ພິທີບຸນນະມັດສະການ ແລະ ປະກາດຮັບຮອງພະທາດຫຼວງຈຽງຕືງເປັນມໍລະດົກ

ປະກາດຮັບຮອງພະທາດຫຼວງຈຽງຕືງເປັນມໍລະດົກແຫ່ງຊາດ.

ປະກາດຮັບຮອງພະທາດຫຼວງຈຽງຕືງເປັນມໍລະດົກແຫ່ງຊາດ.
ໃນອາທິດຜ່ານມານີ້ ຢູ່ທີພະທາດຈຽງຕຶງ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີບຸນນະມັດສະການ ແລະ ປະກາດຮັບຮອງພະທາດຫຼວງຈຽງຕືງເປັນມໍລະດົກແຫ່ງຊາດ

ເພື່ອເປັນການສົ່ງເສີມປີທ່ອງທ່ຽວລາວ 2024 ໂດຍການເປັນປະທານຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ທ່ານ ນາງ ສວນສະຫວັດ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຮອງເຈົ້າຮອງ, ແຂກຖຶກເຊີນ ຕະຫຼອດຊາວເມືອງສິງເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມຂັ້ນແຂວງ ລາຍງານການກະກຽມບຸນນະມັດສະການ ແລະ ປະກາດຮັບຮອງເປັນມໍລະດົກແຫ່ງຊາດ ວ່າ: ປີນີ້, ລັດຖະບານແຫ່ງ ສປປ ລາວ ໄດ້ກໍານົດເອົາປີ 2024 ເປັນປີທ່ອງທ່ຽວລາວ ໂດຍຖືເອົາການທ່ອງທ່ຽວເປັນປັດໃຈສໍາຄັນໃນການຍູ້ແຮງການຜະລິດເປັນສິນຄ້າ, ການບໍລິການ ເພື່ອສ້າງລາຍຮັບໃຫ້ແກ່ລັດ ແລະ ສັງຄົມ ໂດຍແນ່ໃສ່ສ້າງຄຸນນະພາບຊີວິດທີ່ດີ ໃຫ້ແກ່ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ ພ້ອມກັນປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງຊາດ, ຂອງທ້ອງຖິ່ນໃຫ້ມີຄວາມຈະເລີນກ້າວໜ້າ ແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ, ພາຍໃຕ້ຄໍາຂັວນທີ່ວ່າ ‘’ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ’’ ສໍາລັບແຂວງຫຼວງນໍ້າທາ.

ສໍາລັບປີ 2024 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ແລະ ຜ່ານແຂວງຫຼວງນໍ້າທາ ຈໍານວນ 1 ລ້ານກວ່າເທື່ອຄົນ, ສ້າງລາຍຮັບໄດ້ 46 ລ້ານກວ່າໂດລາສະຫະລັດ.

ພະທາດຫຼວງຈຽງຕຶງ ມີປະຫວັດບອກເລົ່າ ໃນການສ້າງພະທາດອົງຕຶງມາແຕ່ດົນນານ ແຕ່ຫຼັກຖານທາງປະຫວັດສາດໃນຕໍານານ ການສ້າງເມືອງສິງ ໄດ້ບັນທຶກໄວ້ວ່າ: ໃນສະຕະວັດທີ 18, ຈສ 1154, ພສ 2335, ຄສ 1792 ໄດ້ມີຊົນເຜົ່າໄຕ໋ລື້ ຈາກອານາຈັກຈຽງແຂງ ໄດ້ມາຕັ້ງຖິ່ນຖານ ບ້ານເມືອງຢູ່ທົ່ງສິງ (ເມືອງສິງປັດຈຸບັນ) ຊຶ່ງນໍາໂດຍ ເຈົ້າຍິງເຂັມມາ, ນາງໝ້າຍຂອງເຈົ້າສຸລິນທາ ພ້ອມດ້ວຍໄພ່ພົນ ແລະ ບຸດຊາຍ ຊື່ເຈົ້າແສງສີ ຕໍ່ມາຈຶ່ງໄດ້ສ້າງພະທາດຫຼວງຈຽງຕຶງ ຂຶ້ນໃນປີ ຈສ 1157, ພສ 2339 ແລະ ຄສ 1796 ຊຶ່ງເປັນພຸດທະປະຕິມາກໍາແບບຊົງກົມ, ຊາວເມືອງໄດ້ຖືເອົາມື້ເດືອນຈຽງເພັງ (ເດືອນລື້) ເປັນງານສະຫຼອງ ແລະ ນະມັດສະການພະທາດຫຼວງຈຽງຕຶງ ສືບສານກັນມາຈົນຮອດປັດຈຸບັນ. ພ້ອມດຽວກັນນີ້ ຍັງໄດ້ມອບໃບຢັ້ງຢືນພະທາດຈຽງຕຶງ ພະທາດຫຼວງຈຽງຕືງເມືອງສິງແຂວງຫຼວງນໍ້າທາ ໄດ້ຮັບຮອງເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນແຫ່ງທີ 1 ຂອງແຂວງຫຼວງນໍ້າທາຕື່ມອິກ. ຈາກນັ້ນຍັງໄດ້ຕັດແຖບຜ້າ, ລັນຄ່ອງ 9 ບາດ ແລະ ວາງສີລາລືກ ການກໍ່ສ້າງພະເຈົ້າໃຫຍ່ປາງທານພອນ ທີ່ມີຄວາມສູງ 88 ກວ່າແມັດ.

(ແຫຼ່ງຂ່າວ: ຫຼວງນໍ້າທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ເນື່ອງໃນໂອກາດປີສາມັກຄີ ລາວ-ຫວຽດນາມ, ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນຕອນຄໍ່າວັນທີ 27 ຕຸລາຜ່ານມາ, ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີການນໍາແຂວງ, ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຫວ່າງມໍ່ໆມານີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳວຽກງານ ຢູ່ໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230kV ມະຫາໄຊ ຂອງບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ຢູ່ ເມືອງມະຫາໄຊ ແຂວງຄຳມ່ວນ. ໂດຍມີ ທ່ານ ເຊຍ ມິນ (Xie Min) ຮອງຜູ້ອຳນວຍການໃຫຍ່ ບໍລິສັດ EDL-T ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມຕ້ອນຮັບ ແລະ ນຳສະເໜີ.
ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຄະນະບໍລິຫານງານພັກແຂວງຈຳປາສັກ ແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະ​ຮ່ວມ​ມື​ກັນເພື່ອສ້າງກົນໄກທາງດ້ານນິຕິກຳສຳລັບການຮ່ວມມື, ຍົກສູງປະສິດທິຜົນການຈັດຕັ້ງປະຕິບັດໜ້າວຽກ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຂັ້ນຮາກຖານ ຜ່ານການສຶກສາອົບຮົມດ້ານການເມືອງ-ແນວຄິດ, ການປູກຈິດສຳນຶກຮັກຊາດ, ຮັກອາຊີບ, ຮັກສາສິ່ງແວດລ້ອມ ແລະ ຂະຫຍາຍການຈັດຕັ້ງຊາວໜຸ່ມເຂົ້າສູ່ຂະແໜງການຜະລິດ, ໂຮງຈັກ, ໂຮງງານ ແລະ ເຂດເສດຖະກິດ.
ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

​ ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເມືອງຈັນທະບູລີ ເອົາໃຈໃສ່ຈັດສັນລະບຽບການສັນຈອນໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ 2026 ໂດຍໄດ້ຮັບການຮ່ວມມືເປັນຢ່າງດີຈາກປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ພ້ອມທັງວາງກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ 49 ສະຫາຍ ປະຈຳການຢູ່ 15 ຈຸດ ພາຍໃນ ແລະ 2 ປ້ອມພາຍນອກເຂດຮັບຜິດຊອບ ເພື່ອອໍານວຍຄວາມສະດວກ ແລະ ຫຼຸດຜ່ອນຄວາມແອອັດ.
ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

​ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ລະດົມກຳລັງພົນລົງປະຈຳການຢ່າງເຕັມທີ່ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ໃຫ້ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປອດໄພ.
ເພີ່ມເຕີມ