ປະທານາທິບໍດີ ອິນໂດເນເຊຍ ຄົນໃໝ່ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ໃນການຕ້ອນຮັບ, ທ່ານ ໂຕເລິມ ໄດ້ຕີລາຄາສູງບັນດາຜົນສຳເລັດ ຊຶ່ງອິນໂດເນເຊຍ ບັນລຸໄດ້ໃນໄລຍະຜ່ານມາກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໜຶ່ງໃນບັນດາຕະຫຼາດດີຈີຕອນພັດທະນາໄວທີ່ສຸດໃນໂລກ, ມີຂໍ້ລິເລີ່ມຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ ແລະ ການຮ່ວມມືຂອງພາກພື້ນ ແລະ ໂລກ.
ທ່ານ ພຣາໂບໂວ ສູບຽນໂຕ ກໍໄດ້ແບ່ງເບົາສະແດງຄວາມເຫັນໃຈຕໍ່ບັນດາຜົນເສຍຫາຍທີ່ໃຫຍ່ຫຼວງຂອງຫວຽດນາມ ຈາກພາຍຸຢາກິ (Yagi). ທ່ານ ພຣາໂບໂວ ສູບຽນໂຕ ຢັ້ງຢືນວ່າ: ອິນໂດເນເຊຍ ຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືກັບຫວຽດນາມ ຊຶ່ງແມ່ນຄູ່ຮ່ວມມືຍຸດທະສາດອັນໜຶ່ງດຽວ ຂອງອິນໂດເນເຊຍ ໃນອາຊຽນ, ທ່ານປາຖະໜາຢາກຜັນຂະຫຍາຍບັນດາມາດຕະການຢ່າງແຂງແຮງກວ່າເກົ່າ ເພື່ອນຳການພົວພັນລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງກວ່າເກົ່າອີກ.
ຄໍາເຫັນ