ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ.

ປະທານສູນກາງແນວລາວສ້າງຊາດເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

ປະທານສູນກາງແນວລາວສ້າງຊາດເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ
ໃນລະຫວ່າງວັນທີ 20– 21 ກັນຍາຜ່ານມານີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳແຂວງອຸດົມໄຊ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ.
 ໂອກາດດັ່ງກ່າວ, ທ່ານກໍໄດ້ນຳເອົາເງິນຈຳນວນ 200 ລ້ານກີບມາມອບໃຫ້ອົງການປົກຄອງແຂວງອຸດົມໄຊເພື່ອນຳໃຊ້ເຂົ້າໃນການຕ້ານໄພນ້ຳຖ້ວມ. ໃນໄລຍະຢູ່ຢ້ຽມຢາມແຂວງອຸດົມໄຊ, ທ່ານ ພ້ອມຄະນະກໍໄດ້ໄປພົບປະກັບການນຳເມືອງໄຊ ທີ່ສະໂມສອນຂອງເມືອງ ແລະ ໄດ້ໄປຢ້ຽມຢາມເບິ່ງງົວຊົນຂອງປະຊາຊົນບ້ານນາແສນຄຳເມືອງໄຊ ໂດຍໄດ້ຮັບຟັງລາຍງານສະພາບລວມຂອງບ້ານ ແລະ ການລ້ຽງງົວງາມຂອງຊາວບ້ານນາແສນຄຳໂດຍຫຍໍ້ຈາກທ່ານ ຄຳຊາ ຢົງຕົວວື້ ນາຍບ້ານໆນາແສນຄຳ. ປັດຈຸບັນ ບ້ານນາແສນຄຳມີ 293 ຫຼັງຄາ, ມີ 320 ຄອບຄົວ; ມີພົນລະເມືອງທັງໝົດ 1.779 ຄົນ, ຍິງ 891 ຄົນ, ອາຊີບຕົ້ນຕໍ່ຂອງປະຊາຊົນແມ່ນປຸກຝັງ-ລ້ຽງສັດ ພາຍໃນບ້ານມີງົວທັງໝົດ 480 ໂຕ, ຄວາຍ 35 ໂຕ. ການລ້ຽງງົວຂອງຊາວບ້ານ ນອກຈາກລ້ຽງເພື່ອເປັນສິນຄ້າ ແລະ ໄວ້ບໍລິໂພກພາຍໃນຄອບຄົວແລ້ວ ຊາວບ້ານບາງຄອບຄົວຍັງໄດ້ລ້ຽງເພື່ອໄວ້ແຂ່ງຂັນໃນງານບຸນປະເພນີຂອງເຜົ່າ ໂດຍສະເພາະແມ່ນ ບຸນກິນຈຽງເພື່ອໃຫ້ສັງຄົມໄດ້ເບິ່ງໄດ້ຊົມ.
ໂອກາດດຽວກັນທ່ານ ສິນລະວົງ ຄຸດໄພທຸນໄດ້ມອບເງິນຈຳນວນຫນຶ່ງເພື່ອສົ່ງເສີມກິດຈະກຳການລ້ຽງງົວຊົນຂອງຊາວບ້ານນາແສນຄຳ ຂະນະດຽວກັນທ່ານປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ເຈົ້າແຂວງອຸດົມໄຊ ກໍໄດ້ພົບປະໂອ້ລົມຕໍ່ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພ້ອມກັນເຕົ້າໂຮມຄວາມສາມັກຄີພາຍໃນບ້ານໃຫ້ເປັນປຶກແຜ່ນ, ພ້ອມກັນຕ້ານທຸກປາກົດການຫຍໍ້ທໍ້ພາຍໃນບ້ານໃຫ້ຫມົດໄປ, ສືບຕໍ່ຮັກສາມູນເຊື້ອການລ້ຽງງົວຊົນໃຫ້ກາຍເປັນກິດຈະກຳການທ່ອງທ່ຽວຂອງບ້ານເພື່ອດຶງນັກທ່ອງທ່ຽວເຂົ້າມາແຂວງອຸດົມໄຊ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນບ້ານ, ສ້າງໃຫ້ກາຍເປັນບ້ານພັດທະນາທຸກດ້ານ.
ໃນໄລຍະດຽວກັນນີ້, ທ່ານປະທານສູນກາງແນວລາວສ້າງຊາດ ພ້ອມຄະນະກໍໄດ້ໄປຢ້ຽມຢາມໂຮງງານປຸ່ງແຕ່ງນ້ຳຢາງພາລາຂອງບໍລິສັດຈົງອູຢູ່ບ້ານກໍນ້ອຍ ຊຶ່ງລົງທຶນໂດຍນັກທຸລະກິດຈາກຕ່າງປະເທດ. ບໍລິສັດໄດ້ມາລົງທຶນຢູ່ໃນແຂວງອຸດົມໄຊນັບແຕ່ປີ 2005 ເປັນຕົ້ນມາ ໃນນາມໂຄງການປູກພືດທົດແທນການປູກຝິ່ນ. ໃນນີ້ ໄດ້ສົ່ງເສີມປະຊາຊົນປູກຢາງພາລາ ຢູ່ 5 ບ້ານ ແລະ ໄດ້ສ້າງຕັ້ງໂຮງງານປຸງແຕ່ງສຳເລັດຮູບຂຶ້ນໃນປີ 2012ເປັນຕົ້ນມາ ໃນແຕ່ລະປີທາງໂຮງງານມີຄວາມຕອ້ງການວັດຖຸດິບ ຫຼື ນໍ້າຢາງດິບມາປ້ອນໂຮງງານ 32.000 ໂຕນຕໍ່ປີ, ນັບຕັ້ງແຕ່ສ້າງໄດ້ໂຮງງານມາໄດ້ສ້າງວຽກເຮັດງານທຳໃຫ້ກັບປະຊາຊົນໃນເຂດພື້ນທີ່ຈໍານວນຫຼວງຫຼາຍ, ລວມທັງແຮງງານລາຍວັນ ອັນໄດ້ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ. ຈາກນັ້ນ ກໍໄດ້ໄປເບິ່ງໂຄງການປູກມອນລ້ຽງມ້ອນຂອງ ບໍລິສັດຊ່ວງໄຊພັດທະນາກະສິກຳ ຈຳກັດ ຊຶ່ງໂຄງການດັ່ງກ່າວໄດ້ສົ່ງເສີມປູກມອນ-ລ້ຽງມ້ອນເປັນສິນຄ້າເພື່ອສົ່ງອອກເລີ່ມແຕ່ປີ 2019 ເປັນຕົ້ນມາ, ມີເນື້ອທີ່ປູກໃບມອນທັງໝົດ 410 ເຮັກຕາ ໃນ 4 ເມືອງຄື: ເມືອງໄຊ, ເມືອງແບງ, ເມືອງງາ ແລະ ເມືອງຮຸນ. ໂຄງການດັ່ງກ່າວເປັນການເຮັດຮ່ວມກັບປະຊາຊົນໂດຍມີຮູບການ 2+3 ໂດຍປະຊາຊົນເປັນດິນ ແລະ ແຮງງານ ສ່ວນບໍລິສັດເປັນທຶນ, ຕະຫຼາດ, ເຕັກນິກ ແລະ 4+1 ໂດຍປະຊາຊົນເປັນດິນໃຫ້ບໍລິສັດເຊົ່າ. ປີ 2023 ຜ່ານມາບໍລິສັດໄດ້ດໍາເນີນການລ້ຽງມ້ອນໄດ້ທັງໝົດ 11 ຊຸດ, ຜະລິດຝຶກຫຼອກໄດ້ປະມານ 200 ໂຕນ ແລະ ໄປຢ້ຽມຢາມແຫ່ງອື່ນໆ.
(ຂ່າວ: ໄມພອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ