ຕ້ອນຮັບການເຂົ້າຢ້ຽມພົບປະຄະນະສະພາການຄ້າແຂວງຫູນານ

ປະທານສນຊ ຕ້ອນຮັບການເຂົ້າຢ້ຽມພົບປະຄະນະສະພາການຄ້າແຂວງຫູນານ

ປະທານສນຊ ຕ້ອນຮັບການເຂົ້າຢ້ຽມພົບປະຄະນະສະພາການຄ້າແຂວງຫູນານ
ໃນວັນທີ 16 ທັນວານີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ຫຼີລຽງຊ່ວງ ປະທານສະພາການຄ້າ ແຂວງຫູນານ ສປ ຈີນ

ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ທີ່ສູນກາງແນວລາວສ້າງຊາດ (ສນຊ).
ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພົ້ນເດັ່ນຢູ່ແຕ່ລະປະເທດໃຫ້ກັນຊາບ, ຕີລາຄາການພົວພັນຮ່ວມມື ລາວ-ຈີນ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນລັດຖະບານລາວ ໄດ້ຊຸກຍູ້ສົ່ງເສີມນັກລົງທຶນ ແລະ ນັກທ່ອງທ່ຽວຈາກ ສປ ຈີນ ເຂົ້າມາລົງທຶນ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ໂດຍສະເພາະໃນປີທ່ອງທ່ຽວລາວ 2024 ນີ້ຊຶ່ງລັດຖະບານລາວ ໄດ້ມີນະໂຍບາຍຍົກເວັ້ນວີຊາ ໃຫ້ແກ່ນັກທ່ອງທ່ຽວຈາກຕ່າງປະເທດ ລວມທັງ ສປ ຈີນ ທີ່ມີຈຸດປະສົງເຂົ້າມາທ່ອງທ່ຽວລາວເປັນຄະນະ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ, ເພື່ອສືບຕໍ່ບັນດາໂຄງການພັດທະນາພື້ນຖານໂຄງລ່າງ, ດ້ານການຄ້າ-ການລົງທຶນ, ການພັດທະນາດ້ານພະລັັງງານໄຟຟ້າ ແລະ ການຮ່ວມພັດທະນາດ້ານວິທະຍາສາດ-ເຕັກໂນໂລຊີ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນເລື້ອຍໆ.
ພ້ອມກັນນີ້, ສະພາການຄ້າ ແຂວງຫູນານ ໄດ້ມອບເງິນຈໍານວນ 100 ລ້ານກີບໃຫ້ແກ່ສູນກາງແນວລາວສ້າງຊາດ ນໍາໄປມອບໃຫ້ປະຊາຊົນຢູ່ແຂວງພາກເໜືອທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ໃນໄລຍະຜ່ານມາ.
(ຂ່າວ-ພາບ: ລີ)

ຄໍາເຫັນ

ຂ່າວການຮ່ວມມື

ລັດ​ທິຫຼາຍ​ຝ່າຍ​​ສະ​ແດງ​ໃຫ້​ເຫັນພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ໃນ​ການ​ບໍ​ລິ​ຫານ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ

ລັດ​ທິຫຼາຍ​ຝ່າຍ​​ສະ​ແດງ​ໃຫ້​ເຫັນພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ໃນ​ການ​ບໍ​ລິ​ຫານ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ

ຫວ່າງ​ມໍ່ໆ​ມາ​ນີ້, ຈີນ, ລາວ, ກຳ​ປູ​ເຈຍ, ມຽນ​ມາ, ໄທແລະຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ຮ່ວມ​ກັນ​​ປາບ​ປາມ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຂອງ​ຈີນເພື່ອ​ເຕົ້າ​ໂຮມ​ກຳ​ລັງ​ດ້ວຍ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໂດຍ​ຜ່ານກົນ​ໄກແລະແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ດ້ວຍ​ການປະ​ຕິ​ບັດ​ງານ​ຕົວ​ຈິງ. ການ​ປະ​ສານ​ງານ​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຕາມ​ລ່ອງ​ແມ່​ນ້ຳ​ຂອງບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ອັນ​ໝັ້ນ​ແກ່ນ​ຂອງ 6 ປະ​ເທດໃນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ປະ​ຊ​າ​ຊົນ​ເທົ່າ​ນັ້ນ, ຍິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ຂອງ​ລັດ​ທິຫຼາຍ​ຝ່າຍໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ​ອີກ​ດ້ວຍ.
ເຢຍລະມັນ ແລະ ສປປ ລາວ ການຮ່ວມມືທີ່ມີຄວາມຫຼາກຫຼາຍ

ເຢຍລະມັນ ແລະ ສປປ ລາວ ການຮ່ວມມືທີ່ມີຄວາມຫຼາກຫຼາຍ

ເຢຍລະມັນ ແລະ ສປປ ລາວ: ການຮ່ວມມືທີ່ມີຄວາມຫຼາກຫຼາຍ ຊຶ່ງການຮ່ວມມືືີທີ່ພົ້ນເດັ່ນໃນປີ 2025 ແມ່ນການຮ່ວມມືໃນວຽກງານມໍຣະດົກໂລກ ໃນໂອກາດວັນຊາດ(ວັນລວມເຢຍລະມັນ)ນີ້, ພວກ ເຮົາສະເຫຼີມສະຫຼອງ 35 ປີ ຫຼັງຈາກການລວມຕົວຄືນໃໝ່ຂອງເຢຍລະມັນ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣັດເຊຍ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣັດເຊຍ

ໃນວັນທີ 19 ພະຈິກ 2025, ທີ່ທໍານຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ວະລາເມຍ ກາລີນິນ (Vladimir Kalinin), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ອຳນວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງເຊິນລາ ພົບປະການນໍາແຂວງໄຊສົມບູນ.

ອຳນວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງເຊິນລາ ພົບປະການນໍາແຂວງໄຊສົມບູນ.

ໃນໂອກາດ ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ, ທ່ານ ນາງ ລໍ່ ທິ ຖຸຍ ຮ່າກຳມະການຄະນະບໍລິຫານງານພັກແຂວງອໍານວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງ ເຊິນລາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ນາງ ຄໍາສີ ສິດທິວໍລະດາຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນວັນທີ 17 ພະຈິກຜ່ານມານີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ພ້ອມດ້ວຍຄະນໍາຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຢ້ຽມຢາມໂຮງຮຽນ ມສ ວຽງຈັນ

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຢ້ຽມຢາມໂຮງຮຽນ ມສ ວຽງຈັນ

ວັນທີ 19 ພະຈິກ 2025 ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ຢ້ຽມຢາມໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໂດຍການຕ້ອນຮັບຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ພ້ອມຫົວໜ້າສຶກສາທິການ ແລະ ກິລາເມືອງຈັນທະບູລີ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຮອງປະທານສນຊຕ້ອນຮັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ  ຫວຽດນາມ

ຮອງປະທານສນຊຕ້ອນຮັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ

ສະຫາຍຈ້ຽວຕ່າຍວິງຮອງຫົວໜ້າຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມພ້ອມຄະນະໄດ້ເຂົ້າພົບປະຢ້ຽມຢາມສະຫາຍນາງອິນລາວັນແກ້ວບຸນພັນຮອງປະທານສູນກາງ ແນວລາວສ້າງຊາດຜູ້ປະຈໍາການ (ສນຊ) ໃນວັນທີ 19 ພະຈິກນີ້ທີ່ ສນຊ.
ກອງປະຊຸມພົບປະສອງຝ່າຍ ສປປ ລາວ ແລະ ສປ ຈີນ

ກອງປະຊຸມພົບປະສອງຝ່າຍ ສປປ ລາວ ແລະ ສປ ຈີນ

ໃນວັນທີ 13 ພະຈິກ ຜ່ານມານີ້ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະຜູ້ແທນ ຈາກ ສປປ ລາວ ຈາກບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ພົບປະ ກັບ ທ່ານ Zhao Zenglian ຮອງລັດຖະມົນຕີ ອົງການຄຸ້ມຄອງພາສີ ແຫ່ງ ສປຈີນ ພ້ອມດ້ວຍ ກົມກ່ຽວຂ້ອງເຂົ້າຮ່ວມ. ການພົບປະສອງຝ່າຍດັ່ງ ໄດ້ຈັດຂຶ້ນໃນລະຫວ່າງການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບ ວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ຄັ້ງທີ 9 (The 9th China-ASEAN Ministerial Meeting on Sanitary and Phytosanitary (SPS) Cooperation) ທີ່ ນະຄອນຊົງຊິງ, ສປ.ຈີນ.
ຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບສະຫາຍ ຈ້ຽວ ຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະໃນວັນທີ 19 ພະຈິກນີ້ທີ່ ຄອສພ. ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-19 ພະຈິກ 2025.
ສຂຈ ຕ້ອນຮັບຮອງເຈົ້າຄອງນະຄອນຄຸນໝິງສປ ຈີນ

ສຂຈ ຕ້ອນຮັບຮອງເຈົ້າຄອງນະຄອນຄຸນໝິງສປ ຈີນ

ສະຖາບັນຂົງຈື (ສຂຈ)ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີຕ້ອນຮັບຄະນະຜູ້ແທນຈາກນະຄອນຄຸນມິງ ແຂວງຢຸນນານ ສປ ຈີນ ນຳໂດຍທ່ານ Wang Yunlin ຮອງເຈົ້ານະຄອນຄຸນໝິງພ້ອມດ້ວຍຄະນະເດີນທາງມາເຄື່ອນໄຫວຢ້ຽມຢາມສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດໃນວັນທີ 18 ພະຈິກນີ້ ເປັນກຽດຕ້ອນຮັບໂດຍທ່ານ ສິນທະວອນ ດາລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ມີທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຮອງປະທານປະເທດ ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

ຮອງປະທານປະເທດ ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,​ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17 - 21 ພະຈິກ 2025.
ເພີ່ມເຕີມ