ປະທານປະເທດຊີ້ນໍາກອງພັນ 609ສືບຕໍ່ເສີມຂະຫຍາຍພື້ນຖານການຜະລິດໃຫ້ເຂັ້ມແຂງ

ປະທານປະເທດຊີ້ນໍາກອງພັນ 609ສືບຕໍ່ເສີມຂະຫຍາຍພື້ນຖານການຜະລິດໃຫ້ເຂັ້ມແຂງ
ໃນວັນທີ 16 ກຸມພາຜ່ານມາ,ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມຊີ້ນໍາກອງພັນນ້ອຍປືນໃຫຍ່ໜ້າດິນ 609 ທະຫານແຂວງໄຊຍະບູລີໂດຍການຕ້ອນຮັບຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີທ່ານ ພົຈວ ກູດ ພົມມາ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຄະນະນໍາກອງບັນຊາການທະຫານແຂວງ, ຄະນະພັກ-ຄະນະບັນຊາກອງພັນ 609 ເຂົ້າຮ່ວມ.
    ໂອກາດນີ້, ທ່ານ ພັນໂທ ຈັນທອງ ຈັນຟອງ ຫົວໜ້າການເມືອງ ກອງພັນນ້ອຍປືນໃຫຍ່ໜ້າດິນ 609 ທະຫານແຂວງໄດ້ລາຍງານຫຍໍ້ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ຄວາມຮັບຜິດຊອບ ແລະ ສະພາບລວມຂອງກົມກອງ, ຈາກນັ້ນທ່ານ ທອງລຸນ ສີສຸລິດ ໄດ້ລົງຢ້ຽມຢາມພື້ນຖານການຜະລິດປູກຜັກໃນເຮືອນຮົ່ມຂອງກົມກອງ, ຢ້ຽມຢາມເບິ່ງດ້ານລະບຽບແບບແຜນໃນເຮືອນນອນຂອງກົມກອງ. ພ້ອມທັງຍົກໃຫ້ເຫັນສະພາບເສດຖະກິດໄພເງິນເຟີ້, ສິນຄ້າລາຄາແພງພ້ອມທັງຢ້ຽມຢາມຖາມຂ່າວເຖິງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ການຈັດຕັ້ງເຄື່ອນໄຫວຂອງກົມກອງດ້ວຍຄວາມເປັນຫວ່ງເປັນໃຍ, ຄວາມຮັກແພງອັນອົບອຸ່ນ, ທ່ານຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາຕໍ່ຄະນະພັກ-ຄະນະບັນຊາກອງພັນ 609 ເປັນຕົ້ນໃຫ້ເອົາໃຈໃສ່ສືບຕໍ່ເສີມຂະຫຍາຍພື້ນຖານການຜະລິດປູກຝັງ-ລ້ຽງສັດຕາມທ່າແຮງຂອງກົມກອງເພື່ອສະໜອງພືດຜັກໃຫ້ທ້ອງຕະ ຫຼາດໃຫ້ຫຼາຍເພື່ອສ້າງລາຍຮັບເຂົ້າກົມກອງ, ໂອກາດນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃຫ້ຮັກສາມູນເຊື້ອອັນດີງາມຂອງກອງທັບ ເປັນຕົ້ນມູນເຊື້ອພິລະອາດຫານບໍ່ຍອມຈຳນົນຕໍ່ສັດຕູ, ມູນເຊື້ອຄວາມສາມັກຄີປອງດອງລະຫວ່າງກອງທັບກັບປະຊາຊົນປຽບເໝືອນປາກັບນໍ້າທີ່ຕັດແຍກອອກຈາກກັນບໍ່ໄດ້, ເສີມຂະຫຍາຍບົດບາດການນໍາພາຂອງຕົນຕໍ່ໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງກໍ່ສ້າງກໍາລັງແຮງສັງລວມຂອງກົມກອງໃຫ້ເຂັ້ມແຂງ ສືບຕໍ່ຄວາມສາມັກຄີປອງດອງກັບອຳນາດການປົກຄອງທ້ອງຖິ່ນໃຫ້ແໜ້ນແຟ້ນ ພ້ອມກັນປົກປັກຮັກສາອຳນາດອະທິປະໄຕຂອບເຂດຄວາມຮັບຜິດຊອບຂອງຕົນໃວ້ໃຫ້ໝັ້ນຄົງຕະຫຼອດໄປ.
ຂ່າວ: ສົມຈີນ ສິນຕາວັນ, ພາບ: ວິດີໂອ ໄຊຍະສັກ

ຄໍາເຫັນ

ຂ່າວເດັ່ນ

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈັດຂຶ້ນໃນວັນທີ 9 ມັງກອນນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະ ຫາຍກໍາມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກໍາມະການສົມບູນ ແລະ ສໍາຮອງ ສູນກາງພັກ, ການນໍາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ການນໍາ ນວ, ການນໍາບັນດາແຂວງ, ປະຊາຊົນລາວບັນດາເຜົ່າຊາວ ນວ ແລະ ພີ່ນ້ອງຮ່ວມຊາດໃນຂອບເຂດທົ່ວປະເທດເຂົ້າຮ່ວມ ແລະ ຮັບຊົມຜ່ານການຖ່າຍທອດສົດທາງອອນລາຍ.
ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານໃນຕອນເຊົ້າວັນທີ 9 ມັງກອນ 2026 ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນຕອນບ່າຍວັນທີ 8 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ບໍລິສັດສະຕາໂທລະຄົມຈຳກັດ ຫຼື (ຢູນີເທວ Unitel) ໄດ້ມອບເງິນຈຳນວນ 1,2 ຕື້ກີບ ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,
ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ສະຫາຍ ສອນໄຊ ລາດຊະວົງ ກຳມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໂຮງໝໍມິດຕະພາບ (150 ຕຽງ) ໄດ້ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.
ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າກອງເລຂາກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 8 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວໄດ້ດຳເນີນມາແຕ່ວັນທີ 6 ຮອດວັນທີ 8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ເປັນເວລາ 3 ວັນເຕັມ ໂດຍມີຜູ້ແທນທັງໝົດ 835 ສະຫາຍ ຍິງ 123 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກທັງໝົດ 421,865 ສະຫາຍ ຈາກທົ່ວປະເທດເຂົ້າຮ່ວມ. ພ້ອມນັ້ນ, ຍັງມີແຂກຖືກເຊີນຈໍານວນ 391 ສະຫາຍ ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1,226 ສະຫາຍ.
ສະຫາຍ ໂຕ ເລິມ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ

ສະຫາຍ ໂຕ ເລິມ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ຊຶ່ງເນື້ອໃນຂອງສານຊົມເຊີຍ ມີດັ່ງນີ້:
ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII  ຂອງພັກປະຊາຊົນປະຕິວັດລາວ

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 6 ເຖິງວັນທີ 8 ເດືອນມັງກອນ ປີ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ".
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປິດລົງດ້ວຍຜົນສຳເລັດ ຢ່າງສະຫງ່າງາມ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປິດລົງດ້ວຍຜົນສຳເລັດ ຢ່າງສະຫງ່າງາມ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 6 ມາເປັນເວລາ 3 ວັນ; ມາເຖິງວັນທີ 8 ມັງກອນນີ້, ກໍໄດ້ປິດລົງດ້ວຍຜົນສໍາເລັດ ຢ່າງສະຫງ່າງາມ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ; ກອງປະຊຸມໃຫຍ່ຄັ້ງນີ້, ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 835 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດ ໃນທົ່ວປະເທດ 421,865 ສະຫາຍ, ພ້ອມດ້ວຍແຂກຖືກເຊີນຈໍານວນໜຶ່ງ.
ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຄື່ອນໄຫວຢ້ຽມຢາມຫໍພິພິທະພັນສິລະປະລາວໃນວັນທີ 8 ມັງກອນນີ້ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໂອກາດນີ້, ທ່ານ ນາງ ອາລີຍາ ໄຊຍະທິດ ຜູ້ບໍລິຫານຫໍພິພິທະພັນສິລະປະລາວໄດ້ລາຍງານວ່າ:
ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ

ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ

ໃນບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,ໃນວັນທີ 6 ມັງກອນຜ່ານມາ ສະເໜີໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນວ່າ:
ເພີ່ມເຕີມ