ປາຖະກະຖາ 50 ປີ ແຫ່ງການພົວພັນລາວ-ກູບາ

ປາຖະກະຖາ 50 ປີ ແຫ່ງການພົວພັນລາວ-ກູບາ
ໃນວັນທີ 8 ພຶດສະພາ 2024 ທີ່ຫ້ອງວ່າການແຂວງຫົວພັນ, ສະມາຄົມມິດຕະພາບ ລາວ-ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ. ກູບາ ປະຈໍາ ສປປ ລາວ ແລະ ອົງການປົກຄອງແຂວງຫົວພັນ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງການພົວພັນທາງການທູດ ລາວ-ກູບາ (4/11/1974-4/11/2024) ໂດຍການໃຫ້ກຽດເຂົ້າຮ່ວມພິທີ ຂອງ ສະຫາຍ ຈະເລີນ ເຢຍປາວເຮີ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ, ສະຫາຍ ຄອນປະພັນ ເລືອງສີຈັນທອງ, ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງຫົວພັນ, ສະຫາຍ ນາງ ແອນນາ ເອັດເຕວຽງ ວາເດຣ (Enna Esther Viant Valdes), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ. ກູບາ ປະຈໍາ ສປປ ລາວ. ນອກນັ້ນ, ຍັງມີບັນດາສະຫາຍການນໍາຂອງແຂວງ, ຜູ້ຕາງໜ້າຈາກຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກູບາ, ສະມາຊິກສະມາຄົມມິດຕະພາບ, ພະນັກງານບັນດາພະແນກ ແລະ ຂະແໜງການອ້ອມຂ້າງແຂວງຫົວພັນ ກໍໃຫ້ກຽດເຂົ້າຮ່ວມຮັບຟັງ
ໃນພິທີ ສະຫາຍ ນາງ ແອນນາ ເອັດເຕວຽງ ວາເດຣ ໄດ້ໃຫ້ກຽດຂຶ້ນກ່າວປາຖະກະຖາ, ເຊິ່ງມີເນື້ອໃນເວົ້າເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ຕະຫຼອດມາ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ຂອງ ສ. ກູບາ ແລະ ບົດບາດຂອງກູບາໃນເວທີສາກົນ ກໍ່ຄືຜົນງານໄຊຊະນະໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກູບາ.
ຜ່ານການຮັບຟັງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ປະຫວັດສາດແຫ່ງການຕໍ່ສູ້ປະຕິວັດອັນກ້າແກ່ນ ເປັນຈິດໜຶ່ງໃຈດຽວຂອງປະຊາຊົນກູບາ ຕໍ່ສູ້ຕ້ານການປິດລ້ອມຍາວນານກວ່າ 6 ທົດສະວັດ ແລະ ເຂົ້າໃຈແຈ້ງ ແລະ ເລິກເຊິ່ງ ເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະການຕໍ່ສູ້ກູ້ຊາດ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເຊິ່ງຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ສອງຊາດ ກູບາ ແລະ ລາວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ວັນທີ 16 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງເງິນ ແຂວງ ໄຊຍະບູລີ. ໄດ້ປີດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ເຂົ້າຮ່ວມເປັນກຽດຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ ຮອງຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນັກກວດກາ ແລະ ນັກເດີນສໍາຫຼວດເຂົ້າຮ່ວມ.
ອັດຕະປື ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ

ອັດຕະປື ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ່ IV ໄຂຂຶ້ນໃນວັນທີ 17 ທັນວາ 2025ນີ້ ທີ່ຫ້ອງປະຊຸມໃຫຍ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ມີບັນດາການນໍາພັກ-ລັດຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ແຂກທີ່ຖືກເຊີນເຂົ້າຮ່ວມ.
2 ພາກສ່ວນລົງນາມສ້າງກົນໄກທາງນິຕິກໍາ ເພື່ອຮັກສາສະພາບແວດລ້ອມ

2 ພາກສ່ວນລົງນາມສ້າງກົນໄກທາງນິຕິກໍາ ເພື່ອຮັກສາສະພາບແວດລ້ອມ

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຈັດພິທີເຊັນບົດບັນທຶກຮ່ວມ ວ່າດ້ວຍການປະສານງານໃນການດຳເນີນຄະດີອາຊະຍາກຳຕໍ່ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມສະບັບປັບປຸງ ຂຶ້ນໃນວັນທີ 18 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ລິນຄໍາ ດວງສະ ຫວັນ ກຳມະການສໍາຮອງສູນກາງພັກ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະນຳ ແລະ ຜູ້ແທນຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍ.
ອົງການລັກເດບ ພົບປະການນຳແຂວງຊຽງຂວາງ

ອົງການລັກເດບ ພົບປະການນຳແຂວງຊຽງຂວາງ

ທ່ານ ໂຣເບີດ ເດີເວຫາ ໄດ້ລາຍງານການມາເຮັດວຽກຢູ່ແຂວງຊຽງຂວາງໃນຄັ້ງນີ້, ເພື່ອແນະນຳຕົວ, ທົບທວນຜົນກະທົບຂອງໄພນ້ຳຖ້ວມໃນປີ 2025 ແລະ ກຳນົດຄວາມຕ້ອງການຟື້ນຟູປີ 2026, ສຳຫຼວດຍຸດທະສາດ ເພື່ອປັບປຸງຄຸນນະພາບແຮງງານຊາວໜຸ່ມ ຜ່ານໂຄງການຝຶກອົບຮົມວິຊາຊີບ, ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ວຽກງານສຸຂະພາບ ແລະ ໂພສະນາການ, ວຽກງານກະສິກຳ.
ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ໃນວັນທີ 16-17 ທັນວາ 2025, ທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ມະຫາຊົນ ສາຂາແຂວງເຊກອງ ຊຶ່ງນຳໂດຍ ທ່ານ ໄຊຊະນະ ພົມມະສີ ຮອງຫົວໜ້າ ທຄຕລ ສາຂາເຊກອງ, ພ້ອມຄະນະ ໄດ້ນຳເອົາອຸປະກອນການຮຽນ ແລະ ອຸປະກອນກິລາ ລວມມູນຄ່າເກືອບ 20 ລ້ານກີບ ມອບໃຫ້ນ້ອງນັກຮຽນໂຮງຮຽນ ມຕ ຕອກອົງແກ້ວ ເມືອງລະມາມ ແລະ ໂຮງຮຽນ ມສ ບໍ່ເຫຼັກຕະນຶງ ເມືອງກະລຶມ, ໂດຍມີທ່ານ ຄຳເພີນ ຈະເລີນຮັກ ຮອງຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາ ເມືອງກະລຶມ, ອົງການປົກຄອງບ້ານ, ຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຄະນະພັກ -ອົງການປົກຄອງແຂວງຈໍາປາສັກ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນ ໃນຕອນເຊົ້າວັນທີ 17 ທັນວານີ້ ໂດຍເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂັ້ນແຂວງ, ນະຄອນ-ເມືອງ, ຕົວແທນທຸກອົງການຈັດຕັ້ງທົ່ວແຂວງເຂົ້າຮ່ວມ ທີ່ສະໂມສອນແຂວງ.
ໂຄງການ AFN ຊ່ວຍໃຫ້ຊຸມຊົນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ

ໂຄງການ AFN ຊ່ວຍໃຫ້ຊຸມຊົນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ

5 ບ້ານ ຂອງເມືອງລະມາມ ແຂວງເຊກອງ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການອາຫານໂລກພາຍໃຕ້ການສະໜັບສະໜູນໂຄງການກະສິກໍາ ເພື່ອໂພຊະນາການ (AFN) ໄລຍະ 2. ຈຶ່ງເຮັດໃຫ້ຊຸມຊົນຄືປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ, ຮຽນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ ເພື່ອໂພສະນາການສະໜອງອາຫານໄວ້້ຍາວນານ.
ການປຸກສ້າງ,ປ່ອຍນໍ້າເປື້ອນ ຍັງເປັນອຸປະສັກກະທົບທາງດ້ານສິ່ງແວດລ້ອມ

ການປຸກສ້າງ,ປ່ອຍນໍ້າເປື້ອນ ຍັງເປັນອຸປະສັກກະທົບທາງດ້ານສິ່ງແວດລ້ອມ

ວຽກງານບໍລິການ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ສໍາລັບການດໍາລົງຊີວິດໃນສັງຄົມ, ໂດຍສະເພາະ ແມ່ນການບໍລິການໃຫ້ມີຄວາມອາດ-ສະດວກ, ວ່ອງໄວ ເພື່ອໃຫ້ສັງຄົມມີຄວາມເພິ່ງພໍໃຈ ໃນການເຄື່ອນໄຫວວຽກງານອື່ນຢ່າງມີຜົນສໍາເລັດ.
ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ໃນວັນທີ 16 ທັນວາຜ່ານມານີ້, ອົງການປົກເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025ຂຶ້ນ, ເປັນກຽດເຂົ້າຮ່ວມມີ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີແຂກຖືກເຊີນ ແລິ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ນັກໂທດທີ່ປະພຶດດີແຂວງຫຼວງພະບາງ ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ

ນັກໂທດທີ່ປະພຶດດີແຂວງຫຼວງພະບາງ ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ

ວັນທີ 15 ທັນວາຜ່ານມານີ້, ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ,ໄດ້ມີພິທີ ປະກາດອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ໃຫ້ແກ່ນັກໂທດ ທີ່ມີການປະພຶດດີ ໃນໂອກາດວັນສະຖາປະນາ ສາທາລະນະລັດ ໄປຊາທິປະໄຕ ປະຊາຊົນລາວ (ວັນທີ່ 2 ທັນວາ) ຄົບຮອບ 50 ປີ ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ.
ເພີ່ມເຕີມ