ອົສຕຣາລີ ສືບຕໍ່ເພີ່ມທຶນ ODA ໃຫ້ຫວຽດນາມ

ອົສຕຣາລີ ສືບຕໍ່ເພີ່ມທຶນ ODA ໃຫ້ຫວຽດນາມ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 14 ພຶດສະພາ ຜ່ານມາ, ລັດຖະບານ ອົສຕຣາລີ ໄດ້ປະກາດແຜນງົບປະມານໃຫ້ແກ່ປີການເງິນ 2024 – 2025, ໃນນັ້ນ, ໄດ້ໃຫ້ຄຳໝັ້ນສັນຍາຈະເພີ່ມທຶນຊ່ວຍເຫຼືອພັດທະນາເປັນທາງການ (ODA) ໃຫ້ແກ່ຫຼາຍພາກພື້ນ ແລະ ປະເທດ, ໃນນັ້ນມີ ຫວຽດນາມ.
ຂ່າວລະບຸວ່າ: ສະເພາະພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ອົສຕຣາລີ ໃຫ້ຄຳໝັ້ນສັນຍາວ່າຈະສະຫງວນເງິນຈຳນວນ860 ລ້ານໂດລາ ເພື່ອຊ່ວຍເຫຼືອພາກພື້ນນີ້ ແລະ ສຸມໃສ່ຄວາມພະຍາຍາມເພື່ອຊ່ວຍພາກພື້ນນີ້ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຊ່ວຍເຫຼືອຄົນພິການ, ປະຊາຄົມທີ່ມີຄວາມສ່ຽງສູງ. ສິ່ງທີ່ໜ້າສົນໃຈແມ່ນອົສຕຣາລີ ໃຫ້ຄຳໝັ້ນສັນຍາສະຫງວນບ້ວງເງິນ 148 ລ້ານໂດລາ ເພື່ອເພີ່ມທະວີຄວາມສາມາດຟື້ນຟູ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ.
ສຳລັບ ຫວຽດນາມ, ຍອດທຶນ ODA ຊຶ່ງ ອົສຕຣາລີ ໃຫ້ຄໍາໝັ້ນສັນຍາແກ່ປີການເງິນ 2024 – 2025 ແມ່ນ 63,6 ລ້ານໂດລາ, ເພີ່ມຂຶ້ນເກືອບ 4 ຕື້ໂດລາ ເມື່ອທຽບໃສ່ປີການເງິນກ່ອນໜ້ານັ້ນ. ກ່ຽວກັບຂົງເຂດການຊ່ວຍເຫຼືອ, ນອກຈາກເສົາຄ້ຳຫຼັກແມ່ນຄວາມໝັ້ນຄົງ, ສາທາລະນະສຸກ, ຄວາມສະຖຽນລະພາບ ແລະ ການຟື້ນຟູເສດຖະກິດແລ້ວ, ອົສຕຣາລີ ຍັງສະໜັບສະໜູນບັນດາຂໍ້ລິເລີ່ມກ່ຽວກັບດິນຟ້າອາກາດຢູ່ ຫວຽດນາມ ຜ່ານໂຄງການ Aus4Adaptation.

ຄໍາເຫັນ

ຂ່າວຕ່າງປະເທດ

ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມແຈ້ງການກ່ຽວກັບອາຍພິດເຮືອນແກ້ວ ສະບັບຫຼ້າສຸດທີ່ອົງການອຸຕຸນິຍົມໂລກເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມເຂັ້ມຂຸ້ນຂອງກາກບອນດິອັອກຊິດ ແລະ ອາຍພິດເຮືອນແກ້ວຕົ້ນຕໍອື່ນໆ ໃນຊັ້ນບັນຍາກາດຂອງໂລກໄດ້ສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດອີກ​ຄັ້ງ​, ສະແດງໃຫ້ເຫັນວ່າທ່າອຽງຈະເພີ່ມຂຶ້ນໃນໄລຍະຍາວຂອງອຸນຫະພູມທົ່ວໂລກຍັງຄົງສືບຕໍ່ຂະຫຍາຍຕົວຢູ່.
ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງການາດາ (BoC) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍໃນວັນທີ 28 ຕຸລາ ຜ່ານມາ ເປັນຄັ້ງທຳອິດໃນຮອບ 3 ປີ ຫຼື ນັບຕັ້ງແຕ່ເດືອນກໍລະກົດ 2023, ພ້ອມທັງມີສັນຍານວ່າຈະຂຶ້ນອັດຕາດອກເບ້ຍຕື່ມອີກເພື່ອຫຼຸດຜ່ອນອັດຕາເງິນເຟີ້.
ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ແລະ ສິງກະໂປ ໄດ້ຕົກລົງທີ່ຈະສ້າງຕັ້ງຄະນະເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາບໍລິສັດທີ່ມີສ່ວນກ່ຽວຂ້ອງກັບໄຟໄໝ້ປ່າທີ່ເຮັດໃຫ້ເກີດໝອກຄວັນຂ້າມຊາຍແດນ, ຫຼັງຈາກການສົນທະນາລະຫວ່າງ ທ່ານ ອາມານາທາ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ແລະ ທ່ານ ວິວຽນ ບາລາກຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ.
ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ຂ່າວຕ່າງປະເທດລາຍງານວ່າ: ກົມພາສີຂອງມາເລເຊຍໄດ້ເປີດເຜີຍໃນວັນທີ 28 ຕຸລາ ຜ່ານມາວ່າ, ເຈົ້າໜ້າທີ່ໄດ້ຢຶດເຊີບເວີ 30 ເຄື່ອງທີ່ຕິດຕັ້ງຊິບປັນຍາປະດິດຂັ້ນສູງ (AI) ທີ່ມີມູນຄ່າປະມານ 49.5 ລ້ານຣິງກິດມາເລເຊຍ ຫຼື 12.11 ລ້ານໂດລາ ທີ່ສະໜາມບິນສາກົນກົວລາລຳເປີ ໃນວັນທີ 15 ຕຸລາ ຜ່ານມາ.
3 ໄຕມາດ ຜົນກໍາໄລຂອງອຸດສາຫະກໍາຂະໜາດໃຫຍ່ຈີນ ຮັກສາຈັງຫວະການເຕີບໂຕອ່າວໄວ

3 ໄຕມາດ ຜົນກໍາໄລຂອງອຸດສາຫະກໍາຂະໜາດໃຫຍ່ຈີນ ຮັກສາຈັງຫວະການເຕີບໂຕອ່າວໄວ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມຂໍ້ມູນທີ່ອົງການສະຖິຕິແຫ່ງຊາດຈີນເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ, ການພັດທະນາເສດຖະກິດດ້ານອຸດສາຫະກໍາທີ່ມີຄຸນນະພາບສູງຂອງຈີນໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ, ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາປີນີ້, ອຸດສາຫະກໍາຂະໜາດໃຫຍ່ຂອງຈີນມີຜົນກໍາໄລເຖິງ 6,033.7 ຕື້ຢວນ, ເພີ່ມຂຶ້ນ 15.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຫວຽດນາມ ເປີດສັບປະດາດີຈີຕອນສາກົນ 2026

ຫວຽດນາມ ເປີດສັບປະດາດີຈີຕອນສາກົນ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 28 ຕຸ​ລາ ຜ່ານມາ ຢູ່​ນະ​ຄອນກ໋ວ​າງ​ນິງ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້ເປີດ​ສັບ​ປະ​ດ​າ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ 2026 (VIDW 2026) ແລະ ກອງ​ປະ​ຊຸມ​ໂຕະ​ມົນ​ລັດ​ຖະ​ມົນ​ຕີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ (AI), ໂດຍໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ພາຍ​ໃນປະ​ເທດ ແລະ ສາ​ກົນ​ປະ​ມານ 500 ທ່ານ​ ທີ່​ມາ​ຈາກເກືອບ 30 ປະ​ເທດ.
​ເຂົ້າ​ໃຈ​ອຸ​ດົມ​ການ​ເພື່ອ​ປະ​ຊາ​ຊົນ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈາກ “ຜ້າ​ຫົ່ມ​ເຄິ່ງ​ຜືນ”

​ເຂົ້າ​ໃຈ​ອຸ​ດົມ​ການ​ເພື່ອ​ປະ​ຊາ​ຊົນ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈາກ “ຜ້າ​ຫົ່ມ​ເຄິ່ງ​ຜືນ”

ປີ​ນີ້​ແມ່ນປີ​ຄົບ​ຮອບ 90 ປີ​ ແຫ່ງ​ໄຊ​ຊະ​ນະ​ຂອງ​ການ​ເດີນ​ທັບ​ທາງ​ໄກ​ຂອງກອງ​ທັບ​ແດງ​ກຳ​ມະ​ກອນ​ ແລະ ​ຊາວ​ນາ​ຈີນ. ການ​ເດີນ​ທັບ​ທາງ​ໄກ​ອັນ​ຍິ່ງ​ໃຫຍ່ໄດ້​ຂ້າມ​ຜ່ານ​​ແມ່​ນ້ຳ​ໝື່ນ​ສາຍ ແລະ ພູ​ຜາ​ຫຼາຍ​ພັນ​ໜ່ວຍ​ຄັ້ງ​ນີ້ບໍ່​ພຽງ​ແຕ່​ແມ່ນ​ເລື່ອງມະ​ຫັດ​ສະ​ຈັນ​​ໃນປະ​ຫວັດ​ສາດ​ທາງ​ການ​ທະ​ຫານ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ກຳ​ລັງ​ທາງ​ຈິດ​ໃຈທີ່​ສາ​ມາດ​ຂ້າມ​ຜ່ານ​ຊາຍ​ແດນ ແລະ ເຊີດ​ຊູ​ກຳ​ລັງ​ໃຈ​ຂອງ​ຄົນ​ທັງຫຼາຍ​ອີກ​ດ້ວຍ. ເລື່ອງ “ຜ້າ​ຫົ່ມ​ເຄິ່ງ​ຜືນ” ຂອງ​ບ້ານ​ຊ່າ​ໂຈ່ວ​ ແຂວງ​ຫູ​ໜານ ບໍ່​ໄດ້​ກ່ຽວ​ພັນ​ກັບ​ແປວ​ໄຟ​ສົງ​ຄາມ​ທີ່​ດຸ​ເດືອດ, ແຕ່​ພັດ​ໄດ້​ເປີດ​ເຜີຍ​ຄຳ​ຕອບ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ແກ່​ໂລກດ້ວຍ​ຄວາມ​ອົບ​ອຸ່ນ​ທີ່​ບໍ​ລິ​ສຸດ​ທີ່​ສຸດ, ນັ້ນ​ຄື: ຮັກ​ແພງ​ປະ​ຊາ​ຊົນ​ທີ່​ສຸດ.
ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ

ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ (BOK) ໄດ້ເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາວ່າ, ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ, ໂດຍໄດ້ຮັບຜົນກະທົບຈາກການຫຼຸດລົງຂອງຕະຫຼາດຫຼັກຊັບ ແລະ ຄວາມກັງວົນກ່ຽວກັບຄວາມເຄັ່ງຕຶງໃນຕາເວັນອອກກາງ.
ສິງກະໂປ ເປີດໂຄງການພັດທະນາຜູ້ຊ່ຽວຊານດ້ານພະລັງງານນິວເຄລຍ

ສິງກະໂປ ເປີດໂຄງການພັດທະນາຜູ້ຊ່ຽວຊານດ້ານພະລັງງານນິວເຄລຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ - ອຸດສາຫະກຳ ແລະ ອົງການຄຸ້ມຄອງຕະຫຼາດພະລັງງານ (EMA) ສິງກະໂປ ໄດ້ປະກາດໂຄງການພັດທະນາຊັບພະຍາກອນມະນຸດ 3 ໂຄງການ ເພື່ອພັດທະນາຜູ້ຊ່ຽວຊານດ້ານພະລັງງານນິວເຄລຍ, ໃນຂະນະທີ່ລັດຖະບານກໍາລັງປະເມີນຄວາມເປັນໄປໄດ້ຂອງການນຳໃຊ້ເຕັກໂນໂລຊີນິວເຄລຍທີ່ກ້າວໜ້າສຳລັບການຜະລິດໄຟຟ້າ ຊຶ່ງແຜນການພັດທະນາຊັບພະຍາກອນມະນຸດນີ້ຍັງຈະຊ່ວຍສະໜັບສະໜູນການກະກຽມຄວາມພ້ອມສຳລັບການທົບທວນໂຄງສ້າງພື້ນຖານພະລັງງານນິວເຄລຍຂອງອົງການພະລັງງານປະລະມານູສາກົນ (IAEA) ຊຶ່ງມີກຳນົດຈັດຂຶ້ນໃນປີ 2027.
4 ປະເທດເຫັນດີສືບຕໍ່ເຈລະຈາດ້ານສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນອາຊີຕາເວັນຕົກ

4 ປະເທດເຫັນດີສືບຕໍ່ເຈລະຈາດ້ານສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນອາຊີຕາເວັນຕົກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 26 ຕຸ​ລາ ຜ່ານມາ, ອີ​ຣານ, ຊາອຸດິດ ອ​າ​ຣັບ​ບີ​, ຕຸ​ຣາ​ເຄຍ ແລະ ປາ​ກິສຖານ​ໄດ້​ຈັດ​ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ຢູ່​ນະ​ຄອນຫຼວງ​ເຕ​ເຮ​ຣານ​ ປະເທດ​ອີ​ຣານ ພ້ອມ​ທັງ​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ວ່າ: ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຈ​ລະ​ຈາ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​​ມື​ດ້ານ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ຕົກ.
ເພີ່ມເຕີມ