ປະກາດການຍົກຍ້າຍ-ແຕ່ງຕັ້ງ ພະນັກງານການນໍາຂອງກະຊວງພບ

ປະກາດການຍົກຍ້າຍ-ແຕ່ງຕັ້ງ ພະນັກງານການນໍາຂອງກະຊວງພບ
ພິທີປະກາດການຈັດຕັ້ງ ຍົກຍ້າຍ - ແຕ່ງຕັ້ງ ພະນັກງານການນໍາຂອງກະຊວງ ພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ຈັດຂຶ້ນໃນຕອນແລງວັນທີ 14 ກຸມພາຜ່ານມາທີ່ລັດວິສາຫະກິດໄຟຟ້າລາວ ໂດຍການເປັນປະທານຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ພບ ໂດຍມີບັນດາທ່ານຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຊຶ່ງການປະກາດຄັ້ງນີ້ ທ່ານ ສີນາວາ ສຸພານຸວົງ ໄດ້ຍົກຍ້າຍໄປຮັບໜ້າທີ່ໃໝ່, ສ່ວນ ທ່ານ ຈັນທະບູນ ສຸກອາລຸນ ຂຶ້ນເປັນຮອງລັດຖະມົນຕີ ກະຊວງ ພບ.
    ໃນພິທີ, ທ່ານ ທອງຈັນ ໂຂງພູມຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດາເອກະສານນິຕິກຳຕ່າງໆ ທີ່ກ່ຽວຂ້ອງຄື ຄໍາສັ່ງ ເລກທີ 10/ຄລສພ, ລົງວັນທີ 5/1/2024 ວ່າດ້ວຍການຍົກຍ້າຍພະນັກງານການນໍາໄປຮັບໜ້າທີ່ໃໝ່; ຄໍາສັ່ງ ເລກທີ 01/ນຍ, ລົງວັນທີ 5/1/2024 ວ່າດ້ວຍການຍົກຍ້າຍພະນັກງານການນໍາໄປຮັບໜ້າທີ່ໃໝ່ ຊຶ່ງສອງເອກະສານແມ່ນມີເນື້ອໃນຄື: ຍົກຍ້າຍ ທ່ານ ສີນາວາ ສຸພານຸວົງ ກຳມະການປະຈໍາພັກກະຊວງ ພບ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີແລະ ຜ່ານມະຕິ ເລກທີ 07/ຄປຈ, ລົງວັນທີ 19/1/2024 ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງ ສະມາຊິກລັດຖະບານ ຊຶ່ງໄດ້ເຫັນດີຮັບຮອງການແຕ່ງຕັ້ງ ທ່ານ ສີນາວາ ສຸພານຸວົງ ເປັນລັດຖະມົນຕີປະຈໍາຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຕາມການສະເໜີຂອງນາຍົກລັດຖະມົນຕີແລະ ຜ່ານລັດຖະດຳລັດ ເລກທີ 021/ປປທ, ລົງວັນທີ 29/1/2024 ວ່າດ້ວຍການແຕ່ງຕັ້ງສະມາຊິກລັດຖະບານ ຊຶ່ງໄດ້ແຕ່ງຕັ້ງ ທ່ານ ສີນາວາ ສຸພານຸວົງ ເປັນລັດຖະມົນຕີປະຈໍາຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
    ພ້ອມນີ້, ກໍໄດ້ຜ່ານດຳລັດ ເລກທີ 66/ນຍ, ລົງວັນທີ 5/1/2024 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີກະຊວງ ພບ ໂດຍໄດ້ແຕ່ງຕັ້ງ ທ່ານ ຈັນທະບູນ ສຸກອາລຸນ ເປັນຮອງລັດຖະມົນຕີກະຊວງ ພບ ແລະ ຜ່ານດຳລັດ ເລກທີ 67/ນຍ, ລົງວັນທີ 5/1/2024 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີກະຊວງ ພບ ໂດຍໄດ້ແຕ່ງຕັ້ງ ທ່ານ ຈັນສະແຫວງ ບຸນຍົງ ເປັນຮອງລັດຖະມົນຕີກະຊວງ ພບ. ພ້ອມນີ້, ກໍໄດ້ຜ່ານແຈ້ງການ ເລກທີ 03/ຄຈສພ, ລົງວັນທີ 4/1/2024 ໂດຍແຈ້ງການເຖິງຄະນະປະຈໍາພັກກະຊວງ ພບ, ເລື່ອງການແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ໂດຍໄດ້ແຕ່ງຕັ້ງ ທ່ານ ວົງສະກຸນ ຍິ່ງຍົງ ປະທານກວດກາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ ເປັນຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ.
    ນອກນີ້, ໃນພິທີກໍຍັງໄດ້ມີການຜ່ານຂໍ້ຕົກລົງ ເລກທີ 0545/ກງ, ລົງວັນທີ 13/2/2024 ວ່າດ້ວຍການແຕ່ງຕັ້ງຜູ້ອຳນວຍການໃຫຍ່ລັດວະສາຫະກິດໄຟຟ້າລາວ ໂດຍໄດ້ແຕ່ງຕັ້ງ ທ່ານ ວົງສະກຸນ ຍິ່ງຍົງ ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ເປັນຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ປ່ຽນແທນ ທ່ານ ຈັນທະບູນ ສຸກອາລຸນ ທີ່ໄດ້ຮັບແຕ່ງຕັ້ງໄປຮັບໜ້າທີ່ໃໝ່.
    ຕອນທ້າຍຂອງພິທີ, ທ່ານ ໂພໄຊ ໄຊຍະສອນ ໄດ້ມີຄໍາເຫັນໂດຍເນັ້ນບາງບັນຫາ ກໍຄືບັນຫາຮີບດ່ວນ, ພາຍຫຼັງສຳເລັດການປະກາດການຈັດຕັ້ງຄັ້ງນີ້ ແຕ່ລະບ່ອນຕ້ອງໄດ້ຄົ້ນຄວ້າ, ປຶກສາຫາລືກັນ ເພື່ອຈັດວາງພະນັກງງານ-ລັດຖະກອນຂອງຕົນເຂົ້າໃສ່ຕຳແໜ່ງງານຕ່າງໆໃຫ້ລະອຽດ, ສອດຄ່ອງກັບຄວາມຮູ້-ຄວາມສາມາດ ແລະ ຄຸນສົມບັດຂອງແຕ່ລະຄົນ ຊຶ່ງການວາງບຸກຄະລາກອນນີ້ຕ້ອງຮັບປະກັນ ແລະ ແນໃສ່ເຮັດໃຫ້ວຽກງານສາມາດຂັບເຄື່ອນໄປສູ່ບາດກ້າວໃໝ່, ຄຸນນະພາບໃໝ່ ແລະ ມີບັນຍາກາດໃໝ່; ຊຶ່ງຢາກໃຫ້ມີບາດກ້າວຫັນປ່ຽນໄປສູ່ຄຸນນະພາບໃໝ່ທີ່ສູງຂຶ້ນນັ້ນ ບັນຫາສຳຄັນ ແມ່ນຕ້ອງເອົາໃຈໃສ່ປັບປຸງການນໍາພາ, ແບບແຜນຄຸ້ມຄອງບໍລິຫານ ແລະ ວິທີການເຮັດວຽກໃຫ້ມີຄຸນນະພາບ ຕາມທັດທະນະຂອງ ປະທານ ໄກສອນ ພົມວິຫານ: “ແບບແຜນເຮັດວຽກ ແມ່ນການສັງລວມບັນດາວິທີ, ມາດຕະການຂອງພະນັກງານນໍາພາ-ຄຸ້ມຄອງ ແລະ ໄດ້ສະແດງອອກໂດຍການປະພຶດ, ການກະທໍາຕົວຈິງ ຊຶ່ງແມ່ນການຫັນເອົາເນື້ອໃນສັງລວມ, ຕັ້ງແຕ່ອາລົມຈິດໄປເຖິງມານະຈິດ, ຊີວະທັດ ແລະ ໂລກະທັດ. ດັ່ງນັ້ນ, ແບບແຜນເຮັດວຽກ ຈຶ່ງເປັນມູນພາກອັນໜຶ່ງທີ່ປະກອບສ່ວນສ້າງເປັນຄຸນສົມບັດ ແລະ ຄວາມສາມາດຂອງແຕ່ລະຄົນ”. ພ້ອມດຽວກັນນີ້, ກໍຍັງເນັ້ນໃຫ້ພ້ອມກັນເອົາໃຈໃສ່ເຮັດວຽກການເມືອງ-ແນວຄິດໃຫ້ດີ, ເຮັດໃຫ້ເປັນປົກກະຕິ, ຫັນໄປສູ່ລວງເລິກ ເຮັດໃຫ້ມີຄວາມໜັກແໜ້ນ ແລະ ມີການຫັນປ່ຽນ, ຕ້ອງພະຍາຍາມສ້າງທຸກເງື່ອນໄຂ ເພື່ອໃຫ້ພະນັກງານລັດຖະກອນ ແຕ່ລະຄົນໄດ້ຮັບການບໍາລຸງ ແລະ ຍົກລະດັບທິດສະດີປະຕິວັດ, ແນວທາງການເມືອງຂອງພັກ, ລະບຽບກົດໝາຍຂອງລັດ ຕິດພັນກັບການຍົກລະດັບ ແລະ ຄວາມສໍານິຊໍານານທາງດ້ານວິຊາສະເພາະ, ການຝຶກຝົນຫຼໍ່ຫຼອມດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດໃຫ້ໜັກແໜ້ນ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງພຸດທະສາສະໜາສໍາພັນລາວ (ອພສ) ຫົວໜ້າຫ້ອງການບໍລິຫານງານ ອພສ ໄດ້ຖະແຫຼງຂ່າວການກະກຽມເປັນເຈົ້າພາບຮ່ວມ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພິທີດັ່ງກ່າວຈັດຂຶ້ນໃນວັນທີ 20 ຕຸລານີ້, ທີ່ຫໍທໍາມະສະພາ (ວັດພະທາດຫຼວງ).
ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ວັນທີ 20 ຕຸລານີ້, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີ ບັນດາຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ໃນວັນທີ 19 ຕຸລາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍການນໍາຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ.
ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເປີດຊຸດຝຶກອົບຮົມ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ພະນັກງານ-ລັດຖະກອນໃນວັນທີ 19 ຕຸລາຜ່ານມາ ທີ່ ສກລ, ໂດຍການເປັນປະທານຂອງທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລ ຂາຄະນະພັກ ປະທານສູນກາງສະພັນກໍາມະບານລາວ, ມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ ພ້ອມດ້ວຍວິທະຍາກອນ, ນັກສໍາມະນາກອນເຂົ້າຮ່ວມ. ຊຸດອົບຮົມຈະດໍາເນີນໄປນັບ ແຕ່ວັນທີ 19-29 ຕຸລາ 2026.
ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

​ ການອະນຸລັກວັດທະນະທໍາ ຜ້າຂຽນທຽນ ຫຼື ຜ້າແຕ້ມທຽນ ເປັນໜຶ່ງໃນຫັດຖະກໍາທີ່ມີເອກະລັກໂດດເດັ່ນຂອງຊົນເຜົ່າມົ້ງ ທີ່ໄດ້ຮັບການຖ່າຍທອດຈາກຮຸ່ນປູ່ຍ່າຕາຍາຍ. ມື້ນີ້ ເຮົາຈະພາໄປເຈາະເລິກເຖິງຄວາມເປັນມາ ແລະ ການປ່ຽນແປງພູມປັນຍານີ້ໃຫ້ເປັນອາຊີບທີ່ຍືນຍົງ ຜ່ານຮ້ານ "ສາມເອື້ອຍນ້ອງ ຜ້າຂຽນທຽນ ຊົນເຜົ່າ".
ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ໃນວັນທີ 17 ຕຸລາຜ່ານມາ ທີ່ຫ້ອງປະຊຸມຂອງພະແນກແຜນການ ແຂວງອຸດົມໄຊ ຊຶ່ງເປັນຈຸດສຸດທ້າຍຂອງບັັ້ນຝຶກອົບຮົມ ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ”ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໂດຍການເປັນປະທານຂອງ ທ່ານ ເດັດ ບົວເງິນ ຫົວໜ້າສາຂາອຸດົມໄຊ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສໍາມະນາກອນ ທີ່ມາຈາກ 6 ສາຂາ ທີ່ໄດ້ໂຮມເອົາບັນດາສາຂາພາກເໜືອເຂົ້າຮ່ວມ ຄື: ສາຂາອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ ແລະ ສາຂາໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ (ແບບເຊິ່ງໜ້າ ແລະ ອອນລາຍ) 135 ສະຫາຍ ຍິງ 50 ສະຫາຍ ແລະ ຜູ້ເຂົ້າຮ່ວມອອນລາຍຈໍານວນ 31 ສະຫາຍ.
ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະລີ ນະຄອນຫຼວງວຽງຈັນ ເປັນໜຶ່ງງານບຸນປະພະນີປະຈໍາຊາດລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາໃນທຸກໆປີ ແລະ ຍັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ. ປີນີ້ແມ່ນກົງກັບວັນທີ 25-27 ຕຸລາ 2026 ກົງກັບມື້ຂຶ້ນ 14 ຄໍ່າ ຫາມື້ແຮມ 1 ຄໍ່າ ເດືອນ 11 ລາວ ພສ 2569. ງານບຸນປີນີ້ ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ມີຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນ ວຽກງານອະນາໄມທໍາຄວາມສະອາດ ໄດ້ເນັ້ນທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ກໍຄືຮ້ານຄ້າຕ້ອງມີຖົງຢາງ ດໍາເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ສວຍງາມ.
ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ໃນຕອນເຊົ້າວັນທີ 16 ຕຸລານີ້, ຢູ່ອົງການໄອຍະການປະຊາຊົນສູງສຸດ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຂຶ້ນ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ການຂໍອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2026.
ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ເພີ່ມເຕີມ