ຖະແຫຼງການກ່ຽວກັບສະຖິຕິການລົງທຶນຕໍ່ຕ່າງປະເທດໂດຍກົງຂອງຈີນ

ປະລິມານການລົງທຶນຕໍ່ຕ່າງປະເທດຂອງຈີນສືບຕໍ່ຮັກສາຢູ່ແຖວໜ້າຂອງໂລກ

ປະລິມານການລົງທຶນຕໍ່ຕ່າງປະເທດຂອງຈີນສືບຕໍ່ຮັກສາຢູ່ແຖວໜ້າຂອງໂລກ
ຂ່າວສານຊີອາໄອ ລາຍງານ ໃນວັນທີ 25 ກັນຍາ ຜ່ານມາວ່າ: ກະຊວງການຄ້າຈີນ, ອົງການສະຖິຕິແຫ່ງຊາດຈີນ ແລະ ອົງການຄຸ້ມຄອງເງິນຕາຕ່າງປະເທດຈີນຮ່ວມກັນເຜີຍແຜ່ “ຖະແຫຼງການກ່ຽວກັບສະຖິຕິການລົງທຶນຕໍ່ຕ່າງປະເທດໂດຍກົງຂອງຈີນໃນປີ 2023”,

 ຖະແຫຼງການລະບຸວ່າ:ປະລິມານການລົງທຶນຕໍ່ຕ່າງປະເທດຂອງຈີນສືບຕໍ່ຮັກສາຢູ່ແຖວໜ້າຂອງໂລກ.
ຖະແຫຼງການໄດ້ສະແດງໃຫ້ເຫັນເຖິງສະພາບການລົງທຶນຕໍ່ຕ່າງປະເທດໂດຍກົງຂອງຈີນໃນປີ 2023 ຢ່າງຮອບດ້ານ, ຕົ້ນຕໍມີຈຸດພິເສດດັ່ງລຸ່ມນີ້:
ໜຶ່ງ, ປະລິມານການລົງທຶນສືບຕໍ່ຮັກສາຢູ່ແຖວໜ້າຂອງໂລກ. ສອງ,ວິສາຫະກິດຈີນທີ່ດຳເນີນທຸລະກິດຢູ່ຕ່າງປະເທດກວມປະເທດ ແລະ ເຂດແຄ້ວນທັງໝົດໃນໂລກຫຼາຍກວ່າ 80%. ສາມ, ຂົງເຂດການລົງທຶນສືບຕໍ່ເພີ່ມຂຶ້ນ, ຈຳນວນການລົງທຶນຫຼາຍກວ່າ 80% ແມ່ນຢູ່ໃນ 4 ຂົງເຂດໃຫຍ່. ສີ່, ການລົງທຶນຢູ່ອາຊີ ແລະ ອາຟຣິກາໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ການລົງທຶນໂດຍກົງຕໍ່ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເພີ່ມຂຶ້ນຫຼາຍກວ່າ 30%. ຫ້າ, ໄດ້ປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດໂລກນັບມື້ນັບພົ້ນເດັ່ນຂຶ້ນ.













ຈຳນວນປະຊາກອນ ສ ເກົາຫຼີຄາດວ່າຈະຫຼຸດລົງຢູ່ອັນດັບທີ 59 ໃນປີ 2072
ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້, ຫ້ອງການສະຖິຕິຂອງ ສ ເກົາຫຼີ ລາຍງານໃຫ້ຮູ້ວ່າ: ອັນດັບຈຳນວນປະຊາກອນຂອງ ສ ເກົາຫຼີ ໃນການຈັດອັນດັບລະດັບໂລກ ອາດຈະຫຼຸດລົງ 30 ອັນດັບໃນ ໄລຍະ 5 ທົດສະວັດຂ້າງໜ້າຈົນມາຢູ່ອັນດັບທີ 59 ໃນປີ 2072.
ບົດລາຍງານລະບຸວ່າ: ຈຳນວນປະຊາກອນຂອງ ສ ເກົາຫຼີຈະຫຼຸດລົງ 30,8% ເປັນ 36 ລ້ານຄົນໃນປີ 2072, ເມື່ອທຽບກັບ 59 ລ້ານຄົນໃນປີ 2024, ໃນຂະນະທີ່ຈຳນວນປະຊາກອນໂລກຈະເພີ່ມຂຶ້ນ 25,2% ຈາກ 81,6 ຕື້ຄົນ ເປັນ 10,2 ຕື້ຄົນ ໃນປີ 2072.
ທ່າອ່ຽງການຫຼຸດລົງຂອງປະຊາກອນ ສ ເກົາຫຼີ ເປັນຜົນມາຈາກອັດຕາການເກີດຕົກຕໍ່າຊໍາເຮື້ອແລະ ຈຳນວນປະຊາກອນຜູ້ອາຍຸສູງເພີ່ມຂຶ້ນຢ່າງໄວວາ. ທ່າມກາງກະແສສັງຄົມຂອງຄົນໄວໜຸ່ມໃນ ສ ເກົາຫຼີເລືອກທີ່ຈະມີລູກຊ້າລົງຫຼືບໍ່ແຕ່ງດອງແລະບໍ່ມີລູກເລີຍ.
ອັດຕາສ່ວນຂອງຜູ້ທີ່ມີອາຍຸ 65 ປີຂຶ້ນໄປຕໍ່ປະຊາກອນທັງໝົດໃນ ສ ເກົາຫຼີຈະເພີ່ມຂຶ້ນຈາກ 19,2% ໃນປີ 2024 ເປັນ 47,7% ໃນປີ 2072, ໃນຂະນະທີ່ອັດຕາສ່ວນດັ່ງກ່າວໃນລະດັບໂລກຈະເພີ່ມຂຶ້ນຈາກ 10,2% ເປັນ 20,3% ໃນປີ2072.
ດ້ານອັດຕາສ່ວນຂອງປະຊາກອນໃນໄວເຮັດວຽກ ຫຼື ຜູ້ທີ່ມີອາຍຸ 15-64 ປີ ຕໍ່ປະຊາກອນທັງໝົດໃນ ສ ເກົາຫຼີຈະຫຼຸດລົງຈາກ 70,2% ໃນປີ 2024 ເປັນ 45,8% ໃນປີ 2072, ໃນຂະນະທີ່ອັດຕາສ່ວນດັ່ງກ່າວໃນລະດັບໂລກຈະຫຼຸດລົງຈາກ 65,1% ຢູ່ທີ່ 61,5% ໃນປີ 2072.

ຄໍາເຫັນ

ຂ່າວຕ່າງປະເທດ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Siemens ແລະ Nvidia ໄດ້ປະກາດການຮ່ວມມືດ້ານປັນຍາປະດິດ (AI) ເພື່ອພັດທະນາວິທີແກ້ໄຂ AI ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳ. ໂດຍມີເປົ້າໝາຍຍົກລະດັບຂະບວນການຕັ້ງແຕ່ການອອກແບບ ແລະ ການຜະລິດ ຈົນເຖິງລະບົບຕ່ອງໂສ້ການສະໜອງໂດຍຜ່ານການພັດທະນາລະບົບປະຕິບັດການອຸດສາຫະກຳທີ່ຂັບເຄື່ອນດ້ວຍ AI.
ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ທ່ານ ວິຈິດຕາ ເຮຣາດ ລັດຖະມົນຕີກະຊວງການຕ່າງປະເທດ, ການຈ້າງງານໃນຕ່າງປະເທດ ແລະ ການທ່ອງທ່ຽວຂອງສີລັງກາ ໄດ້ເປີດເຜີຍໃນກອງປະຊຸມຂ່າວ ຫວ່າງມໍ່ໆມານີ້ວ່າ, ສີລັງກາ ມີຈຳນວນນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນສູງສຸດແບບບໍ່ເຄີຍມີມາກ່ອນ ໃນປີ 2025, ໃນຂະນະທີ່ລາຍຮັບຈາກການທ່ອງທ່ຽວປະຈຳປີກໍທຳລາຍສະຖິຕິໃໝ່ເຊັ່ນດຽວກັນ, ເຖິງວ່າຈະປະເຊີນກັບອຸປະສັກຈາກພາຍຸໄຊໂຄລນ Ditwah ກໍຕາມ.
ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ອິນເດຍກຳລັງນຳໃຊ້ປັນຍາປະດິດ (AI) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງງານຂອງຕົນ ທ່າມກາງຄວາມກັງວົນທົ່ວໂລກວ່າເຕັກໂນໂລຊີດັ່ງກ່າວອາດຈະເຂົ້າມາທົດແທນວຽກເຮັດງານທຳຈຳນວນຫຼາຍ. ໂດຍລັດຖະບານອິນເດຍໄດ້ເປີດໂຄງການພັດທະນາທັກສະດ້ານ AI ແຫ່ງຊາດຂະໜາດໃຫຍ່ ຊຶ່ງມີຈຸດປະສົງເພື່ອຝຶກອົບຮົມຊາວໜຸ່ມໃຫ້ໄດ້ 1 ລ້ານຄົນພາຍໃນ 1 ປີ.
Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Samsung Electronics ຊຶ່ງເປັນບໍລິສັດເອເລັກໂຕຣນິກຊັ້ນນໍາຂອງໂລກຈາກ ສ ເກົາຫຼີ ຄາດຄະເນວ່າ, ບັນຫາການຂາດແຄນຊິບໜ່ວຍຄວາມຈໍາຈະເຮັດໃຫ້ລາຄາສິນຄ້າໃນອຸດສາຫະກໍາເອເລັກໂຕຣນິກເພີ່ມສູງຂຶ້ນ ຊຶ່ງອາດຈະລວມທັງສິນຄ້າຂອງ Samsung ດ້ວຍ, ເຖິງແມ່ນວ່າ Samsung ເບິ່ງຄືວ່າມີຂໍ້ໄດ້ປຽບຫຼາຍກວ່າຄູ່ແຂ່ງຂອງຕົນ ເພາະວ່າເປັນຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກ.
ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ຂ່າວສານຊີອາໄອລາຍງານວ່າ: ຕາມ​ນັກ​ຂ່າວ​ໄດ້​ຮັບ​ຊາບ​ຂໍ້​ມູນ​ຈາກກອ​ງ​ປະ​ຊຸມ​ວຽກ​ງານ​​ໄປ​ສະ​ນີ​ທົ່ວ​ປະ​ເທດ​ປີ 2026 ທີ່​ກົມ​​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ມັງ​ກອນ ຜ່ານມາ​ນີ້​​ວ່າ:
ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ເນື່ອງໃນໂອກາດປີໃໝ່ 2026, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບ ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ປີ 2025, ອາຍຸການລັດຖະບານ 2021 – 2025 ແລະ ໜ້າທີ່ ປີ 2026.
ອັງກິດ ຫ້າມໂຄສະນາອາຫານຈານດ່ວນໃນເວລາກາງເວັນ

ອັງກິດ ຫ້າມໂຄສະນາອາຫານຈານດ່ວນໃນເວລາກາງເວັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ນັບຕັ້ງແຕ່ວັນທີ 5 ມັງກອນ 2026, ລັດຖະບານອັງກິດໄດ້ຫ້າມການໂຄສະນາອາຫານຂີ້ເຫຍື້ອໃນໂທລະພາບ ແລະ ທາງອອນລາຍໃນເວລາກາງເວັນ ຊຶ່ງລັດຖະບານເອີ້ນວ່າເປັນມາດຕະການ "ຄວາມທັນສະໄໝ" ໃນການແກ້ໄຂບັນຫາໂຣກຕຸ້ຍໃນເດັກນ້ອຍ.
ພະລັງງານແສງຕາເວັນ ກາຍເປັນແຫຼ່ງຜະລິດໄຟຟ້າອັນດັບສອງຂອງເຢຍລະມັນ

ພະລັງງານແສງຕາເວັນ ກາຍເປັນແຫຼ່ງຜະລິດໄຟຟ້າອັນດັບສອງຂອງເຢຍລະມັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ບົດລາຍງານຂອງສະມາຄົມພະລັງງານແສງຕາເວັນເຢຍລະມັນ ທີ່ເຜີຍແຜ່ໃນວັນທີ 5 ມັງກອນ ຜ່ານມາ ເປີດເຜີຍວ່າ, ໄຟຟ້າທີ່ຜະລິດຈາກລະບົບພະລັງງານແສງຕາເວັນໃນເຢຍລະມັນກວມເອົາປະມານ 18% ຂອງການຜະລິດໄຟຟ້າທັງໝົດຂອງປະເທດໃນປີ 2025, ເຮັດໃຫ້ພະລັງງານແສງຕາເວັນກາຍເປັນແຫຼ່ງຜະລິດໄຟຟ້າທີ່ໃຫຍ່ທີ່ສຸດອັນດັບສອງຂອງປະເທດ.
ປະຊາຊົນໃນກາຊາ ໄດ້ຮັບອາຫານຕາມມາດຕະຖານຂັ້ນຕໍ່າເປັນຄັ້ງທຳອິດໃນຮອບຫຼາຍກວ່າ 2 ປີ

ປະຊາຊົນໃນກາຊາ ໄດ້ຮັບອາຫານຕາມມາດຕະຖານຂັ້ນຕໍ່າເປັນຄັ້ງທຳອິດໃນຮອບຫຼາຍກວ່າ 2 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ຫ້ອງການປະສານງານດ້ານມະນຸດສະທຳຂອງສະຫະປະຊາຊາດ (OCHA) ໄດ້ລາຍງານວ່າ, ການແຈກຢາຍການຊ່ວຍເຫຼືອດ້ານອາຫານໂດຍລວມໃນກາຊາ ໃນເດືອນມັງກອນນີ້ ໄດ້ຜ່ານມາດຕະຖານປະລິມານແຄລໍຣີຂັ້ນຕ່ຳເປັນຄັ້ງທຳອິດນັບຕັ້ງແຕ່ເດືອນຕຸລາ 2023, ໂດຍແຕ່ລະຄອບຄົວໄດ້ຮັບອາຫານສອງຊຸດ ແລະ ແປ້ງສອງຖົງ (25 ກິໂລຕໍ່ຖົງ).
ບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: Hyundai, ບໍລິສັດລົດຍົນຍັກໃຫຍ່ຂອງ ສ ເກົາຫຼີໄດ້ປະກາດແຜນການທີ່ຈະນໍາຫຸ່ນຍົນຮູບຮ່າງຄ້າຍຄືມະນຸດມານໍາໃຊ້ໃນໂຮງງານຜະລິດລົດຍົນທົ່ວໂລກ ເລີ່ມຕົ້ນໃນປີ 2028, ໃນທ່າມກາງການແຂ່ງຂັນຂອງອຸດສາຫະກຳຂະໜາດໃຫຍ່ ທີ່ເລັ່ງປັບຕົວເຂົ້າກັບຍຸກ AI.
ເພີ່ມເຕີມ