ພິທີສາບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີ

ປະທານາທິບໍດີຍິງຄົນທຳອິດ ຂອງ ເມັກຊິກ ເຂົ້າພິທີສາບານຕົວດຳລົງຕຳແໜ່ງ

ປະທານາທິບໍດີຍິງຄົນທຳອິດ ຂອງ ເມັກຊິກ ເຂົ້າພິທີສາບານຕົວດຳລົງຕຳແໜ່ງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ຕຸລາ ຜ່ານມາຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງເມັກຊິກ, ທ່ານນາງ ຄລໍເດຍ ເຊນບາມໄດ້ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີ

 ແລະ ກາຍເປັນປະທານາທິບໍດີຜູ້ຍິງຄົນທຳອິດໃນປະຫວັດສາດຂອງ ເມັກຊິກ ກໍຄືພາກພື້ນອາເມຣິກາເໜືອ.
ຂ່າວລະບຸວ່າ: ກ່າວຄຳປາໄສໃນພິທີຮັບດຳລົງຕຳແໜ່ງດ້ວຍຖານະເປັນປະມຸກລັດ, ທ່ານນາງ ຄລໍເດຍ ເຊນບາມ ກ່າວວ່າ: ທ່ານຈະຮ່ວມເດີນທາງກັບປະຊາຊົນເມັກຊິກ ໃນຄວາມພະຍາຍາມຍົກສູງສິດຜົນປະໂຫຍດ ແລະ ຖານະບົດບາດຂອງແມ່ຍິງ, ຜູ້ທີ່ເຄີຍເສຍປຽບໃນສັງຄົມ. ນອກຈາກນັ້ນ, ໃນອາຍຸການດຳລົງຕຳແໜ່ງຮອດປີ 2030, ທ່ານຈະສຸມໃສ່ບັນດານະໂຍບາຍໜູນຊ່ວຍສັງຄົມ, ລຶບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະ ຮັກສາເສດຖະກິດເປັນປົກກະຕິ. ກ່ຽວກັບການລົງທຶນ, ທ່ານຢັ້ງຢືນວ່າ ບັນດາວິສາຫະກິດພາຍໃນປະເທດກໍຄືສາກົນ ຈົ່ງມີຄວາມອຸ່ນອ່ຽນໃຈຕໍ່ບັນດາບ້ວງເງິນລົງທຶນຢູ່ ເມັກຊິກ.

ຄໍາເຫັນ

ຂ່າວຕ່າງປະເທດ

ການອອກກຳລັງກາຍຊ່ວຍເພີ່ມອັດຕາການເຊົາສູບຢາ

ການອອກກຳລັງກາຍຊ່ວຍເພີ່ມອັດຕາການເຊົາສູບຢາ

ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Adelaide ໃນອົດສຕຣາລີ ພົບວ່າ, ການອອກກຳລັງກາຍສາມາດຊ່ວຍເພີ່ມໂອກາດໃນການເຊົາສູບຢາໄດ້ໃນລະດັບໜຶ່ງ. ນັບເປັນວິທີປະຢັດທີ່ຊ່ວຍໃຫ້ສາມາດເຊົາສູບຢາຄຽງຄູ່ກັບການປິ່ນປົວແບບດັ້ງເດີມ. ໂດຍການອອກກຳລັງກາຍຊ່ວຍໃຫ້ຜູ້ທີ່ຕ້ອງການເຊົາສູບຢາຫຼຸດຜ່ອນປະລິມານການຢາສູບ, ຫຼຸດຜ່ອນຄວາມຢາກສູບຢາ ແລະ ເພີ່ມໂອກາດໃນການເຊົາສູບຢາ.
ແອັດສະປາຍ ກຳລັງປະສົບກັບຄື້ນຄວາມຮ້ອນຄັ້ງທີສອງ

ແອັດສະປາຍ ກຳລັງປະສົບກັບຄື້ນຄວາມຮ້ອນຄັ້ງທີສອງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ລະບົບຕິດຕາມການເສຍຊີວິດປະຈຳວັນຂອງກະຊວງສາທາລະນະສຸກແອັດສະປາຍລາຍງານວ່າ, ມີຜູ້ເສຍຊີວິດຫຼາຍກວ່າ 150 ຄົນຈາກອຸນຫະພູມທີ່ສູງຂຶ້ນໃນຕົ້ນເດືອນກໍລະກົດ, ປັດຈຸບັນແອັດສະປາຍກຳລັງປະເຊີນກັບຄື້ນຄວາມຮ້ອນຄັ້ງທີສອງຂອງປີ. ໂດຍໃນເດືອນມິຖຸນາພຽງເດືອນດຽວ, ມີຜູ້ເສຍຊີວິດທີ່ກ່ຽວຂ້ອງກັບອາກາດຮ້ອນເຖິງ 1,029 ຄົນ ຊຶ່ງເປັນຈຳນວນຜູ້ເສຍຊີວິດປະຈຳເດືອນສູງສຸດນັບຕັ້ງແຕ່ລະບົບດັ່ງກ່າວເລີ່ມນໍາໃຊ້ໃນປີ 2015.
ຍີ່ປຸ່ນ ເຝົ້າລະວັງພາຍຸໄຕ້ຝຸ່ນບາວີ ກຳລັງເຄື່ອນທີ່ເຂົ້າໃກ້ເກາະໂອກິນາວາ

ຍີ່ປຸ່ນ ເຝົ້າລະວັງພາຍຸໄຕ້ຝຸ່ນບາວີ ກຳລັງເຄື່ອນທີ່ເຂົ້າໃກ້ເກາະໂອກິນາວາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ,ພາຍຸໄຕ້ຝຸ່ນບາວີ ຊຶ່ງເປັນພາຍຸໄຊໂຄລນເຂດຮ້ອນຂະໜາດໃຫຍ່ ແລະ ຮຸ່ນແຮງຫຼາຍ ຊຶ່ງເປັນພາຍຸລູກທີ 9 ຂອງລະດູການນີ້ ອາດຈະພັດເຂົ້າໃກ້ເກາະໂອກິນາວາໃນພາກໃຕ້ຂອງຍີ່ປຸ່ນດ້ວຍຄວາມຮຸນແຮງສູງໃນທ້າຍອາທິດນີ້.
5 ເດືອນຕົ້ນປີ ວິ​ສາ​ຫະ​ກິດຜະ​ລິດ​ຫຸ່ນ​ຍົນ​​ຈີນ ມີ​ລາຍ​ໄດ້​ຫຼາຍກວ່າ 90 ຕື້ຢວນ

5 ເດືອນຕົ້ນປີ ວິ​ສາ​ຫະ​ກິດຜະ​ລິດ​ຫຸ່ນ​ຍົນ​​ຈີນ ມີ​ລາຍ​ໄດ້​ຫຼາຍກວ່າ 90 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ໃນ​ງານຖະແຫຼງຂ່າວກ່ຽວ​ກັບງານວາງ​ສະ​ແດງຫຸ່ນຍົນ​ໂລກ 2026 ທີ່ຈັດຂຶ້ນໃນວັນທີ 6 ກໍລະກົດ ຜ່ານມາໃຫ້​ຮູ້ວ່າ, ໃນ 5 ເດືອນຕົ້ນປີນີ້, ລາຍໄດ້​ຂອງວິສາຫະກິດຫຸ່ນຍົນທີ່​ມີ​ຂະ​ໜາດ​ເກີນ​ກຳ​ນົດຂອງຈີນ ບັນລຸ​ຫຼາຍກວ່າ 90 ຕື້ຢວນ, ເພີ່ມຂຶ້ນ 26.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈີນໄດ້ກາຍເປັນຕະຫຼາດຫຸ່ນຍົນອຸດສາຫະກຳໃຫຍ່ທີ່ສຸດໃນໂລກ ເປັນເວລາ 13 ປີລຽນຕິດ.
ຄຸນງາມຄວາມດີການປະຕິວັດທີ່ເປັນອຳມະຕະຂອງສະຫາຍ ກິມອິນຊຸງ  (ເນື່ອງໃນໂອກາດຄົບຮອບ 32 ປີແຫ່ງການມໍລະກຳຂອງສະຫາຍ ກິມອິນຊຸງ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ເກົາຫຼີ, ວັນທີ 8/7/1994-8/7/2026)

ຄຸນງາມຄວາມດີການປະຕິວັດທີ່ເປັນອຳມະຕະຂອງສະຫາຍ ກິມອິນຊຸງ (ເນື່ອງໃນໂອກາດຄົບຮອບ 32 ປີແຫ່ງການມໍລະກຳຂອງສະຫາຍ ກິມອິນຊຸງ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ເກົາຫຼີ, ວັນທີ 8/7/1994-8/7/2026)

ວັນທີ 8 ເດືອນ 7 ແມ່ນວັນຄົບຮອບ 32 ປີ ແຫ່ງການມໍລະນະກຳຂອງສະຫາຍກິມອິນຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫຼີ ແລະ ປະທານປະເທດຕະຫຼອດການຂອງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ.
ມະຫາວິທະຍາໄລ ຕ້ອງປັບຮູບແບບການສຶກສາໃຫ້ຮັບມືກັບຍຸກຂອງ AI

ມະຫາວິທະຍາໄລ ຕ້ອງປັບຮູບແບບການສຶກສາໃຫ້ຮັບມືກັບຍຸກຂອງ AI

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 5 ກໍລະກົດ ຜ່ານມາວ່າ: ຜົນການສຶກສາຈາກມະຫາວິທະຍາໄລແມນເຊສເຕີ ປະເທດອັງກິດ ທີ່ເຜີຍແຜ່ໃນວັນທີ 3 ກໍລະກົດຜ່ານມາລະບຸວ່າ, ມະຫາວິທະຍາໄລຫຼາຍແຫ່ງຈຳເປັນຕ້ອງທົບທວນຄືນໃໝ່ ກ່ຽວກັບວິທີການສຶກສາໃຫ້ກັບນັກສາໃນໂລກທີ່ປັນຍາປະດິດ (AI) ກຳລັງປ່ຽນແປງວິທີການເຮັດວຽກຢ່າງໄວວາ. ໂດຍລະບຸວ່າ, ການເຕີບໂຕຂອງ AI ຈຳເປັນຕ້ອງມີການປ່ຽນແປງໃນການສຶກສາຊັ້ນສູງທີ່ສຸມໃສ່ການພັດທະນາທັກສະການຄິດຢ່າງມີວິຈາລະນະຍານ, ການຕັດສິນໃຈບົນພື້ນຖານດ້ານຈັນຍາບັນ ແລະ ທັກສະການສື່ສານທີ່ດີຂຶ້ນ.
ກອງປະຊຸມສົນທະນາກ່ຽວກັບການຄຸ້ມຄອງປັນຍາປະດິດທົ່ວໂລກ

ກອງປະຊຸມສົນທະນາກ່ຽວກັບການຄຸ້ມຄອງປັນຍາປະດິດທົ່ວໂລກ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 6 ກໍລະກົດ ຜ່ານມາ, ກອງປະຊຸມສົນທະນາກ່ຽວກັບການຄຸ້ມຄອງປັນຍາປະດິດທົ່ວໂລກຄັ້ງທໍາອິດໄດ້ຈັດຂຶ້ນ​ຢູ່​ນະ​ຄອນ​ເຊີ​ແນວ ປະ​ເທດ​ສະ​ວິ​ດ, ມີຜູ້ຕາງໜ້າຈາກທົ່ວໂລກເຂົ້າຮ່ວມປະມານ 1,500 ທ່ານ ເພື່ອແລກປ່ຽນຄໍາເຫັນກ່ຽວກັບການຄຸ້ມຄອງປັນຍາປະດິດ.
OPEC+ ເພີ່ມການຜະລິດນ້ຳມັນໃນເດືອນສິງຫາ ຂຶ້ນ 188,000 ບາເຣວຕໍ່ມື້

OPEC+ ເພີ່ມການຜະລິດນ້ຳມັນໃນເດືອນສິງຫາ ຂຶ້ນ 188,000 ບາເຣວຕໍ່ມື້

ສຳນັກຂ່າວສານຊິນຮວາ ລາຍງານ ໃນວັນທີ 6 ກໍລະກົດ ຜ່ານມາວ່າ: OPEC+ ຫຼື ກຸ່ມພັນທະມິດຜູ້ສົ່ງອອກນ້ຳມັນຂອງ OPEC, ໄດ້ຕົກລົງທີ່ຈະເພີ່ມເພດານການຜະລິດນ້ຳມັນໃນເດືອນສິງຫາຂຶ້ນ 188,000 ບາເຣວຕໍ່ມື້ ເມື່ອທຽບກັບເພດານການຜະລິດໃນເດືອນກໍລະກົດ, ຫຼັງຈາກກອງປະຊຸມລະຫວ່າງຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມັນ ເພື່ອທົບທວນສະພາບ ແລະ ທ່າອ່ຽງຂອງຕະຫຼາດນ້ຳມັນໂລກ.
6 ເດືອນຕົ້ນປີ ເສັ້ນທາງລົດໄຟແຫ່ງຊາດຈີນ ຂົນສົ່ງສິນຄ້າໄດ້ 2 ຕື້ 15 ລ້ານໂຕນ

6 ເດືອນຕົ້ນປີ ເສັ້ນທາງລົດໄຟແຫ່ງຊາດຈີນ ຂົນສົ່ງສິນຄ້າໄດ້ 2 ຕື້ 15 ລ້ານໂຕນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ກໍລະກົດ ຜ່ານມາວ່າ: ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈໍາກັດແຈ້ງໃຫ້ຮູ້ໃນວັນທີ 5 ກໍລະກົດ ຜ່ານມາວ່າ, 6 ເດືອນຕົ້ນປີນີ້, ເສັ້ນທາງລົດໄຟແຫ່ງຊາດຂອງຈີນສາມາດຂົນສົ່ງສິນຄ້າໄດ້ 2 ຕື້ 15 ລ້ານໂຕນ, ເພີ່ມຂຶ້ນ 1.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ອິນ​ໂດ​ເນ​ເຊຍ ​​ຂະຫຍາຍ​ການ​ປູກ​ພືດ​ອາຫານ​ສັດທີ່​ທົນ​​ຕໍ່​ໄພ​ແຫ້ງ​ແລ້ງ

ອິນ​ໂດ​ເນ​ເຊຍ ​​ຂະຫຍາຍ​ການ​ປູກ​ພືດ​ອາຫານ​ສັດທີ່​ທົນ​​ຕໍ່​ໄພ​ແຫ້ງ​ແລ້ງ

ສຳນັກຂ່າວສານຊິນຮວາ ລາຍງານໃນທ້າຍອາທິດຜ່ານມາວ່າ: ກະຊວງກະສິກຳອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍກຳລັງຂະຫຍາຍການປູກພືດອາຫານສັດທີ່ທົນທານຕໍ່ຄວາມແຫ້ງແລ້ງ ແລະ ມີໂປຣຕີນສູງ ເພື່ອຮັບປະກັນຄວາມໝັ້ນຄົງຂອງການສະໜອງພືດອາຫານສັດ ທ່າມກາງການຂາດແຄນທົ່ງຫຍ້າລ້ຽງສັດທີ່ເກີດຈາກປະກົດການແອວນີໂຢ.
ເພີ່ມເຕີມ