ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາຮ່ວມງານມະຫະກໍາບຸນຊ້າງຄັ້ງທີ 17 ທີ່ແຂວງໄຊຍະບູລີ

ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາຮ່ວມງານມະຫະກໍາບຸນຊ້າງຄັ້ງທີ 17 ທີ່ແຂວງໄຊຍະບູລີ
ງານມະຫະກໍາບຸນຊ້າງຄັ້ງທີ 17 ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ແຂວງໄຊຍະບູລີ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ແລະ ເປັນທາງການໃນວັນທີ 17 ກຸມພານີ້ ທີ່ເດີ່ນສະໜາມຫຼວງແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພັນລະຍາ, ມີບັນດາທ່ານອະດີດການນໍາຂັ້ນສູນກາງ, ການນໍາຂັ້ນແຂວງ, ເມືອງ, ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍມວນຊົນຊາວແຂວງໄຊຍະບູລີເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ທັງເປັນປະທານຈັດງານມະຫະກໍາບຸນຊ້າງ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ແຂວງໄຊຍະບູລີ ໄດ້ກ່າວລາຍງານການກະກຽມຄວາມພ້ອມໃນການຈັດງານມະຫະກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ 2024 ຂອງແຂວງ ຊຶ່ງງານມະຫະກຳບຸນຊ້າງໄຊຍະບູລີໄດ້ຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ; ນັບແຕ່ປີ 2007 ຈົນມາຮອດປີ 2024 ທາງແຂວງໄດ້ຍົກລະດັບການຈັດງານມະຫະກຳບຸນຊ້າງຄັ້ງທີ 17 ຂຶ້ນເປັນງານລະດັບຊາດ ແລະ ເປີດປີທ່ອງທ່ຽວລາວ 2024 ຂອງແຂວງ, ງານລະດັບແຂວງແມ່ນບຸນກອງເຂົ້າໃຫຍ່ ຈັດຂຶ້ນໃນລະຫວ່າງວັນທີ 9-12 ມັງກອນ 2024 ທີ່ຜ່ານມາ ແລະ ງານລະດັບເມືອງມີ 10 ກິດຈະກໍາ, ໃນລະດັບທ້ອງຖິ່ນທີ່ເປັນມູນເຊື້ອ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກອັນດີງາມ. ການຈັດງານມະຫະກໍາບຸນຊ້າງໃນຄັ້ງນີ້ ເພື່ອເປັນການສືບຕໍ່ອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ທັງເປັນມິ່ງຂວັນຄູ່ບ້ານຄູ່ເມືອງ; ດ້ານໜຶ່ງເພື່ອສືບຕໍ່ຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການໃຫ້ຍືນຍົງຄົງຕົວຄຽງຄູ່ກັບປະຊາຊົນລາວເຮົາຕະຫຼອດໄປ; ນອກນີ້, ຍັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງໃຫ້ຊ້າງຈໍານວນ 53 ເຊືອກທີ່ມາຈາກທົ່ວແຂວງໄດ້ພົບກັນ ແລະ ມີໂອກາດໄດ້ສືບພັນ ພ້ອມກັນນັ້ນ, ກໍເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວານຊ້າງ ເພື່ອສືບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ກັບປວງຊົນລາວຊາວແຂວງໄຊຍະບູລີຕະຫຼອດໄປ, ສ້າງໂອກາດໃຫ້ນັກທ່ອງທ່ຽວໄດ້ສຳຜັດ ແລະ ເຫັນການດຳລົງຊີວິດຂອງຊ້າງທີ່ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປັດຈຸບັນ.
ສໍາລັບກິດຈະກໍາຫຼັກຂອງການຈັດງານໃນປີນີ້ ແມ່ນຈະເນັ້ນໜັກກິດຈະກຳທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະການສະແດງຂອງຊ້າງຄຳຮູ້, ໃນແຕ່ລະວັນຈະຈັດໃຫ້ມີກິດຈະກໍາຫຼາກຫຼາຍສີສັນເປັນຕົ້ນ ການຈັດວາງສະແດງສິນຄ້າຕະຫຼາດນັດເລີ່ມມາແຕ່ວັນທີ 12 ກຸມພາ 2024 ເປັນຕົ້ນມາ; ມີສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນສິນຄ້າຜົນຜະລິດທາງດ້ານກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາ 11 ຕົວເມືອງພາຍໃນແຂວງ, ມີສິນຄ້ານະວັດຕະກຳທີ່ຕິດພັນທາງດ້ານວິຊາການຂອງບາງພະແນກການຂອງແຂວງ, ຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຂອງຊາວບ້ານເຂົ້າຮ່ວມ ຈຳນວນ 310 ຮ້ານ. ມີພິທີຕັກບາດທຳບຸນໃຫ້ຄົນ ແລະ ຊ້າງ, ຖວາຍສັງຄະທານຕາມຮີດຄອງປະເພນີໃນວັນທີ 16 ກຸມພາ 2024. ສຳລັບມື້ເປີດງານເປັນທາງການມື້ນີ້ ບັນດາທ່ານຈະໄດ້ຮັບຊົມຂະບວນກ້ອນກໍາລັງຂອງແຕ່ລະກ້ອນເຂົ້າສູ່ສະໜາມ ເພື່ອສະແດງໃຫ້ເຫັນຄວາມສາມັກຄີອັນເປັນປຶກແຜ່ນຂອງມວນຊົນຊາວແຂວງໄຊຍະບູລີ ແລະ ຂະບວນຊ້າງເຂົ້າຮ່ວມມີ 35 ເຊືອກ, ການສະແດງຂອງຊ້າງຄໍາຮູ້ຈໍານວນ 23 ເຊືອກ, ມີ 20 ລາຍການ, ການບາສີສູ່ຂວັນໃຫ້ຊ້າງ ແລະ ການສະແດງໂດດຈ້ອງຂອງກອງພັນທະຫານອາກາດ. ສໍາລັບກ້ອນກໍາລັງທີ່ເຂົ້າຮ່ວມຂະບວນການໃນງານມະຫະກໍາບຸນຊ້າງໃນປີນີ້ມີທັງໝົດ 9.102 ຄົນ: ໃນນີ້ມີກ້ອນຢືນ 5.400 ຄົນ, ກ້ອນແຫ່ 1.974 ຄົນ, ການສະແດງຂອງນັກຮຽນ 1.600 ຄົນ, ສິລະປະ ແລະ ນັກຮ້ອງ 104 ຄົນ, ກອງດູລິຍາງຂອງນັກຮຽນ 24 ຄົນ, ພາຍຫຼັງເປີດພິທີຢ່າງເປັນທາງການແລ້ວ ໃນແຕ່ລະວັນຈະມີການເປີດໃຫ້ແຂກໄດ້ຢ້ຽມຊົມການສະແດງຂອງຊ້າງຄຳຮູ້, ບໍລິການຂີ່ຊ້າງ, ທ່ຽວຊົມຕະຫຼາດນັດວາງສະແດງສິນຄ້າ ແລະ ຊົມການສະແດງສິລະປະ-ວັນນະຄະດີອ້ອມຂ້າງແຂວງ ແລະ ເມືອງ, ເຂົ້າຊົມແຫຼ່ງທ່ອງທ່ຽວສູນອະນຸລັກຊ້າງ ແລະ ຂະຫຍາຍພັນຊ້າງອາຊີ (ພູແຄນ) ແລະ ທ່ອງທ່ຽວພາຍໃນເທດສະບານແຂວງຕາມສະຖານທີ່ທ່ອງທ່ຽວຕ່າງໆ.
ໂອກາດນີ້, ທ່ານ ພົງສະຫວັນ ສິດທະວົງ ໄດ້ໃຫ້ກຽດກ່າວເປີດງານມະຫະກໍາບຸນຊ້າງຄັ້ງທີ 17 ແລະ ເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ ບາງຕອນກ່າວວ່າ: ການຈັດງານມະຫະກໍາບຸນຊ້າງຄັ້ງນີ້ເປັນປີທີ 17, ຊຶ່ງເປັນການສົ່ງເສີມມູນເຊື້ອວັດທະນະທຳອັນດີງາມ ທັງເປັນການສືບຕໍ່ເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ແກ່ອະນຸຊົນຄົນຮຸ່ນຫຼັງໃນການອະນຸລັກ ແລະ ຂະຫຍາຍພັນຊ້າງໃຫ້ມີຄວາມຍືນຍົງ ຄຽງຄູ່ກັບວິຖີຊີວິດຂອງປະຊາຊົນບັນດາເຜົ່າຊາວແຂວງໄຊຍະບູລີ ກໍຄືຂອງຊາດລາວພວກເຮົາຕະຫຼອດໄປ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ແລະ ບັນດາການນໍາຂັ້ນສູນກາງ, ຂັ້ນແຂວງ, ເມືອງໄດ້ຮ່ວມກັນລັ່ນຄອງ 9 ບາດ, ຕັດແຖບຜ້າເປີດງານມະຫະກໍາບຸນຊ້າງຄັ້ງທີ 17 ແລະ ເປີດປີທ່ອງທ່ຽວລາວ 2024 ແຂວງໄຊຍະບູລີຢ່າງເປັນທາງການ.
ຂ່າວ-ພາບ: ບຸນທີ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ເພີ່ມເຕີມ