ການເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນຂອງຈີນຕົ້ນຕໍມີ: ເຂົ້າກາງ, ເຂົ້າປີ, ສາລີ ແລະ ໝາກຖົ່ວເຫຼືອງ, ໄລຍະທີ່ມີການເກັບຊື້ຫຼາຍແມ່ນເລີ່ມຕົ້ນຈາກທ້າຍເດືອນກັນຍາຂອງປີນັ້ນຫາທ້າຍເດືອນເມສາຂອງປີຕໍ່ມາ. ປະລິມານການເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນກວມເອົາປະມານ 3/4 ຂອງປະລິມານເກັບຊື້ທັນຍາຫານປະຈໍາປີ, ໂດຍຈະເກັບຊື້ທັນຍາຫານຫຼາຍຊະນິດໃນຂອບເຂດກວ້າງ ແລະ ມີຈໍານວນຫຼາຍ ຊຶ່ງຖືເປັນຈຸດສຸມຂອງວຽກງານເກັບຊື້ທັນຍາຫານປະຈໍາປີ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ຄໍາເຫັນ