ປະທານສານປະຊາຊົນສູງ ຕ້ອນຮັບ ທູດອາເມຣິກາ ຄົນໃໝ່

ປະທານສານປະຊາຊົນສູງ ຕ້ອນຮັບ ທູດອາເມຣິກາ ຄົນໃໝ່
ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບ ທ່ານ ນາງ ຣິດເຕີ້ ໂລສ ວາເລຍວາ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ຄົນໃໝ່ປະຈຳ ສປປ ລາວ  ເຂົ້າຢ້ຽມພົບປະ ໃນວັນທີ 14 ມີນາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ).
  ໃນໂອກາດດັ່ງກ່າວ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ນາງ ຣິດເຕີ້ ໂລສ ວາເລຍວາ ທີ່ໄດ້ມາດຳລົງຕຳແໜ່ງ ເປັນ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ຄົນ
ໃໝ່ປະຈຳ ສປປ ລາວ ຊຶ່ງເປັນການປະກອບສ່ວນເສີມສ້າງຮັດແໜ້ນ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ  ລະຫວ່າງ ສອງປະເທດ ລາວ-ອາເມຣິກາ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມນັ້ນ ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ສະແດງຄວາມຂອບໃຈຕໍ່  ລັດຖະບານ ສະຫະລັດອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອໃນຫຼາຍດ້ານໂດຍສະເພາະໃນຂະແໜງຕຸລາການຂອງ ສປປ ລາວ ຄື: (1) ການສ້າງຂີດຄວາມສາມາດພະນັກງານ-ຜູ້ພິພາກສາ ຂອງສານປະຊາຊົນໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາສະເພາະ ແລະ ພາສາຕ່າງປະເທດ ຜ່ານການສະໜັບສະໜູນເຂົ້າຮ່ວມສຳມະນາ ແລະ ຝຶກອົບຮົມຢູ່ພາຍໃນ ແລະ ຕ່າງປະເທດ ຢ່າງເປັນປົກກະຕິ ແລະ  (2) ການສະໜອງອຸປະກອນ ແລະ ເຄື່ອງມືເອເລັກໂຕນິກ ເຂົ້າໃນການປະຕິບັດໜ້າທີ່ຂອງພະນັກງານ-ຜູ້ພິພາກສາຂອງສານ.
  ທ່ານ ນາງ ຣິດເຕີ້ ໂລສ ວາເລຍວາ ໄດ້ສະແດງຄວາມຄວາມຂອບໃຈ ຕໍ່ທ່ານ ນາງ ວຽງທອງ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບ ອັນອົບອຸ່ນໃນຄັ້ງນີ້ ແລະ ພ້ອມທັງຈະສຶບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ອາເມຣິກາ ທີ່ມີມາແລ້ວນັ້ນໃຫ້ດີຂຶ້ນເລື່ອຍໆ.
(ຂ່າວ: ສປສສ) 

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ວັນທີ 9 ພະຈິກຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື, ຄະນະສິລະປະກອນ ຈາກກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພັນໂທ ດິ່ງ ວັນ ເດ່ ຫົວໜ້າຄະນະສິລະປະກອນ ໄດ້ນຳພາຄະນະ ເຄື່ອນໄຫວສະແດງສິລະປະ ຢູ່ແຂວງອັດຕະປື ເພື່ອສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 51 ປີ ຄື: ວັນທີ 2 ທັນວາ 1975-2 ທັນວາ 2026 ແລະ ໃນໂອກາດຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄື: ວັນທີ 5 ກັນຍາ 1962-5 ກັນຍາ 2027 ແລະ ຄົບຮອບ 50 ປີ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ວັນທີ 18 ກໍລະກົດ 1977-18 ກໍລະກົດ 2027 ທີ່ຈະມາເຖິງ.
ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກຳາປູເຈຍ-ລາວ ປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 8-11 ພະຈິກ ນີ້ ທີ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງາຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ ຮອງເລຂາຜູ້ປະຈຳການພັກແຂວງ ປະທານຄະນະກຳມະການແນວໂຮມຊາວຫວຽດນາມ ແຂວງກວາງຫງາຍ ພ້ອມດ້ວຍແຂກຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດເຂົ້າຮ່ວມ. ຄະນະຜູ້ແທນຊາວໜຸ່ມລາວນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ).
ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ວັນທີ 10 ພະຈິກຜ່ານມາ, ກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມສົມທົບກອງບັນຊາການທະຫານແຂວງຫົວພັນໄດ້ເປີດຊຸດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026 ຢູ່ກອງບັນຊາການທະຫານແຂວງຫົວພັນ, ໂດຍມີສະຫາຍພົນຈັດຕະວາຄໍາເມືອງໂຄດວົງຄູນຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນພ້ອມດ້ວຍຄະນະ, ສະຫາຍພັນເອກເຈີນຮີ້ວຕຸ່ງຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມພ້ອມດ້ວຍຄະນະ, ມີບັນດາຄູ-ອາຈານແລະນັກຝຶກອົບຮົມເຂົ້າຮ່ວມ.
ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ໃນວັນທີ 10 ພະຈິກ ນີ້ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີຮັບຮອງຢ່າງເປັນທາງການ ແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ວ່າດ້ວຍ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ປົກກະຕິ ສຳລັບ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ທັນຍາ ປາຊີຟີໂກ (Ms. Tanja Pacifico) ຫົວໜ້າອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ແລະ ຣາຊະອານາຈັກໄທ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງ ການພາກລັດ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ແຂກທີ່ກ່ຽວຂ້ອງເຂົ້າຮ່ວມ 70 ກວ່າທ່ານ.
ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ໃນວັນທີ 10 ພະຈິກນີ້ ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງ ທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດພາລະກິດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ໃນວັນທີ 9ພະຈິກຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານແຕ່ງຕັ້ງ ຂອງ ທ່ານນາງ ຫວງ ຈີງໝິນ(Jingmin Huang) ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ (ADB)ປະຈຳ ສປປ ລາວ ຄົນໃໝ່.
ປະທານ ສນຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ປະທານ ສນຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ວັນທີ 10 ພະຈິກນີ້, ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດເຂົ້າຢ້ຽມຂໍ່ານັບອຳລາ ໃນວາລະສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ.
ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ວັນທີ 8 ພະຈິກຜ່ານມາ, ແຂວງນະຄອນພະນົມ ປະເທດໄທ ໄດ້ຈັດກິດຈະກໍາ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ພາຍໃຕ້ແນວຄິດ “ໜຶ່ງສາຍນໍ້າ ສອງແຜ່ນດິນ” ຫຼື ONE RIVER, TWO NATIONS” ເພື່ອສົ່ງເສີມການທ່ອງທ່ຽວດ້ານກິລາ, ສົ່ງເສີມສຸຂະພາບ ແລະ ກະຊັບສາຍສຳພັນອັນດີລະຫວ່າງປະຊາຊົນສອງຝັ່ງແມ່ນ້ຳຂອງ. ເຂົ້າຮ່ວມເປັນປະທານໃນພິທີເປີດງານມີ ທ່ານ ວາທີ່ພັນຕີ ອະດິສັກ ນ້ອຍສຸວັນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍບັນດາການນໍາຈາກພາກລັດ, ພາກເອກະຊົນ ແລະ ນັກແລ່ນທັງສອງແຂວງ ເຂົ້າຮ່ວມຢ່າງຄຶກຄື້ນ.
ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ພິທີມອບ-ຮັບ ອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສຖະກິດ-ສັງຄົມ ຈັດຂຶ້ນໃນວັນທີ 9 ພະຈິກນີ້, ທີ່ສຳນັກງານລັດວິສາຫະກິດກໍ່ສ້າງທາງເລກ 8 ນະຄອນຫຼວງວຽງຈັນ, ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳສປປລາວ, ທ່ານ ສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ, ອະດີດລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍແຂກຖຶກເຊີນ ເຂົ້າຮ່ວມ.
ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ເມື່ອບໍ່ດົນມານີ້ ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມ ຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ-ຮອງກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຝ່າຍລາວ ແລະ ຝ່າຍຈີນ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ