ຂ່າວຕ່າງປະເທດລາຍງານວ່າ: ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຂອງຍີ່ປຸ່ນໄດ້ເປີດເຜີຍໃນວັນທີ 31 ສິງຫາ ຜ່ານມາວ່າ: ຜົນຜະລິດຂະແໜງອຸດສາຫະກຳຂອງຍີ່ປຸ່ນໃນເດືອນກໍລະກົດເກືອບຈະຄົງທີ່, ໂດຍເພີ່ມຂຶ້ນພຽງແຕ່ 0.1% ຈາກເດືອນກ່ອນ. ເນື່ອງຈາກການເພີ່ມຂຶ້ນຂອງການສົ່ງອອກທີ່ກ່ຽວຂ້ອງກັບເຄມິຄອນດັກເຕີໄດ້ຊົດເຊີຍການຫຼຸດລົງຂອງການຜະລິດອຸປະກອນການຂົນສົ່ງ.
ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ເຈົ້າໜ້າທີ່ອຸທະຍານແຫ່ງຊາດ Grand Canyon ໃນລັດອາຣິໂຊນາ ຂອງ ສະຫະລັດ ອາເມຣິກາ ເປີດເຜີຍໃນວັນທີ 30 ສິງຫາ ຜ່ານມາວ່າ, ນ້ຳຖ້ວມກະທັນຫັນໃນຫ້ວຍນໍ້າ Bright Angel Creek ແລະ ບ່ອນພັກແຮມ Phantom Ranch ໃນວັນ 29 ສິງຫາ ຜ່ານມາ ອາດຈະເຮັດໃຫ້ມີຜູ້ຫາຍສາບສູນ ຫຼື ຍັງບໍ່ຮູ້ຊະຕາກຳ ຫຼາຍກວ່າ 20 ຄົນ. ພ້ອມທັງຂໍໃຫ້ຜູ້ທີ່ມີຂໍ້ມູນກ່ຽວກັບນັກປີນພູ ຫຼື ນັກທ່ອງທ່ຽວແບກເປ້ໃນເຂດຮ່ອມພູພາຍໃນບໍລິເວນ Bright Angel Creek ໃນມື້ທີ່ເກີດນ້ຳຖ້ວມ, ພ້ອມທັງຜູ້ທີ່ມີບ່ອນຕັ້ງແຄ້ມໃນພື້ນທີ່ທີ່ໄດ້ຮັບຜົນກະທົບ ໃຫ້ແຈ້ງຂໍ້ມູນຕໍ່ນັກສືບສວນຂອງອຸທິຍານ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ສະມາຄົມຜູ້ຜະລິດ ແລະ ສົ່ງອອກໝາກອາໂວກາໂດ ຂອງມຽນມາ ເປີດເຜີຍວ່າ, ມຽນມາມີໝາກອາໂວກາໂດທີ່ມີຄຸນນະພາບສູງປະມານ 20,000 ໂຕນ ທີ່ກຽມພ້ອມສຳລັບການສົ່ງອອກໄປຍັງຕະຫຼາດສາກົນໃນລະດູການ 2026-2027 (ເດືອນພະຈິກ 2026 - ມັງກອນ 2027). ປັດຈຸບັນສະມາຄົມດັ່ງກ່າວກຳລັງເຮັດວຽກຮ່ວມກັບປະເທດໄທ ແລະ ສຳຫຼວດຕະຫຼາດສາກົນແຫ່ງອື່ນໆເພື່ອຊຸກຍູ້ການສົ່ງອອກ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ແລະ ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ. ອີງຕາມຂໍ້ມູນຈາກອົງການພາສີແຫ່ງຊາດຈີນໃຫ້ເຫັນວ່າ: ໃນ 7 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກລະຫວ່າງຈີນ ແລະ ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ບັນລຸເຖິງ 2,420 ຕື້ຢວນ, ເພີ່ມຂຶ້ນ 14.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການຮ່ວມມືສອງຝ່າຍມີຄວາມເຂັ້ມແຂງ ແລະ ພະລັງຊີວິດອັນໃຫຍ່ຫຼວງ.
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ເພື່ອຂ່ຳນັບຮັບຕ້ອນການສະເຫຼີມສະຫຼອງ 81 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ, ໃນຕອນຄ່ຳວັນທີ 30 ສິງຫາ ຜ່ານມາ ຢູ່ໂຮງລະຄອນໂຮ່ເກືອມ ນະຄອນຫຼວງຮ່າໂນ້ຍ, ກະຊວງຕຳຫຼວດໄດ້ປະສານສົມທົບກັບວາລະສານກອມມູນິດ ຈັດລາຍການສະແດງສິລະປະການເມືອງ “ດວງກາວເອກະລາດ” ປີ 2026. ມີທ່ານ ຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາສູນກາງ, ທ່ານ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ, ທ່ານ ເລຮ່ວາຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຜູ້ປະສານງານດ້ານມະນຸດສະທຳ ອົງການສະຫະປະຊາຊາດ ປະຈຳເນປານ ກ່າວວ່າ: ຢູ່ເຂດປະສົບໄພນ້ຳຊຸທັ່ງດິນພູເຈື່ອນຂອງເນປານ ມີເສັ້ນທາງປະມານ 40 ກິໂລແມັດຖືກທຳລາຍ. ຕາມການປະເມີນຜົນເບື້ອງຕົ້ນ, ມີປະຊາຊົນປະສົບໄພຢ່າງໜ້ອຍ 93,000 ຄົນ ແລະ ຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳຢ່າງຮີບດ່ວນ.
ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ຂໍ້ມູນຈາກຫ້ອງການສະຖິຕິແຫ່ງຊາດຂອງສະຫະລາຊະອານາຈັກ ລະບຸວ່າ: ມີໄວໜຸ່ມຈຳນວນ 981,000 ຄົນ ທີ່ມີອາຍຸລະຫວ່າງ 16-24 ປີໃນສະຫະລາຊະອານາຈັກບໍ່ໄດ້ຢູ່ໃນລະບົບການສຶກສາ, ບໍ່ໄດ້ເຮັດວຽກ ແລະ ບໍ່ໄດ້ເຂົ້າຝຶກອົບຮົມ ຫຼື ເອີ້ນວ່າ NEET (Not in Education, Employment or Training) ໃນລະຫວ່າງເດືອນເມສາ ຫາ ເດືອນມິຖຸນາ 2026 ຊຶ່ງກວມເອົາ 13% ຂອງປະຊາກອນໃນກຸ່ມອາຍຸດັ່ງກ່າວ. ຫຼຸດລົງປະມານ 30,000 ຄົນຈາກໄຕມາດທີ່ຜ່ານມາ, ແຕ່ເພີ່ມຂຶ້ນ 30,000 ຄົນເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ສິງຫາ ຜ່ານມາວ່າ: ຜົນການສຶກສາໃໝ່ທີ່ຕີພິມໃນວາລະສານວິທະຍາສາດພົບວ່າ, ການຜັນຜວນຂອງອຸນຫະພູມໃນມະຫາສະໝຸດປາຊີຟິກຍ້ອນແອວນີໂຢມີຄວາມຮຸນແຮງກວ່າໄລຍະອື່ນໆທີ່ມີການວັດແທກໃນຍຸກກ່ອນອຸດສາຫະກຳ, ໂດຍອີງໃສ່ສະຖິຕິທີ່ເກັບກຳມາປະມານ 1,000 ປີ.
ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກອງກຳລັງຕຳຫຼວດສິງກະໂປລາຍງານວ່າ, ຈຳນວນຄະດີສໍ້ໂກງ ແລະ ອາຊະຍາກຳທາງອິນເຕີເນັດໃນສິງກະໂປຫຼຸດລົງ 17.9% ເຫຼືອ 18,391 ຄະດີ ໃນລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາ 2026, ເມື່ອທຽບກັບ 22,397 ຄະດີ ໃນໄລຍະດຽວກັນຂອງປີກາຍ. ສະແດງເຖິງທ່າອ່ຽງທີ່ເລີ່ມຫຼຸດລົງຕັ້ງແຕ່ປີ 2025. ໂດຍຄະດີສໍ້ໂກງຄິດເປັນ 91.5% ຂອງຄະດີທັງໝົດ, ຫຼຸດລົງ 14.4% ເຫຼືອ 16,821 ຄະດີ ຈາກ 19,644 ຄະດີ ໃນປີ 2025.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວອົງການປົກຄອງເຂດປົກຄອງຕົນເອງຊີ່ຈ້າງໃນວັນທີ 30 ສິງຫາ ຜ່ານມາໃຫ້ຮູ້ວ່າ, ໄດ້ຄົ້ນພົບສາເຫດທີ່ເຮັດໃຫ້ເກີດໄພດິນພູເຈື່ອນຢູ່ເຂດຊີ່ຈ້າງແລ້ວ, ທີມງານກູ້ໄພສຸກເສີນຂອງສະຖາບັນວິທະຍາສາດຈີນໂດຍຜ່ານການວິເຄາະຂໍ້ມູນຈາກການສຳຫຼວດທາງໄກ ແລະ ຂໍ້ມູນທີ່ສົ່ງຄືນຈາກສະຖານທີ່ເກີດເຫດ, ບວກກັບການສຳຫຼວດຢູ່ພາກສະໜາມສາມາດສະຫຼຸບໂດຍສັງລວມວ່າ:
ຄໍາເຫັນ