ຂ່າວສານຊີອາໄອລາຍງານ, ໃນກອງປະຊຸມຂະແໜງການຈໍລະຈອນ ແລະ ຂົນສົ່ງສິນຄ້າປະຈຳປີ ຄັ້ງທີ 7 ທີ່ຈັດຂຶ້ນໃນວັນທີ 20 ມັງກອນ ຜ່ານມາ, ທ່ານ ເຮີລີມີງ ປະທານສະຫະພັນການຈັດຊື້ ແລະ ຈໍລະຈອນສິນຄ້າຈີນແຈ້ງໃຫ້ຮູ້ວ່າ: ປີ 2023, ຕະຫຼາດຈໍລະຈອນສິນຄ້າຂອງຈີນໄດ້ບັນລຸການເຕີບໂຕແບບຟື້ນຕົວຄືນໃໝ່, ຄາດວ່າໃນປີ 2023 ຍອດມູນຄ່າການຈໍລະຈອນສິນຄ້າທາງສັງຄົມຈະບັນລຸເຖິງ 350.000 ຕື້ຢວນ. ປະລິມານການສົ່ງເຄື່ອງດ່ວນໝົດປີບັນລຸເຖິງ 132 ຕື້ອັນ, ໄດ້ຄອງອັນດັບ 1 ຂອງໂລກໃນ 10 ປີລຽນຕິດ. ປະລິມານການຂົນສົ່ງສິນຄ້າຜ່ານທາງລົດໄຟຂອງຈີນບັນລຸເຖິງ 3,91 ຕື້ໂຕນ, ໄດ້ສ້າງສະຖິຕິ ໃໝ່ອີກ. ສ່ວນປະລິມານການຂົນສົ່ງສິນຄ້າ ແລະ ໄປສະນີຜ່ານການບິນພົນລະເຮືອນບັນລຸ 7,35 ລ້ານໂຕນ, ໄດ້ຟື້ນຟູຄືນເຖິງລະດັບໃນປີ 2019 ໂດຍພື້ນຖານ.
ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະຫວັດສາດ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມແຈ້ງການກ່ຽວກັບອາຍພິດເຮືອນແກ້ວ ສະບັບຫຼ້າສຸດທີ່ອົງການອຸຕຸນິຍົມໂລກເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມເຂັ້ມຂຸ້ນຂອງກາກບອນດິອັອກຊິດ ແລະ ອາຍພິດເຮືອນແກ້ວຕົ້ນຕໍອື່ນໆ ໃນຊັ້ນບັນຍາກາດຂອງໂລກໄດ້ສ້າງສະຖິຕິສູງສຸດເປັນປະຫວັດສາດອີກຄັ້ງ, ສະແດງໃຫ້ເຫັນວ່າທ່າອຽງຈະເພີ່ມຂຶ້ນໃນໄລຍະຍາວຂອງອຸນຫະພູມທົ່ວໂລກຍັງຄົງສືບຕໍ່ຂະຫຍາຍຕົວຢູ່.
ຄໍາເຫັນ