ທ່ານ ອານິກາ ເວລ ລັດຖະມົນຕີກະຊວງການສື່ສານອົສຕຣາລີ ກ່າວວ່າ: ລັດຖະບານຈະເຮັດວຽກຢ່າງໃກ້ຊິດກັບອຸດສາຫະກໍາເຕັກໂນໂລຊີເພື່ອຈໍາກັດການເຂົ້າເຖິງເຄື່ອງມືຕິດຕາມທາງອອນລາຍ (online stalking) ທີ່ບໍ່ສາມາດກວດພົບໄດ້ ແລະ ແອັບພລິເຄຊັນ AI ທີ່ສາມາດສ້າງວິດີໂອ ແລະ ສຽງປອມ (deepfake) ທີ່ມີເນື້ອໃນທາງເພດຢ່າງຊັດເຈນ.
ທ່ານ ເວລ ລະບຸວ່າ: ອົສຕຣາລີ ມີພື້ນທີ່ສໍາລັບເຕັກໂນໂລຊີ AI ແລະ ເຕັກໂນໂລຊີຕິດຕາມທີ່ຖືກກົດໝາຍ, ແຕ່ບໍ່ມີພື້ນທີ່ສໍາລັບແອັບພລິເຄຊັນ ຫຼື ເຕັກໂນໂລຊີທີ່ຖືກນໍາໃຊ້ເພື່ອທໍາລາຍ, ສ້າງຄວາມອັບອາຍ ຫຼື ທໍາຮ້າຍຜູ້ອື່ນ, ໂດຍສະເພາະເດັກນ້ອຍຂອງພວກເຮົາ.
ທ່ານ ເວລ ກ່າວອີກວ່າ: ບັນຫານີ້ສຳຄັນເກີນກວ່າທີ່ຈະບໍ່ສົນໃຈ. ເຕັກໂນໂລຊີທີ່ໃຊ້ລ່ວງລະເມີດສາມາດເຂົ້າເຖິງໄດ້ງ່າຍ ແລະ ແຜ່ຂະຫຍາຍ ກຳລັງເຮັດໃຫ້ເກີດຄວາມເສຍຫາຍທີ່ແທ້ຈິງ ແລະ ບໍ່ສາມາດແກ້ໄຂໄດ້ໃນຂະນະນີ້. ສ່ວນການປາບປາມຄັ້ງນີ້ຈະເປັນການເພີ່ມຄວາມເຂັ້ມແຂງໃຫ້ແກ່ກົດໝາຍທີ່ມີຢູ່ແລ້ວ ຊຶ່ງຫ້າມການຕິດຕາມ ແລະ ເຜີຍແຜ່ສື່ລາມົກໂດຍບໍ່ໄດ້ຮັບອະນຸຍາດ.
ກົດໝາຍໃໝ່ນີ້ຈະກຳນົດໃຫ້ບໍລິສັດເຕັກໂນໂລຊີທີ່ຮັບຜິດຊອບໃນການຈຳກັດການເຂົ້າເຖິງເຄື່ອງມືທີ່ໃຊ້ໃນການລະເມີດເຫຼົ່ານີ້ ເຊັ່ນດຽວກັບມາດຕະການຫ້າມເດັກນ້ອຍອາຍຸຕ່ຳກວ່າ 16 ປີ ເຂົ້າເຖິງແພລັດຟອມສື່ສັງຄົມອອນລາຍ ທີ່ຈະມີຜົນບັງຄັບໃຊ້ໃນເດືອນທັນວາ ຊຶ່ງໄດ້ກຳນົດໃຫ້ບໍລິສັດເຕັກໂນໂລຊີເປັນຜູ້ຮັບຜິດຊອບເຊັ່ນດຽວກັນ.
ໃນເດືອນມິຖຸນາ ຜ່ານມາ, ທ່ານ ຈູລີ ອິນແມນ ແກຣນ ຄະນະກໍາມາທິການການ eSafety ຂອງລັດຖະບານອົສຕຣາລີ ເປີດເຜີຍວ່າ: ມີເຫດການແກ້ໄຂຮູບພາບສ່ວນຕົວຂອງເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີດ້ວຍດີຈີຕອນ ເພີ່ມຂຶ້ນສອງເທົ່າໃນໄລຍະ 18 ເດືອນທີ່ຜ່ານມາ ເມື່ອທຽບກັບໄລຍະ 7 ປີທີ່ຜ່ານມາລວມກັນ.
ຄໍາເຫັນ