ອົດສະຕາລີ ເພີ່ມເງິນຝາກຂັ້ນຕ່ຳໃຫ້ນັກສຶກສາຕ່າງປະເທດຫວັງຈະຫຼຸດຈຳນວນຄົນເຂົ້າປະເທດ

ອົດສະຕາລີ ເພີ່ມເງິນຝາກຂັ້ນຕ່ຳໃຫ້ນັກສຶກສາຕ່າງປະເທດຫວັງຈະຫຼຸດຈຳນວນຄົນເຂົ້າປະເທດ
ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ພຶດສະພາ ຜ່ານມາວ່າ: ລັດຖະບານອົສຕຣາລີໄດ້ປະກາດເພີ່ມຍອດເງິນຝາກຂັ້ນຕ່ໍາຕື່ມອີກສໍາລັບບັນຊີນັກສຶກສາຕ່າງປະເທດ ພ້ອມທັງເຕືອນບັນດາມະຫາວິທະຍາໄລແຫ່ງຕ່າງໆຢ່າສໍ້ໂກງຮັບເອົານັກສຶກສາໂດຍບໍ່ມີການກວດສອບການເຂົ້າຮຽນຕາມຕົວຈິງ ເພື່ອຫວັງທີ່ຈະຫຼຸດຈຳນວນຄົນອົບພະຍົບເຂົ້າປະເທດທີ່ເພີ່ມຂຶ້ນສູງ.
ຂ່າວລະບຸວ່າ: ນັບແຕ່ວັນທີ 10 ພຶດສະພາ 2024, ນັກສຶກສາຕ່າງປະເທດທີ່ຈະໄປຮຽນຢູ່ອົສຕຣາລີ ຈະຕ້ອງມີເງິນຝາກໄວ້ໃນບັນຊີທະນາຄານເພື່ອເຮັດໃບແຈ້ງຍອດການຍື່ນຂໍວີຊາ. ໂດຍຕ້ອງມີຍອດເງິນໃນບັນຊີທະນາຄານຢ່າງໜ້ອຍ 29.710 ໂດລາອົສຕຣາລີ ເພື່ອຍື່ນຂໍວີຊາ ຊຶ່ງຖືວ່າເປັນຄັ້ງທີສອງທີ່ວົງເງິນສິນເຊື່ອເພີ່ມຂຶ້ນໃນເວລາພຽງ 7 ເດືອນ ໂດຍໃນເດືອນຕຸລາປີກາຍນີ້ ມີການປັບເພີ່ມຂຶ້ນຈາກ 21.041 ໂດລາອົສຕຣາລີ ມາເປັນ 24.505 ໂດລາອົສຕຣາລີ, ເພີ່ມຂຶ້ນ3.464 ໂດລາອົສຕຣາລີ.
ນອກຈາກການປະກາດເພີ່ມຍອດເງິນຝາກໃນບັນຊີນັກສຶກສາຕ່າງປະເທດແລ້ວຍັງມີການເຕືອນວິທະຍາໄລຫຼາຍໆແຫ່ງບໍ່ໃຫ້ມີການສໍ້ໂກງຮັບນັກສຶກສາໂດຍບໍ່ໄດ້ກວດສອບການເຂົ້າຮຽນຕາມຕົວຈິງອີກດ້ວຍ ຊຶ່ງການເຄື່ອນໄຫວຄັ້ງນີ້ໄດ້ເກີດຂຶ້ນຫຼັງຈາກທີ່ມີຄົນອົບພະຍົບຈຳນວນຫຼວງຫຼາຍໄດ້ຫຼັ່ງໄຫຼເຂົ້າປະເທດ ພາຍຫຼັງທີ່ລັດຖະບານຍົກມາດຕະການຄວບຄຸມ ໂຄວິດ-19, ເຮັດໃຫ້ອຳນາດການປົກຄອງອົສຕຣາລີຕ້ອງເພີ່ມຄວາມເຂັ້ມງວດຫຼາຍຂຶ້ນໃນການພິຈາລະນາການໃຫ້ວີຊານັກຮຽນກັບຄົນຕ່າງປະເທດ. ໃນເດືອນມີນາ ຜ່ານມາ, ກໍໄດ້ມີການເພີ່ມເງື່ອນໄຂຄວາມສາມາດດ້ານດ້ານພາສາອັງກິດສຳລັບຜູ້ທີ່ຈະຍື່ນຂໍວີຊານັກຮຽນ.ນອກຈາກນີ້ ຍັງຍົກເລີກການຂະຫຍາຍເວລາຢູ່ຕໍ່ຂອງນັກສຶກສາທີ່ຮຽນຈົບອີກດ້ວຍ.
ທ່ານ ແຄລ ໂອນີລ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກ່າວວ່າ:ມີການສົ່ງຈົດໝາຍເຕືອນໄປຍັງໂຮງຮຽນ 34 ແຫ່ງທີ່ມີການຮັບສະໝັກນັກຮຽນຢ່າງບໍ່ຖືກຕ້ອງຫຼືຊອກຫາຜົນປະໂຫຍດທີ່ຜິດກົດໝາຍຈາກການຮັບສະໝັກນັກສຶກສາຕ່າງປະເທດ ໂດຍຜູ້ທີ່ກະທໍາຜິດອາດຈະຖືກຈໍາຄຸກຢ່າງໜ້ອຍ 2 ປີ ຫຼືຖືກຫ້າມບໍ່ໃຫ້ຮັບນັກສຶກສາອີກຄັ້ງ ຖ້າພົບວ່າມີຄວາມຜິດ.
ທັງນີ້, ການເຂົ້າມາສຶກສາຕໍ່ຂອງນັກສຶກສາຕ່າງປະເທດແມ່ນເປັນໜຶ່ງໃນແຫຼ່ງລາຍຮັບຫຼັກຂອງອົສຕຣາລີມາດົນນານແລ້ວ. ໂດຍມີມູນຄ່າທາງເສດຖະກິດສູງເຖິງ 36,4 ຕື້ໂດລາອົສຕຣາລີ ໃນປີ 2022 ແລະ 2023, ແຕ່ການເພີ່ມຂຶ້ນຂອງຈໍານວນຄົນເຂົ້າເມືອງ ຊຶ່ງສ່ວນຫຼາຍແມ່ນນັກສຶກສາຕ່າງປະເທດເຮັດໃຫ້ລັດຖະບານຢູ່ພາຍໃຕ້ຄວາມກົດດັນຈາກການເພີ່ມຂຶ້ນຂອງລາຄາເຊົ່າເຮືອນໃນທົ່ວປະເທດ. ພ້ອມກັນນັ້ນ, ຈຳນວນຄົນເຂົ້າເມືອງໄດ້ເພີ່ມຂຶ້ນ 60% ເປັນ 548.800 ຄົນຈົນຮອດວັນທີ 30 ກັນຍາປີກາຍນີ້, ໂດຍລັດຖະບານຄາດວ່າຈາກນະໂຍບາຍທີ່ອອກມາໃໝ່ ຈະຊ່ວຍສະກັດກັ້ນຈຳນວນຄົນອົບພະຍົບເຂົ້າມາອົສຕຣາລີໄດ້ປະມານເຄິ່ງໜຶ່ງ ໃນອີກ 2 ປີຂ້າງໜ້າ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%

ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 29 ຕຸລາ ຜ່ານມາວ່າ: ການສຶກສາຈາກມະຫາວິທະຍາໄລນິວຊາວເວວຂອງອົສຕຣາລີ ເປີດເຜີຍວ່າ, ໄຟໄໝ້ປ່າທີ່ຮ້າຍແຮງ ຊຶ່ງກຳລັງເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນໃນຫຼາຍພາກພື້ນ ເຊັ່ນ:ອົສຕຣາລີ, ຄາລິຟໍເນຍ ແລະ ເອີຣົບໃຕ້, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ພື້ນທີ່ທີ່ເກີດໄຟໄໝ້ເທົ່ານັ້ນ. ຄວັນຈາກໄຟໄໝ້ປ່າ ສາມາດຫຼຸດການຜະລິດພະລັງງານແສງຕາເວັນໄດ້ເຖິງ 70% ພາຍໃນລັດສະໝີປະມານ 50 ກິໂລແມັດຈາກຈຸດທີ່ເກີດໄຟໄໝ້ປ່າ ແລະ ສູງເຖິງ 30% ໃນພື້ນທີ່ທີ່ຫ່າງອອກໄປຫຼາຍກວ່າ 150 ກິໂລແມັດ.
ສະຫະປະຊາຊາດ ເລັ່ງທວງໃຫ້ອາເມຣິກາຍົກເລີກການປິດລ້ອມຕໍ່ກູບາ

ສະຫະປະຊາຊາດ ເລັ່ງທວງໃຫ້ອາເມຣິກາຍົກເລີກການປິດລ້ອມຕໍ່ກູບາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ), ກອງປະຊຸມໃຫຍ່ອົງການສະຫະປະຊາຊາດສະໄໝທີ 81 ໄດ້ຮັບຮອງມະຕິກ່ຽວກັບ “ອາເມຣິກາຕ້ອງຍົກເລີກການປິດລ້ອມດ້ານເສດຖະກິດ, ການຄ້າ ແລະ ການເງິນຕໍ່ກູບາ” ດ້ວຍຄະແນນ 130 ສຽງເຫັນດີ, 17 ສຽງຄັດຄ້ານ ແລະ 25 ສຽງງົດອອກສຽງ. ຂ່າວແຈ້ງໃຫ້ຮູ້ວ່າ, ນີ້ເປັນເທື່ອທີ 34 ທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິທີ່ກ່ຽວຂ້ອງລຽນຕິດ.
ອຸດສາຫະກຳສ້າງກຳປັ່ນຂອງຈີນ ມີການສັ່ງຈອງໄປຮອດ 4 ປີຂ້າງໜ້າ

ອຸດສາຫະກຳສ້າງກຳປັ່ນຂອງຈີນ ມີການສັ່ງຈອງໄປຮອດ 4 ປີຂ້າງໜ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ຕຸ​ລາ ຜ່ານມາ, ທ່ານ ຫຼີ​ຢ້ຽນ​ຊີ້ງ ຮອງ​ປະ​ທານ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ກຳ​ປັ່ນຈີນກ່າວ​ວ່າ, ອຸດ​ສາ​ຫະ​ກຳ​​ສ້າງ​ກຳ​ປັ່ນ​ຂອງ​ຈີນ​ສືບ​ຕໍ່​ຮັກ​ສາ​ທ່າ​ອ່ຽງ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ປັດ​ຈຸ​ບັນ, ​ໂຮງ​ງານ​ສ້າງ​ກຳ​ປັ່ນ​ຂອງ​ຈີນ​ໄດ້​ຮັບການ​ສັ່ງ​ຈອງ​ເຖິງ 399 ລ້ານ DWT (ບັນ​ຈຸ​ນ້ຳ​ໜັກ​ໄດ້ 399 ລ້ານໂຕນ) ຊຶ່ງ​ເປັນ​ປະ​ລິ​ມານ​ວຽກ​ງານ​ໃນ 4 ປີ​ຂ້າງ​ໜ້າ ແລະ ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ ຍື​ນ​ຍົງ​ຂອງ​ອຸດ​ສາ​ຫະ​ກຳ​​ກຳປັ່ນ ແລະ ​ອຸດ​ສາ​ຫະ​ກຳ​ທາງທະ​ເລ.
ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

(​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX, ວັນ​ທີ 29 ຕຸ​ລາ 2026) ກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ XX ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ລະ​ຫວ່າງວັນ​ທີ 26 – 29 ຕຸ​ລາ 2026. ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້​ມີ: ກຳ​ມະ​ການ​ສູນ​ກາງ​ພັກ 162 ສະ​ຫາຍ ແລະ ກຳ​ມະ​ການ​ສຳ​ຮອງ​ສູນ​ກາງ​ພັກ 117 ສະ​ຫາຍ. ກຳ​ມະ​ການ​ຄະ​ນະ​ກວດ​ກາ​​ສູນ​ກາງ​ພັກ ແລະ ສະ​ຫາຍ​ຮັບ​ຜິດ​ຊອບ​ຝ່າຍ​ທີ່​ກ່ຽວ​ຂ້ອງ ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​. ສະຫາຍຢູ່ຮາກຖານ ພ້​ອມ​ດ້ວຍ​ຜູ້​ຊ່ຽວ​ຊານ ແລະ ນັກ​ວິ​ຊາ​ການຈໍານວນໜຶ່ງທີ່ເປັນຜູ້​ແທນກອງ​ປະ​ຊຸມ​ໃຫຍ່ ຄັ້ງ​​ທີ XX ຂອງພັກ ກໍ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​ເຊັ່ນ​ດຽວ​ກັນ.
WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026 ທີ່​ນະ​ຄອນໂຮ່​ຈິ​ມິນ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ທ່ານ ສະເຕຟານ ເມີເຈນທາເລີ ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດໂລກ (WEF).
ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍພັດທະນາມະຫາສະໝຸດໂລກປີ 2026 ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ເມືອງຊິງຕາວ (Qingdao) ຊຶ່ງເປັນເມືອງແຄມຝັ່ງທະເລໃນແຂວງຊານຕົງ (Shandong) ທາງພາກຕາເວັນອອກຂອງ ສ​ປ ຈີນ, ຈຸດປະສົງແມ່ນເພື່ອສົ່ງເສີມການພັດທະນາເສດຖະກິດທາງທະເລແບບຍືນຍົງ.
ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມແຈ້ງການກ່ຽວກັບອາຍພິດເຮືອນແກ້ວ ສະບັບຫຼ້າສຸດທີ່ອົງການອຸຕຸນິຍົມໂລກເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມເຂັ້ມຂຸ້ນຂອງກາກບອນດິອັອກຊິດ ແລະ ອາຍພິດເຮືອນແກ້ວຕົ້ນຕໍອື່ນໆ ໃນຊັ້ນບັນຍາກາດຂອງໂລກໄດ້ສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດອີກ​ຄັ້ງ​, ສະແດງໃຫ້ເຫັນວ່າທ່າອຽງຈະເພີ່ມຂຶ້ນໃນໄລຍະຍາວຂອງອຸນຫະພູມທົ່ວໂລກຍັງຄົງສືບຕໍ່ຂະຫຍາຍຕົວຢູ່.
ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງການາດາ (BoC) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍໃນວັນທີ 28 ຕຸລາ ຜ່ານມາ ເປັນຄັ້ງທຳອິດໃນຮອບ 3 ປີ ຫຼື ນັບຕັ້ງແຕ່ເດືອນກໍລະກົດ 2023, ພ້ອມທັງມີສັນຍານວ່າຈະຂຶ້ນອັດຕາດອກເບ້ຍຕື່ມອີກເພື່ອຫຼຸດຜ່ອນອັດຕາເງິນເຟີ້.
ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ແລະ ສິງກະໂປ ໄດ້ຕົກລົງທີ່ຈະສ້າງຕັ້ງຄະນະເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາບໍລິສັດທີ່ມີສ່ວນກ່ຽວຂ້ອງກັບໄຟໄໝ້ປ່າທີ່ເຮັດໃຫ້ເກີດໝອກຄວັນຂ້າມຊາຍແດນ, ຫຼັງຈາກການສົນທະນາລະຫວ່າງ ທ່ານ ອາມານາທາ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ແລະ ທ່ານ ວິວຽນ ບາລາກຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ.
ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ຂ່າວຕ່າງປະເທດລາຍງານວ່າ: ກົມພາສີຂອງມາເລເຊຍໄດ້ເປີດເຜີຍໃນວັນທີ 28 ຕຸລາ ຜ່ານມາວ່າ, ເຈົ້າໜ້າທີ່ໄດ້ຢຶດເຊີບເວີ 30 ເຄື່ອງທີ່ຕິດຕັ້ງຊິບປັນຍາປະດິດຂັ້ນສູງ (AI) ທີ່ມີມູນຄ່າປະມານ 49.5 ລ້ານຣິງກິດມາເລເຊຍ ຫຼື 12.11 ລ້ານໂດລາ ທີ່ສະໜາມບິນສາກົນກົວລາລຳເປີ ໃນວັນທີ 15 ຕຸລາ ຜ່ານມາ.
ເພີ່ມເຕີມ