໃກ້ກັບຕົ້ນໄມ້ໃຫຍ່ທີ່ອາດມີເຫັດເກີດຂຶ້ນຢູ່.

ທັງນີ້, ມີຜູ້ຖືກນຳສົ່ງໂຮງໝໍໃນລັດ New South Wales ເພາະອາການເບື່ອຫຼັງຈາກກິນເຫັດ ໃນປີ 2024 ຈຳນວນ 23 ຄົນ ຊຶ່ງ 2 ຄົນ ເປັນເດັກນ້ອຍອາຍຸຕ່ຳກວ່າ 5 ປີ. ສູນດັ່ງກ່າວໄດ້ຮັບແຈ້ງພົບເຫັນເຫັດປ່າໃນປີ 2024 ທັງໝົດ 363 ຄັ້ງ ແລະ ໃນປີ 2025 ມີ 190 ຄັ້ງ ເມື່ອນັບເຖິງໃນທ້າຍເດືອນພຶດສະພາ ຜ່ານມາ.

ທ່ານ ເບຣດ ຊຳເມີເຣລ ຫົວໜ້ານັກວິທະຍາສາດປະຈຳສວນພຶກສາສາດ ນະຄອນຊິດນີ ກ່າວວ່າ: ບໍ່ມີວິທີທີ່ງ່າຍ ຫຼື ເຊື່ອຖືໄດ້ ທີ່ຈະຈຳແນກໄດ້ວ່າເຫັດປ່າຊະນິດໃດກິນໄດ້ ຫຼື ເປັນພິດ ຈຶ່ງແນະນຳໃຫ້ປະຊາຊົນຢ່າເກັບ ຫຼື ກິນເຫັດປ່າ.

ພະແນກສາທາລະນະສຸກຂອງລັດ Victoria ຊຶ່ງຕັ້ງຢູ່ໃກ້ກັບລັດ New South Wales ໄດ້ອອກຄໍາເຕືອນທີ່ຄ້າຍຄືກັນໃນຕົ້ນເດືອນພຶດສະພາ ຜ່ານມາ.

ຄໍາເຫັນ

ຂ່າວຕ່າງປະເທດ

ມາເລເຊຍ ຂຶ້ນແຜນຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Halal

ມາເລເຊຍ ຂຶ້ນແຜນຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Halal

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ສະຫະສະມາຄົມນັກຮົບເກົ່າ ມາເລເຊຍ (PVATM) ມີແຜນການຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Hala ຊຶ່ງແມ່ນສູນລົງເລິກກ່ຽວກັບມາດຕະຖານອາຫານທີ່ສະຫງວນໃຫ້ແກ່ຊາວມຸດສະລິມ ແລະ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍ ກໍຄືເປີດກວ້າງຂອບເຂດການຮ່ວມມືດ້ານການຄ້າຂອງ ມາເລເຊຍ ໃນທົ່ວໂລກ.
ສະວິດ ຫຼຸດການຄາດຄະເນເສດຖະກິດປີ 2025-2026

ສະວິດ ຫຼຸດການຄາດຄະເນເສດຖະກິດປີ 2025-2026

ຂ່າວຕ່າງປະເທດລາຍ ຫວ່າງບໍ່ດົນມານີ້ວ່າ: ຫ້ອງການເສດຖະກິດ (SECO) ຂອງປະເທດສະວິດ ປະກາດຫຼຸດການຄາດຄະເນການເຕີບໂຕທາງດ້ານເສດຖະກິດສໍາລັບປີ 2025 ແລະ 2026 ເນື່ອງຈາກຄວາມບໍ່ແນ່ນອນກ່ຽວກັບນະໂຍບາຍການຄ້າ ແລະ ເສດຖະກິດລະຫວ່າງປະເທດຍັງຄົງສູງ ແລະ ສົ່ງຜົນຕໍ່ທ່າອ່ຽງຂອງເສດຖະກິດທົ່ວໂລກ ແລະ ເສດຖະກິດ ສະວິດ.
ສະຫະລັດ ອາເມຣິກາ - ອັງກິດ ລົງນາມຂໍ້ຕົກລົງການຄ້າສອງຝ່າຍ

ສະຫະລັດ ອາເມຣິກາ - ອັງກິດ ລົງນາມຂໍ້ຕົກລົງການຄ້າສອງຝ່າຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາວ່າ: ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ແລະ ທ່ານ ເຄຍ ສະຕາຣເມີ ນາຍົກລັດຖະມົນຕີອັງກິດ ໄດ້ລົງນາມໃນຂໍ້ຕົກລົງການຄ້າລະຫວ່າງກອງປະຊຸມສຸດຍອດ G7 ທີ່ການາດາ, ທ່ານ ສະຕາຣເມີ ກ່າວວ່າ: ຂໍ້ຕົກລົງນີ້ຈະປະຕິບັດຕາມຂໍ້ຕົກລົງສອງຝ່າຍກ່ຽວກັບອັດຕາພາສີລົດຍົນ ແລະ ການບິນອາວະກາດ.
ສິງກະໂປ ສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ ຫຼຸດລົງ 3.5%

ສິງກະໂປ ສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ ຫຼຸດລົງ 3.5%

ຂ່າວຕ່າງປະເທດລາຍງານວ່າ: ອົງການວິສາຫະກິດຂອງສິງກະໂປ (Enterprise Singapore) ເປີດເຜີຍໃນວັນທີ 17 ມິຖຸນາ ຜ່ານມາວ່າ: ການສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ (NODX) ຫຼຸດລົງ 3.5% ໃນເດືອນພຶດສະພາ ເມື່ອປຽບທຽບປີຕໍ່ປີ, ຈາກທີ່ເຄີຍຂະຫຍາຍຕົວເຖິງ 12.4% ໃນເດືອນເມສາ ແລະ ກົງກັນຂ້າມກັບນັກນັກວິເຄາະຄາດຄະເນວ່າຈະຂະຫຍາຍຕົວ 8%.
ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ 2

ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ 2

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ບ່າຍ​ວັນ​ທີ 17 ມິ​ຖຸ​ນາ​ ຜ່ານມາ (​ຕາມ​ເວ​ລາ​ທ້ອງ​ຖິ່ນ), ກອງ​ປະ​ຊຸມ​ສຸດຍອດ ຈີນ-ອາ​ຊີ​ກາງ ​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ເອ​ກະ​ລາດ ​ທີ່​ນະ​ຄອນ​ຫຼວງ​ອັ​ສ​ຕາ​ນາ ປະເທດ​ກາ​ຊັກ​ສະ​ຖານ. ທ່ານ ຄາ​ຊິມ ໂຈ​ມັດ ໂ​ຕ​ຄາ​ເຢັ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ. ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ພ້ອມ​ດ້ວຍ​ປະ​ມຸກ​ລັດ​​ຈາກປະ​ເທ​ດ​ຕ່າງໆ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.
ຫວຽດນາມ ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ ​ຂອງລັດ​ວິ​ສາ​ຫະ​ກິດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ

ຫວຽດນາມ ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ ​ຂອງລັດ​ວິ​ສາ​ຫະ​ກິດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ ຢູ່ສຳນັກງານລັດຖະບານ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບແຜນຮ່າງສະຫຼຸບການປະຕິບັດມະຕິກອງປະຊຸມສູນກາງ ຄັ້ງທີ 5 ຂອງພັກກອມມູນິດ ຫວຽດນາມ ຊຸດທີ XII ກ່ຽວກັບລັດວິສາຫະກິດ.
ຈັດກິດ​ຈະ​ກຳ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳລະ​ຫວ່າງ​ຈີນ-ອາ​ຊີ​ກາງ 2025 ຢູ່​ອັ​ສ​ຕາ​ນາ

ຈັດກິດ​ຈະ​ກຳ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳລະ​ຫວ່າງ​ຈີນ-ອາ​ຊີ​ກາງ 2025 ຢູ່​ອັ​ສ​ຕາ​ນາ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 16 ມິ​ຖຸ​ນາ ຜ່ານມານີ້, ກິດ​ຈະ​ກຳ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳລະ​ຫວ່າງ​ຈີນ - ອາ​ຊີ​ກາງ 2025 ທີ່​ມີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ແລະ ອົງ​ການ​ສັງ​ລວມ​ວິ​ທະ​ຍຸ​ໂທ​ລະ​ພາບ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ​ເປັນ​ເຈົ້າ​ພາບ​ຮ່ວມ​ ໄດ້ຈັດ​ຂຶ້ນ​ຢູ່​ສູນ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ​ທີ່​ນະ​ຄອນ​ຫຼວງ​ອັ​ສ​ຕາ​ນາ. ແຂ​ກ​ຜູ້​ມີ​ກຽດ 150 ກວ່າ​ທ່ານ​ຈາກວົງ​ການ​ຕ່າງໆ​ເຊັ່ນ:ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສື່ມວນ​ຊົນ, ການ​ສຶກ​ສາ ແລະ ອື່ນໆ​ຂອງ​ຈີນ ແລະ 5 ປະ​ເທດໃນ​ອາ​ຊີ​ກາງ​ ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຄັ້ງ​ນີ້.
ການຮ່ວມມື AI ລະດັບໂລກ ປະຕິວັດການປິ່ນປົວມະເຮັງສ່ວນບຸກຄົນ

ການຮ່ວມມື AI ລະດັບໂລກ ປະຕິວັດການປິ່ນປົວມະເຮັງສ່ວນບຸກຄົນ

ຂ່າວຕ່າງປະເທດລາາຍງານ ຫວ່າງມໍ່ໆມານີ້; ສະຖາບັນຄົ້ນຄວ້າກ່ຽວກັບເດັກ ຂອງອົສຕຣາລີ ລາຍງານວ່າ: ທີມນັກວິທະຍາສາດອົສຕຣາລີແລະສາກົນໄດ້ແນະນຳເຕັກນິກປັນຍາປະດິດ (AI) ທີ່ສາມາດວິເຄາະຕົວຢ່າງມະເຮັງຈາກທົ່ວໂລກທີ່ເຊື່ອຖືໄດ້ ຊຶ່ງປູທາງສູ່ການປິ່ນປົວມະເຮັງສ່ວນບຸກຄົນ ພ້ອມທັງປົກປ້ອງຄວາມເປັນສ່ວນຕົວຂອງຄົນເຈັບແລະຊ່ວຍໃຫ້ທ່ານໝໍປະຕິບັດການປິ່ນປົວຄົນເຈັບແຕ່ລະຄົນໄດ້ດີຍິ່ງຂຶ້ນ.
EU ເລັ່ງອອກມາດຕະການປະຢັດພະລັງງານຂອງສູນຂໍ້ມູນ

EU ເລັ່ງອອກມາດຕະການປະຢັດພະລັງງານຂອງສູນຂໍ້ມູນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະຫະພາບເອີຣົບ (EU) ກໍາລັງຊຸກຍູ້ມາດຕະການເພີ່ມປະສິດທິພາບການໃຊ້ພະລັງງານໃນສູນຂໍ້ມູນເພື່ອຫຼຸດຜ່ອນຜົນກະທົບຈາກການໃຊ້ໄຟຟ້າທີ່ຄາດວ່າຈະເພີ່ມຂຶ້ນຢ່າງໄວວາໃນທົດສະວັດນີ້ເນື່ອງຈາກການຂະຫຍາຍຕົວຂອງເຕັກໂນໂລຊີປັນຍາປະດິດ (AI) ຊຶ່ງປັດຈຸບັນສູນຂໍ້ມູນກວມເອົາປະມານ 3% ຂອງການໃຊ້ໄຟຟ້າຂອງ EU.
FAO ຄາດ​ວ່າ​ຣັດ​ເຊຍ​ຈະ​ເປັນ​ປະ​ເທດ​ສົ່ງ​ອອກເຂົ້າ​ສາ​ລີ​ອັນ​ດັບ​ໜຶ່ງ​ຂອງ​ໂລກ

FAO ຄາດ​ວ່າ​ຣັດ​ເຊຍ​ຈະ​ເປັນ​ປະ​ເທດ​ສົ່ງ​ອອກເຂົ້າ​ສາ​ລີ​ອັນ​ດັບ​ໜຶ່ງ​ຂອງ​ໂລກ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສື່​ມວນ​ຊົນ​ຣັດ​ເຊຍ​ອ້າງ​ອີງ​ຕາມ​ຂໍ້​ມູນ​ຂອງ​ອົງການ​ອາຫານ​ແລະ​ການ​ກະ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ (FAO)​ ລາຍ​ງານ​ວ່າ: ຣັດ​ເຊຍຍັງ​ຈະ​ເປັນ​ປະ​ເທດ​ສົ່ງ​ອອກ​ເຂົ້າສາລີລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໃນ​​ປີ​ກະສິກຳ​ປັດຈຸ​ບັນ​ແລະ ປີ​ຕໍ່​ໄປ ຊຶ່ງກວມ​ອັດຕາສ່ວນ​ຫຼາຍ​ກວ່າ 1/5 ຂອງ​ຍອດ​ຂາຍ​ເຂົ້າສາລີ​ທົ່ວ​ໂລກ.
ເພີ່ມເຕີມ